ເຣື້ອງທີ່ເກັບບັນທຶກໄວ້
2022-07-12
ຊາວບ້ານທີ່ອາສັຍ ຢູ່ຕາມແລວແມ່ນໍ້າຂອງ ທັງຝັ່ງລາວ ແລະໄທຍກຳລັງ ປະເຊີນກັບດິນ ເຊາະເຈື່ອນຕາຝັ່ງ ສ້າງຄວາມເສັຽຫາຍ ເປັນຈຳນວນຫຼາຍ ຍ້ອນການຂຶ້ນ-ລົງຂອງລະດັບນໍ້າຂອງ ຜິດປົກກະຕິ ລວມເຖິງ ບັນຫາການດູດຊາຍ ຂາຍໃນແມ່ນໍ້າຂອງ.
2022-07-12
ຊາວບ້ານ 60 ປາຍຄອບຄົວ ຢູ່ເມືອງກາສີ ແຂວງວຽງຈັນ ທີ່ເສັຍດິນໃຫ້ໂຄງການ ຂຸດຄົ້ນແຮ່ເຫລັກ ຂອງຈີນ ຢູ່ແຂວງວຽງຈັນ ຮັບເອົາເງິນຊົດເຊີຍ ຍ້ອນອໍານາດ ການປົກຄອງເມືອງ ລະດົມໃຫ້ຍອມຮັບເອົາ ຕາມຈຳນວນ ທີ່ບໍຣິສັດໃຫ້ ແຕ່ຍັງມີ 11 ຄອບຄົວ ບໍ່ຍອມເອົາ ຍ້ອນເຫັນວ່າ ໃຫ້ລາຄາບໍ່ເໝາະສົມ.
2022-07-11
ຊາວບ້ານ 100 ປາຍຄອບຄົວ ຢູ່ແຄມທາງເລກທີ 13 ເໜືອ ໃນເຂດນະຄອນຫລວງວຽງຈັນ ທີ່ໄດ້ຮັບຜົລກະທົບ ຍ້ອນການຊ້ອມແປງ ແລະຂຍາຍທາງ ໄດ້ຮຽກຮ້ອງໃຫ້ທາງການລາວ ຈ່າຍເງິນຊົດເຊີຍ ໃຫ້ຜູ້ໄດ້ຮັບຜົລກະທົບ ທີ່ເສັຍດິນໃຫ້ໂຄງການຊ້ອມແປງ ແລະຂຍາຍທາງນັ້ນ, ພ້ອມຊົດເຊີຍ ຄ່າລາຍໄດ້ ທີ່ເສັຍຈາກການ ບໍ່ໄດ້ຂາຍເຄື່ອງ.
2022-07-11
ທາງການລາວ ຈະຂຶ້ນຄ່າແຮງງານຂັ້ນຕໍ່າ ໃຫ້ຜູ້ອອກແຮງງານ ຈາກ 1,100,000 ກີບຕໍ່ເດືອນ ເປັນ 1,200,000 ກີບ ແຕ່ມື້ວັນທີ 1 ສິງຫານີ້ໄປ ແລະຈະປັບຂຶ້ນອີກເປັນ 1,300,000 ກີບ ຕໍ່ເດືອນແຕ່ມື້ວັນທີ 1 ພຶສພາ 2023 ເປັນຕົ້ນໄປ ໃນຂະນະທີ່ ຫຼາຍຄົນເຫັນວ່າ ຍັງບໍ່ເໝາະສົມກັບ ສະພາບເຖສກິຈ ໃນປັດຈຸບັນ.
2022-07-11
ປະຊາຊົນ ບໍ່ພໍໃຈກັບການແກ້ໄຂບັນຫາ ເຮັດໜັງສື ຜ່ານແດນ ຂອງກົມກົງສູນ ກະຊວງການຕ່າງປະເທດ ຍ້ອນວ່າ ທາງກະຊວງ ຈຳກັດສະເພາະ ຜູ້ທີ່ຈຳເປັນ ຕ້ອງໄດ້ເດີນທາງ ໄປປິ່ນປົວ ຢູ່ຕ່າງປະເທດເທົ່ານັ້ນ ຊຶ່ງກໍເຮັດໃຫ້ ຊະຊາຊົນຈຳນວນນຶ່ງ ໄດ້ຮັບຄວາມຫຍຸ້ງຍາກ.
2022-07-11
ຊາວຄຣິສຕຽນ ຢູ່ບ້ານປົ່ງໃໝ່ ເມືອງທ່າແຕງ ແຂວງເຊກອງ ຖືກນາຍບ້ານ ແລະກຸ່ມຊາວບ້ານ ມ້າງເຮືອນ ພ້ອມຂັບໄລ່ໃຫ້ ຄອບຄົວ ຊາວຄຣິສຕຽນ ດັ່ງກ່າວ ອອກໄປຈາກບ້ານ ຍ້ອນວ່າ ບໍ່ພໍໃຈທີ່ ສມາຊິກ ຄອບຄົວນີ້ ນັບຖືສາສນາ ຄຣິສຕຽນ.
2022-07-11
ການປ່ຽນແປງ ຄັ້ງໃຫຍ່ ທີ່ເກີດຂຶ້ນ ໃນຣາຊອານາຈັກລາວ ຫລັງຈາກ ທີ່ທ່ານ ກີນິມ ພົນເສນາ ຖືກຄາຕະກັມ.
2022-07-10
ລະດັບນ້ຳຂອງ ແຫ້ງຜິດປົກຕິ ແລະ ຂຶ້ນຜິດປົກຕິ ສາເຫດນຶ່ງ ມາຈາກການສ້າງເຂື່ອນ ໃສ່ແມ່ນໍ້າ ເຊິ່ງສົ່ງຜົລກະທົບ ຕໍ່ລະບົບນິເວດວິທະຍາ ແມ່ນ້ຳຂອງ ເຣື່ອງນີ້ ກາຍເປັນບັນຫາ ຂ້າມພົມແດນ ທີ່ຊາຕຕ່າງໆ ຊຶ່ງມີເຂດແດນ ຕິດກັບແມ່ນ້ຳຂອງ ຕ້ອງໄດ້ຮ່ວມມືກັນແກ້ໄຂ.
2022-07-10
ຣັຖບານລາວ ອາດຈະ ບໍ່ສາມາດໃຊ້ໜີ້ ຕ່າງປະເທດ ໄດ້ຕາມກຳນົດ, ເປີດຂໍ້ລິເຣີ່ມ ສຶກສາ ການປ່ຽນແປງ ຂອງແມ່ນ້ຳຂອງ, ຣັຖວິສາຫະກິຈ ໄຟຟ້າລາວ ສ້າງໜີ້ສິນ ໃຫ້ປະເທດລາວ ກວມເອົາ 30% ຂອງໜີ້ສິນ ທັງໝົດ.
2022-07-08
ໜ່ວຍສະເພາະກິຈ ແຂວງຫຼວງພຣະບາງ ລະດົມໃຫ້ເຈົ້າຂອງຣົຖ ທີ່ນຳເຂົ້າມາໃນປະເທດ ແບບຣົຖຜິດກົດໝາຍ ຫຼືຣົຖບໍ່ໄດ້ເສັຍພາສີ ໄປເສັຍພາສີອາກອນ ໃຫ້ຖືກຕ້ອງ ເພື່ອຈັດເກັບຣາຍຮັບ ເຂົ້າສູ່ຣັຖ ແລະ ເພື່ອເຮັດໃຫ້ຈຳນວນຣົຖ ຜິດກົດໝາຍ ເຂົ້າສູ່ລະບົບ ທີ່ສາມາດຄວບຄຸມ ແລະຄຸ້ມຄອງໄດ້.
2022-07-08
ກອງປະຊຸມ ສໄມສາມັນເທື່ອທີ 3 ຂອງສະພາ ແຫ່ງຊາຕຊຸດທີ 9 ໄດ້ປິດລົງ ຢ່າງເປັນທາງການແລ້ວ ແຕ່ຍັງມີຫຼາຍບັນຫາ ທີ່ຈະຕ້ອງເອົາໃຈໃສ່ ຮີບດ່ວນແກ້ໄຂ ໂດຍສະເພາະ ເຣື່ອງປາກ-ທ້ອງ ຂອງປະຊາຊົນ, ເຖິງວ່າຣັຖບານ ຈະມີແຜນແກ້ໄຂຢ່າງດີ ແຕ່ປະຊາຊົນ ກໍຍັງບໍ່ເຊື່ອໝັ່ນ ກັບແຜນການ ການແກ້ບັນຫາ ເສຖກິຈ-ສັງຄົມ.
2022-07-08
ປໍ້ານໍ້າມັນເຊື້ອເພີງ ຈໍານວນຫຼາຍໃນປະເທດລາວ ເປີດໃຫ້ບໍຣິການ ເປັນປົກກະຕິແລ້ວກໍຕາມ ແຕ່ຫຼາຍປໍ້າ ຍັງຂາຍນໍ້າມັນ ໃນລາຄາທີ່ສູງກວ່າ ທາງກໍານົດ ຜູ້ປະກອບການປໍ້ານໍ້າ ກໍຕ້ອງໄດ້ໃຊ້ເງິນຕຣາ ຕ່າງປະເທດ ເພື່ອນຳເຂົ້ານ້ຳມັນ ຈຶ່ງຂາຍເກີນລາຄາ ທີ່ທາງການກໍານົດ.
2022-07-08
ອັດຕຣາເງິນເຟີ້ ຢູ່ລາວ ຍັງເພີ່ມສູງຂຶ້ນຕໍ່ເນື່ອງ ໂດຍໃນເດືອນມິຖຸນານີ້ ສູງຂຶ້ນເຖິງ 23.6% ເມື່ອທຽບໃສ່ ປີ 2021 ໃນໄລຍະເດືອນດຽວກັນ ແລະເຟີ້ຂຶ້ນໜັກ ໃນຮອບ 22 ປີ ສາເຫດຍ້ອນວ່າ ເງິນກີບອ່ອນຄ່າ ແລະນໍ້າມັນເຊື້ອເພີງ ມີລາຄາແພງຂຶ້ນ ອີງຕາມຂໍ້ມູນ ຂອງສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະ ການລົງທຶນ.
2022-07-07
ຄົນລາວ ເດີນທາງເຂົ້າໄປ ປະເທດໄທຍ ຜ່ານດ່ານ ຂົວມິຕພາບ ລາວ-ໄທຍ ນະຄອນຫຼວງວຽງຈັນ-ໜອງຄາຍ ເພີ່ມຫຼາຍຂຶ້ນ ເມື່ອທຽບໃສ່ເດືອນທີ່ຜ່ານ ໂດຍສະເພາະຫຼັງຈາກທີ່ ທາງການໄທຍ ໄດ້ຍົກເລີກ ໄທຍແລນດ໌ ພາສ (Thailand Pass) ແລະຂໍ້ຈຳກັດອື່ນໆ.
2022-07-07
ຊາວບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຮຽກຮ້ອງຄ່າຊົດເຊີຍທີ່ດິນ ຢ່າງເປັນທັມຈາກການຂຍາຍເຂດ ໂຄງການພັທນາ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ພາຣ໌ກ ຊຶ່ງມາເຖິງຕອນນີ້ ທາງຊາວບ້ານ ໄດ້ຮັບຄວາມເດືອດຮ້ອນ.