ເງິນກີບອ່ອນຄ່າ ຂຶ້ນແທ່ນອັນດັບ 3 ຂອງໂລກ
2023.08.09
ອີງຕາມການຣາຍງານ ຂອງເວບໄຊຕ໌ ທຸຣກິຈເອເຊັຽ ຫລື Business News Asia ວ່າ ເງິນກີບ ໃນປັດຈຸບັນອ່ອນຄ່າ ເປັນອັນດັບ 3 ຂອງໂລກ ເຊິ່ງຮອງຈາກເງິນ ຣຽນ (Rial) ອີຫຣ່ານ ແລະ ເງິນດົງ ຂອງວຽດນາມ. ປັດຈຸບັນ ຊາວລາວຫລາຍຄົນຍັງຈົ່ມກັນວ່າ ເງິນກີບລາວ ກໍຍັງເຟີ້ເພີ່ມຂຶ້ນ ແລະຍັງອ່ອນຄ່າລົງຕໍ່ເນື່ອງ ບໍ່ມີແນວໂນ້ມວ່າ ຈະຢຸດຫນິ່ງ ມາຮອດວັນທີ 9 ສິງຫາ 2023 ນີ້ 1,000 ບາທ ສາມາດແລກເງິນກີບໄດ້ 600,000 ກີບ ສ່ວນເງິນ 1 ໂດລ້າ ສະຫະຣັຖ ສາມາດແລກເງິນກີບໄດ້ປະມານ 20,000 ກີບ ເຊິ່ງຄ່າເງິນກີບ ເພີ່ມຂຶ້ນມາໄດ້ 2-3 ມື້ ບໍ່ມີແນວໂນ້ມຈະຫລຸດລົງ ແລະ ສິນຄ້າທຸກຢ່າງ ກໍແພງຂຶ້ນຕາມ.
ດັ່ງ ຊາວຄ້າຂາຍ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນວັນທີ 9 ສິງຫາ ນີ້ວ່າ:
“ແລກບາທ ຄັນ ເຣດນອກ ລະແມ່ນ 6 ແສນ ຫາກວ່າໄດ້ 3-4 ມື້ ແພງໝົດທຸກອັນ ຂຶ້ນປະມານ ຢ່າງລະ 4-5 ພັນ ທຸກມື້ນີ້ ຫາກິນແທບຈະບໍ່ໄຫວແລ້ວນີ້ ຈະໃຫ້ເກັບໃຫ້ຖອນນີ້ບໍ່ມີເລີຍ ຄິດວ່າ ບາງຄົນທີ່ເຂົາບໍ່ມີເຮັດວຽກ ກິນເງິນເດືອນອິຫຍັງຫັ້ນນ່າ ເຂົາຈະເອົາໃສມາຊື້ກິນ ທຸກຢ່າງມັນແພງໝົດ ເງິນເດືອນຖືກ ໂອ້ຍ ບໍ່ເຫັນມີແກ້ໄຂ ອີ່ຫຍັງຈັກສິ່ງຈັກຢ່າງ.”
ຊາວລາວ ທ່ານນີ້ ຍັງກ່າວຕື່ມວ່າ ສ່ວນໃຫຍ່ຊາວລາວ ຍັງແລກປ່ຽນເງິນຕຣາຕ່າງປະເທດ ຢູ່ນອກທະນາຄານຄືເກົ່າ ເພາະທາງ ທະນາຄານຂອງລາວ ຍັງຂາດແຄນ ເງິນຕຣາຕ່າງປະເທດ ແລະ ການຄ້າຂາຍຂອງບັນດາ ແມ່ຄ້າພໍ່ຄ້າ ບໍ່ໄດ້ກໍາໄລຫລາຍ ແລະ ຂາຍກໍບໍ່ໄດ້ດີຄືແຕ່ກ່ອນ ນອກຈາກນີ້ ທ່ານເອງກໍມີ ຍາດພີ່ນ້ອງເຮັດວຽກ ພະນັກງານຣັຖ ປັດຈຸບັນນີ້ ພະນັກງານຣັຖ ລາອອກກັນຫລາຍແລ້ວ ເພາະຄ່າຄອງຊີພສູງ ແຕ່ເງິນເດືອນຕ່ໍາ ບໍ່ພໍກິນ ໃນການໃຊ້ຈ່າຍໃນແຕ່ລະວັນ ແລະ ແຕ່ລະເດືອນ.
“ສ່ວນຫລາຍ ຂາຍເຄື່ອງ ກໍ ຈະຂາຍຍາກຫັ້ນນ່າ ເຂົາເຈົ້າກໍປະຢັດເງິນໄວ້ຊື້ກິນຫລາຍກວ່າ ໂອ້ຍ ຢູ່ຍາກເລີຍ ພະນັກງານຢາກລາອອກວຽກ ແທບຈະທຸກຄົນບໍ່ ດຽວນີ້ນ່າ ເງິນເດືອນພະນັກງານຣັຖຕ່ໍາສຸດ ດຽວນີ້ກໍຈະປະມານ ລ້ານ 3 ຫລື ລ້ານ 5 ນີ້ແຫລະ ແລະ ຄ່ານ້ໍາ, ຄ່າໄຟ, ຄ່າເຂົ້າ ແມ່ນແຕ່ວ່າ ເຂົ້າດຽວນີ້ ຄັນປຽບທຽບ ໃສ່ເງິນບາທນ່າ ມື້ນຶ່ງ 300 ແລ້ວ.”
ຂະນະທີ່ຊາວລາວ ທ່ານນຶ່ງ ກໍໃຫ້ຄວາມຄິດເຫັນວ່າ ກໍສົມຄວນທີ່ເງິນກີບລາວ ຈະອ່ອນຄ່າຫລາຍທີ່ສຸດ ຕິດອັນດັບ 3 ຂອງໂລກ ເພາະ ຣັຖບານລາວ ບໍ່ສາມາດແກ້ໄຂໄດ້ເທື່ອ ຕັ້ງແຕ່ຕົ້ນປີ 2023 ຈົນມາຮອດປັດຈຸບັນນີ້ ສພາບເງິນກີບລາວ ກໍຍັງເຟີ້ເພີ່ມຂຶ້ນ ແລະ ເງິນກີບຍັງອ່ອນຄ່າຕໍ່ເນື່ອງ ຄ່າຄອງຊີພ ກໍສູງຕາມ ເຊິ່ງຖ້າອນາຄົດ ເງິນກີບຍັງອ່ອນຄ່າ ແບບນີ້ ປະເທດລາວ ຈະເປັນປະເທດ ທີ່ຄົນລາວບໍ່ຢາກຢູ່ອາໄສ ມີແຕ່ຄົນຍາກຫລັ່ງໄຫລ ອອກນອກປະເທດ.
“ແຕ່ຕົ້ນປີມາ ມັນກະພຸ່ງຂຶ້ນ ພຸ່ງຂຶ້ນ ແຕ່ກໍເຮັດຫຍັງບໍ່ໄດ້ ຖ້າເລືອກໄດ້ນ່າ ຢາກເລືອກໄປເກີດຢູ່ໄທຍດີກວ່າ ເປັນອິສະຣະ. ອັນນີ້ບໍ່ຍຸຕິທັມເລີຍ ກົດໝາຍມີໄວ້ສະເພາະຄົນມີເງິນ ບອກເລີຍ ປະເທດລາວ ຍັງມືດແຮງ ຣັຖບານບໍ່ແກ້ໄຂ. ຖ້າຣັຖບານຍັງເປັນແບບນີ້ ຄົນຈະຫລັ່ງໄຫລ ອອກນອກປະເທດໝົດ.”
ຂະນະດຽວກັນ ຜູ້ປະກອບການ ທ່ານນຶ່ງ ກໍກ່າວວ່າ ປັດຈຸບັນ ທະນາຄານທຸຣກິຈ ໃນລາວ ກໍຍັງບໍ່ມີເງິນຕຣາຕ່າງປະເທດ ໃຫ້ຊາວລາວແລກຄືເກົ່າ ຫລາຍຄົນຍັງຕ້ອງໄປຫາແລກປ່ຽນເງິນຕຣາຢູ່ຕລາດມືດ, ຫລ້າສຸດນີ້ ອັດຕຣາແລກປ່ຽນເງິນບາທ ເປັນເງິນກີບ ກໍປັບຂຶ້ນອີກແລ້ວ ເຊິ່ງ 1 ບາທ ແລກກີບໄດ້ 600 ກີບ ຫາກໍຂຶ້ນມາໄດ້ 2-3 ມື້, ຖ້າໃນຕໍ່ໜ້າ ເງິນກີບຈະອ່ອນຄ່າລົງໄປອີກ ຈົນເຖິງຂັ້ນເງິນກີບບໍ່ມີຄ່າ ຊາວລາວຕ້ອງທໍາໃຈ ເພາະເຮັດຫຍັງບໍ່ໄດ້ ຖ້າຊາວລາວປະທ້ວງ ຫລືເວົ້າໃຫ້ຣັຖບານລາວ ໃນທາງທີ່ບໍ່ດີ ກໍຈະຖືກອຸ້ມຫາຍ ເຊິ່ງປັດຈຸບັນນີ້ ຫລາຍຄົນກໍໃຊ້ດໍາລົງຊີວິດ ຫຍຸ້ງຍາກຫລາຍ ເພື່ອເອົາໂຕລອດ ຖ້າບາງຄົນມີເງິນ ກໍບໍ່ຢາກ ຢູ່ປະເທດລາວ ຫນີໄປຢູ່ປະເທດອື່ນ.
“ໄລຍະນີ້ຂຶ້ນອີກ 60 ແລ້ວເດ້ ແມ້ແຕ່ໄຂ່ ແຕະນຶ່ງກໍ 70 ແລ້ວເດ້ ຕາມສະພາບຫັ້ນແຫລະ ມັນກໍໄດ້ທໍາໃຈຢູ່ແຫລະ ບໍ່ມີຜູ້ໃດຊ່ອຍເດ້ ເຮົາກໍຫາກິນປະຢັດ ມັດທະຍັດລົງ ໃຫ້ມັນກຸ້ມໄດ້ ສິນຄ້າເປັນຫຍັງແພງແທ້ຊີ້ມາເບິ່ງຂຶ້ນ ຈັງໃດ໋ ແມ່ຄ້າຂຶ້ນຈັງໃດ໋ ບໍ່ມີ ບໍ່ມີສິດວ່າ ບໍ່ມີສິດໂຕ້ແຍ້ງ ໃຜກໍຢ້ານ ບໍ່ມີໃຜກ້າດອກ ດຽວຖືກອຸ້ມ ຢູ່ຕາມເອົາໂຕລອດໂລດ ຫນີໄດ້ກໍຫນີ.”
ອະດີດ ເຈົ້າໜ້າທີ່ພະນັກງານຣັຖ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກໍໄດ້ກ່າວກັບເຣຶ່ອງທີ່ລາວ ຕິດອັນດັບ 3 ເງິນກີບອ່ອນຄ່າຫລາຍທີ່ສຸດໃນໂລກ ນັ້ນວ່າ ກໍຄືວ່າຣັຖບານລາວ ບໍ່ສາມາດຄວບຄຸມໄດ້ ເພາະປັດຈຸບັນນີ້ ເງິນກີບກໍຍັງອ່ອນຄ່າຢູ່ ບໍ່ມີແນວໂນມຈະດີຂຶ້ນ ທ່ານເອງໄປແລກປ່ຽນ ຮ້ານຂ້າງນອກ 1,000 ບາທ ແລກໄດ້ 600,000 ແລ້ວ. ຖ້າເວົ້າເຖິງ ພະນັກງານຣັຖ ກໍລາອອກຈາກວຽກຫລາຍ ເພາະເງິນເດືອນ ພະນັກງານຣັຖ ບໍ່ໄດ້ຫລາຍ ບໍ່ກຸ້ມກິນ ຄ່າໃຊ້ຈ່າຍໃນແຕ່ລະເດືອນ ເຊິ່ງເປັນໄປໄດ້ຍາກ ສໍາລັບຣັຖບານແລ້ວ ທີ່ຈະແກ້ໄຂໄດ້ ເພາະມີແຕ່ໂກງກິນຢ່າງດຽວ ບໍ່ໄດ້ສົນໃຈປະຊາຊົນວ່າຈະທຸກຍາກ ແນວໃດ.
“ຄິດວ່າມັນຈະອ່ອນອີກ ແຕ່ຊວງແລ້ວນີ້ເຮົາໄດ້ 6 ແສນປາຍເນາະ ຄັນອັນຂຶ້ນ ກໍ ບໍ່ຢາກລົງ ຣັຖບານຫັ້ນຄວບຄຸມບໍ່ໄດ້ຫັ້ນ ແຕ່ສ່ໍານີ້ ຄົນກໍຂໍອອກຈາກ ຣາຊການກໍຫລາຍແລ້ວເດ້ ທ່ຽວການໄກ ຈະຊື້ນ້ໍາມັນ ຍັງບໍ່ກຸ້ມຊ້ຳ. ຢາກຍາກຊໍ້າ ບໍ່ເຫັນທາງອອກດອກ ຄືເຂົາວ່າ ເຈົ້າເຮັດຫຍັງຢູ່ ປົດປ່ອຍປະເທດຊາດ ມານີ້ກໍ 50 ປີແລ້ວ ມີແຕ່ພາກັນໂກງກິນ ປະຊາຊົນຈະທຸກເຂົາກໍບໍ່ຮູ້ດອກ.”
ດ້ານເຈົ້າໜ້າທີ່ ທະນາຄານທຸຣກິຈ ແຫ່ງນຶ່ງ ໃນລາວກໍກ່າວວ່າ ປັດຈຸບັນນີ້ ຫລາຍທະນາຄານ ກໍ ຍັງບໍ່ມີເງິນຕຣາຕ່າງປະເທດ ໃຫ້ຊາວລາວໄດ້ແລກປ່ຽນເທື່ອ ແລະ ມາຮອດວັນທີ 9 ສິງຫາ 2023 ນີ້ ອັດຕຣາແລກປ່ຽນເງິນບາທ ເປັນເງິນກີບ ຂອງທະນາຄານ 1 ບາທ ຢູ່ທີ່ປະມານ 580 ກີບ.
“ເອົາເງິນກີບ ມາແລກເງິນຕຣາ ບໍ່ສາມາດແລກໄດ້ເທື່ອ ແມ່ນ ເຣດເງິນບາທ ຂອງທະນາຄານ ມື້ນີ້ ແມ່ນ ອັດຕຣາຂາຍ ແມ່ນ 580.75 ສາມາດເບິ່ງຢູ່ ເພດເຮົາ ເພາະວ່າ ເພີ່ນຈະສົ່ງອັດຕຣາແລກປ່ຽນ ຂອງແຕ່ລະມື້ ລົງນ່າ.”
ສໍາລັບອັດຕຣາແລກປ່ຽນ ໃນວັນທີ 9 ສິງຫາ 2023 ນີ້ ເງິນທີ່ອ່ອນຄ່າ ທີ່ອ່ອນຄ່າທີ່ສຸດໃນໂລກ ແມ່ນເງິນອິຫຣ່ານ 1 ໂດລ້າຣ໌ສະຫະຣັຖ ເທົ່າກັບ 42,312 ຣຽນ (RIAL) ອັນດັບສອງ ແມ່ນເງິນວຽດນາມ 1 ໂດລ້າຣ໌ສະຫະຣັຖ ເທົ່າກັບ 23,737 ດົງ ແລະ ອັນດັບ 3 ແມ່ນເງິນລາວ 1 ໂດລ້າຣ໌ສະຫະຣັຖ ເທົ່າກັບ 19,373 ກີບ.
ເຖິງຢ່າງໃດກໍຕາມ ວິທຍຸເອເຊັຽ ເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ອຸດສາຫະກັມ ແລະ ການຄ້າ ໃນລາວ ກໍບໍ່ສະດວກຈະເວົ້າເຖິງ ເຣຶ່ອງດັ່ງກ່າວນີ້, ແຕ່ທີ່ຜ່ານມາ ເຈົ້າໜ້າທີ່ອຸດສາຫະກັມ ການຄ້າ ໃນລາວ ມັກຈະໃຫ້ຄໍາຕອບວ່າ ອັດຕຣາເງິນເຟີ້ ໃນລາວ ບໍ່ມີແຕ່ລາວ ເປັນກັນທົ່ວໂລກ ແລະ ການແລກປ່ຽນເງິນຣາຕ່າງປະເທດ ກໍຂຶ້ນຢູ່ກັບກົລໄກຂອງຕລາດໂລກ ເຊິ່ງປະເທດລາວ ກໍຍັງຕ້ອງນໍາເຂົ້າສິນຄ້າ ຈາກຕ່າງປະເທດຢູ່ແລ້ວ ກໍຕ້ອງອີງຕາມ ຄ່າເງິນແລກປ່ຽນ ໃນມື້ນັ້ນ.
ອີງຕາມຂໍ້ມູນສຖິຕິ ແຫ່ງຊາດຂອງລາວ ຣາຍງານສພາບສິນຄ້າ ແລະ ບໍຣິການ ເດືອນ ກໍຣະກະດາ 2023 ທຽບກັບເດືອນທີ່ຜ່ານມາວ່າ ເພີ່ມຂຶ້ນ 2.3% ສ່ວນໃຫຍ່ ເປັນໝວດ ສະບຽງອາຫານ ເປັນຕົ້ນ ເຄື່ອງດື່ມ ບໍ່ແມ່ນທາດເຫລົ້າ ເຂົ້າສານ ຊີ້ນໝູ ຊີ້ນງົວ ແລະ ຊີ້ນຄວາຍ ອາຫານທະເລ ໝາກໄມ້ສົດ ເຄື່ອງປຸງແຕ່ງອາຫານ ເຄື່ອງດື່ມ ຢາສູບ ເຄື່ອງນຸ່ງຫົ່ມ ເຄື່ອງໃຊ້ໃນຄົວເຮືອນ, ສ່ວນໝວດ ຮັກສາສຸຂພາບ ແລະຢາ ເພີ່ມຂຶ້ນ 5.0% ໂດຍສະເພາະ ລາຄາຢາ ການບໍຣິການ ຄົນເຈັບ ພາຍນອກ ການບໍຣິການ ຈາກໂຮງໝໍ. ໝວດ ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 4.2% ໂດຍສະເພາະປະເພດຣົຖໃຫຍ່ ຣົຖຈັກ ຣົຖຖີບ ອຸປະກອນການຂົນສົ່ງ ເຄື່ອງອະໄຫລ່ ແລະການສ້ອມແປງ ນ້ໍາ ມັນເຊື້ອເພິງ ແລະ ການບໍຣິການຂົນສົ່ງ ໝວດການບັນເທິງ ແລະ ການພັກຜ່ອນ ເພີ່ມຂຶ້ນ 2.0% ເຊັ່ນເຄື່ອງບັນເທິງ ໂທຣະທັດ, ຄອມພິວເຕີ້ຣ໌, ວິດິໂອ ແລະບໍຣິການທ່ອງທ່ຽວ ເພີ່ມເຖິງ 11%. ໝວດ ຮ້ານອາຫານ ແລະໂຮງແຮມ ເພີ່ມຂຶ້ນ 4.0% ໃນນັ້ນ ມີລາຄາອາຫານ ແລະ ເຄື່ອງດື່ມ ສ່ວນເຄື່ອງດື່ມແອລກໍຮໍ, ເຮືອນພັກ ແລະ ໂຮງແຮມ ແລະ ໝວດ ສິນຄ້າ ແລະ ບໍຣິການອື່ນໆ ເພີ່ມຂຶ້ນ 1.6% ໃນນັ້ນ ເຄື່ອງໃຊ້ປະຈໍາວັນ ລວມວັດຖຸມີຄ່າ ເຄື່ອງປະດັບ ຄໍາສໍາເຣັດຮູບ.