ເຣື່ອງທີ່ດິນບ້ານນາໂນ ໄດ້ ຂໍ້ສລຸບ

ສຸພັດຕາ
2019.04.29
F-Nano ຊາວບ້ານຜູ້ທີ່ລໍຖ້າ ໃຫ້ທາງການ ຈັດສັນທີ່ດິນທົດແທນໃຫ້ ຕັ້ງແຕ່ 10 ກວ່າປີຜ່ານມາ ຈົນຕັດສິນໃຈ ອອກເງິນກັນຈ້າງຣົດດຸດ ມາບຸກເບີກທີ່ດິນເອງ
ຮູບພາບຈາກ : ນັກຂ່າວພົລເມືອງ

ການໄກ່ເກັ່ຽຂໍ້ຂັດແຍ່ງ ເຣື່ອງທີ່ດິນຢູ່ບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຣະຫວ່າງນັກທຸຣະກິຈ ເຈົ້າຂອງດິນ ກັບປະຊາຊົນ ບ້ານດົງໂດກ ທີ່ມາບຸກເບີກເນື້ອທີ່ດິນ ຢູ່ບ້ານນາໂນ ຈົນມີການຜິດຖຽງກັນ ເຖິງຂັ້ນຍິງປືນຂູ່ ເມື່ອວັນທີ່ 17 ມິນາ ຜ່ານມານັ້ນ, ປັດຈຸບັນ ບັນຫາ ດັ່ງກ່າວ ໄດ້ຂໍ້ສລຸບແລ້ວ ພາຍຫຼັງທີ່ທາງການ ໄດ້ເອີ້ນຄູ່ກໍຣະນີ ມາໄກ່ເກັ່ຽ, ໂດຍຜົນສລຸບອອກມາວ່າ ປະຊາຊົນໄປບຸກເບີກ ເນື້ອທີ່ດິນ ນັ້ນເປັນຝ່າຍຜິດ, ຍ້ອນໄປບຸກເບີກເອົາດິນເກີນເນື້ອທີ່ ທີ່ກໍານົດ ແລະໄປກວມເອົາດິນ ຂອງຜູ້ອື່ນ, ດັ່ງຊາວບ້ານທ່ານນຶ່ງ ເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນ ວັນທີ 25 ເມສາ ນີ້ວ່າ:

“ຮູ້ແຕ່ວ່າຂະເຈົ້າເຄັຽກັນແລ້ວ ໝາຍຄວາມວ່າ ພວກບຸກລຸກຫັ່ນ ມັນບຸກລຸກເກີນຊື່ໆ ບຸກລຸກເກີນເນື້ອທີ່ ຂອງປະຊາຊົນຫັ້ນ ເພາະວ່າເຂົາ ໄປດຸດເກີນ ໄປດຸດເອົາ 15 ເຮັກຕາ ໄປຖືກດິນຂອງ ປະຊາຊົນ.”

ປະຊາຊົນຜູ້ນີ້ ກ່າວຕື່ມວ່າ ປັດຈຸບັນ ຂໍ້ຂັດແຍ່ງດັ່ງກ່າວໄດ້ຍຸດຕິໄປແລ້ວ ປະຊາຊົນທີ່ເຄີຍມາບຸກເບີກດິນນັ້ນ ກໍໄດ້ມິດງຽບໄປ ໂດຍບໍ່ໄດ້ ຖືກເຈົ້າໜ້າທີ່ດໍາເນີນຄະດີ ສ່ວນນັກທຸຣະກິຈ ທີ່ຍິງປືນຂູ່ປະຊາຊົນ ທີ່ມາບຸກເບີກທີ່ດິນນັ້ນ ກໍບໍ່ໄດ້ຖືກຕັ້ງຂໍ້ຫາ ແຕ່ຢ່າງໃດ. ກ່ຽວກັບເຣື້ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງໄຊເສດຖາ ເພື່ອຖາມຣາຍລະອຽດ ເພີ້ມຕື່ມ ແຕ່ບໍ່ສາມາດຕິດຕໍ່ໄດ້.

ກ່ອນໜ້ານີ້ ເມື່ອວັນທີ 19 ມິນາ ຜ່ານມາ ທ່ານ ພຸດທະພອນ ໂຄດປັນຍາ ຮອງເຈົ້າເມືອງ ເມືອງໄຊເສດຖາ ໄດ້ໃຫ້ສໍາພາດຕໍ່ສື່ ທາງການ ລາວ ກ່ຽວກັບຂໍ້ຂັດແຍ່ງ ດັ່ງກ່າວນັ້ນວ່າ:

“ເມືອງໄດ້ອອກສິດເນາະ ອອກສິດໃຫ້ຂະເຈົ້າມີແຕ່ 7 ເຮັກຕາ ເທົ່ານັ້ນ ແຕ່ດຽວນີ້ຂະເຈົ້າບຸກເບີກໄປແລ້ວ 15 ເຮັກຕາຫັ້ນໄປຖືກດິນລວມ ຂອງ ປ.ກ.ສ 5 ເຮັກຕາ, 5 ເຮັກຕາ ໄປຖືກດິນຂອງປະຊາຊົນ ທີ່ມີໃບຕາດິນຂອບທອງແລ້ວ ໝາຍຄວາມວ່າ ລວມທັງໝົດ ບຸກເບີກ ປັດຈຸບັນແມ່ນ 15 ເຮັກຕາ.”

ປະຊາຊົນ ບ້ານດົງໂດກ ທີ່ເຂົ້າມາບຸກເບີກເນື້ອທີ່ດິນເຂດດັ່ງກ່າວ ແມ່ນປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໂຄງການສ້າງຟາມໄກ່ເຂດ ດົງໂດກ ຈາກຈໍານວນທັງໝົດ 394 ຄອບຄົວ, ແຕ່ຍັງບໍ່ໄດ້ຮັບການຈັດສັນທີ່ດິນ ຈາກທາງການ. ດັ່ງນັ້ນ, ພວກຂະເຈົ້າຈຶ່ງມາບຸກເບີກທີ່ດິນ ຢູ່ບ້ານນາໂນ ຕັ້ງແຕ່ວັນທີ 1 ມິນາ 2019 ເປັນຕົ້ນມາ ໂດຍບໍ່ຮູ້ຣາຍຣະອຽດ ວ່າ ບາງສ່ວນແມ່ນດິນ ຂອງເອກຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.