ເຣື້ອງທີ່ເກັບບັນທຶກໄວ້
2022-03-14
ສິນຄ້າກະເສຕລາວ ສ່ວນຫລາຍຍັງບໍ່ສາມາດ ສົ່ງອອກໄປຈີນໄດ້ ໂດຍທາງຣົຖໄຟ ຍ້ອນການຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ຍັງມີຂໍ້ຈຳກັດຫລາຍຢ່າງ ເປັນຕົ້ນ ປະເພດໝາກໄມ້ຫລາຍ ຣາຍການ ແລະສິນຄ້າກະເສຕອື່ນໆ ທີ່ມີໂອກາດບູດເໜົ່າ ໃນລະຫວ່າງການຂົນສົ່ງ.
2022-03-14
ທາງການລາວ ແຈ້ງເຕືອນປໍ້ານໍ້າມັນ ບໍ່ໃຫ້ກັກຕຸນນໍ້າມັນເຊື້ອເພີງ ເດັດຂາດ, ຫາກສວຍໂອກາດ ກັກຕຸນເພື່ອຂຶ້ນລາຄາ ຈະຖືກລົງໂທດ ຕາມກົດໝາຍ ຄືຈະຖືກຈໍາຄຸຸກແຕ່ 1 ປີຫາ 4 ປີ ແລະຈະຖືກປັບໃໝ ແຕ່ 10 ລ້ານ-50 ລ້ານກີບ.
2022-03-13
ສະຫະປະຊາຊາຕ ວາງແຜນຊ່ອຍເຫຼືອ ດ້ານເສຖກິຈແກ່ລາວ, ແນະນໍາໃຫ້ລາວ ຜູກສັມພັນ ທາງເສຖກິຈ ແລະ ວັທນະທັມ ກັບຈີນແດງ ແລະ ວຽຕນາມເໜືອ ເພື່ອລາວຈະສາມາດ ດໍາຣົງຕົວຢູ່ ຢ່າງເປັນກາງໄດ້.
2022-03-13
ຣັສເຊັຽ ເຂົ້າໄປກໍ່ສົງຄາມ ໃນຢູເຄຣນ ເຮັດໃຫ້ຫຼາຍປະເທດ ປະນາມ ແລະລົງໂທດ ຣັສເຊັຽ ແຕ່ຣັຖບານລາວ ບໍ່ປະນາມຣັສເຊັຽ ໃນເວທີສາກົນ ຍ້ອນຣັສເຊັຽ ມີອິດທິພົນ ທາງການທະຫານ ແລະ ການເມືອງ ໃນລາວ.
2022-03-13
ປະຊາຊົນ ກັງວົນ ຕໍ່ແຖວຊື້ນ້ຳມັນ ກ່ອນປັບຂຶ້ນ ລາຄາໃໝ່, ຄົນຂັບຣົຖ ຂົນສົ່ງສິນຄ້າຈີນ ແລະ ຄົນຂັບຣົຖ ຂົນສົ່ງສິນຄ້າ ລາວຕີກັນ ຍ້ອນແຊງຄິວຣົຖ ແລະ ທັສນະ ຊາວລາວ ຕໍ່ສົງຄາມ ຣັສເຊັຽ-ຢູ່ເຄຣນ.
2022-03-12
ທາງການກັມພູຊາ ຈັບຄົນງານ ໂຕຕັ້ງໂຕຕີຕີ ຕື່ມອີກ 180 ຄົນ ທີ່ປະທ້ວງ ຄາຊີໂນ ນາຄາເວີຣລດ໌ (NagaWorld Casino), ຊຶ່ງໄດ້ໄລ່ຄົນງານ 365 ຄົນອອກ ຍ້ອນຂໍຂຶ້ນເງິນເດືອນ ແລະຮຽກຮ້ອງໃຫ້ທາງການປ່ອຍຜູ້ນໍາ ສະຫະພາບແຮງງານ 11 ຄົນ ແລະ ຄົນງານ ທີ່ຖືກຈັບຢູ່ກຸງພະນົມເປັນ.
2022-03-11
ທາງການ ແຂວງຊຽງຂວາງ ຕຣຽມພ້ອມ ເປັນເຈົ້າພາບ ຈັດງານມະຫະກັມ ກິລາແຫ່ງຊາດ ຄັ້ງທີ 11 ໃນທ້າຍປີ 2022 ນີ້ ພາຍຫລັງ ທີ່ໄດ້ເລື່ອນ ການຈັດມາເປັນເວລາ 3 ປີ ຍ້ອນບັນຫາ ເຣື່ອງຂອງສະພາບ ອາກາດ ແລະ ການແຜ່ຣະບາດ ຂອງໂຄວິດ-19.
2022-03-11
ກະຊວງ ປ້ອງກັນຄວາມສງົບ ສ້າງສູນພັກຊົ່ວຄາວ ຢູ່ແຂວງຫລວງນໍ້າທາ ສໍາລັບຜູ້ເຄາະຮ້າຍ ຈາກການຄ້າມະນຸດ ເປັນຕົ້ນແມ່ຍິງ ແລະເດັກນ້ອຍ ຈາກປະເທດຈີນ ຊຶ່ງປັດຈຸບັນ ສ້າງໄດ້ແລ້ວ 95% ແລະຄາດວ່າ ຈະສ້າງແລ້ວ ແລະເປີດໃຊ້ໃນກາງປີນີ້.
2022-03-11
ລາຄານ້ຳມັນແພງ ເຮັດໃຫ້ ລາຄາສິນຄ້າ ເພີ່ມຂຶ້ນ ຫຼື ຄ່າຄອງຊີບເພີ່ມຂຶ້ນ ຈົນບາງຄົນ ທີ່ມາຢູ່ນະຄອນຫລວງວຽງຈັນ ຕ້ອງໄດ້ຕັດສິນໃຈ ກັບຄືນເມືອ ຢູ່ບ້ານຢູ່ຕ່າງແຂວງ ເນື່ອງຈາກ ຄ່າຄອງຊີບ ໃນນະຄອນຫຼວງແພງຂຶ້ນ ຕາມລາຄານ້ຳມັນ.
2022-03-11
ປະຊາຊົນ 174 ຄອບຄົວ ຢູ່ບ້ານຖິ່ນ ເມືອງງາ ແຂວງອຸດົມໄຊ ປູກໃບຢາສູບ ສົ່ງໃຫ້ ບໍຣິສັດຈີນ ໃນ ເນື້ອທີ່ 60 ເຮັກຕ້າຣ໌, ແຕ່ບໍຣິສັດ ບໍ່ຄຳນຶງເຖິງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສຸຂພາບ ຂອງປະຊາຊົນ.
2022-03-11
ປະຊາຊົນບ້ານທ່າສົ້ມມໍ ເມືອງໄຊທານີ ນະຄອນຫລວງວຽງຈັນ 100 ປາຍຄອບຄົວ ທີ່ຢູ່ຕາມແຄມນໍ້າງື່ມ ຢາກໃຫ້ທາງການຕິດຕາມ ກວດກາບໍຣິສັດດູດຊາຍ ຍ້ອນຫລາຍປີຜ່ານມານີ້ ການດູດຊາຍເຮັດໃຫ້ຕາຝັ່ງເຈື່ອນ, ເຮືອນປະຊາຊົນເພ, ແຕ່ທາງການ ຍັງມິດງຽບຢູ່.
2022-03-10
ທາງການລາວ ປັບຂຶ້ນລາຄາ ນໍ້າມັນເຊື້ອເພີງ ປະເພດຕ່າງໆ ແຕ່ 1,430-1,710 ກີບຕໍ່ລິດ ໃນມື້ວັນທີ 10 ມິນາ ເຮັດໃຫ້ມີຜົລ ກະທົບຫລາຍ ຕໍ່ຊີວິດການຢູ່ ຂອງປະຊາຊົນ ຊຶ່ງກ່ອນໜ້ານັ້ນ 1 ມື້ ຜູ້ຄົນຫລວງຫລາຍ ໄດ້ໄປລຽນແຖວ ກັນຊື້ໄວ້.
2022-03-10
ຣັຖບານລາວ ຕັ້ງເປົ້າໝາຍ ໃຫ້ປະຊາຊົນ ຫຼຸດພົ້ນຈາກ ຄວາມທຸກຍາກ ໃນປີ 2022 ໃຫ້ໄດ້ 30 ພັນປາຍຄອບຄົວ, ແຕ່ຫຼາຍຄົນ ເຫັນວ່າ ຄົງບໍ່ແມ່ນເຣື່ອງງ່າຍ ເພາະທຶນ ທີ່ຈະໄປຊ່ອຍ ໃຫ້ປະຊາຊົນ ພົ້ນທຸກ ຍັງເປັນສິ່ງທີ່ ມີຈຳກັດ.
2022-03-10
ໂຊເຟີຂັບຣົຖບັນທຸກລາວ ຫຼາຍຄົນທີ່ຂັບຣົຖສົ່ງສິນຄ້າ ໄປປະເທດຈີນ ເຣີ່ມຫັ້ນໄປສົ່ງສິນຄ້າ ຜ່ານດ່ານສາກົນລານຕຸ້ຍ ເມືອງຍອດອູ ແຂວງຜົ້ງສາລີ ຈາກທີ່ເຄີຍສົ່ງສິນຄ້າ ຜ່ານດ່ານສາກົນບໍ່ເຕັນ ແຂວງ ຫລວງນ້ຳທາ ຊຶ່ງໂຊເຟີຣົຖບັນທຸກຫຼາຍຄົນ ໄດ້ເຣີ່ມປ່ຽນ ເສັ້ນທາງນັບແຕ່ເດືອນ ກຸມພາເປັນຕົ້ນມາ.
2022-03-10
ຊາວເມືອງໄຊເສດຖາ ແລະເມືອງໄຊທານີ ນະຄອນຫລວງວຽງຈັນ ທີ່ເສັຍດິນໃຫ້ໂຄງການ ກໍ່ສ້າງທາງດ່ວນເລກ 1 ທັງໝົດ 689 ຕອນ ຍັງລໍຖ້າເງິນຄ່າຊົດເຊີຍຢູ່ ແລະ ທີ່ຜ່ານມາ ປະຊາຊົນຢາກໄດ້ 250,000-300,000 ກີບ ຕໍ່ແມັດກາເຣ ແຕ່ບໍຣິສັດຜູ້ລົງທຶນໃຫ້ພຽງ 150,000 ກີບ.