ທາງດ່ວນເລກ 1 ຍັງຕົກລົງ ລາຄາຄ່າຊົດເຊີຽບໍ່ໄດ້

ຈຳປາທອງ
2022.03.10
ທາງດ່ວນເລກ 1 ຍັງຕົກລົງ ລາຄາຄ່າຊົດເຊີຽບໍ່ໄດ້ ການກໍ່ສ້າງ ເສັ້ນທາງດ່ວນວຽງຈັນ ໝາຍເລຂ 1 ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ. ຮູບຖ່າຍເມື່ອ ເດືອນພຶສຈິກາ 2020 ໂດຍ TS
RFA

ປະຊາຊົນ ຢູ່ເມືອງໄຊເສດຖາ ແລະເມືອງໄຊທານີ ນະຄອນຫລວງວຽງຈັນ ທີ່ເສັຍດິນໃຫ້ໂຄງການ ກໍ່ສ້າງທາງດ່ວນເລກ 1 ແຕ່ເຂດເສຖກິດ ພິເສດບຶງທາດຫລວງ ໄປຫາບ້ານດົງໝາກຄາຍ ທັງໝົດ 689 ຕອນ ຍັງລໍຖ້າເງິນຄ່າຊົດເຊີຍຢູ່ ແຕ່ທາງບໍຣິສັດ ຜູ້ລົງທຶນກໍ່ສ້າງຍັງບໍ່ທັນໄປໄກ່ເກັ່ຍ ເຣື່ອງລາຄາດິນເທື່ອ.

ຊາວບ້ານຜູ້ນຶ່ງຢູ່ເມືອງໄຊເສດຖາ ທີ່ເສັຍດິນໃຫ້ໂຄງການດັ່ງກ່າວ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ມິນານີ້ວ່າ ພາຍຫລັງທີ່ປະຊາຊົນ ບໍ່ຍອມຮັບເອົາເງິນຄ່າຊົດເຊີຍເມື່ອປີ 2020 ເພາະເຫັນວ່າ ຄ່າດິນທີ່ຈະໃຫ້ນັ້ນຕໍ່າຫລາຍ, ບໍ່ສົມເຫດບໍ່ສົມຜົລ. ຢາກໃຫ້ມີການໄກ່ເກັ່ຍ ເຣື່ອງຄ່າຊົດເຊີຍໃໝ່, ແຕ່ຈົນມາເຖິງປັດຈຸບັນ ທາງບໍຣິສັດຜູ້ລົງທຶນກໍ່ ສ້າງກໍຍັງບໍ່ທັນມາໄກ່ເກັ່ຍເທື່ອ ໃນຂະນະທີ່ການກໍ່ສ້າງທາງດ່ວນ ນັ້ນຄືບໜ້າໄປເລື້ອຍໆ.

ຍັງໆຂອງເຮົາກະຍັງບໍ່ໄດ້ທົດແທນເທື່ອ ເຂົາຍັງບໍ່ໄດ້ລົງມາເລີຍ ເອີ ເຮົາຮ້ອງເອົາ 260 ພັນກີບຕໍ່ແມັດກາເຣນະ ແຕ່ວ່າຂະເຈົ້າໃຫ້ແຕ່ 150 ພັນກີບຫັ້ນນ່າ ແລ້ວເຮົາກະຍັງບໍ່ໃຫ້ເທື່ອ ປ່ອຍບໍ່ໄດ້ເທື່ອແລ້ວ ຊື້ມາກະແພງແລ້ວ ເຂົາຕ້ອງຮ້ອງໃຫ້ປະຊາຊົນ ອັນນີ້ເຂົາເປັນທາງດຽວໝົດແລ້ວ ບໍຣິສັດ ກັບເຈົ້າໜ້າທີ່.

ຊາວບ້ານຜູ້ນີ້ເວົ້າຕື່ມອີກວ່າ ຫາກບໍ່ໄດ້ຮັບເງິນຊົດເຊີຍ ຕາມຄໍາສເນີຂອງຊາວບ້ານ ແມັດກາເຣນຶ່ງ 250 ພັນກີບ ຫາ 300 ພັນກີບ ຊາວບ້ານກໍຈະຂໍຄັດຄ້ານຢູ່ຕໍ່ໄປ ແລະຈະບໍ່ຍອມຮັບເອົາເງິນຊົດເຊີຍນັ້ນ.

ປະຊາຊົນອີກຜູ້ນຶ່ງ ຢູ່ເມືອງໄຊທານີ ທີ່ເສັຍດິນໃຫ້ໂຄງການ ເວົ້າວ່າ ດິນທີ່ຊາວ ບ້ານເສັຍໃຫ້ໂຄງການທາງດ່ວນ ແມ່ນເປັນດິນທີ່ຢູ່ໃຈກາງ ນະຄອນຫວງວຽງຈັນ ຫາກຊື້-ຂາຍ ກັນຕາມທ້ອງຕລາດ ຈະມີລາຄາສູງເຖິງ 6-7 ແສນກີບຕໍ່ແມັດກາເຣ. ແຕ່ທາງບໍຣິສັດຜູ້ລົງທຶນກໍ່ສ້າງ ປະເມີນລາຄາດິນນັ້ນຕໍ່າຫລາຍ, ບໍ່ຍຸຕິທໍາສໍາລັບຊາວ ບ້ານ. ຫາກບໍ່ໄດ້ຕາມລາຄາປະເມີນການຊື້-ຂາຍໂຕຈິງ ກໍຈະບໍ່ຍອມມອບດິນໃຫ້ໂຄງການດັ່ງກ່າວ ແລະກໍຂໍຮຽກຮ້ອງໃຫ້ທາງການລາວ ເຂົ້າຊ່ອຍໄກ່ເກັ່ຍໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ເພື່ອຄວາມຍຸຕິທັມ.

ດັ່ງທີ່ທ່ານກ່າວວ່າ:

ຊ່ວງນຶ່ງ ຊິເຈົ້າມາຖົມດິນແລ້ວກະແລ້ວເລີຍ ເທົ່າດຽວນີ້ຂະເຈົ້າກະບໍ່ມາ ແຕ່ວ່າເຂົາຊື້ເຂົາຂາຍກັນ ຢູ່ບ່ອນເຂດຂອງຂ້ອຍຫັ້ນ ກະແມັດນຶ່ງ 2 ພັນບາດເນາະຕໍ່ແມັດກາເຣ ຫລືປະມານ 6-7 ແສນກີບ ຫາກບໍ່ຮູ້ວ່າໂຕຈິງມັນທໍ່ໃດເນາະ ລໍຟັງເບິ່ງມັນກະຫລາຍຄົນ ບໍ່ແມ່ນຜູ້ນຶ່ງຜູ້ດຽວຫັ້ນນ່າ ມັນຂ້ອນຂ້າງທໍາເລດີ ຂະເຈົ້າກະເອີ້ນສູງໜ້ອຍນຶ່ງຊີ້ນ່າ.

ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງໄຊທານີ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ມິນານີ້ວ່າ ຜ່ານມາໄດ້ 2 ປີປາຍ ນັນຕັ້ງແຕ່ຊາວບ້ານຄັດຄ້ານ ບໍ່ຍອມມອບດິນໃຫ້ໂຄງການດັ່ງກ່າວ ຈົນກວ່າ ຈະມີການປະເມີນລາຄາດິນຄືນໃໝ່ ຈົນມາຮອດດຽວນີ້ ທາງບໍຣິສັດກໍຍັງມິດງຽບຢູ່, ບໍ່ມາໄກ່ເກັ່ຍເຣື່ອງເງິນຊົດເຊີຍກັບຊາວບ້ານ ຂະນະທີ່ຊາວບ້ານຈໍານວນນຶ່ງກໍບໍ່ໄດ້ຕິດຕໍ່ກັບທາງບໍຣິສັດ ກ່ຽວກັບເຣື່ອງທີ່ວ່ານີ້.

ເຮົາບໍ່ເຫັນ ກະບໍ່ຮູ້ນໍາ ຂາດການຕິດຕໍ່ກັບຂະເຈົ້າ (ບໍຣິສັດ) ເລີຍຫັ້ນນ່າ ປະຊາຊົນຢູ່ແຖວນັ້ນ ເຮົາກະບໍ່ຮູ້ນໍາຂະເຈົ້າຄືກັນ ສະເພາະຂອງເຮົາຫັ້ນກະບໍ່ມີຫຍັງ ບໍ່ມີການຕິດຕໍ່ມາເທື່ອ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາບໍຣິສັດ ເອເຊັຽລົງທຶນພັທນາແລະກໍ່ສ້າງ ແລະບໍຣິສັດຈີນ China North Industries Corporation ຊຶ່ງເປັນບໍຣິສັດ ຜູ້ພັທນາໂຄງການທາງດ່ວນເລກ 1 ເພື່ອຂໍຮູ້ເຣື່ອງການໄກ່ເກັ່ຍ ແລະການຊົດເຊີຍເງິນ ໃຫ້ຊາວບ້ານທີ່ໄດ້ຮັບຜົນກະທົບ ແຕ່ບໍ່ສາມາດຕິດຕໍ່ໄດ້.

ເຈົ້າໜ້າທີ່ນະຄອນຫລວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຍັງບໍ່ຮູ້ຄວາມຄືບໜ້າເຣື່ອງການໄກ່ເກັ່ຽ ແລະເງິນຊົດເຊີຍຈາກທາງບໍຣິສັດເທື່ອ ຍ້ອນບັນຫາການລະບາດຂອງໂຄວິດ-19 ທີ່ກິນເວລາຍືດເຍື້ອມາແລ້ວ 2 ປີ, ຫລາຍຢ່າງຢູ່ໃນການດໍາເນີນການ. ແຕ່ເຖິງຢ່າງໃດກໍຕາມ ທາງນະຄອນຫລວງ ກໍຈະພະຍາຍາມຊຸກຍູ້ ຕິດຕາມຄວາມຄືບໜ້າ ນໍາຫ້ອງການປົກຄອງ ເມືອງໄຊເສຖາ ແລະເມືອງໄຊທານີ ແລະບໍຣິສັດຜູ້ລົງທຶນ  ທີ່ເປັນພາກ ສ່ວນຫລັກໃນການຈ່າຍເງິນຊົດເຊີຍ ໃຫ້ແກ່ຊາວບ້ານທີ່ໄດ້ຮັບຜົນກະທົບ.

ຜ່ານມາຫັ້ນກະ ເຮົາກະໄດ້ຊຸກຍູ້ ເຈົ້າຂອງໂຄງການຊົດເຊີຍໃຫ້ປະຊາຊົນ ເພາະວ່າການຊົດເຊີຍນີ້ ຈະແມ່ນອົງການປົກຄອງ ກັບໂຄງ ການຫລືບໍຣິສັດເນາະ ແກ້ໄຂໃຫ້ຜູ້ຖືກຜົນກະທົບ.

ກ່ຽວກັບບັນຫາ ທີ່ດິນໃນນະຄອນຫລວງວຽງຈັນນີ້ ທ່ານ ສິນລະວົງ ຄຸດໄພທູນ ກ່າວຕໍ່ກອງປະຊຸມສມັຍສາມັນຄັ້ງທີ 1 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ສມັຍທີ່ທ່ານເປັນເຈົ້າຄອງ ນະຄອນຫວງວຽງຈັນ ໄດ້ມື້ວັນທີ 17 ກໍຣະກະດາ 2020 ວ່າ ບັນຫາການຊົດເຊີຍເງິນໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບຈາກໂຄງການຕ່າງໆນັ້ນ ສໍາຄັນແມ່ນການກໍານົດ ລາຄາຊົດເຊີຍຖືກ ບໍ່ເໝາະສົມກັບສະພາບພື້ນທີ່ເສຖກິດ ເຮັດໃຫ້ຊາວບ້ານເຫລົ່ານັ້ນ ເກີດຄວາມບໍ່ພໍໃຈ ແລະບໍ່ຍອມຮັບເອົາເງິນຊົດເຊີຍ ຈົນກາຍມາເປັນບັນຫາທີ່ຕ້ອງມາໄກ່ເກັ່ຽ ເກືອບທຸກໂຄງການພັທນາ.

ດັ່ງທ່ານກ່າວໃນຕອນນຶ່ງວ່າ:

 ມັນບັນຫາບ່ອນວ່າ 1 ລະແມ່ນມັນຖືກ ລາຄາຣັດປະກາດນີ້ ອັນນີ້ເວົ້າຊັດເຈນ ຫລາຍໂຄງການບໍ່ແມ່ນປະຊາຊົນ ບໍ່ໃຫ້ດິນ ມັນຖືກ ຊັ້ນເຮົາສິແກ້ແນວໃດ ອັນສາເຫດວ່າໃຫ້ມັນແພງຫັ້ນນ່າ ມັນບໍທັນມີທາງອອກ.

ທ່ານກ່າວຕໍ່ໄປວ່າ ການຊົດເຊີຍເງິນໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການຕ່າງໆ ໃນເຂດນະຄອນຫລວງວຽງຈັນ ທີ່ຍັງເປັນບັນຫາ ແລະກໍາລັງເລັ່ງຫາ ທາງແກ້ໄຂຫາທາງອອກ ມີຢູ່ບໍ່ຕໍ່າກວ່າ 10 ໂຄງການ ເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງຣົຖໄຟລາວ-ຈີນ, ໂຄງການກໍ່ສ້າງທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ, ໂຄງການພັທນາທ່າບົກ-ທ່ານາແລ້ງ ແລະເຂດໂລຊິສຕິກ ແລະໂຄງການກໍ່ສ້າງທາງດ່ວນນະ ຄອນຫລວງວຽງຈັນ ໝາຍເລກ 1.

ສໍາລັບໂຄງການກໍ່ສ້າງທາງດ່ວນ ນະຄອນຫວງວຽງຈັນໝາຍເລກ 1 ແມ່ນເລີ່ມແຕ່ເຂດເສຖກິດພິເສດ ບຶງທາດຫລວງ ໄປຫາບ້ານດົງໝາກຄາຍ ຮວມໄລຍະທາງປະມານ 15 ກິໂລແມັດ ໄດ້ດໍາເນີນການກໍ່ສ້າງມາຕັ້ງແຕ່ຕົ້ນປີ 2020 ແລະກໍານົດສ້າງເສັດໃນປີ 2023 ຮວມມູນຄ່າການລົງທຶນ 200 ລ້ານໂດລາສະຫະຣັດ.

ໂຄງການດັ່ງກ່າວ ເປັນການລົງທຶນ ແລະພັທນາໂດຍບໍຣິສັດ ເອເຊັຽລົງທຶນພັທນາແລະກໍ່ສ້າງ ແລະບໍຣິສັດ China North Industries Corporation ປະເທດຈີນ 100% ອາຍຸສໍາປະທານ 20 ປີແລະສາມາດຕໍ່ໄດ້ຄັ້ງລະ 20 ປີ. ແລະກໍເປັນໂຄງການ ທີ່ສ້າງຜົນກະທົບໃຫ້ຊາວບ້ານຈໍານວນ 2 ເມືອງ 18 ບ້ານ ຄືເມືອງໄຊເສຖາ 12 ບ້ານ ມີທີ່ດິນຖືກຜົນກະທົບທັງໝົດ 510 ຕອນ ແລະເມືອງໄຊທານີ  6 ບ້ານ ທີ່ດິນຖືກຜົນກະທົບທັງໝົດ 179 ຕອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.