ສິນຄ້າລາວ ຍັງບໍ່ເປັນທີ່ນິຍົມ ອາດເປັນຍ້ອນຄຸນນະພາບ ບໍ່ໄດ້ມາຕຖານ

ສຸພັດຕາ
2023.08.09
ສິນຄ້າລາວ ຍັງບໍ່ເປັນທີ່ນິຍົມ ອາດເປັນຍ້ອນຄຸນນະພາບ ບໍ່ໄດ້ມາຕຖານ ໂຮງງານສະບູຝຸ່ນລາວ, ນະຄອນຫຼວງວຽງຈັນ ວັນທີ 5 ສິງຫາ 2023.
ນັກຂ່າວ ພົລເມືອງ

ທີ່ຜ່ານມາ ປະເທດລາວ ມີສິນຄ້າອຸປະໂພກ ແລະບໍຣິໂພກ ທີ່ຜລິດຢູ່ພາຍໃນເພີ່ມຂຶ້ນ ແຕ່ຍັງບໍ່ທັນເປັນທີ່ນິຍົມ ສໍາລັບຄົນລາວ ເປັນຕົ້ນ: ສະບູ, ແປ້ງນົວ, ຢາສະຜົມ, ນໍ້າຢາລ້າງຖ້ວຍລ້າງຈານ, ແຟັບຊັກເຄື່ອງ ພ້ອມທັງສິນຄ້າປະເພດສະບຽງອາຫານ ແລະສິນຄ້າໂອດ໋ອບຕ່າງໆ ເຊິ່ງຫຼາຍຄົນ ກໍໃຫ້ເຫດຜົນທີ່ແຕກຕ່າງກັນອອກໄປ ແຕ່ສ່ວນໃຫຍ່ ເວົ້າເປັນສຽງດຽວກັນວ່າ ສິນຄ້າລາວ ຍັງບໍ່ທັນມີຄຸນນະພາບມາຕຖານ ຕາມຮູບແບບສາກົລ ແລະຮູບແບບຜລິຕພັນການຫຸ້ມຫໍ່ສິນຄ້າ ກໍບໍ່ໜ້າຊື້ ແລະດຶງດູດໃຈ.

ຖ້າຫາກທຽບໃສ່ຄຸນນະພາບສິນຄ້າ ທີ່ນໍາເຂົ້າຈາກຕ່າງປະເທດ ໂດຍສະເພາະ ສິນຄ້າຈາກໄທຍ ມີຄວາມແຕກຕ່າງກັນຫຼາຍ ເພາະສິນຄ້າຈາກຕ່າງປະເທດ ມີຄຸນນະພາບມາຕຖານຫຼາຍກວ່າ ຈຶ່ງເຮັດໃຫ້ຄົນລາວ ຫັນໄປນິຍົມໃຊ້ສິນຄ້າຈາກຕ່າງປະເທດ ບໍ່ວ່າຈະເປັນ ສິນຄ້າທີ່ນໍາເຂົ້າຈາກໄທຍ, ຈີນ ແລະວຽດນາມ.

ສ່ວນລາຄາ ກໍບໍ່ໄດ້ມີຄວາມແຕກຕ່າງກັນຫຼາຍ ເປັນຕົ້ນ ແຟັບຊັກເຄື່ອງ ທີ່ນໍາເຂົ້າຈາກປະເທດໄທຍ ຖົງຂນາດກາງ ລາຄາປະມານ 30,000 ກີບ ສ່ວນແຟັບຊັກເຄື່ອງ ຂອງລາວ ລາຄາປະມານ 20,000 ກີບ ເຊິ່ງຄຸນນະພາບທີ່ນໍາເຂົ້າຈາກໄທຍ ສະອາດກວ່າ ການໃຊ້ປະຣິມານກໍໍບໍ່ຕ້ອງໃຊ້ຫຼາຍ ເຮັດໃຫ້ໃຊ້ໄດ້ຫຼາຍເທື່ອ ແລະຄຸ້ມຄ່າກວ່າ ໃນຂະນະທີ່ ສິນຄ້າລາວ ຕ້ອງໃຊ້ປະຣິມານຫຼາຍ ບໍ່ຄ່ອຍສະອາດ ແລະໝົດໄວ ສະນັ້ນ ຄົນລາວຫຼາຍຄົນ ຈຶ່ງຍອມເພີ່ມເງິນອີກຈັກເລັກໜ້ອຍ ກໍໄດ້ສິນຄ້າຄຸນນະພາບທີ່ດີກວ່າ, ດັ່ງຊາວລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ສິງຫາ ນີ້ວ່າ:

“ສໍາລັບເຄື່ອງລາວ ສິນຄ້າບາງສິນຄ້າ ມັນກໍບໍ່ໄດ້ຄຸນນະພາບ ປະເພດແຟັບ ຜົງຊັກຟອກ ປົກກະຕິລາຄາແຟັບຂອງລາວ ເນາະມັນຈະປະມານ 20,000 ນຶ່ງຖົງຂອງເພິ່ນ ໃຊ້ໄດ້ແຕ່ປະມານ 2-3 ເທື່ອ ຂອງໄທຍ ກໍຈະປະມານ 30,000 ລາຄາມັນກໍດຸ່ນດ່ຽງກັນນ່າ ສ່ວນຫຼາຍ ນິຍົມໃຊ້ຂອງຕ່າງປະເທດຈັ່ງຊີ້ນ່າ ຈະໃຊ້ໄດ້ຫຼາຍກວ່າ ມີຄຸນນະພາບ ໄດ້ມາຕຖານດີ ເວລາເຮົາຊັກກໍງ່າຍ ເຮົາບໍ່ເສັຍເວລາ.”

ຂະນະທີ່ ຊາວລາວທ່ານນຶ່ງ ກໍກ່າວວ່າ ສ່ວນໃຫຍ່ ການຜລິດສິນຄ້າໃນລາວ ຈະເປັນຂອງຜູ້ປະກອບການ ຫຼືສ່ວນບຸກຄົນ ທີ່ເຂົາເຈົ້າລົງທຶນດ້ານງົປມານຜລິດເອງ ເພື່ອຂາຍພາຍໃນລາວ ສ່ວນການສນັບສນູນສົ່ງເສີມຈາກພາກຣັຖ ກໍຍັງບໍ່ທັນໄດ້ຫຼາກຫຼາຍເທົ່າທີ່ຄວນ ຖ້າສິນຄ້າລາວ ມີຄວາມຫຼາກຫຼາຍຂຶ້ນ ແລະຄຸນນະພາບທຽບເທົ່າສາກົລ ເຊື່ອວ່າ ຄົນລາວຫຼາຍຄົນ ກໍຕ້ອງສນັບສນູນສິນຄ້າລາວຢູ່ແລ້ວ ເພື່ອສົ່ງເສີມເສຖກິຈພາຍໃນ:

“ຄັນເປັນໄປໄດ້ ກະຢາກໃຊ້ຂອງຄົນລາວ ດີກ່ອນແຫຼະ ແຕ່ວ່າ ຄັນທຽບກັບຜລິຕພັນອື່ນ ກະຂອງລາວ ກໍຍັງໜ້ອຍຢູ່ ກໍຢາກໃຫ້ມີຜລິຕພັນລາວຫຼາຍໆ ສົ່ງເສີມທຸຣະກິຈນ້ອຍໆ ຫຼືວ່າຄວາມຄິດໄອເດັຍນ້ອຍໆເບາະໃຫ້ໄດ້ເຮັດ ກະພວກເຄື່ອງໃຊ້ທີ່ໃຊ້ໄດ້ປະຈໍາວັນຫັ້ນແຫຼະ ອອກມາໄດ້ໃຊ້ນໍາກັນຫຼາຍໆ.”

ຂະນະດຽວກັນ ຊາວລາວອີກທ່ານນຶ່ງ ກໍໃຫ້ເຫັດຜົນວ່າ ການທີ່ຊາວລາວ ບໍ່ນິຍົມໃຊ້ຂອງຄົນລາວຜລິດເອງນັ້ນ ເພາະສິນຄ້າລາວ ບໍ່ມີໃຫ້ເລືອກຫຼາກຫຼາຍ ຄືເຄື່ອງອຸປະໂພກ ແລະບໍຣິໂພກ ກໍມີໜ້ອຍເກີນໄປ ລວມໄປເຖິງ ໝາກໄມ້ກໍເຊັ່ນກັນ ການຜລິດ ການສົ່ງເສີມໜ້ອຍ ສ່ວນໃຫຍ່ກໍຍັງເຫັນຊາວຄ້າຂາຍ ນໍາເຂົ້າຈາກຕ່າງປະເທດມາຂາຍຢູ່ ສ່ວນປະເພດພືດຜັກ, ເຂົ້າສານ, ໝູ, ປາ, ໄກ່ ຄົນລາວ ກໍຖືວ່າ ຜລິດເອງໄດ້ຈໍານວນນຶ່ງ:

“ມັນກະບໍ່ຄ່ອຍມີບໍ ສ່ວນຫຼາຍກໍເປັນຜັກ ເປັນຫຍັງແຫຼະ ຄົນລາວປູກເອງ ຄ່ານິຍົມສ່ວນຫຼາຍ ກໍມາແຕ່ທາງໄທຍນີ້ແຫຼະ ທາງທາງໄທຍເພິ່ນແບບ ມີສິນຄ້າຫຼາຍກວ່າເດ້ ລາວເພິ່ນຍັງຜລິດບໍ່ໄດ້ຫຼາຍ ໝາກໄມ້ສ່ວນຫຼາຍຍັງເຫັນນໍາເຂົ້າມາແຕ່ໄທຍຢູ່ ບໍ່ແມ່ນມີແຕ່ໄທຍດອກ ຫຼາຍປະເທດນໍາເຂົ້າ.”

ກ່ຽວກັບເຣື່ອງດັ່ງກ່າວນີ້ ທ່ານຄໍາສິງ ສີຫາເທບ ປະທານສູນສົ່ງເສີມຜລິຕພັນລາວ ເປີດເຜີຍ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ສິງຫາ 2023 ທີ່ຜ່ານມາວ່າ ທາງສູນ ໄດ້ຜລິດສິນຄ້າປອດສານພິດ ອອກມາຢ່າງຫຼາກຫຼາຍ ໂດຍທີ່ຄົນລາວຜລິດເອງ ເພື່ອຕ້ອງການໃຫ້ຄົນລາວ ໄດ້ໃຊ້ຂອງລາວ ເປັນຕົ້ນ: ສະບູ ທີ່ສະກັດຈາກໝາກໄມ້, ແປ້ງນົວປອດສານພິດ, ຢາສະຜົມ ສະກັດຈາກໝາກຂີ້ຫູດ ແລະນໍ້າຢາລ້າງຖ້ວຍລ້າງຈານ ແຕ່ຜົນຕອບຮັບຈາກສັງຄົມລາວ ຍັງບໍ່ດີເທົ່າທີ່ຄວນ ຕລອດໄລຍະເວລາ 20 ປີ ທີ່ເຣີ່ມຜລິດສິນຄ້າຂາຍພາຍໃນລາວ.

ເຊິ່ງຊາວລາວຫຼາຍຄົນ ຍັງນິຍົມໃຊ້ສິນຄ້າ ຈາກຕ່າງປະເທດຢູ່ ທັ້ງໆທີ່ຜລິຕພັນພາຍໃນປະເທດ ກໍເປັນຜລິຕພັນທີ່ດີ ມີຄຸນນະພາບ ສາມາດກວດສອບແຫຼ່ງທີ່ມາ ຂອງການຜລິດໄດ້ ແລະສິນນຄ້າທຸກຢ່າງ ໄດ້ຮັບການຮອງຮັບຈາກ ກົມອາຫານ ແລະຢາ ກະຊວງສາທາຣະນະສຸຂ ວ່າເປັນຜລິຕພັນທີ່ໄດ້ມາຕຖານ ແລະມີກາໝາຍໂອດ໋ອບ ຮັບຮອງຕື່ມອີກ.

ທ່ານຄໍາສິງ ສີຫາເທບ ກໍຢາກໃຫ້ພາກຣັຖຊ່ອຍສົ່ງເສີມ ໃນເຣື່ອງການຕລາດຢ່າງຈິງຈັງ ເພື່ອໃຫ້ຜລິຕພັນສິນຄ້າຂອງລາວ ກະຈາຍໄປທົ່ວປະເທດ ພ້ອມທັງ ຢາກໃຫ້ຄົນລາວ ເປີດໃຈຮັບຜລິຕພັນຂອງຄົນລາວ ທີ່ຜລິດເອງພາຍໃນໃຫ້ຫຼາຍກວ່ານີ້ ເພື່ອຈະໄດ້ສານຕໍ່ແລະພັທນາສິນຄ້າ ໃຫ້ມີມາຕຖານດີຂຶ້ນ ທຽບເທົ່າກັບສິນຄ້າຕ່າງປະເທດໄດ້, ດັ່ງທ່ານກ່າວວ່າ:

“ກະແມ່ນຄົນລາວນີ້ແຫຼະ ຖືວ່າ ບໍ່ຄ່ອຍມີຄ່ານິຍົມ ໃຊ້ຜລິດຕັບໂຕເອງ ມີຄ່ານິຍົມ ໃຊ້ຜລິຕພັນຂອງຕ່າງປະເທດເປັນສ່ວນໃຫຍ່ ບັດນີ້ ຄັນເວົ້າທາງຣັຖບານ ເພິ່ນກໍບໍ່ໄດ້ມີວິຊາການ ບົດຮໍ່າບົດຮຽນໂຕຈິງວ່າຊັ້ນສາ ບໍ່ເຄີຍເຮັດບໍ່ເຄີຍວ່າ ມັນກໍເປັນໄປບໍ່ໄດ້ ຕລາດນີ້ແຫຼະຖືວ່າ ມັນບໍ່ມີບ່ອນທີ່ເຮົາຈະສົ່ງອອກໄປຂາຍໄດ້.”

ທ່ານຄໍາສິງ ສີຫາເທບ ຍັງກ່າວຕື່ມວ່າ ທີ່ຜ່ານມາ ຣັຖບານລາວ ກໍຊ່ອຍສົ່ງເສີມຢູ່ ແຕ່ບໍ່ຕໍ່ເນື່ອງ ໂດຍສະເພາະ ການສົ່ງເສີມການວາງສະແດງຂາຍສິນຄ້າ ຢູ່ຕາມງານຈັດສະແດງສິນຄ້າຕ່າງໆ ເພື່ອສົ່ງເສີມອຸດສາຫະກັມ ການຜລິດຂນາດນ້ອຍໃນທ້ອງຖິ່ນ ແລະຊ່ອຍຍົກລະດັບຄວາມເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ແຕ່ງານບໍ່ມີຕໍ່ເນື່ອງຕລອດ ເຊິ່ງການສົ່ງເສີມສິນຄ້າ ໃນລັກສະນະດັ່ງກ່າວນີ້ ຈັດຂຶ້ນພຽງ 1-2 ຄັ້ງຕໍ່ປີເທົ່ານັ້ນ ເຮັດໃຫ້ສິນຄ້າຍັງບໍ່ເປັນທີ່ຮູ້ຈັກ ເຊິ່ງພາກຣັຖຄວນຈະສົ່ງເສີມໃຫ້ຫຼາກຫຼາຍກວ່ານີ້ ເຊັ່ນ: ການປຸກລະດົມ, ໂຄສະນາຜລິຕພັນສິນຄ້າລາວ ລວມເຖິງ ການສົ່ງເສີມການຜລິດ ການຫຸ້ມຫໍ່ໃຫ້ໜ້າຊື້ ດືງດູດໃຈ:

“ຣັຖບານຫັ້ນນ່າ ເພິ່ນກໍສົ່ງເສີມຢູ່ ມີຢູ່ ນະໂຍບາຍຂອງເພິ່ນກໍມີ ແຜນການກໍມີ ແຕ່ວ່າ ການຜລິດ ສ່ວນປະກອບຕ່າງໆ ຂອງຢູ່ລາວນີ້ ມັນກໍບໍ່ມີ ເປັນຕົ້ນວ່າ ເຄື່ອງຫຸ້ມຫໍ່ຫຍັງຕ່າງໆນີ້ ການໂຄສະນາ ການປູກຈິດສໍານຶກຂອງລາວ ນີ້ແມ່ນວ່າ ບໍ່ກວ້າງຂວາວງ ແລ້ວກະບໍ່ເລືອກຫຼາກຫຼາຍ.”

ດ້ານເຈົ້າໜ້າທີ່ສະມາຄົມ ຫັດຖະກັມລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວກ່ຽວກັບເຣື່ອງນີ້ວ່າ ປັດຈຸບັນ ໃນປະເທດລາວ ກໍມີສິນຄ້າບາງຊະນິດ ທີ່ຄົນລາວນິຍົມໃຊ້ຄ້າລາວຢູ່ ແຕ່ຍັງບໍ່ຫຼາຍເທົ່າທີ່ຄວນ ເພາະຖານການຜລິດເອງພາຍໃນລາວຍັງໜ້ອຍ ບໍ່ຫຼາກຫຼາຍ ເຊິ່ງທີ່ຜ່ານມາ ທາງຣັຖບານລາວ ກໍມີການສົ່ງເສີມຈັດງານສະແດງສິນຄ້າຢູ່ ລວມເຖິງ ການອົບຮົມການຝຶກວິຊາຊີບ ທັງການປຸກລະດົມ ໂຄສະນາຕ່າງໆ ແຕ່ວ່າ ຍັງບໍ່ທັນທົ່ວເຖິງ:

“ຊິວ່າຫຼາຍຂຶ້ນ ມັນກໍບໍ່ຫຼາຍປານໃດດອກ ກໍຕ້ອງໄດ້ລະດົມເຂົາເຈົ້າແຫຼະ ປູກຈິດສໍານຶກ ໂຄສະນາ ລະດົມເຂົາເຈົ້າ ຄືທາງເຮົາກໍເຮັດ ວາງສະແດງປີລະເທື່ອ ສອງເທື່ອ ສະມາຄົມຕ່າງໆແດ່ເຮັດ ສະພາການຄ້າແດ່ ທາງກະຊວງການຄ້າແດ່.”

ຫຼ້າສຸດນີ້ ທ່ານພູຊົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ກ່າວໃນກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ວ່າ ປັດຈຸບັນ ແມ່ນກໍາລັງຄົ້ນຄວ້າອອກບົດແນະນໍາໃຫ້ບັນດາສໍານັກງານ ແລະຫ້ອງການຂອງຣັຖ ນໍາໃຊ້ຜລິຕພັນລາວ ໃຫ້ຫຼາຍຂຶ້ນ ແລະໄດ້ປຶກສາຫາລື ກັບບັນດາພາກສ່ວນນັກລົງທຶນ ເພື່ອໃຫ້ຫັນມາໃຊ້ວັດຖຸອຸປະກອນຕ່າງໆ ທີ່ລາວສາມາດຜລິດໄດ້ ເພື່ອບໍ່ໃຫ້ເງິນຕຣາຮົ່ວໄຫຼອອກໄປຕ່າງປະເທດ.

ພ້ອມດຽວກັນນີ້ ຜູ້ປະກອບການໃນລາວ ທ່ານນຶ່ງ ກໍກ່າວວ່າ ການໃຫ້ຄົນລາວ ຫັນມາໃຊ້ສິນຄ້າລາວໃຫ້ຫຼາຍຂຶ້ນນີ້ ຍັງເປັນເຣື່ອງຍາກ ແລະຕ້ອງໃຊ້ເວລາດົນຢູ່ ເພາະພາກຣັຖຍັງບໍ່ຈິງຈັງ ຈະສົ່ງເສີມການຜລິດສິນຄ້າ ໃຫ້ໄດ້ຄຸນນະພາບມາຕຖານ ແລະການລະດົມປູກຈິດສໍານຶກ ໃຫ້ຄົນລາວຫັນມາໃຊ້ສິນຄ້າລາວ ປັດຈຸບັນນີ້ ການຜລິດສິນຄ້າໃນລາວ ເຊັ່ນ ດ້ານອາຫານ ກໍຍັງຜລິດໄດ້ໜ້ອຍ ແລະການຜລິດ ກໍຍັງມີຕົ້ນທຶນການຜລິດສູງ ສ່ວນໃຫຍ່ ລາວນໍາເຂົ້າຈາກຕ່າງປະເທດ ຫຼາຍກວ່າຜລິດເອງ:

“ບ້ານເຮົາ ມັນເຮັດບໍ່ໄດ້ ຜລິດບໍ່ໄດ້ສະເອງນ່າ ຜລິດໄດ້ແຕ່ເປັນບາງຢ່າງ ເວົ້າເຣື່ອງຄຸນນະພາບຂອງເຂົາ ມັນກໍແຂງແຮງກວ່າຂອງເຮົາຫັ້ນແຫຼະ ຕ້ອງໄດ້ນໍາເຂົ້າ ເພາະບ້ານເຮົາມັນຍາກໄດ້ຫຼາຍຢ່າງ ແມ່ນແຫຼະ ຢາກໃຫ້ເພິ່ນສົ່ງເສີມຫັ້ນແຫຼະ.”

ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ກະຊວງກະສິກັມ ແລະປ່າໄມ້ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວ່າ ຈະເຮັດໃຫ້ປະຊາຊົນລາວ ຫັນມາໃຊ້ສິນຄ້າລາວ ທີ່ຜລິດເອງຫຼາຍຂຶ້ນນີ້ໄດ້ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງປະຕິບັດຢ່າງຈິງຈັງ ໃນເຣື່ອງການຈໍາກັດສິນຄ້ານໍາເຂົ້າ ໃຫ້ຫຼາຍກວ່ານີ້ ໂດຍສະເພາະ ສິນຄ້າລາວ ທີ່ສາມາຜລິດເອງໄດ້:

“ເຮົາຕ້ອງສະກັດກັ້ນການນໍາເຂົ້າ ນີ້ໃຫ້ຫຼາຍ ການສະກັດກັ້ນ ການນໍາເຂົ້າເຮົາບໍ່ໄດ້ຖືກປະຕິດບັດເທົ່າທີ່ຄວນເດ້ ປັດຈຸບັນນີ້ ຣັຖບານເພິ່ນກະ ພຍາຍາມທີ່ສຸດ ທີ່ຈະເຮັດໃຫ້ຄົນລາວນີ້ຜລິດເອງ ແຕ່ວ່າ ການລື້ງເຄີຍຂອງຄົນເນາະ ຍັງມີການນໍາເຂົ້າຢູ່ຕລອດ ແລ້ວກໍເຮັດໃຫ້ແອນຕີ້ ສິນຄ້າພາຍໃນ.”

ເຈົ້າໜ້າທີ່ກະຊວງກະສິກັມແລະປ່າໄມ້ ທ່ານນີ້ ກ່າວຕື່ມວ່າ ກໍເປັນເຣື່ອງຍາກ ທ້າທາຍຢູ່ລະດັບນຶ່ງ ທີ່ຈະເຮັດໃຫ້ປະຊາຊົນລາວ ຫັນມາໃຊ້ສິນຄ້າລາວທີ່ຜລິດເອງ ເພາະເວລາຈະຜລິດສິນຄ້າເອງ ກໍຕ້ອງໃຊ້ຕົ້ນທຶນທີ່ສູງ ອຸປະກອນຕ່າງໆ ລາວກໍມີໜ້ອຍ ກໍຕ້ອງຈໍາເປັນ ຕ້ອງນໍາເຂົ້າຈາກຕ່າງປະເທດ ເຊັ່ນ: ການຜລິດໄຂ່ໄກ່ ແມ່ນຢູ່ວ່າ ລາວຜລິດເອງໄດ້ ແຕ່ປະເທດລາວກໍຍັງຕ້ອງນໍາເຂົ້າ ແມ່ພັນເຂົ້າມາ ລວມເຖິງຫົວອາຫານຢູ່ຄືເກົ່າ ເພື່ອຄຸນນະພາບໄຂ່ໄກ່ທີ່ດີ:

“ຕົ້ນທຶນການຜລິດຢູ່ພາຍໃນ ມັນຈະສູງກວ່າ ເວົ້າຄວາມຂີ້ຮ້າຍສາ ເວົ້າເຣື່ອງໄຂ່ໄກ່ ຜລິດຢູ່ພາຍໃນນິ່ ແມ່ພັນເຮົານໍາເຂົ້າ ລູກໄກ່ເຮົາກໍນໍາເຂົ້າ ອາຫານສ່ວນນຶ່ງກໍນໍາເຂົ້າ ສະນັ້ນ ຕົ້ນທຶນການຜລິດ ເອົາກະຈະສູງ.”

ທີ່ຜ່ານມາ ໃນປີ 2022 ທາງຣັຖບານລາວ ກໍມີມາຕການ ຈໍາກັດ ການນໍາເຂົ້າສິນຄ້າຢູ່ ເພື່ອຈະສົ່ງເສີມການຜລິດພາຍໃນໃຫ້ມີຄວາມເຂັ້ມແຂງ ແລະຫຼາຍຂຶ້ນ ສາມາດໃຫ້ຊາວລາວທໍາມາຫາກິນໄດ້ກຸ້ມຕົນເອງໄດ້ ແລະຍັງສາມາດຜລິດເປັນສິນຄ້າ ຢູ່ພາຍໃນໄດ້ ໂດຍບໍ່ຈໍາເປັນ ຕ້ອງນໍາສິນຄ້າຈາກຕ່າງປະເທດເຂົ້າມາ.

ແຕ່ການປະຕິບັດມາຕການ ຈໍາກັດການນໍາເຂົ້າສິນຄ້າ ຍັງເປັນເຣື່ອງຫຍຸ້ງຍາກຫຼາຍ ເນື່ອງຈາກ ການຜລິດສິນຄ້າຂອງຊາວລາວຍັງໜ້ອຍ ແລະບາງສິນຄ້າ ສາມາດຜລິດໄດ້ບາງຢ່າງເທົ່ານັ້ນ.

ອີງຕາມການຣາຍງານ ຂອງທ່ານ ສອນໄຊ ສີພັນດອນ ທີ່ຕອນນັ້ນ ຍັງເປັນຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງແຜນການ ແລະການລົງທຶນ ໄດ້ຣາຍງານ ໃນເດືອນມົກກະຣາ ປີ 2022 ວ່າ ສິນຄ້າທີ່ທາງຣັຖບານຫ້າມນໍາເຂົ້ານັ້ນ ກໍມີ ຜັກ 6 ຊະນິດ ຄື: ຜັກກະລໍ່າປີດອກຂຽວ, ຜັກກະລໍ່າປີດອກຂາວ, ຜັກກະລໍ່າປີ, ຫົວຜັກທຽມ, ຫົວຜັກບົ່ວ, ໝາກເຜັດ ແລະຜັກກາດຂາວ.

ດ້ານສັດລ້ຽງ ແລະການປະມົງ ຣັຖບານກໍຫ້າມ ງົວ, ໝູ, ແບ້, ໄກ່ສຸດໄຂ່, ເປັດ, ຫ່ານ. ສ່ວນປະເພດຜລິຕພັນສັດ ແລະສັດນໍ້າ ປະກອບດ້ວຍ ໄຂ່ໄກ່, ຊີ້ນໝູ, ຊີ້ນງົວ, ຊີ້ນແບ້, ຊີ້ນເປັດ, ຊີ້ນຫ່ານ, ຊິ່ນສ່ວນ ແລະເຄື່ອງໃນສັດທຸກປະເພດ ແລະປານິນ, ປາໄນ, ປານໍ້າຈືດທຸກຊະນິດ.

ປັດຈຸບັນ ປະເທດລາວ ກໍມີສິນຄ້າຂອງຕົນເອງຫຼາຍຢ່າງຢູ່ ທີ່ໄດ້ຮັບຄວາມນິຍົມ ຈາກຊາວລາວ ແລະຊາວຕ່າງປະເທດ ເຊັ່ນ: ເບັຍລາວ ນອກຈາກນັ້ນ ລາວກໍມີສິນຄ້າໂອດ໋ອບ ຫຼື ນຶ່ງເມືອງນຶ່ງຜລິຕພັນ ເຊິ່ງສ່ວນຫຼາຍກໍແມ່ນສິນຄ້າປະເພດຫັດຖະກັມ.

ແຕ່ຜູ້ຜລິດສິນຄ້າໂອດ໋ອບ ໃນຫຼາຍແຂວງ ຍັງຕ້ອງການຄວາມຊ່ອຍເຫຼືອ ຈາກຣັຖບານ ເຣື່ອງສະຖານທີ່ຈໍາໜ່າຍສິນຄ້າ, ການຝຶກອົບຮົມກ່ຽວກັບ ການໃຊ້ເຕັກນິກໃນການຜລິດ ແລະຂາຍສິນຄ້າ, ການໂຄສະນາ ແລະສົ່ງເສີມການຊື້-ຂາຍສິນຄ້າ ໃຫ້ເປັນທີ່ຮູ້ຈັກຂອງປະຊາຊົນພາຍໃນປະເທດ ລວມເຖິງການໃຫ້ເງິນທຶນສນັບສນູນ ເພື່ອຍົກລະດັບການຜລິດສິນຄ້າໂອດ໋ອບ ໃຫ້ໄດ້ຄຸນນະພາບມາຕຖານສາກົລ.

ຫຼ້າສຸດນີ້, ໃນໄລຍະກາງເດືອນສິງຫາ ປີ 2022 ມີສິນຄ້າ ໄດ້ຮັບອະນຸຍາດໃຫ້ນໍາໃຊ້ກາໝາຍໂອດ໋ອບທັງໝົດ 277 ຫົວໜ່ວຍ, ມີ 1,019 ຜລິຕພັນ, ກວມເອົາ 264 ບ້ານ, 108 ເມືອງ ໃນຂອບເຂດທົ່ວປະເທດ ໃນນັ້ນເປັນສິນຄ້າປະເພດ ຫັດຖະກັມຫຼາຍກ່ອນໝູ່ ຄື ມີ 151 ຫົວໜ່ວຍ, 714 ຜລິຕພັນ, ຮອງລົງມາ ແມ່ນສິນຄ້າປະເພດອາຫານ ແລະເຄື່ອງດື່ມ 113 ຫົວໜ່ວຍ, 243 ຜລິຕພັນ ແລະສິນຄ້າປະເພດຢາພື້ນເມືອງ 13 ຫົວໜ່ວຍ, 62 ຜລິຕພັນ.

ຖືວ່າ ສິນຄ້າທີ່ຜລິດໃນລາວ ເພີ່ມຂຶ້ນຢ່າງວ່ອງໄວ ແຕ່ປະຊາຊົນລາວຫຼາຍຄົນ ບໍ່ໄດ້ໃຫ້ຄວາມສົນໃຈ ໃນສິນຄ້າລາວເທົ່າທີ່ຄວນ ເພາະບໍ່ໄດ້ເປັນທີ່ຮູ້ຈັກເຖິງຄຸນນະພາບທີ່ດີ ເມື່ອທຽບເທົ່າກັບສິນຄ້າຕ່າງປະເທດ ເຊິ່ງບັນຫານີ້ຈຶ່ງເຣື່ອງຍາກ ທ້າທາຍລະດັບນຶ່ງຂອງຣັຖບານລາວ ທີ່ຈະໃຫ້ຄົນລາວ ນິຍົມໃຊ້ສິນຄ້າຂອງລາວທີ່ຜລິດເອງ ສະນັ້ນ ປະເທດລາວ ຈຶ່ງຍັງຕ້ອງນໍາເຂົ້າສິນຄ້າ ຈາກຕ່າງປະເທດຕລອດ ແຕ່ການຜລິດສົ່ງອອກກັບໜ້ອຍ ຈຶ່ງເຮັດໃຫ້ທີ່ຜ່ານມາ ປະເທດລາວ ຂາດດຸນການຄ້າມາຕລອດ.

ອີງຕາມການຣາຍງານ ຂອງສູນຂໍ້ມູນຂ່າວສານ ທາງດ້ານການຄ້າ ຂອງສປປ ລາວ ຣາຍງານວ່າ ໃນເດືອນມົກກະຣາ ປີ 2023 ຍັງພົບວ່າ ລາວ ຂາດດຸນການຄ້າ ປະມານ 13 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງມູນຄ່າການນໍາເຂົ້າຫຼາຍກວ່າສົ່ງອອກ ປະມານ 474 ລ້ານໂດລ້າຣ໌ສະຫະຣັຖ ສ່ວນມູນຄ່າການສົ່ງອອກ ປະມານ 461 ລ້ານໂດລ້າຣ໌ ສະຫະຣັຖ ຍ້ອນ ລາວ ຍັງບໍ່ສາມາດຜລິດສິນຄ້າບາງປະເພດໄດ້ ຈໍາເປັນ ຕ້ອງໄດ້ນໍາເຂົ້າຈາກຕ່າງປະເທດ.

ສ່ວນໃນປີ 2022 ທີ່ຜ່ານມາ ໃນໄລຍະເດືອນເມສາ ຫາເດືອນທັນວາ ປະເທດລາວ ກໍຂາດດຸນການຄ້າ ຕລອດ 9 ເດືອນ ປະມານ 23 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງມີການນໍາເຂົ້າສິນຄ້າ ປະມານ 556 ລ້ານໂດລ້າຣ໌ສະຫະຣັຖ ຫຼາຍກວ່າການສົ່ງອອກສິນຄ້າ ປະມານ 532 ລ້ານໂດລ້າຣ໌ສະຫະຣັຖ.

ຢ່າງໃດກໍຕາມ ມູນຄ່າລວມທັງໝົດ ໃນປີ 2022 ລາວ ຂາດດຸນການຄ້າ ປະມານ 926 ລ້ານໂດລ້າຣ໌ສະຫະຣັຖ ເຊິ່ງມີການນໍາເຂົ້າສິນຄ້າ ປະມານ  6,787 ລ້ານໂດລ້າຣ໌ສະຫະຣັຖ ຫຼາຍກວ່າການສົ່ງອອກສິນຄ້າ ປະມານ 5,861 ລ້ານໂດລ້າຣ໌ສະຫະຣັຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.