ຣັຖບານ ຈະຂຍາຍສັນຍານ ໂທຣະສັບມືຖື ໃຫ້ທົ່ວປະເທດ ພາຍໃນປີ 2025

ສຸພັດຕາ
2023.08.07
ຣັຖບານ ຈະຂຍາຍສັນຍານ ໂທຣະສັບມືຖື ໃຫ້ທົ່ວປະເທດ ພາຍໃນປີ 2025 ປະຊາຊົນກຳລັງເລືອກໂທລະສັບມືຖື ຫຼື Smart Phone ທີ່ຫ້າງຊັພສິນຄ້າແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ວັນທີ 3 ເດືອນສິງຫາ 2023.
ນັກຂ່າວ ພົລເມືອງ

ປັດຈຸບັນ ປະຊາຊົນລາວ ມີຄວາມຕ້ອງການຊົມໃຊ້ໂທຣະສັບມືຖື (Smartphone) ແລະ ອິນເຕີເນັດຫຼາຍຂຶ້ນ ຍ້ອນວ່າ ຄວາມຈຳເປັນໃນການຕິດຕໍ່ສື່ສານ ລະຫວ່າງກັນ ໂດຍສະເພາະ ການຄ້າຂາຍເຄື່ອງອອນລາຍນ໌, ການໂອນເງິນ ຜ່ານໂທຣະສັບມືຖື ລວມທັງ ການຮັບຂ່າວສານ ແລະຄວາມບັນເທີງ ຈາກສື່ສັງຄົມຕ່າງໆ. ຢ່າງໃດກໍຕາມ, ຍັງມີຫຼາຍຈຸດຫຼາຍເຂດ ໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ
ທີ່ສັນຍານໂທຣະສັບມືຖື ແລະອິນເຕີເນັດ ຍັງເຂົ້າໄປບໍ່ເຖິງ ເຊິ່ງເປັນອຸປະສັກສຳຄັນ ຕໍ່ການພັທນາ ໃນດ້ານໂທລະຄົມມະນາຄົມ ຢູ່ລາວ. ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມໄປຍັງ ຊາວບ້ານນາງນຶ່ງ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ກ່າວວ່າ ຢູ່ໃກ້ເມືອງໃຫຍ່ ສັນຍານໂທຣະສັບມືຖື ກໍມີຢູ່ ແຕ່ກໍມີຫຼາຍເວລາ ທີ່ສັນຍານບໍ່ດີ.

ດັ່ງທີ່ນາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ສິງຫາ 2023 ນີ້ວ່າ:

ຍັງມີຢູ່ ແຕ່ສັນຍານບໍ່ດີ ບາງເທື່ອກະສົ່ງ WhatsApp’s ບໍ່ໄດ້.”
ທາງດ້ານ ຊາວບ້ານອີກນາງນຶ່ງ ຢູ່ເມືອງປາກງື່ມ ນະຄອນຫຼວງວຽງຈັນ ກ່າວວ່າ ຢູ່ຂົງເຂດຂອງນາງ ເຖິງແມ່ນວ່າຈະມີສັນຍານໂທຣະສັບມືຖື ແລະ ອິນເຕີເນັດແຕ່ວ່າ ອິນເຕີເນັດກໍຊ້າຫຼາຍ ລູກຂອງນາງ ຕ້ອງໄດ້ປີນຕົ້ນໄມ້ ເພື່ອຫາສັນຍານໂທຣະສັບສຳລັບຫຼິ້ນເກມ:

ເທິງຕົ້ນຂາມພຸ້ນ ລູກຂ້ອຍປີນຫາສັນຍານໂທຣະສັບ ຫຼິ້ນເກມ ບ້ານນາເພິ່ນບໍ່ມີສັນຍານ ກໍເລີຍປີນກົກໄມ້.”
ຂະນະທີ່ ຊາວບ້ານຜູ້ນຶ່ງ ຢູ່ເມືອງໂພນຫວັນ ແຂວງຊຽງຂວາງ ກ່າວວ່າ ຢູ່ໃນເຂດແຂວງຊຽງຂວາງ ຊາວບ້ານນິຍົມໃຊ້ໝາຍເລຂໂທຣະສັບ ຂອງເຄືອຂ່າຍຢູນິເທວ ຫຼັກ 9 ແລະລາວໂທຣະຄົມ ຫຼັກ 5 ຫຼາຍກວ່າໝູ່ ຍ້ອນວ່າ ມີສັນຍານດີ ໂດຍສະເພາະ ໃນເຂດໂຕເມືອງ ແລະຄ່າໂທຣະສັບ ບໍ່ໄດ້ແພງຫຼາຍປານໃດ:

ບໍ່ມີ (ບັນຫາ) ສ່ວນຫຼາຍ ກໍໃຊ້ປົກກະຕິຢູ່ຫັ້ນນ່າ. ແມ່ນຫຼັກ 9 ກະຫຼັກ 5 ໄດ໋ (ຄົນໃຊ້ຫຼາຍ).”
ລາວກ່າວຕື່ມວ່າ ເຖິງແມ່ນວ່າ ໃນເຂດເທສບານແຂວງ ຈະມີສັນຍານຊັດເຈນ ແຕ່ໃນເຂດຫ່າງໄກສອກຫຼີກ ກໍຍັງມີບັນຫາ ເຣື່ອງສັນຍານໂທຣະສັບອ່ອນຢູ່.

ທາງດ້ານ ຊາວບ້ານ ອີກນາງນຶ່ງ ຢູ່ເມືອງລະມາມ ແຂວງເຊກອງ ກ່າວວ່າ ເຄືອຂ່າຍໂທຣະສັບ ທີ່ມີບັນຫາສັນຍານອ່ອນຫຼາຍ ກໍແມ່ນເຄືອຂ່າຍຢູນິເທວ ຫຼັກ 9, ຊາວບ້ານຈຶ່ງນິຍົມໃຊ້ ເຄືອຂ່າຍລາວໂທຣະຄົມ ຫຼັກ 5 ຫຼາຍກວ່າ:

ສ່ວນຫຼາຍ ກໍຈະເປັນຫຼັກ 9 ຫັ້ນແຫຼະ ແບບສັນຍານອ່ອນຫັ້ນນ່າ ຄວາມໝາຍວ່າ. ແບບຊ້າກະແມ່ນ ຄືປົກກະຕິເຮົາຊິເຂົ້າຫຍັງ ມັນກໍຕ້ອງໄດ້ອະນຸຍາດ ແມ່ນຫຍັງຫັ້ນນ່າ. ໂອ, ຖ້າທຽບກັບຫຼັກອື່ນ ສັນຍານຫຼັກ 5 ມັນກໍໂອເຄໃດ໋. ບ່ອນບໍ່ມີ (ສັນຍານໂທຣະສັບ) ມັນກະຍັງມີຢູ່ ກະໂຕນີ້ ເຮົາຊິເວົ້າກະ ມັນກໍມີທຸກເມືອງຫັ້ນແຫຼະ ກະໄປແຕ່ວ່າ ແຕ່ລະເຂດກໍມີແຫຼະ ເຂດບໍ່ມີ.”
ນາງກ່າວຕື່ມວ່າ ປັດຈຸບັນນີ້, ມີໂທຣະສັບມືຖື smartphone ຈາກຈີນ ທີ່ມີຣາຄາຖືກ ເຂົ້າມາຂາຍຢູ່ລາວຫຼາຍຂຶ້ນ ເຮັດໃຫ້ຊາວບ້ານເຂົ້າເຖິງໂທຣະສັບມືຖື ໄດ້ງ່າຍຂຶ້ນ ແຕ່ວ່າ
ໂທຣະສັບມືຖືຈີນ ກໍມີຄຸນນະພາບ ແລະອາຍຸການໃຊ້ງານ ໜ້ອຍກວ່າໂທຣະສັບມືຖືຂອງຜູ້ຜລິດຊັ້ນນຳ ທີ່ລາຄາແພງກວ່າ.

ນອກຈາກນີ້ແລ້ວ, ພັຍທັມມະຊາຕ ທີ່ເກີດຂຶ້ນຢູ່ໃນລາວໃນປັດຈຸບັນ ເປັນຕົ້ນ ຝົນຕົກໜັກ ແລະນ້ຳຖ້ວມ ກໍ່ເປັນເຫດ ໃຫ້ການແຜ່ກະຈາຍສັນຍານໂທຣະສັບມືຖືຂັດຂ້ອງ ຍ້ອນພັຍທັມມະຊາຕ ເຮັດໃຫ້ລະບົບໄຟຟ້າດັບ ສົ່ງຜົລໃຫ້ເສົາສົ່ງສັນຍານໂທຣະສັບມືຖື ບໍ່ສາມາດສົ່ງສັນຍານ ໄດ້ຕາມປົກກະຕິ ລວມທັງສະພາບການນ້ຳຖ້ວມ ກໍເຮັດໃຫ້ນາຍຊ່າງ ບໍ່ສາມາດເຂົ້າພື້ນທີ່ ເພື່ອໄປແກ້ໄຂສ້ອມແປງ ເສົາສັນຍານໂທຣະສັບມືຖື ໄດ້ຢ່າງທັນທີ ແລະ ໄວວາໄດ້. ດັ່ງທີ່ ເຈົ້າໜ້າທີ່ທ້ອງຖິ່ນ ນາງນຶ່ງ ຢູ່ແຂວງສວັນນະເຂດ ລະບຸໃນສື່ສັງຄົມອອນລາຍນ໌ຂອງນາງ ໃນມື້ດຽວກັນນີ້ວ່າ ຢູ່ເຂດບ້ານນາທົ່ມ ເມືອງອາດສະພອນ ແຂວງສວັນນະເຂດ ຝົນຕົກໜັກ, ນ້ຳຖ້ວມ, ເສົາໄຟຟ້າຫັກ, ໄຟດັບ, ສັນຍານໂທຣະສັບບໍ່ມີ ບໍ່ສາມາດຕິດຕໍ່ໄດ້.
ເຣື່ອງສັນຍານໂທຣະສັບຢູ່ລາວ ທີ່ເກີດບັນຫາຂັດຂ້ອງ ຢູ່ເປັນປະຈຳ ເຮັດໃຫ້ຊາວລາວ ຈຳນວນນຶ່ງ ທີ່ຢູ່ຕາມຊາຍແດນລາວກັບຕ່າງປະເທດ ໂດຍສະເພາະ ປະເທດໄທຍ ກໍໄດ້ພາກັນໃຊ້ເລຂໂທຣະສັບໄທຍ, ດັ່ງທີ່ຊາວບ້ານ ນາງນຶ່ງ ຢູ່ແຂວງບໍ່ແກ້ວ ກ່າວວ່າ:

ອັນນີ້ບໍ່ແມ່ນ ບໍ່ແມ່ນວ່າມາຮຽນຢູ່ໄທຍ. ຄືຂ້ອຍ ຢູ່ແປະກັບໄທຍ ກະເລີຍໃຊ້ເບີໄທຍແດ່.”
ນອກຈາກນີ້ແລ້ວ, ກໍປະກົດວ່າ ມີແມ່ຄ້າຊາວລາວຜູ້ນຶ່ງ ນຳຊິມໂທຣະສັບໄທຍ ມາຂາຍໃນສື່ສັງຄົມອ໋ອນລາຍນ໌ຢູ່ລາວ ໂດຍມີເປົ້າໝາຍລູກຄ້າ ເປັນຊາວລາວທີ່ຈະໄປປະເທດຈີນ ຍ້ອນວ່າ ຊິມໂທຣະສັບໄທຍ ສາມາດເຊື່ອມຕໍ່ສັນຍານໂທຣະສັບ ແລະອິນເຕີເນັດ
ຂອງຈີນໄດ້.

ປັດຈຸບັນ, ປະເທດລາວ ມີຜູ້ໃຫ້ບໍຣິການໂທຣະສັບ ຈຳນວນ 4 ບໍຣິສັດ ປະກອບມີ:

  1. ບໍຣິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຫຼື ລາວໂທລະຄົມ (Lao Telecom) ເປັນບໍຣິສັດຮ່ວມທຶນ ລະຫວ່າງຣັຖບານລາວ ແລະ ບໍຣິສັດ ເຊນິງຕັນ ອິນເວສເມນຕ໌ ມະຫາຊົນ ຂອງປະເທດໄທຍ.
    2. ບໍຣິສັດ ສະຕາ ໂທລະຄົມ ຈຳກັດ ຫຼື ຢູນິເທວ (Unitel) ເປັນບໍຣິສັດຮ່ວມທຶນລະຫວ່າງຣັຖບານລາວ ແລະ ບໍຣິສັດ ວຽດເທລ ກຣຸບ (Viettel Group) ເຊິ່ງເປັນບໍຣິສັດໂທລະຄົມມະນາຄົມ ຂອງກະຊວງປ້ອງກັນປະເທດວຽດນາມ.
    3. ບໍຣິສັດ ອີທີແອລ ຈຳກັດ ຫຼື ອີທີແອລ (ETL) ເປັນບໍຣິສັດຮ່ວມທຶນ ລະຫວ່າງຣັຖບານລາວ ແລະ ບໍຣິສັດ ຮົ່ງກົງ ເຈັ້ຽຝູ ໂຮລດິງສ໌ ຈຳກັດ (Hongkong Jiafu Holdings Co., Ltd.) ຂອງປະເທດຈີນ.
    4. ບໍຣິສັດ ເບສເທເລຄອມ ຈຳກັດ ຫຼື ເບສເທເລຄອມ (Best Telecom) ເປັນບໍຣິສັດຮ່ວມທຶນລະຫວ່າງ ບໍຣິສັດຣັຖ ສະກາຍ ໂທຣະຄົມ (Sky Telecom State Company) ຂອງຣັຖບານລາວ ແລະ ບໍຣິສັດ ບີເອສເຄ ລົງທຶນ ແລະບໍຣິການ ຈຳກັດຜູ້ດຽວ.

ທີ່ຜ່ານມາ, ຣັຖບານລາວ ກໍໄດ້ພຍາຍາມ ປັບປຸງ ການສົ່ງສັນຍານໂທຣະສັບ ແລະອິນເຕີເນັດ.

ໃນກອງປະຊຸມສມັຍສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕລາວ ຊຸດທີ 9, ທ່ານ ສາສດາຈານ ດຣ. ບໍ່ວຽງຄໍາ ວົງດາລາ ຣັຖມົນຕຣີກະຊວງເຕັກໂນໂລຈີ ແລະ ການສື່ສານ ໄດ້ຊີ້ແຈງວ່າ ໄລຍະຜ່ານມາ ນັກລົງທຶນບໍ່ຢາກເຂົ້າໄປລົງທຶນ ດ້ານໂທລະຄົມ ຢູ່ເຂດຫ່າງໄກສອກຫຼີກ ຍ້ອນມີຜູ້ຊົມໃຊ້ໂທຣະສັບໜ້ອຍ ເຊິ່ງບໍ່ຄຸ້ມຄ່າກັບການລົງທຶນ. ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ກະຊວງເຕັກໂນໂລຈີ ແລະ ການສື່ສານ ກໍມີວິທີແກ້ໄຂຢູ່:

ຢູ່ເຂດຫ່າງໄກສອກຫຼີກ ຊີເຮັດແນວໃດ ດຽວນີ້ ປະຊາຊົນຍັງບໍ່ທັນມີ. ແມ່ນອັນນີ້ໂຕຈິງ ພາຍຫຼັງທີ່ຂ້າພະເຈົ້າມາຢູ່ກະຊວງນີ້ ຂ້າພະເຈົ້າກໍໄດ້ໃຫ້ມີການສລຸບສະຖິຕິ ເບິ່ງວ່າ ຍັງມີບ້ານຈຳນວນນຶ່ງ ຍັງບໍ່ທັນມີຢູ່ເຂດຫ່າງໄກສອກຫຼີກ ແລະເວລາຂ້າພະເຈົ້າ ລົງໄປເຮັດວຽກຕ່າງແຂວງ ກະໄດ້ໄປຖາມ ນຳທາງຜແນກ ເຫດຜົລກໍຍ້ອນຢູ່ເຂດຫ່າງໄກສອກຫຼີກ ລະບໍ່ມີໃຜຢາກໄປລົງທຶນ ສະນັ້ນ ພວກຂ້າພະເຈົ້າ ໄດ້ມີ 2 ວິທີ ເພື່ອໄປແກ້ບັນຫາດັ່ງກ່າວ ແລະຄາດວ່າ ປີ 2025 ຈະແກ້ສຳເຣັດ.”
ໂດຍວິທີ ທີ່ ທ່ານ ສາສດາຈານ ດຣ. ບໍ່ວຽງຄຳ ວົງດາລາ ສເນີ ມີດັ່ງນີ້.
1. ສ້າງຕັ້ງກອງທຶນໂທລະຄົມ ແລະ ຫັນເປັນດິຈິຕອລ ໂດຍຈະເອົາຣາຍຮັບ ຈາກບັນດາບໍຣິສັດທີ່ ບໍຣິການກ່ຽວກັບວຽກງານໂທລະຄົມ ແລະ ໄອທີ ເຂົ້າມາຮັບໃຊ້ກອງທຶນດັ່ງກ່າວ,
ຖ້າຫາກມີເຂດຫ່າງໄກສອກຫຼີກໃດ ໃນທົ່ວປະເທດ ທີ່ນັກລົງທຶນບໍ່ຢາກເຂົ້າໄປລົງທຶນ 100%, ຈະນໍາໃຊ້ເງິນກອງທຶນນີ້ ເຂົ້າໄປສົມທົບກັບນັກລົງທຶນ ເພື່ອລົງທຶນສ້າງລະບົບໂທລະຄົມໃນເຂດດັ່ງກ່າວ.
2. ຈະມີນະໂຍບາຍ ໃຫ້ບໍຣິສັດທີ່ເຂັ້ມແຂງ ເຊິ່ງອາຈເປັນບໍຣິສັດ ລາວໂທລະຄົມ, ບໍຣິສັດ ສະຕາໂທລະຄົມ ຫຼື ເຄືອຂ່າຍໃດກໍໄດ້ ທີ່ມີຄວາມເຂັ້ມແຂງພໍ ເພື່ອເຂົ້າໄປລົງທຶນ
ໃນເຂດ ຫ່າງໄກສອກຫຼີກນັ້ນສະເພາະ ໂດຍບໍ່ອະນຸຍາດໃຫ້ບໍຣິສັດອື່ນ ເຂົ້າໄປລົງທຶນຕື່ມ ເພື່ອບໍ່ໃຫ້ເກີດບັນຫາ ການຍາດ ແຍ່ງຕລາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.