329 ຄົນ ຖືກເຄາະຮ້າຍ, ຮ່າງກາຍ-ຈິຕໃຈ ໃນພາກໃຕ້ ແຕ່ 2017-2020

ພູວົງສ໌
2022.05.09
329 ຄົນ ຖືກເຄາະຮ້າຍ, ຮ່າງກາຍ-ຈິຕໃຈ ໃນພາກໃຕ້ ແຕ່ 2017-2020 ໂຕຢ່າງ: ແມ່ຍິງລາວ ໄດ້ຮັບການຊ່ອຍເຫຼືອ ແລະໄດ້ພົບກັບພໍ່ເທື່ອທຳອິດ ຫຼັງຈາກທີ່ນາງຖືກຕົວະ ໃຫ້ໄປເຮັດວຽກຢູ່ປະເທດໄທຍ ເປັນເວລາຫຼາຍເດືອນ.
RFA

ດຣ. ດາລຸນີ ຈຸລາມະນີ, ຫົວໜ້າຜແນກຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່ເດັກ, ກະຊວງສາທາຣະນະສຸຂ ໄດ້ກ່າວໃນກອງປະຊຸມ ປຶກສາຫາລື ປັບປຸງລະບົບການປະສານງານ ວຽກງານຕ້ານການຄ້າມະນຸສ ຂແນງສາທາຣະນະສຸຂ ໃນວັນທີ 29 ເມສາ ວ່າ ລວມເປັນໄລຍະເວລາ 3 ປີ ແຕ່ປີ 2017 ຫາ 2020, ຢູ່ຂັ້ນສູນກາງ ມີໂຕເລຂຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງທາງເພດ, ຜູ້ຖືກເຄາະຮ້າຍ ທາງຮ່າງກາຍ ແລະ ຈິຕໃຈ ແລະ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຢູ່ແຂວງພາກໃຕ້ ຂອງລາວ ທັງໝົດ 329 ຄົນ. ໃນນັ້ນ, ເປັນແມ່ຍິງ 287 ຄົນ.

ສະເພາະ ແຂວງຈຳປາສັກ ມີກໍຣະນີເດັກຍິງ ອາຍຸຕ່ຳກວ່າ 18 ປີ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ສມັກໃຈໄປເຮັດວຽກ ຢູ່ປະເທດໄທຍ ແບບບໍ່ຖືກກົດໝາຍ. ພໍໄປຮອດໄທຍ ແມ່ນໄປພົບພໍ້ກຸ່ມຄົນບໍ່ດີ ພາໄປຂາຍບໍຣິການທາງເພດ ແລ້ວຖືກໃຊ້ຄວາມຮຸນແຮງ ແລະ ໃຊ້ສານເສບຕິດ,​ ເຈົ້າໜ້າທີ່ໄທຍ ໄປຊ່ອຍເຂົາເຈົ້າມາໄດ້ ແລະ ໄດ້ສົ່ງກັບມາລາວ ພ້ອມກັບເຂົາເຈົ້າ ມີອາການສມອງພິການ ມີບັນຫາທາງຈິຕ ເວົ້າບໍ່ໄດ້ ແລະ ຮ່າງກາຍ ເຕັມໄປດ້ວຍບາດແຜ ຈາກການສັກຢາ.

ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 9 ພຶສພາ ນີ້ວ່າ:    

“ຄັນຂາຍແຮງງານນີ້ ແມ່ນກະຖືກຂົ່ວຂູ່ ຖືກການໃຊ້ຄວາມຮຸນແຮງ, ໂດຍທີ່ວ່າ ໃຫ້ການນຳໃຊ້ຢາບໍ່ ຫຼືວ່າອື່ນໆບໍ່ ທີ່ວ່າເຮົາບໍ່ຮູ້ ທີ່ວ່າສົ່ງເຂົ້າມາແລ້ວ ເຮັດໃຫ້ສມອງ ຂອງເຂົາພິການ ຄືຜູ້ຢູ່ຊຽງຂວາງ ລາວກະຄົນ 17-18 ປີ ກະສ່ຳຄົນ 3 ປີ. ເດັກຫັ້ນ ແມ່ນລຸ່ມ 18 ປີ ລົງມາໝົດ ແມ່ນຮູບແບບບໍ່ປາກນີ້.”

ຍານາງກ່າວຕື່ມວ່າ ປັດຈຸບັນ ໂຮງໝໍແຂວງຈຳປາສັກ ກໍໄດ້ປິ່ນປົວອາການ ຂອງເຂົາເຈົ້າ ໃຫ້ດີຂຶ້ນ, ແຕ່ກໍບໍ່ໄດ້ກັບມາ ໃຊ້ຊີວິດ ຄືຄົນປົກກະຕິ. ຈາກນັ້ນ, ຈຶ່ງອະນຸຍາດ ໃຫ້ຜູ້ປົກຄອງ ມາຮັບໂຕເຂົາເຈົ້າ ກັບໄປຢູ່ເຮືອນ ພ້ອມໃຫ້ມັດເຊືອກໄວ້ ເພື່ອປ້ອງກັນ ບໍ່ໃຫ້ເຂົາເຈົ້າແລ່ນໄປໃສ ຍ້ອນສມອງ ແລະ ຈິຕໃຈ ຂອງເຂົາເຈົ້າ ບໍ່ປົກກະຕິແລ້ວ.

ສ່ວນຢູ່ແຂວງສຳປາສັກ ຍັງພົບກໍຣະນີ ເດັກຍິງອາຍຸ 16 ປີ ເປັນຜູ້ຖືກເຄາະຮ້າຍ ຄວາມຮຸນແຮງທາງເພດ, ຮ່າງກາຍ ແລະ ຈິຕໃຈ ຍ້ອນຖືກພໍ່ແທ້ໆ ອາຍຸ 40 ປາຍປີ ທີ່ຕິດຢາເສບຕິດ ໄປມີເພດສັມພັນ ກັບລູກສາວ ຂອງໂຕເອງ ເປັນໄລຍະເວລາ 1 ປີ ຈົນເດັກຍິງຖືພາໄດ້ 5 ເດືອນ, ໂດຍຜູ້ເປັນແມ່ ບໍ່ຮູ້ເຣື່ອງດັ່ງກ່າວມາກ່ອນ ຈົນຮອດຂັ້ນ ລູກສາວປະຈຳເດືອນຂາດ ຈັ່ງຮູ້ເຣື່ອງດັ່ງກ່າວ ແລະ ມີຄວາມຕ້ອງການ ໃຫ້ຫຼຸລູກ.

ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຈຳປາສັກ ກ່າວວ່າ:

“ແລ້ວເຮົາກໍຄ່ອຍໆ ລົມ ຄ່ອຍໆຈີ້ມ ຄ່ອຍລົມຄ່ອຍເວົ້າ ນຳອີ່ນາງຫັ້ນແຫຼະ ລູກສາວລາວຫັ້ນແຫຼະ ຈັ່ງຮູ້ວ່າແມ່ນພໍ່. ອີ່ຫຼ້າ, ອີ່ຫຼ້າຜູ້ນັ້ນ ຖືພາ 4-5 ເດືອນ ດຽວນີ້ຫັ້ນ ແມ່ນຢາກເອົາອອກ. ມັນຄົນຊື່ໆ ຂອງໄປແຕ່ນຳພໍ່, ພໍ່ໄປຕັດ-ເລື່ອຍໄມ້ ພໍ່ກະເອົາລູກສາວໄປນຳ ພໍ່ໄປນາ ກະເອົາລູກສາວໄປນຳ,​ ໂດຍທີ່ແມ່ ບໍ່ໄດ້ສັງເກດ ໄທບ້ານເຂົາຜິດສັງເກດ, ຫັ້ນນ່າ.”

ຍານາງກ່າວຕື່ມວ່າ ປັດຈຸບັນ, ພາກສ່ວນທີ່ກ່ຽວຂ້ອງ ກຳລັງປະສານງານ ກັບທາງເດັກຍິງ ແລະ ຜູ້ປົກຄອງ ເພື່ອຫາທາງອອກ ໃຫ້ກັບເດັກຍິງຜູ້ນີ້. ຫາກຜູ້ປົກຄອງຍິນຍອມ ໃຫ້ເດັກຍິງ ຫຼຸລູກແທ້ ກໍແມ່ນມີຄວາມສ່ຽງ ຕໍ່ການເລືອດໄຫຼ ຫຼັງເກີດ ຈົນເຖິງຂັ້ນເສັຽຊີວິດ 100% ຍ້ອນອາຍຸຄັນແກ່ແລ້ວ ແລະ ຖືພາແຕ່ອາຍຸຍັງນ້ອຍ.

ຂະນະທີ່ ແຂວງເຊກອງ ໄດ້ພົບກໍຣະນີ ແມ່ຍິງອາຍຸກາຍ 18 ປີ ພາຍໃນແຂວງ ເປັນຜູ້ຖືກເຄາະຮ້າຍ ຄວາມຮຸນແຮງທາງເພດ ແລະ ເປັນຜູ້ຖືກເຄາະຮ້າຍ ທາງຮ່າງກາຍ ແລະ ຈິຕໃຈຫຼາຍ, ໂດຍສະເພາະໃນຮູບແບບ ຖືກຜົວຕົບຕີ ຍ້ອນຜົວດື່ມເຫຼົ້າເມົາ ແລ້ວຊອກຫາເຣື່ອງ ທຳຮ້າຍຮ່າງກາຍເມັຽ, ເຊິ່ງດັ່ງກ່າວ ບໍ່ສາມາດແກ້ໄຂໄດ້ ຍ້ອຍແມ່ຍິງ ມີຄວາມອາຍ ແລະ ຢ້ານກົວ ຕໍ່ຄວາມຜິດ ຫາກຕ້ອງມີການດຳເນີນຄະດີ ຮ້ອງຟ້ອງ ໃນຂັ້ນສານ.

ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງເຊກອງ ກ່າວໃນມື້ດຽວກັນນີ້ວ່າ:

“ຜູ້ມີຄອບຄົວ ກໍມີຫຼາຍໄດ໋. ຊ່ອຍເຂົາບໍ່ໄດ້ຫຼາຍພໍເທົ່າໃດ ຍ້ອນວ່າເມັຽ ບໍ່ໃຫ້ການຮ່ວມມື ເມັຽກະຢ້ານ ເຊັ່ນວ່າ ມີຄວາມຮຸນແຮງ ທາງດ້ານຮ່າງກາຍ ເມົາມາກະຕີລູກຕີເມັຽ. ທາງຈິຕໃຈ ກະຂົ່ມເຫງ, ຫັ້ນແຫຼະ ໂຕຢ່າງ ໄດ້ເງິນມາ ກະບໍ່ໃຫ້ເມັຽ ເອົາໄປຊື້ ເອົາໄປຫຼິ້ນກິນຟຸມເຟືອຍ ແຖວນີ້. ເມັຽເວົ້າໃຫ້ ກໍຮ້າຍ ກໍດ່າເມັຽ ວ່າບໍ່ໄດ້ເຮັດໄດ້ຫາຫຍັງ ຢູ່ຊື່ໆ ຖ້າຜົວໄປຫາ ໃຫ້ໄດ້ສ່ຳໃດ ກໍດີສ່ຳນັ້ນແລ້ວ ມານັ່ງຖ້າກິນອີ່ຫຍັງ ກະມີຫຼາຍແບບ. ບາງຄົນ ຄືດ້ານຈິຕໃຈ ກະເມີນເສີຍໄດ໋ ຢາກໃຫ້ຮ້າຍເມັຽເນາະ ວ່າເມັຽຮູ້ທັນ ວ່າເພິ່ນໄປຫຼິ້ນສາວ ມາເຮືອນກໍບໍ່ປາກນຳເມັຽ.”

ນອກຈາກນັ້ນ, ຢູ່ແຂວງເຊກອງ ຍັງພົບກໍຣະນີ ແມ່ຍິງ ແລະ ຜູ້ຊາຍ ເປັນຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ຈາກການຖືກນາຍໜ້າ ຕົວະໄປເຮັດວຽກຢູ່ໄທຍ ແບບຜິດກົດໝາຍ, ພໍໄປຮອດໄທຍ ກໍຖືກນາຍໜ້າຂາຍຕໍ່ ເພື່ອໃຊ້ແຮງງານ, ໂດຍບໍ່ໄດ້ຮັບຄ່າຈ້າງ ແລ້ວເຈົ້າໜ້າທີ່ໄທຍ ກໍຊ່ອຍກັບຄືນ ປະເທດລາວໄດ້.

ຂະນະທີ່ ປີ 2021, ຢູ່ແຂວງຈຳປາສັກ ມີຜູ້ຖືກເຄາະຮ້າຍ ທີ່ໃຊຄວາມຮຸນແຮງທາງເພດ ໃນຮູບແບບ ແມ່ຍິງຖືກຜູ້ຊາຍ, ເຊິ່ງເປັນຄົນໃກ້ຊິດ ບ້ານໃກ້ເຮືອນຄຽງ ຂົ່ມຂືນ ກະທຳຊຳເຣົາ ແບບບໍ່ສມັກໃຈ ທັງໝົດ 5 ກໍຣະນີ ຍ້ອນຜູ້ຊາຍເມົາ ແລະ ຍັງບໍ່ພົບກໍຣະນີ ແມ່ຍິງທີ່ຖືກຂົ່ມຂືນ ກະທຳຊຳເຣົານັ້ນ ຖືພາເທື່ອ, ທາງເຈົ້າໜ້າທີ່ ໂຮງໝໍແຂວງຈຳປາສັກ ມີພຽງແຕ່ກວດ ປິ່ນປົວຮ່າງກາຍ ແມ່ຍິງນັ້ນ ເພື່ອເອົາໄປເປັນຫຼັກຖານ ໃນການວ່າຄວາມຕໍ່ໄປ.

ດັ່ງເຈົ້າໜ້າທີ່ ໂຮງໝໍແຂວງຈຳປາສັກ ກ່າວໃນມື້ດຽວກັນນີ້ວ່າ:

“ໄປພໍ່ນຳທາງນຳຫຍັງ ບາງເທື່ອ, ຫັ້ນນ່າ ເປັນແບບນັ້ນນ່າ. ມັນບໍ່ແມ່ນເປັນປະຈຳ ຄືພີ່ນ້ອງ ຄືອັນນີ້ໄດ໋. ແຕ່ວ່າພວກນີ້ ມັນເປັນລັກສະນະແບບວ່າ ຂົ່ວຂືນ ແບບບ້ານໃກ້ເຮືອນຄຽງ ດ້າມເທື່ອດ້າມໃດນີ້ນ່າ. ບາດນີ້, ກໍດຳເນີນຄະດີກັນ.”

ເຖິງຢ່າງໃດກໍຕາມ, ໃນກອງປະຊຸມ ປຶກສາຫາລື ປັບປຸງລະບົບການປະສານງານ ມີວຽກງານຕ້ານການຄ້າມະນຸສ ຂແນງສາທາຣະນະສຸຂ ຍັງໄດ້ແລກປ່ຽນ ຖອດຖອນບົດຮຽນ ດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ລວມເຖິງການບັນທຶກ ແບບຟອມຜູ້ຖືກເຄາະຮ້າຍ, ການບັນທຶກແບບຟອມ ຄົນເຈັບນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.