ຜູ້ເສັຽດິນໃຫ້ ທາງຣົຖໄຟລາວ-ຈີນ ລໍຄ່າຊົດເຊີຍຢູ່
2022.02.04
ວັນທີ 1 ກຸມພາ ທີ່ຜ່ານມານີ້ ທ່ານ ສຸກຄຳເພັດ ເຮືອງບຸດສີ ຮອງປະທານກວດກາ ແຫ່ງຣັຖ ພ້ອມຄະນະໄດ້ລົງຕິດຕາມ ກວດກາຜົລກະທົບຈາກໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນ ເຂດ 5 ແລະ ເຂດ 6 ຢູ່ນະຄອນຫລວງວຽງຈັນ ເພື່ອຕິດຕາມບັນຫາ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ເປັນຕົ້ນການຊົດເຊີຍ ໃຫ້ແກ່ຊາວບ້ານທີ່ຍັງຄ້າງຄາ ແລະຜົລກະທົບອື່ນໆ ທີ່ເກີດຂື້ນຍ້ອນ ການກໍ່ສ້າງທາງຣົຖໄຟ ລາວ-ຈີນ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາອົງການ ກວດກາເແຫ່ງຣັຖ ແລະຄະນະກັມມະການ ຊົດເຊີຍສິ່ງກີດຂວາງ ໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ປະຈຳນະຄອນຫລວງວຽງ ຈັນເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມແຕ່ບໍ່ມີເຈົ້າໜ້າທີ່ ຜູ້ໃດສາມາດໃຫ້ຣາຍລະອຽດໄດ້.
ຢ່າງໃດກໍຕາມ ຊາວບ້ານທີ່ຍັງບໍ່ໄດ້ຮັບ ຄ່າຊົດເຊີຍຈາກໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນ ແລະ ເຂດໂລຈິສຕິກ ຢູ່ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ກ່າວວ່າໃນມື້ດັ່ງກ່າວລາວກໍບໍ່ຮູ້ ຮອງປະທານກວດກາ ແຫ່ງຣັຖມາຕິດຕາມ ແລະຮີບໂຮມຂໍ້ມູນ ຢູ່ພາຍໃນທ້ອງຖິ່ນຂອງລາວ ຊຶ່ງກໍເຮັດໃຫ້ຊາວບ້ານຫລາຍຄົນຮູ້ສຶກດີໃຈ ແລະຫວັງວ່າທາງຂັ້ນເທີງຈະເລັ່ງແກ້ໄຂ ແລະດຳເນີນການຈ່າຍຄ່າຊົດເຊີຍໃຫ້ສຳເຣັດໂດຍໄວ.
ດ່ັງຍານາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 4 ກຸມພານີ້ວ່າ:
“ເພິ່ນກາລົງມາກວດກາ ຂອງຂະເຈົ້າຫັ້ນແຫລະ ເພິ່ນກາມີແຕ່ວ່າຊິເລັ່ງ ໃຫ້ດ່ວນຫັ້ນແຫລະ ແຕ່ຍັງບໍ່ຮູ້ຊິວ່າຈັ່ງໃດເທື່ອ ຄັນເພິ່ນເວົ້າວ່າຊິແກ້ໄຂ ໃຫ້ປະຊາຊົນເລັ່ງດ່ວນ ນີ້ກາຢາກດີໃຈຢູ່ ຖ້າເພິ່ນແກ້ໄຂໃຫ້ປະຊາຊົນ ໄດ້ກະຊິຂໍຊົມເຊີຍເພິ່ນ.”
ຊາວບ້ານຢູ່ເມືອງຫາດຊາຍຟອງ ອີກນາງນຶ່ງກ່າວວ່າການທີ່ຂັ້ນເທີງ ໄດ້ລົງພື້ນທີ່ມາຕິດຕາມ ແກ້ໄຂຜົລກະທົບ ດັ່ງກ່າວນັ້ນກໍຖືວ່າເປັນສັນຍານທີ່ດີຢູ່ ແຕ່ການລົງພື້ນທີ່ນັ້ນກໍບໍ່ໄດ້ມີ ການພົບປະກັບບັນດາຊາວບ້ານ ທີ່ຍັງບໍ່ໄດ້ຄ່າຊົດເຊີຍ ແລະກໍບໍ່ໄດ້ແຈ້ງການໃຫ້ຊາວບ້ານ ຮູ້ລ່ວງໜ້າ ຈຶ່ງບໍ່ມີໂອກາດໄດ້ສ່ອງແສງໃຫ້ທາງຂັ້ນເທີງ.
ດັ່ງຍານາງກ່າວວ່າ:
“ກາເປັນສັນຍານທີ່ດີຢູ່ຫັ້ນແຫລະ ກາເພິ່ນກາຊິຊ່ອຍບໍ່ຫລືວ່າຈັ່ງໃດ ອັນນີ້ກາຍັງບໍ່ຮູ້ເນາະເພິ່ນລົງມາ ມັນກໍຍັງງຽບໆ ຢູ່ຫັ້ນນ່າເພິ່ນບໍ່ໄດ້ແຈ້ງການ ໃຫ້ຊາວບ້ານຮູ້ເດ້ເພິ່ນລົງມານ່າ ເພິ່ນລົງມາກວດວ່າ ມັນເປັນຈັ່ງໃດມາຈັ່ງໃດ.”
ທາງດ້ານຊາວບ້ານ ຢູ່ເມືອງຫາດຊາຍຟອງອີກທ່ານນຶ່ງ ກໍຢືນຢັນວ່າປັດຈຸບັນລາວເອງ ກໍໃຫ້ຊາວບ້ານທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ດັ່ງກ່າວນັ້ນມາກູ້ຢືມເງິນ ໄປເພື່ອໃຊ້ຈ່າຍແກ້ໄຂຄວາມທຸກຍາກ ພາຍໃນຄອບຄົວໂດຍຊາວບ້ານ ຈະຄືນເງິນໃຫ້ກໍຕໍ່ເມື່ອໄດ້ຮັບຄ່າຊົດເຊີຍແລ້ວ.
ດັ່ງທ່ານກ່າວວ່າ:
“ມີແຕ່ເອື້ອຍນ້ອງເຮົາ ນີ້ບໍ່ມີເຮືອນໄກ້ກັນແລ້ວກາຢືມກາເອົາໃຫ້ ບໍ່ວ່າດອກເຂົາກາວ່າຊິໄດ້ ເງິນເນາະກາເອົາໃຫ້ຫັ້ນແຫລະກາພີ່ໆ ນ້ອງໆ ນີ້ແຫລະ ກາບໍ່ໄດ້ວ່າທາງອີ່ຫຍັງດອກກາ ບໍ່ແມ່ນໃສ່ຮ້າຍທາງຣົຖທາງອີ່ຫຍັງດອກ.”
ໃນຂະນະດຽວກັນ ຮອງປະທານກວດກາແຫ່ງຣັຖ ພ້ອມດ້ວຍຄະນະກໍໄດ້ລົງພື້ນທີ່ຕິດຕາມ ຜົລກະທົບອື່ນໆ ທີ່ເກີດຈາກໂຄງການ ກໍ່ສ້າງທາງຣົຖໄຟ ລາວ-ຈີນເປັນຕົ້ນບັນຫາຊາວບ້ານຢູ່ ເຂດບ້ານດອນໜູນເມືອງໄຊທານີ ທີ່ໄດ້ຮັບຜົລກະທົບຈາກການສ້າງຂົວຂ້າມຣົຖໄຟ ທີ່ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຍ້ອນຍັງຕ້ອງການຄ່າຊົດເຊີຍເພີ່ມຕື່ມ.
ດັ່ງຊາວບ້ານໃກ້ຄຽງນາງນຶ່ງກ່າວ ວ່າ:
“ມັນກໍມີຢູ່ ຢູ່ຂ້າງເຮືອນຂ້ອຍ ຂ້າງຮ້ານຂ້ອຍ ມັນຖືກ ຣັຖບານເພິ່ນຈ່າຍ ແກ້ໄຂກັນຈັ່ງໃດຂອງ ທີ່ເຫລືອຫັ້ນນ່າ ບາງຄົນເຂົາກາຍັງບໍ່ໄດ້ ບາງຄົນເຂົາກາໄດ້ແລ້ວອີ່ຫຍັງຊິນ່າ.”
ພ້ອມດຽວກັນນີ້ ຄະນະຂອງຮອງປະທານ ກວດກາແຫ່ງຣັຖ ກໍໄດ້ໄປກວດກາຕິດຕາມບັນຫາ ທີ່ຊາວບ້ານເດີນທາງເຂົ້າ-ອອກບ້ານບໍ່ສະດວກ ແລະບັນຫານໍ້າຖ້ວມບໍຣິເວນກ້ອງອຸໂມງ ທາງຣົຖໄຟລາວ-ຈີນຢູ່ບ້ານນໍ້າກ້ຽງເມືອງນາຊາຍທອງ.
ດັ່ງຊາວບ້ານ ບ້ານນໍ້າກ້ຽງນາງນຶ່ງກ່າວວ່າ:
“ຊາວບ້ານ ກາໄປມາຫຍຸ້ງຍາກຫັ້ນແຫລະ ທາງສະພາເພິ່ນກາລົງມາແລ້ວ ຊິແກ້ໄຂຢູ່ບາງບ້ານຫັ້ນ ຂະເຈົ້າກາມີຢູ່ຫົນທາງ ຂະເຈົ້າບໍ່ໄດ້ຕັນຝົນຕົກ ນໍ້າຍັງຖ້ວມຢູ່ກ້ອງອຸໂມງ.”
ນອກຈາກນັ້ນ ຮອງປະທານກວດກາແຫ່ງຣັຖ ຍັງໄດ້ລົງພື້ນທີ່ອີກຫລາຍແຫ່ງ ໃນນະຄອນຫລວງວຽງຈັນເພື່ອຕິດຕາມ ບັນຫາອື່ນໆ ທີ່ເກີດຂື້ນຈາກໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ເປັນຕົ້ນບັນຫາຜູ້ຮັບເໝົາ ທີ່ເຮັດວຽກເຈາະອຸໂມງຣົຖໄຟ ໄດ້ເອົາດິນຖົມໃສ່ທີ່ດິນຂອງຊາວບ້ານ, ຜົລກະທົບຈາກການລວງຄອງເໝືອງ ກ້ອງທາງຣົຖໄຟ ເຮັດໃຫ້ນໍ້າອຸດຕັນ ແລະຜົລກະທົບຕໍ່ດິນ ທຳການຜລິດ ຂອງຊາວບ້ານ ທີ່ບໍ່ທັນໄດ້ແກ້ໄຂ ຮວມທັງຈຸດທີ່ເຄີຍມີການລັກສາຍໄຟຟ້າ ແລະເຫລັກທາງຣົຖໄຟ ອີງຕາມຂໍ້ມູນຈາກສະຖານີໂທຣະທັດ ນະຄອນຫລວງວຽງຈັນ.
ໂຄງການກໍ່ສ້າງ ທາງຣົຖໄຟລາວ-ຈີນ ເຂດນະຄອນຫລວງວຽງຈັນ ມີຄວາມຍາວເກືອບ 60 ກິໂລແມັດໃນນັ້ນຖືກດິນຊາວບ້ານ 1,523 ຕອນ ຢູ່ເຂດເມືອງນາຊາຍທອງ, ເມືອງໄຊເສດຖາ, ເມືອງໄຊທານີ ແລະ ເມືອງຫາດຊາຍຟອງ ປັດຈຸບັນກຳລັງຢູ່ໃນລະຫວ່າງເບີກຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນທີ່ຖືກຜົລກະທົບໄລຍະທີ 1 ຈຳນວນ 57 ຕອນ ແລະ ໄລຍະທີ 2 ຈຳນວນ 493 ຕອນ,ໂດຍຜ່ານມາໄດ້ຊົດເຊີຍໄປແລ້ວໄລຍະທີ 1 ຈຳນວນ 882 ຕອນ ແລະ ໄລຍະທີ 2 ຈຳນວນ 91 ຕອນ.