ໃນເດືອນກໍຣະກະດາ 2023 ນີ້ ປະເທດລາວ ມູນຄ່າການຄ້າທັງໝົດ 1,025 ລ້ານໂດລ້າຣ໌ສະຫະຣັຖ. ໃນຈໍານວນນັ້ນ ມູນຄ່າສິນຄ້າສົ່ງອອກ 429 ລ້ານໂດລ້າຣ໌ ແລະມູນຄ່າສິນຄ້ານໍາເຂົ້າ 595 ລ້ານໂດລ້າຣ໌, ຂາດດຸນການຄ້າ 166 ລ້ານໂດລ້າຣ໌, ເປັນການຂາດດຸນສູງທີ່ສຸດໃນຮອບ 7 ເດືອນຂອງປີນີ້ ຄືເດືອນມິຖຸນາ ຂາດດຸນການຄ້າ 126 ລ້ານໂດລ້າຣ໌, ເດືອນເມສາຂາດດຸນ 47 ລ້ານໂດລ້າຣ໌ ແລະເດືອນເມສາຂາດດຸນ 17 ລ້ານໂດລ້າຣ໌.
ໃນ 7 ເດືອນຕົ້ນປີ 2023 ນີ້ ສປປ ລາວ ຂາດດຸນການຄ້າກັບຕ່າງປະເທດ 297 ລ້ານໂດລ້າຣ໌ສະຫະຣັຖ. ມູນຄ່າ ການຄ້າທັງໝົດ 7,233 ລ້ານໂດລ້າຣ໌, ໃນຈໍານວນນັ້ນ ມູນຄ່າສິນຄ້າສົ່ງອອກ 3,468 ລ້ານໂດລ້າຣ໌ ແລະມູນຄ່າສິນຄ້ານໍາເຂົ້າ 3,765 ລ້ານໂດລ້າຣ໌.
ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ກ່າວວ່າ ສາເຫດທີ່ເຮັດໃຫ້ລາວ ຂາດດຸນການຄ້າຫລາຍ ມີຫລາຍປັດໄຈ ທັງເຣື່ອງເງິນກີບອ່ອນຄ່າ, ອັດຕຣາເງິນເຟີ້, ອັດຕຣາແລກປ່ຽນ ລະຫວ່າງເງິນກີບ ແລະເງິນບາດ, ເງິນກີບກັບເງິນໂດລ້າຣ໌ ແລະເງິນກີບກັບເງິນຢວນ ແລະລາວມີສິນຄ້າສົ່ງອອກໜ້ອຍ ແຕ່ນໍາສິນຄ້າເຂົ້າມາຫລາຍ.
ດັ່ງທີ່ທ່ານກ່າວວ່າຕໍ່ວິທຍຸ ເອເຊັຽ ເສຣີໃນມື້ວັນທີ 10 ສິງຫານີ້ວ່າ:
“ເຮົາສົ່ງອອກກະມີຈໍານວນນຶ່ງ ແຕ່ວ່າຍໍາເຂົ້າມາກະຂ້ອນຂ້າງຫລາຍແດ່ເນາະ ການສົ່ງເສີມການມີສ່ວນຮ່ວມຂອງຊາວບ້ານ ສ້າງຄວາມເຂັ້ມແຂງໃຫ້ຊາວບ້ານ ແລ້ວກະຜລິດເປັນສິນຄ້າຈໍານວນນຶ່ງ ຖືວ່າສົ່ງອອກກະຍັງບໍ່ທັນມີ.”
ທ່ານກ່າວຕື່ມວ່າ ໃນການແກ້ໄຂບັນຫາດັ່ງກ່າວ ຣັຖບານ ພະຍາຍາມຊຸກຍູ້, ສົ່ງເສີມປະຊາຊົນໃນທົ່ວປະເທດ ໃຫ້ ຜລິດເປັນສິນຄ້າ ທັງສະບຽງອາຫານ ແລະສິນຄ້າອື່ນໆ ສໍາລັບທັງພາຍໃນປະເທດ ແລະເປັນສິນຄ້າສົ່ງອອກ, ແຕ່ກໍບໍ່ໄດ້ຜົລເທົ່າທີ່ຄວນ, ບາງເຂດ ປະຊາຊົນຜລິດສິນຄ້າຮັບໃຊ້ພາຍໃນ, ແຕ່ເປັນສິນຄ້າທີ່ບໍ່ໄດ້ມາຕຖານ ເຮັດໃຫ້ຄົນບໍ່ນິຍົມໃຊ້ ເປັນຕົ້ນ ສະບູ, ແຟັບ, ເກືອ ແລະອື່ນໆ ເຮັດໃຫ້ຄົນໄປຊື້ສິນຄ້າ ທີ່ນໍາເຂົ້າມາຈາກຕ່າງປະເທດ.
ອີງຕາມຣາຍງານ ຂອງກະຊວງອຸດສາຫະກັມ ແລະການຄ້າ, ສິນຄ້າສົ່ງອອກ ແລະນໍາເຂົ້າຕົ້ນຕໍ 10 ອັນດັບ ຊຶ່ງໃນນັ້ນ ສິນຄ້າສົ່ງອອກກໍມີຮວມທັງ ເກືອກາລີ, ເຈັ້ຍ ແລະຄື່ອງເຮັດດ້ວຍເຈັ້ຍ, ແຮ່ທອງ, ແຮ່ເຫລັກ, ຄໍາປະສົມ ແລະຄໍາແທ່ງ ຊຶ່ງເປັນຂອງບໍຣິສັດເອກກະຊົນຕ່າງປະເທດເປັນຜູ້ຂຸດຄົ້ນ, ປຸງແຕ່ງ ແລະສົ່ງອອກ, ສ່ວນຣັຖບານລາວ ມີຣາຍຮັບຈາກການສົ່ງອອກພຽງຈໍານວນໜ້ອຍເທົ່ານັ້ນ. ສິນຄ້ານໍາເຂົ້າແມ່ນຫລາຍ ເປັນຕົ້ນ ນໍ້າມັນເຊື້ອເພີງ, ພາຫະນະທາງບົກ, ອຸປະກອນກົນຈັກ, ເຄື່ອງໄຟຟ້າ ແລະອຸປະກອນໄຟຟ້າ, ປຸ໋ຍ ແລະອື່ນໆ.
ບໍຣິສັດເອກກະຊົນຈີນ ຫລາຍກວ່າ 10 ບໍຣິສັດ ທີ່ເຂົ້າມາສໍາປະທານຂຸດຄົ້ນເກືອກາລີ ທີ່ເປັນສ່ວນປະສົມສໍາຄັນໃນການຜລິດປຸ໋ຍ ຊຶ່ງສ່ວນຫລາຍເອົາໄປປຸງແຕ່ງຢູ່ຈີນ ແລະຂາຍຢູ່ຈີນ ແຕ່ເວົ້້າກັນເບື້ອງຕົ້ນວ່າ ຂຸດຄົ້ນໄດ້ແລ້ວ ແມ່ນປຸງແຕ່ງຢູ່ລາວ ເຫລືອໃຊ້ຢູ່ລາວ ຈຶ່ງສົ່ງໄປຂາຍໃຫ້ຈີນ ຫລືປະເທດອື່ນໆ.
ດັ່ງເຈົ້າໜ້າທີ່ກະຊວງພະລັງງານ ແລະບໍ່ແຮ່ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ເກືອກະລີລະແມ່ນ ສ່ວນຫລາຍກະເອົາເມືອແຍກຢູ່ຈີນ ໂຕບ່ອນວ່າໄທເຮົາເສັຽປຽບ ເວົ້າກັນເບື້ອງຕົ້ນກະວ່າ ມາຂຸດຄົ້ນມາຜລິດຢູ່ນີ້ ເຫລືອໃຊ້ຢູ່ລາວແລ້ວຈຶ່ງສົ່ງໄປຂາຍຢູ່ຈີນ ຫລືວ່າໄປປະເທດອື່ນ.”
ເວົ້າເຖິງການນໍາສິນຄ້າເຂົ້າມາ ປະຊາຊົນລາວຢູ່ຫລາຍແຂວງ ເຫັນຄືກັນວ່າ ບໍ່ເຂົ້າໃຈເລິກເຣື່ອງການສົ່ງສິນຄ້າອອກ ແລະນໍາເຂົ້າມາລາວ, ແຕ່ພວກພໍ່ຄ້າ ແມ່ຄ້າໃນຕລາດໂອ້ລົມກັນ ກ່ຽວກັບເຣື່ອງສິນຄ້ານັ້ນ ສິນຄ້ານີ້ ມາຈາກປະເທດໃດ, ລາຄາຖືກ ຫລືແພງແນວໃດ, ມີແຕ່ຜູ້ປະກອບການທຸຣະກິຈຂນາດກາງ ແລະຂນາດໃຫຍ່ ສົນໃຈເຣື່ອງນີ້ເປັນພິເສດ ເພາະມັນສົ່ງຜົລກະທົບໂດຍກົງ ຕໍ່ທຸຣະກິຈຂອງພວກເຂົາເຈົ້າ.
ດັ່ງຊາວລາວຜູ້ນຶ່ງ ຢູ່ແຂວງຫລວງນໍ້າທາ ກ່າວວ່າຕໍ່ວິທຍຸເອເຊັຽ ເສຣີໃນມື້ວັນທີ 10 ສິງຫາ ນີ້ວ່າ:
“ເຮົາກະແມ່ຄ້າຊາວຂາຍ ແມ່ຄ້າເຂົາກະຖາມເຣື່ອງອັນນໍາເຂົ້າ-ສົ່ງອອກ ຈຸດນີ້ແມ່ນສ່ວນຫລາຍ ມັນຈະມີແຕ່ໜ່ວຍວິສາຫະກິຈ ກັບບໍຣິສັດ ໂຮງງານແນວນັ້ນ.”
ປະຊາຊົນຜູ້ນຶ່ງ ຢູ່ແຂວງອຸດົມໄຊ ເວົ້າວ່າ ບໍ່ແປກໃຈເຣື່ອງມູນຄ່າ ການຄ້າຂາດດຸນຂອງລາວ ເພາະທົ່ວປະເທດ ແທບຈະບໍ່ມີສິນຄ້າ ທີ່ຜລິດຢູ່ພາຍໃນປະເທດ, ສິນຄ້າສ່ວນໃຫຍ່ ແມ່ນນໍາເຂົ້າມາຈາກປະເທດໄທຍ, ທັງສິນຄ້າອຸປະໂພກ-ບໍຣິໂພກ ຮວມທັງພືດຜັກ, ໝາກໄມ້ ແລະນໍ້າມັນເຊື້ອເພີງ. ສ່ວນສິນຄ້າ ທີ່ຄົນລາວຜລິດ ແລະນໍາມາຂາຍ ຕາມຕລາດ ກໍບໍ່ມີຫຍັງຫລາຍ, ສ່ວນຫລາຍກໍເຫັນແຕ່ພືດຜັກ, ເປັດ, ໄກ່.
“ບໍ່ມີຫຍັງກະມີແຕ່ປູກຜັກ ປູກຫຍັງແຖວນີ້ແຫລະ ເຄື່ອງບໍຣິໂພກນີ້ກະບໍ່ມີຫລາຍ ຈະເປັນຂອງໄທຍຫັ້ນ ແຫລະ ມາຈາກບໍ່ແກ້ວ ໝາກໄມ້ໝາກຫຍັງກະເອົາມາແຕ່ທາງໄທຍໝົດ ແຕ່ວຽງມາກະສັ່ງມາແຕ່ໄທຍ.”
ປະຊາຊົນ ຢູ່ແຂວງບໍ່ແກ້ວຜູ້ນຶ່ງກໍເວົ້າວ່າ ບໍ່ແປກໃຈຄືກັນ ທີ່ວ່າລາວຂດດຸນການຄ້າ ກັບຕ່າງປະເທດ ໂດຍສະເພາະກັບໄທຍ ເພາະສິນຄ້າເກືອບທຸກປະເພດ ທີ່ຂາຍຢູ່ເມືອງຕົ້ນເຜິ້ງ ແລະຢູ່ແຂວງອື່ນໆ ແມ່ນນໍາເຂົ້າມາຈາກໄທຍ, ສ່ວນສິນຄ້າລາວບໍ່ຄ່ອຍຈະເຫັນ.
“ສິນຄ້າລາວນີ້ຂາຍຢູ່ເມືອງຕົ້ນເຜິ້ງນີ້ ບໍ່ຄ່ອຍຈະເຫັນ ສ່ວນຫລາຍແມ່ນຂອງ ນໍາເຂົ້າມາແຕ່ໄທຍໝົດ ມີແຕ່ຜັກນີ້ເຂົາພໍຜລິດໄດ້ຢູ່ ແຕ່ວ່າພາກສ່ວນນຶ່ງກະນໍາເຂົ້າ ປະເພດພືດຜັກແມ່ນຫຍັງ.”
ກ່ຽວກັບເຣື່ອງການຄວບຄຸມສິນຄ້ານໍາເຂົ້າ ແລະການສົ່ງເສີມການຜລິດສະບຽງອາຫານ ຢູ່ໃນປະເທດລາວ ທ່ານ ວໍລະສິດ ສີວົງດາວ ສະມາຊິກສະພາແຫ່ງຊາຕ ຈາກແຂວງສວັນນະເຂດ ໄດ້ກ່າວຕໍ່ກອງປະຊຸມສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕຊຸດທີ 9 ເມື່ອປີ 2022 ວ່າ ຢາກໃຫ້ຣັຖບານລາວ ແກ້ໄຂເຣື່ອງການນໍາສິນຄ້າບາງປະເພດເຂົ້າມາ ຍ້ອນວ່າສິນຄ້າ ທີ່ຜລິດຢູ່ພາຍໃນປະເທດເອງ ບໍ່ສາມາດຂາຍໃນລາຄາແຂ່ງຂັນໄດ້ ເຊັ່ນ ປາແດກ ບໍ່ໄດ້ຮັບ ຄວາມນິຍົມຈາກຄົນລາວດ້ວຍກັນ ຊຶ່ງທາງຣັຖບານ ກໍຕ້ອງຊ່ອຍຫາວິທີແກ້ໄຂ ເພື່ອໃຫ້ສິນຄ້າລາວ ສາມາດຕີຕລາດລາວໄດ້ ແລະໃຫ້ປະຊາຊົນລາວ ຫັນມາໃຊ້ສິນຄ້າລາວຫລາຍຂຶ້ນ ແລະເຈົ້າໜ້າທີ່ທຸກພາກສ່ວນໃນທົ່ວປະເທດ ຕ້ອງໄດ້ເຜີຍແຜ່ ເຮັດເປັນໂຕຢ່າງ ແລະໂຄສນາສິນຄ້າລາວ ໃຫ້ຫລາຍຂຶ້ນ.
ເວົ້າເຣື່ອງລາຄາສິນຄ້າຢູ່ລາວ ຫລາຍພາກສ່ວນໃນລາວ ກໍໄດ້ຄາດການວ່າ ລາຄາສິນຄ້າ, ເຂົ້າສານ ແລະນໍ້າມັນເຊື້ອເພີງຢູ່ລາວ ຈະສູງຂື້ນຕື່ມອີກໄປຈົນຮອດທ້າຍປີ 2023 ຍ້ອນການແກ້ໄຂສະພາບຄວາມຫຍຸ້ງຍາກ ທາງດ້ານເສຖກິຈ-ການເງິນຂອງ ຣັຖບານລາວ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ແລະຫລາຍພື້ນທີ່ ການກະເສດໄດ້ຮັບຄວາມເສັຍຫາຍ ຈາກພັຍນໍ້າຖ້ວມ, ພັຍແຫ້ງແລ້ງ ທີ່ສ້າງຄວາມເສັຍຫາຍ ໃຫ້ການຜລິດພາຍໃນປະເທດຢ່າງຫລວງຫລາຍ.