ສວນໃບຢາສູບ ສ້າງຣາຍໄດ້ດີ, ແຕ່ສົ່ງຜົລກະທົບ ຫຼາຍດ້ານ
2022.03.11

ປິ 2022 ນີ້ບໍຣິສັດຫົງຖາຢາສູບ ລາວ-ຈີນ ເປັນຜູ້ຂາຍເບັ້ຍໄມ້ ແລະຝຸ່ນ-ປຸຍໃຫ້ປະຊາຊົນ 174 ຄອບຄົວຢູ່ບ້ານຖິ່ນ ເມືອງງາ ແຂວງອຸດົມໄຊ ເພື່ອປູກໃບຢາສູບສົ່ງໃຫ້ໂຮງງານໃນ ເນື້ອທີ່ 60 ເຮັກຕ້າຣ໌ ແຕ່ບໍຣິສັດ ພັດບໍ່ຄຳນຶງເຖິງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສຸຂພາບຂອງປະຊາຊົນ. ໂດຍສະເພາະຜົລກະທົບດ້ານສິ່ງແວດລ້ອມ ທີ່ປະຊາຊົນພາກັນຕັດໄມ້ ທຳລາຍປ່າພາຍໃນເຂດບ້ານຖິ່ນ ເພື່ອເອົາໄມ້ມາເຜົາເປັນຟືນ ອົບໃບຢາສູບຈຳນວນຫລາຍແບບ ປະເມີນຄ່າບໍ່ໄດ້, ປະຊາຊົນທີ່ປູກໃບຢາສູບ ປີນີ້ກໍຈະພາກັນປູກໃບຢາສູບ ໃຫ້ບໍຣິສັດຈີນ ປີນີ້ ເປັນປີສຸດທ້າຍແລ້ວ ຍ້ອນເປັນການທຳລາຍປ່າໄມ້ ຂອງປະເທດ ແລະບໍ່ມີຄວາມສາມາດເສັຍຄ່າ ຊັພຍາກອນທັມຊາດ ແລະຄ່າເບັ້ຍໄມ້ ປູກປ່າທົດແທນໃຫ້ທາງກາລາວ ຕາມທີ່ຂັ້ນເມືອງ ຮ້ອງຂໍປະຊາຊົນມາໄດ້.
ດັ່ງຊາວສວນຢາສູບ ບ້ານຖິ່ນ ເມືອງງາ ແຂວງອຸດົມໄຊໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 10 ມີນານີ້ວ່າ:
“ເພາະວ່າສິ່ງແວດລ້ອມນັ້ນ ເພາະວ່າມັນຕັດໄມ້ທຳລາຍປ່ານີ້ ເພາະຣັຖບານເພິ່ນມັນຢຸດຕິ ການຖາງປ່າສະຊາຍຂຸດຄົ້ນປ່່່າໄມ້ຫັ້ນເດ ສຳລັບປີຕໍ່ໄປເຂົາເຈົ້າບໍ່ໃຫ້ປູກເນາະ ເພາະມັນຜິດກົດໝາຍປ່າໄມ້ຫັ້ນ ຄັນວ່າຖ້າຊິປູກຕ້ອງໄດ້ເສັຍຊັພຍາກອນ ຖືວ່າປະຊາຊົນເຂົາເຈົ້າກໍບໍ່ມິເງິນ ໄດ້ເສັຍຖືວ່າໄດ້້ໂຈະແຫລະໂອະ.”
ທ່ານໄດ້ກ່າວຕື່ມວ່າ ການປູກໃບຢາສູບໃຫ້ບໍຣິສັດຈີນນີ້ ແມ່ນບ້ານຖິ່ນຖືເປັນບ້ານໃຫຍ່ ຂອງເມືອງທີ່ປູກໃບຢາສູບໃຫ້ຈີນ ມາຕັ້ງແຕ່ປີ 2014 ແລະ ຫລາຍກວ່າໝູ່ ເນື່ອງຈາກເປັນການປູກທີ່ໄດ້ລາຍໄດ້ດີ ແລະໃຊ້ເວລາປູກສັ້ນ ຄືປູກພຽງ 3-4 ເດືອນ ແຕ່ເດືອນມົກກະຣາ ຫາ ເດືອນມີນາຂອງແຕ່ລະປີ ກໍສາມາດເກັບກູ້ໃບຢາດິບ ມາອົບຂາຍສົ່ງໃຫ້ບໍຣິສັດຈີນໄດ້ລາຍໄດ້ ຫັກຄ່າຝຸ່ນ ຄ່າປຸຍ ແລະຄ່າເບັ້ຍໄມ້ ສະເລັ່ຍ 15-18 ລ້ານກີບຕໍ່ໄຮ່ ຕໍ່ປີ.
ນອກຈາກບໍ່ພຽງແຕ່ກະທົບ ດ້ານສິ່ງແວດລ້ອມເທົ່ານັ້ນ ຜົລກະທົບດ້ານສຸຂພາບ ຂອງຊາວສວນຢາສູບທາງບໍຣິສັດຈີນ ກໍບໍ່ຄຳນຶງເຖິງດັ່ງການອອກ ຄວາມເຫັນໃນການປະຊຸມ ໃນວັນທີ 9 ມີນາ 2022 ທີ່ໄດ້ປຶກສາຫາລື ກ່ຽວກັບການສົ່ງເສີມ ການປູກຢາສູບ ຮັບປະກັນແກ້ໄຂຜົລກະທົບ ດ້ານສິ່ງແວດລ້ອມ ໄລຍະຍາວຢູ່ຫ້ອງການ ປົກຄອງເມືອງງາ ຊຶ່ງບໍ່ສາມາດກວດໄດ້ຊັດເຈນວ່າ ຊາວສວນຢາສູບມີຜົລກະທົບ ດ້ານສຸຂພາບ. ຄະນະທີ່ ສະພາບໂຕຈິງ ແຕ່ປີ 2014 ຮອດປັດຈຸບັນ ຊາວສວນຢາສູບໄດ້ໃຊ້ສານເຄມີ ຢ່າງຕໍ່ເນື່ອງ ບາງເທື່ອຜູ້ທີ່ມີພະຍາດປະຈຳໂຕ ກໍບໍ່ສາມາດສີດຢາເຄມີ ຢູ່ສວນຢາສູບຂອງໂຕເອງໄດ້ເລີຍ ເນື່ອງຈາກຂີວ, ວິນຫົວ ແລະ ບໍ່ຮູ້ວ່າຈະສົ່ງຜົລກະທົບ ຕໍ່ສຸຂພາບໃນມື້ໃດ.
ດັ່ງຊາວສວນຢາສູບ ອີກທ່ານນຶ່ງຢູ່ ບ້ານຖິ່ນ ເມືອງງາ ແຂວງອຸດົມໄຊ ກ່າວໃນມື້ດຽວກັນວ່າ:
“ມີພະຍາດ ເຂົາເຈົ້າກໍບໍ່ກ້າເຮັດ ເຂົາເຈົ້າກໍຢ້ານກໍຂີວແຫລະ ໂອ້ຜູ້ໃດໄດ້ສີດຜູ້ນັ້ນກໍໄດ້ໃສ່ແພປິດປາກແຫລະ ໂອ້ບໍ່ໃສ່ເຮົາກໍຂີ້ຢ້ານເຮົາກໍໄດ້ກັນໂຕໄປຫັ້ນ ກະທົບປານໃດເຮົາກໍບໍ່ຮູ້ແຫລະ ແຕ່ວ່າຍ້ອນວ່າປະຊາຊົນ ກໍບໍ່ມີຢູ່ບໍ່ມີກິນບໍ່ຊ່າງເຮັດຫຍັງ ບໍ່ມີວຽກເຮັດງານທັມຢ່າງຮຸນແຮງ ກໍປະນາໄວ້ລ້າກໍພາກັນເຮັດໄປຊິແຫລະ.”
ນອກຈາກນີ້ການເຮັດສັນຍາ ສົ່ງເສີມການປູກຢາສູບແຕ່ປີ 2014 ຮອດປັດຈຸບັນລະຫວ່າງ ຊາວສວນຢາສູບ ແລະບໍຣິສັດຈີນຈະເປັນການເຮັດສັນຍາ ປີຕໍ່ປີ ແລະໃນສັນຍາຣະບຸພຽງແຕ່, ແຕ່ລະປີຊາວສວນຢາສູບ ຢູ່ບ້ານຖິ່ນຈັກຄອບຄົວ ສາມາດປູກຢາສູບໄດ້ຈັກເຮັກຕ້າຣ໌ ຕໍ່ປີີ. ສ່ວນຝັ່ງບໍຣິສັດກໍຈະຂາຍເບັ້ຍໄມ້, ຝຸ່ນ-ປຸຍ ໃຫ້ປະຊາຊົນ ແລະເປັນຕລາດເກັບຊື້ນຳຊາວສວນຢາສູບ ພ້ອມທັງໃນສັນຍາຣະບຸວ່າ ທາງບໍຣິສັດຈະເປັນຜູ້ຈ່າຍ ຄ່າຊັພຍາກອນ ແລະຄ່າປູກປ່າທົດແທນ ໃຫ້ທາງການລາວ ແຕ່ຢ່າງໃດ ທາງຊາວສວນຢາສູບ ຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂບັນຫາດັ່ງກ່າວທັງໝົດ.
ດັ່ງຊາວສວນຢາສູບ ອີກທ່ານນຶ່ງ ຢູ່ບ້ານຖິ່ນ ເມືອງງາ ແຂວງອຸດົມໄຊກ່າວ ໃນມື້ດຽວກັນນີ້ວ່າ:
“ແຕ່ວ່າໄດ້ເສັຍຄ່າບໍຣິການຕ່າງໆ ແນວອື່ນໆ ໃຫ້ພັກໃຫ້ຣັຖຫລືເສັຍຄ່າ ຊັພຍາກອນບໍ່ທຸກສິ່ງທຸກຢ່າງນີ້ ເຂົາມອບໃຫ້ປະຊາຊົນຮັບຜິດຊອບໝົດ ປະຊາຊົນກໍບໍ່ຮູ້ບໍຣິສັດກໍບໍ່ຮູ້ ສເນີມື້ວານນີ້ຫັ້ນນ່າໃຫ້ຂັ້ນເທິງ ຫັ້ນນ່າ ເປັນຜູ້ກວດກາເບິ່ງຄືນເບິ່ງ.”
ກ່ຽວກັບເຣື່ອງນີ້ ທາງຜແນກກະສິກັມ ແລະປ່າໄມ້ ແຂວງອຸດົມໄຊ ກໍບໍ່ໄດ້ເຫັນດີໃຫ້ມີການຕັດໄມ້ ທຳລາຍປ່າ ເພື່ອສົ່ງເສີມການປູກຢາສູບ ໃຫ້ໂຮງງານຈີນ ເນື່ອງຈາກການລົງພື້ນທີ່ ແລະການວິເຄາະທຽບຄຽງ ຜົລໄດ້ຮັບ ແລະຜົລກທົບແລ້ວບໍ່ຄຸ້ມຄ່າ ເປັນຕົ້ນທາງ ພັກ-ຣັຖ ໄດ້ອາກອນລາຍໄດ້ ຈາກບໍຣິຈີນ 10% ຫລື ປະມານ 170-180 ລ້ານກີບຕໍ່ປີ ຂະນະທີ່ເນື້ອທີ່ປ່າໄມ້ແມ່ນ ຖືກທຳລາຍ ແລະບໍ່ໄດ້ຮັບການປູກທົດແທນ ຈຶ່ງໄດ້ສເນີໃຫ້ໂຮງງານຈີນ ຮັບຊື້ໃບຢາສູບນຳຊາວສວນຢາສູບ ແບບໃບຢາດິບແທນໃບຢາອົບ ເພື່ອຢຸດຕິການຕັດໄມ້ທຳລາຍປ່າ ໃນໄລຍະຍາວຊຶ່ງບໍຣິສັດຈີນ ຈະຕັດສິນໃຈແນວໃດ ກໍຕ້ອງຕິດຕາມຕໍ່ໄປ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງງາ ແຂວອຸດົມໄຊ ກ່າວໃນມື້ດຽວກັນວ່າ:
“ອາກອນທີ່ເຮົາໄດ້ ຮ້ອຍກ່ວາລ້ານແຕ່ລະປີ ເພາະລາຍຮັບເຮົາໄລ່ 10% ມັນບໍ່ຄຸ້ມຄ່ານ່າ ມາໄລ່ໂອ້ມັນບໍ່ຄຸ້ມ ຄັນຖ້າບໍຣິສັດຕັດສິນໃຈ ມາເກັບຊື້ໃຫ້ເກັບເປັນໃບຢາດິບເນາະ ເຮົາຈະພ້ອມຈະສົ່ງເສີມນີ້ແຫລະ ບໍຣິສັດຍັງຕັດສິນໃຈບໍ່ໄດ້ ບໍຣິສັດເອົາໄປສຶກສາກ່ອນ.”
ທ່ານໄດ້ກ່າວຕື່ມວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະສເນີໃຫ້ບໍຣິສັດຈີນ ສ້າງເຕົາອົບໄຟຟ້າເພື່ອອົບໃບຢາສູບ ປະຈຳບ້ານແທນ ແຕ່ເມື່ອທົບທວນປະສົບການ ຈາກເມືອງແບງ ແລະເມືອງໄຊ ທີ່ມີການໃຊ້ເຕົາອົບໄຟຟ້າເພື່ອອົບໃບຢາສູບ ແມ່ນສ້າງຜົລກະທົບດ້ານມົລພິດ ທາງອາກາດໃນເຂດບ້ານທີ່ປະຊາຊົນ ອາສັຍຢູ່ ຈຶ່ງໄດ້ໂຈະຂໍ້ສເນີໄປກ່ອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍຈະສເນີໃຫ້ທາງບໍຣິສັດຈີນ ແລະຊາວສວນຢາສູບຈ່າຍຄ່າຊັພຍາກອນທັມຊາດ ແລະປູກປ່າທົດແທນນຳດ້ວຍ ແຕ່ກໍໄດ້ໂຈະຂໍ້ສເນີນີ້ໄປນໍາດ້ວຍ ເນື່ອງຈາກສະພາບໂຕຈິງ ຊາວສວນຢາສູບ ແລະບໍຣິສັດຈີນ ເຮັດບໍ່ໄດ້ໂດຍສະເພາະ ການປູກປ່າທົດແທນ ທີ່ເຄີຍປູກແລ້ວ ກໍບໍ່ໄດ້ຜົລ ຕົ້ນໄມ້ຕາຍ ຫລື ປູກກະຈັດກະຈາຍ.
ສຳລັບດ້ານຜົລກະທົບ ດ້ານສານເຄມີ ຕໍ່ສຸຂພາບຂອງຊາວສວນຢາສູບນັ້ນ ແມ່ນພາກສ່ວນທີ່ກ່ຽວຂ້ອງ ບໍ່ມີເຄື່ອງມືທີ່ທັນສມັຍ ເພື່ອກວດວິເຄາະສານເຄມີ ຊະນິດໃດໃນຮ່າງກາຍ ຂອງຊາວສວນຢາສູບຄັກແນ່ ແຕ່ຖ້າຫາກເວົ້າເຖິງຜົລກະທົບ ຕໍ່ຮ່າງກາຍ ຍ້ອນສານເຄມີຈາກສວນຢາສູບ ແມ່ນມີ 100% ແລະ ຈະຢູ່ໃນລັກສະນະ ສະສົມໃນຮ່າງກາຍ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງເມືອງງາ ແຂວງອຸດົມໄຊຜູ້ດຽວກັນນີ້ ກ່າວວ່າ:
“ເຣື່ອງຜົລກະທົບ ຕໍ່ຮ່າງກາຍຂອງຊາວກະສິກອນ ແນ່ນອນ 100% ແຕ່ເຮົາບໍ່ມີວ່າ ບໍ່ມີເຄື່ອງໄປກວດເຂົາເຈົ້ານ່າວ່າ ເອີມັນໄດ້ຖືກສານອັນນັ້ນສານອັນນີ້ ເຂົາເຈົ້າກໍເຮັດກໍໃສ່ຢູ່ເວລາໃສ່ ປຸຍເວລາສີດຢາ ເຂົາເຈົ້າກໍໃສ່ອັດປາກ ນຸ່ງສົ່ງຂາສັ້ນນຸ່ງເສື້ອແຂນສັ້ນ ເປ້ກະຕຸກໄປສີດກໍໃສ່ຢູ່ຜ້າອັດປາກ ສົມມຸດວ່າແຕ່ວ່າມັນຊິກະທົບຮ້າຍແຮງບໍ່ ມັນກາບໍ່ຄ່ອຍໄດ້ຍິນກະທົບຮ້າຍແຮງ ຍ້ອນຖືກສານເຄມີໂຕນີ້ ມັນກໍບໍ່ມີແນ່ນອນມີລັກສະນະສະສົມ ໃນຮ່າງກາຍນັ້ນແຫລະ.”
ທ່ານໄດ້ກ່າວຕື່ມວ່າ ບໍຣິສັດຫົງຖາຢາສູບ ລາວ-ຈີນ ມີໂຮງງານແປຮູບຢາສູບ ເປັນກ່ອງເພື່ອສົ່ງອອກໄປຂາຍຢູ່ຕ່າງປະເທດ ເປັນຕົ້ນປະເທດຈີນ ໂດຍມີໂຮງງານແປຮູບນີ້ ຢູ່ແຂວງສວັນນະເຂດ ໃນແຕ່ລະປີຊາວສວນຢາສູບ ຢູ່ບ້ານຖິ່ນ ຈະປູກຢາສູບຄອບຄົວລະ 2 ໄຮ່ໂດຍປະມານ.
ປີ 2014-2015 ມີປະຊາຊົນສົນໃຈ ປູກຢາສູບພຽງແຕ່ 8 ຄອບຄົວແຕ່ມາໃນປີ 2022 ນີ້ປະຊາຊົນສົນໃຈປູກຢາສູບເຖິງ 174 ຄອບຄົວ ເນື່ອງຈາກບໍຣິສັດຈີນ ຕ້ອງການໃບຢາສູບເພີ່ມຂື້ນ ຈຶ່ງເຮັດໃຫ້ເນື້ອທີ່ປ່າເລົາໃນເຂດບ້ານຖິ່ນ ຖືກປະຊາຊົນຕັດໄມ້ ທຳລາຍປ່າ ເພີ່ມຂື້ນທຸກປີ ແລະ ມີຊາວສວນຢາສູບສັມພັດ ກັບສານເຄມີເພີ່ມຂື້ນທຸກປີ. ອີງຕາມຂໍ້ມູນຈາກ ຂແນງການທີ່ກ່ຽວຂ້ອງ ເມືອງງາ ແຂວງອຸດົມໄຊ.