ໄຟຟ້າລາວ ສ້າງໜີ້ສິນ, ລາວ ອາດບໍ່ສາມາດ ໃຊ້ໜີ້ ຕາມກຳນົດ

ໄມ​ຊູ​ລີ
2022.07.10
ໄຟຟ້າລາວ ສ້າງໜີ້ສິນ, ລາວ ອາດບໍ່ສາມາດ ໃຊ້ໜີ້ ຕາມກຳນົດ ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
Photo: RFA

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ຣັຖບານລາວ ອາດຈະ ບໍ່ສາມາດໃຊ້ໜີ້ ຕ່າງປະເທດ ໄດ້ຕາມກຳນົດ, ເປີດຂໍ້ລິເຣີ່ມ ສຶກສາ ການປ່ຽນແປງ ຂອງແມ່ນ້ຳຂອງ, ຣັຖວິສາຫະກິຈ ໄຟຟ້າລາວ ສ້າງໜີ້ສິນ ໃຫ້ປະເທດລາວ ກວມເອົາ 30% ຂອງໜີ້ສິນ ທັງໝົດ ແລະ ຂ່າວອື່ນໆ..

ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:

ກ່ຽວ​ກັບຂ່າວ ຣັຖບານລາວ ອາດຈະ ບໍ່ສາມາດໃຊ້ໜີ້ ຕ່າງປະເທດ ໄດ້ຕາມກຳນົດ

ການບໍລີຫານປະເທດ ຂອງ ພັກປະຊາຊົນປະຕິວັດລາວ ຫລື ອີກຊື່ໜື່ງ ເອີ້ນ ວ່າ ສປປລາວ ຄືຈະເອົາຕົວລອດໄດ້ຍາກ, ເພາະລັດຖະບານລາວ ແລະ ສະພາແຫ່ງຊາດ ກໍ່ຄື ບັນດາອົງຄະນະ ພັກ-ລັດ ທຸກລະດັບ ລ້ວນແລ້ວ ແຕ່ພາກັນ ເອົາຊັບພະຍະກອນ ອັນລ້ຳຄ່າ ຂອງປະເທດ ຂາຍໃຫ້ຄົນຕ່າງດ້າວ ມາຂຸດຄົ້ນ, ຢືດທີ່ດີນ ທຳມາຫາກີນ ຂອງປະຊາຊົນ ຂາຍຕໍ່ ໃຫ້ຄົນຈິນ ມາທຳທຸລະກິດ ຫາຢູ່-ຫາກິນ ແບບສະນຸກ ສະບາຍ, ຍີ່ງໄປກ່ວານັ້ນ ການສໍ້ລາດບັງຫລວງ, ການໃຊ້ເງິນຕາ ຕ່າງປະເທດ ເປັນຈຸດສຳຄັນ ແລະ ຖືເງິນກິບ ເປັນເຈັ້ຽກະດາດທຳມະດາ. ລັດຖະບານລາວ ບໍ່ສາມາດ ຈະແກ້ໄຂໄດ້ ແລະ ການຢືມການຕິດໜີ້ ເງິນຕາ ຕ່າງປະເທດ ນັບມື້ນັບສູງຂື້ນ: ຫລັງຈາກ ລັດຖະບານ ຊຸດນິ້ ໝົດອຳນາດໄປ ແລະ ອາດຈະເປັນລູກຫລານ ໄກສອນ, ຄຳໄຕ ຂື້ນມາ ບໍລິຫານປະເທດ ຕໍ່ໄປ ປະຊາຊົນລາວ ທັງຊາດ ຄົງຈະທຸກຈົນ ໄປຫລາຍເທົ່າ. ປະເທດລາວ ພັກລັດ ຈະມອບອຳນາດ ໃຫ້ຄົນຫົວພັນ ແລະ ຄົນແກນນຳ ພາກໃຕ້ ທີ່ຈະມີສິດ ບໍລິຫານປະເທດ, ສ່ວນຄົນວຽງຈັນ ແລະ ຫລວງພະບາງ ແລະ ແຂວງອື່ນໆ ຄົງຈະບໍ່ໄດ້ກຳໃນຕຳແໜ່ງ ສຳຄັນ.”

…..

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)

ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.