ອົງການພັນທະມິຕ ປະນາມ ທາງການລາວ ທີ່ຈັບທ່ານ ລູ໋ ຊີ່ເຫວີຍ

ຈຳປາທອງ
2023.08.07
ອົງການພັນທະມິຕ ປະນາມ ທາງການລາວ ທີ່ຈັບທ່ານ ລູ໋ ຊີ່ເຫວີຍ ນຶ່ງໃນສອງນັກເຄື່ອນໄຫວ (ຮູບຊ້າຍມື) ກຳລັງເດີນທາງໄປກັບທະນາຍຄວາມ ດ້ານສິດທິມະນຸສ ຊາວຈີນ ທ່ານ ລູ໋ ຊີ່ເຫວີຍ (ຮູບຂວາມມື) ກຳລັງຖຽງກັບເຈົ້າໜ້າທີ່ຕຳຣວດ ທີ່ກຳລັງດຳເນີນການ ກວດສອບ ທ່ານ ລູ໋ ຊີ່ເຫວີຍ ໃກ້ກັບທ່າບົກ ທ່ານາແລ້ງ ຫ່າງຈາກ ນະຄອນຫຼວງວຽງຈັນ ໄປທາງໃຕ້ 13 ກິໂລແມັດ ຫຼື 13 ຫຼັກ (8 ໄມລ໌) ໃນວັນທີ 28 ກໍຣະກະດາ 2023.
Credit: Anonymous source via AP

ຖແລງການຂອງພັນທະມິຕ ເພື່ອປະຊາທິປະໄຕໃນລາວ ວັນທີ 3 ສິງຫາ 2023 ເພືຶ່ອປະນາມທາງກາລາວ ທີ່ຈັບກຸມ ທ່ານ ລູ໋ ຊີ່ເຫວີຍ (Lu Siwei) ທະນາຍຄວາມດ້ານ ສິດທິມະນຸສຊາວຈີນ ຢູ່ນະຄອນຫລວງວຽງຈັນ ໃນມື້ວັນທີ 28 ກໍຣະກະດາ ທີ່ຜ່ານມາ ມີເນື້ອໃນສໍາຄັນຫລາຍຢ່າງ ຊຶ່ງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການພັນທະມິຕ ຜູ້ໄດ້ຮັບຣາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົ ກ່າວຕໍ່ວິທຍຸ ເອເຊັເສຣີໃນມື້ວັນທີ 7 ສິງຫານີ້ວ່າ:

.............ສຽງ..................

ພັນທະມິຕເພື່ອປະຊາທິປະໄຕໃນລາວ ແລະຊາວລາວທຸກຄົນທີ່ຮັກຫອມປະຊາທິປະໄຕ, ຮັກເສຣີພາບ ແລະຄວາມຍຸຕິທັມ ທວງໃຫ້ທາງການ ສປປ ລາວ ປ່ອຍຕົວ ທ່ານ ລູ໋ ຊີ່ເຫວີຍ ໂດຍຮີບດ່ວນ ເພື່ອໃຫ້ທ່ານເດີນທາງໄປຫາຄອບຄົວ ຂອງທ່ານຢ່າງປອດພັຍແທີ່ກຸງ ວໍຊິງຕັນ ດີຊີ ສະຫະຣັຖອາເມຣິກາ ທ່ານ ໜິງ ຊ່ຽນຫົວ, ຕາງໜ້າຄະນະພັກປະຊາທິປະຕຈີນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນລະວ່າງການປະທ້ວງ ຢູ່ຕໍ່ໜ້າສະຖານທູດລາວ ໃນມື້ວັນທີ 2 ສິງຫາ 2023 ເພື່ອຮຽກຮ້ອງໃຫ້ປ່ອຍທ່ານ ລູ໋ ຊີ່ເຫວີຍ ຕອນນຶ່ງວ່າ:

ພວກເຮົາຕ້ອງການໃຫ້ປ່ອຍ ທະນາຍຄວາມ ທ່ານ ລູ໋ ຊີ່ເຫວີຍ. ທ່ານຖືກຕຳຣວດລາວຈັບ ໃນເວລາທີ່ທ່ານເດີນທາງ ໃນເຂດເອເຊັຽຕາເວັນອອກສຽງໃຕ້. ກ່ອນໜ້ານີ້, ກໍມີກໍຣະນີ ທີ່ຄ້າຍຄືກັນ, ເຊິ່ງແມ່ນທ່ານ ສ້ຽວ ຊິນຊິນ ກໍຖືກຕຳຣວດລາວຈັບ ໃນປະເທດລາວ. ພວກເຮົາຂໍປະນາມແທ້ໆ ຕໍ່ສອງປະເທດນີ້ ທີ່ຮ່ວມມືກັນ ກັບພວກຜະເດັດການພັກຄອມມູນິສຈີແລະ ຕາມລ່າ ຜູ້ທີ່ມີຄວາມຄຶດເຫັນທາງການເມືອງ ຕ່າງຈາກເພິ່ນ.

ຍານາງ ໂຫຼ ເຊິງຈຸນ, ຜູ້ເປັນພັນລະຍາ ຂອງນັກກົດໝາຍ ເພື່ອສິດທິມະນຸສ ທ່ານ ດິ່ງ ເຈັ່ຽສີ, ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນລະວ່າງການປະທ້ວງຄືກັນນັ້ນວ່າ ໝົດທັງໂລກ ພວມຕິດຕາມຢ່າງໃກ້ຊິດ ຕໍ່ກໍຣະນີນີ້ ຍ້ອນວ່າ ມັນບໍ່ແມ່ນແຕ່ການຈັບທ່ານ ລູ໋ ຊີ່ເຫວີຍ ພຽງຢ່າງດຽວ. ແຕ່ມັນພັດກ່ຽວຂ້ອງກັບ ບັນດາປະເທດໂລກທີ 3 ທີ່ພວມປະຕິເສດ ການຄຸກຄາມ ຈາກພັກຄອມມູນິສຈີນ, ເພື່ອທີ່ຈະຍຶດໝັ້ນ ຕໍ່ການລົງນາມ ຕໍ່ສົນທິສັນຍາ ຂອງສະຫະປະຊາຊາຕ ວ່າດ້ວຍການຕ້ານ ການທໍຣະມານ.” “ມັນເປັນສິ່ງທີ່ຄຶດແນວໃດ ກໍຄຶດບໍ່ອອກວ່າ ພັກຄອມມູນິສຈີນ ໄດ້ຄຸກຄາມຢ່າງປ່າເຖື່ອນ ຖ້າຫາກ ທ່ານ ລູ໋ ຊີ່ເຫວີ່ຍ ຖືກສົ່ງກັບຄືນໄປຈີນ.

ດຣ. ບຸນທອນ ກ່າວວ່າ ຖ້າຫາກທາງການລາວຍັງກັກຂັງທ່ານ ລູ໋ ຊີ່ເຫວີ່ຍ ຕໍ່ໄປ ແລະສົ່ງໃຫ້ທາງການຈີນ ກໍຈະຖືກຊາວໂລກກ່າວປະນາມໜັກຍິ່ງຂຶ້ນ.

..................ສຽງ...............

ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ອົງການຈັດຕັ້ງສາກົລ ຈົ່ງເຮັດທຸກຢ່າງເພື່ອຜັກດັນທາງການ ສປປ ລາວ ໃຫ້ແກ້ໄຂບັນຫາການລະເມີດສິດທິມະນຸໃນລາວຢ່າງແທ້ຈິງ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.