ຊາວເມືອງຫາດຊາຍຟອງ ຂໍຄ່າ ຊົດເຊີຍ

ອຸ່ນແກ້ວ ສຸກສະຫວັນ
2017.04.06
f-land ພື້ນທີ່ດິນ ທີ່ຊາວບ້ານ ຢູ່ເມືອງຫາດຊາຍຟອງ ເຄີຍໃຊ້ປູກຝັງ ລ້ຽງຄອບຄົວ
RFA/TP

ຊາວບ້ານ ນຶ່ງຄອບຄົວ ຢູ່ບ້ານ ດົງໂພສີ ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ຂໍຄ່າຊົດເຊີຍທີ່ດິນ ທີ່ເຂົາເຈົ້າ ໃຊ້ທຳກິນມາເປັນ ເວລາ 18 ປີ ຫລັງຈາກ ທີ່ມີກຸ່ມຄົນ ພາຍນອກ ພ້ອມກັບ ອຳນາດ ການປົກຄອງ ຂັ້ນບ້ານ ເຂົ້າມາເອົາທີ່ດິນ ດັ່ງກ່າວໄປ ປຸກສ້າງເຮືອນ ໂດຍທີ່ ບໍ່ຍອມໃຫ້ ຄ່າຊົດເຊີຍ ໃນຂນະທີ່ ເຂົາເຈົາ ກໍໄດ້ເສັຽຄ່າທຳນຽມ ເປັນປະຈໍາທຸກໆປີ. ດັ່ງຊາວບ້ານ ຜູ້ທີ່ເປັນເຈົ້າຂອງ ທີ່ດິນໄດ້ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 4 ເມສາ ນີ້ວ່າ:

"ເປັນຂອງເຮົາດົນແລ້ວ ແຕ່ວ່າດິນແທ້ໆ ມັນກໍເປັນດິນຂອງຣັຖ ຫັ້ນແຫຼະແຕ່ວ່າ ເຮົາກໍເສັຽພາສີເຮັດນາ, ເປັນບຸກຄົນເຂົ້າມາເອົາ ຂະເຈົ້າ ເອົາມາປັນກັນວ່າ ຈະເຮັດເຮືອນ ເຮັດຫຍັງຢູ່ນີ້ແຫຼະ ເຮັດເປັນຕອນນ້ອຍໆ ເປັນຕອນ ເປັນຕອນປັນກັນ ເພິ່ນຈົ່ງໄວ້ໃຫ້ ນີ້ກໍມີແຕ່ 2 ໄຣ່ ພໍໄດ້ເຮັດສວນນ້ອຍໆ ແຕ່ວ່ານານີ້ ໝົດແລ້ວ".

ຊາວບ້ານທ່ານນີ້ ອະທິບາຍວ່າ ທີ່ດິນທີ່ຄອບຄົວຂອງຕົນ ກຳລັງຈະເສັຽໃຫ້ກັບ ກຸ່ມຄົນພາຍນອກ ນີ້ແມ່ນ ຍັງບໍ່ທັນໄດ້ ມີໃບຕາດິນຂອບ -ທອງ ຊຶ່ງມີທັງມົດ 18 ໄລ່ ແຕ່ດິນດັ່ງກ່າວ ຄອບຄົວຂອງລາວເອງ ໄດ້ເສັຽພາສີ ໃຫ້ແກ່ຜແນກການເງິນ ແລະຊ່ວຍສາອາກອນ ມາໄດ້ 18 ປີແລ້ວ.

ແຕ່ໃນເດືອນ ມີນາ ທີ່ຜ່ານມາ ກໍມີບຸກຄົນ ພາຍນອກ ເຂົ້າມາກັບອຳນາດ ການປົກຄອງບ້ານ ມາສຳຣວດ ແລະບອກວ່າ ຈະເອົາທີ່ດິນ ຕອນດັ່ງກ່າວ ໄປສ້າງເຮືອນ ຈຳນວນ 16 ໄຣ່ ເຫລືອໄວ້ໃຫ້ ຄອບຄົວຂອງຕົນ ພຽງ 2 ໄຣ່ ແລະ ບໍ່ຍອມຈ່າຍ ຄ່າຊົດເຊີຍ. ຜູ້ທີ່ມາ ເອົາທີ່ດິນ ບໍ່ຕ້ອງການຮັບຟັງ ຫຍັງໝົດ, ດັ່ງຊາວບ້ານ ກ່າວຕື່ມອີກວ່າ:

"ເພິ່ນປະກາດໃຫ້ເຊົາໃຫ້ຢຸດ ເທື່ອນຶ່ງແລ້ວ ແຕ່ວ່າ ກໍຍັງມາຄືເກົ່າຢູ່ ມື້ວານນີ້ ກໍມາລາຍນຶ່ງ ມາອີກຄັນນຶ່ງ ມາຂຸດສ້າງໃນນາ ເຂົາດຸດໄປ ໝົດແລ້ວ ບໍ່ນັກຊິວ່າ ແຕ່ວ່າ ຕ້ອງການ ຄ່າຊົດເຊີຍ ໃຫ້ເຮົາທີ່ວ່າເຮົາ ຕຳເຂົ້າ ເຮົາເຮັດແບບ ເປັນໄຮ່ເປັນນາ ມາແລ້ວ".

ກ່ຽວກັບເລື້ອງນີ້ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການ ຊັພຍາກອນ ທໍາມະຊາດ ແລະສິ່ງແວດລ້ອມ ເມືອງຫາດຊາຍຟອງ, ແລະ ຜແນກ ຊັພຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ແຕ່ເຈົ້າໜ້າທີ່ ປະຕິເສດ ທີ່ຈະໃຫ້ ຄຳເຫັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.