ເຣື້ອງທີ່ເກັບບັນທຶກໄວ້
2022-05-11
ນັກການທູດ ແລະ ນັກວິຊາການ ເຫັນວ່າ ຈີນສ້າງເຂື່ອນໃສ່ແມ່ນ້ຳຂອງ ເປັນການຄວບຄຸມນ້ຳຂອງ ແລະ ຂຍາຍເຂດແດນ ຊຶ່ງມີຄວາມສຳຄັນ ຄືກັບເຂດແດນ ທາງທະເລ ທີ່ມີຂໍ້ຂັດແຍ່ງກັນ ທາງຍຸທສາຕ ໃນໄລຍະຍາວ ແລະທີ່ສຳຄັນ ນ້ຳເປັນຊັພຍາກອນ ທາງຍຸທສາຕ.
2022-05-11
ເປີດດ່ານ ລາວ-ໄທຍ ແຫ່ງທີ 1 ວຽງຈັນ-ໜອງຄາຍ ຢ່າເປັນທາງການແລ້ວ, ແຕ່ຜູ້ເດີນທາງ ເຂົ້າປະເທດລາວ ຍັງໜ້ອຍຢູ່ ຖ້າທຽບໃສ່ກ່ອນໂຄວິດ-19 ຈະຣະບາດ ຊຶ່ງອາດຈະເປັນເພາະ ສະພາບເສຖກິຈ ແລະຄ່າຄອງຊີບ ທີ່ສູງຂຶ້ນທຸກມື້ ໃນປະເທດລາວ.
2022-05-11
ຊາວບ້ານຢູ່ເມືອງຫລາ ແຂວງອຸດົມໄຊ ກັງວົນເຣື່ອງຜົລກະທົບ ຈາກການສໍາຣວດບໍ່ຄໍາ ຂອງບໍຣິສັດຈີນ ທີ່ທາງການລາວ ອະນຸມັດໃຫ້ສໍາຣວດ-ຂຸດຄົ້ນ ຊຶ່ງເຮັດໃຫ້ນ້ຳຫ້ວຍ ທີ່ເປັນແຫຼ່ງນ້ຳທັມມະຊາດ ໃຊ້ອຸປໂພກ-ບໍຣິໂພກ ຂອງຊາວບ້ານ ປົນເປື້ອນ.
2022-05-11
ປັດຈຸບັນຫຼາຍແຂວງ ໃນປະເທດລາວ ປະສົບບັນຫານ້ຳມັນຂາດປ້ຳ ສ່ວນນ້ຳມັນແພງ ຖືເປັນບັນຫານຶ່ງ ແຕ່ນ້ຳມັນຂາດແຄນ ກໍເປັນເຣື່ອງທີ່ສົ່ງຜົລກະທົບ ຕໍ່ປະຊາຊົນລາວ ເປັນວົງກວ້າງ ປະຊາຊົນຕ້ອງຊອກຫາປ້ຳນ້ຳມັນ ທີ່ຍັງເປີດໃຫ້ບໍຣິການ ແລະລຽນຄິວລໍຖ້າຊື້ນ້ຳມັນ.
2022-05-11
ຊາວບ້ານ ຢູ່ແຂວງຈໍາປາສັກ ເຂົ້າໄປປູກມັນຕົ້ນ ໃນເຂດອຸທຍານແຫ່ງຊາດ ແຂວງຈໍາປາສັກຫລາຍເຮັກຕ້າຣ໌ ຍ້ອນບໍ່ມີທີ່ດິນທໍາກິນ ເພາະດິນຂອງຊາວບ້ານ ສ່ວນນຶ່ງຖືກທາງການ ໃຫ້ນາຍທຶນສັມປະທານ ເພື່ອເຮັດໂຄງການຕ່າງໆ ເຊັ່ນບໍ່ແຮ່, ສວນກາເຟ ແລະ ອື່ນໆ.
2022-05-10
ຊາວບ້ານຜູ້ປະສົບພັຍເຂື່ອນແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ໃນສູນດົງບາກ ປະມານ 200 ປາຍຄອບຄົວ ທີ່ໄດ້ຮັບຜົລກະທົບ ເຣື່ອງທີ່ດິນທໍາການກະເສດ ມາຮອດປັດຈຸບັນ ຍັງບໍ່ທັນໄດ້ຮັບການແກ້ໄຂ ຈາກພາກສ່ວນທີ່ກ່ຽວຂ້ອງເທື່ອ.
2022-05-10
ທາງການແຂວງອຸດົມໄຊ ກວດພົບພະນັກງານ ພັກ-ຣັຖ ສໍ້ຣາສບັງຫຼວງ, ສ້າງຄວາມເສັຍຫາຍ ໃຫ້ການຈັດຕັ້ງ ແລະ ບຸກຄົນຈຳນວນຫຼາຍ ດ້ວຍເຫດນີ້ ທາງການແຂວງອຸດົມໄຊ ຈຶ່ງໄດ້ລົງໂທດ ຜູ້ຣະເມີດກົດໝາຍດັ່ງກ່າວ ແຕ່ກໍບໍ່ມີການເປີດເຜີຍ ຢ່າງຈະແຈ້ງວ່າ ຜູ້ທີ່ຖືກລົງໂທດນັ້ນ ເປັນໃຜ, ມີຕຳແໜ່ງໜ້າທີ່ ແລະລົງໂທດແບບໃດແທ້.
2022-05-10
ສປປ ລາວ ເປີດດ່ານສາກົນ ທີ່ມີຢູ່ທົ່ວປະເທດ ແຕ່ການຂົນສົ່ງສິນຄ້າ ຈາກດ່ານບໍ່ເຕັນໄປຈີນ ຍັງເປັນບັນຫາ ທີ່ແກ້ໄຂບໍ່ໄດ້ເຕັມຮ້ອຍເທື່ອ ເນື່ອງຈາກທາງການຈີນ ຍັງຄົງບັງຄັບໃຊ້ ມາຕການປ້ອງກັນ ໂຄວິດ-19 ຈຶ່ງສົ່ງຜົລກະທົບ ເຮັດໃຫ້ຣົຖຂົນສົ່ງສິນຄ້າ ລະບາຍອອກບໍ່ໄດ້ເທົ່າທີ່ຄວນ.
2022-05-10
ທາງການລາວ ອອກແຈ້ງການ ພິຈາຣະນາ ດຳເນີນການຄົ້ນຄວ້າ ໂດຍແມ່ນ ກະຊວງອຸດສາຫະກັມ ແລະການຄ້າ, ກະຊວງການເງິນ ແລະໜ່ວຍງານທີ່ກ່ຽວຂ້ອງ ຮັບພິຊອບເຈຣະຈາ ຂໍຊື້ນ້ຳມັນຈາກປະເທດຣັສເຊັຽໂດຍຕຣົງ ຊຶ່ງຄາດຫວັງ ຈະຊ່ອຍຫຼຸດຜ່ອນບັນຫາ ລາຄານ້ຳມັນແພງ ແລະ ນ້ຳມັນຂາດປ້ຳ ແບບທີ່ເປັນຢູ່ໃນປັດຈຸບັນ.
2022-05-09
ຊາວບ້ານກັງວົນ ເຣື່ອງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ຂອງໂຄງການ ປູກໝາກກ້ວຍ ຢູ່ເມືອງສນາມໄຊ ແຂວງອັດຕະປື ຊຶ່ງປະຊາຊົນຢ້ານວ່າ ຈະກະທົບຕໍ່ຊຸມຊົນ, ເກີດຂໍ້ພິພາດທີ່ດິນ ເນື່ອງຈາກພື້ນທີ່ ສັມປະທານ ຫຼາຍກວ່າ 324 ເຮັກຕາຣ໌.
2022-05-09
ແຂວງພາກໃຕ້ ມີຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງດ້ານຕ່າງໆ ແລະ ການຄ້າມະນຸສ ຈຳນວນ 329 ຄົນ ໃນລະຫວ່າງປີ 2017-2020 ຊຶ່ງກໍເຮັດໃຫ້ຫຼາຍຄົນ ມີອາການສມອງພິການ, ມີບັນຫາທາງສະພາບຈິຕ, ປາກບໍ່ໄດ້ ແລະ ພິການທາງຮ່າງກາຍ.
2022-05-09
ສປປລາວ ປະເຊີນກັບ ວິກິຕນໍ້າມັນແພງ ເປັນປວັດການ ພ້ອມທັງຫຼາຍປໍ້າຂາດນໍ້າມັນ ບໍຣິການລູກຄ້າ, ຕໍ່ບັນຫາດັ່ງກ່າວ ຣັຖບານລາວ ໄດ້ປູທາງຕິດຕໍ່ ຂໍຊື້ນໍ້າມັນ ຈາກຣັສເຊັຽ ໂດຍຄາດວ່າ ຈະໄດ້ລາຄາ ຖືກກວ່າທີ່ຊື້ກັບ ໄທຍແລະສິງກະໂປ.
2022-05-09
ມີຂ່າວຄວາມຄືບໜ້າ ຍິງສາວຊາວໄທຍ 4 ຄົນ ຈາກແຂວງຊົນບູຣີ ທີ່ຫາຍສາບສູນໄປ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຕອນນີ້ສາມາດຕິດຕໍ່ໄດ້ແລ້ວ ຄືທັງໝົດຖືກເຈົ້າໜ້າທີ່ຕຳຣວດລາວຈັບ ໃນຂໍ້ຫາລັກເຂົ້າເມືອງຜິດກົດໝາຍ ແລະຖືກປັບໃໝຄົນລະ 9,100 ບາດ ຊຶ່ງຂະນະນີ້ ທັງ 4 ຄົນ ຍັງລໍຖ້າການສົ່ງກັບປະເທດ.
2022-05-09
ນັບຕັ້ງແຕ່ວັນທີ່ 9 ພຶສພາ 2022 ນີ້ເປັນຕົ້ນໄປ ປະເທດລາວ ໄດ້ເປີດປະເທດຢ່າງເຕັມຮູບແບບ ໂດຍບຸກຄົນທົ່ວໄປ ແລະຄົນຕ່າງປະເທດ ສາມາດເຂົ້າ-ອອກປະເທດລາວໄດ້ເປັນປົກກະຕິ ໃນທຸກດ່ານສາກົລ ບໍ່ມີການກັກໂຕ ແລະບໍ່ມີຂໍ້ຫ້າມຫຍັງ ທີ່ເຮັດໃຫ້ຫຍຸ້ງຍາກ ແຕ່ຕ້ອງມີໃບຢັ້ງຢືນ ການສັກວັກຊິນປ້ອງການເຊື້ອໂຄວິດ-19 ຄົບໂດສ.
2022-05-09
ສັມພາດ ທ່ານ ແສງໄຊ ລາສວັດ, ນັກທຸຣະກິຈ ເຈົ້າຂອງຟາມ ໄກ່ໄຂ່, ທີ່ໃຊ້ຊີວິດ ແບບລຽບງ່າຍ ແລະ ພໍພຽງ ທີ່ເມືອງ ຟອຣ໌ດ ສມິທຕ໌, ຣັຖ ອາຣ໌ແຄນຊໍສ໌.