ປະຊາຊົນ ກັງວົນ ຕໍ່ແຖວຊື້ນ້ຳມັນ ກ່ອນປັບຂຶ້ນ ລາຄາໃໝ່

ຈຳປາທອງ
2022.03.10
ປະຊາຊົນ ກັງວົນ ຕໍ່ແຖວຊື້ນ້ຳມັນ ກ່ອນປັບຂຶ້ນ ລາຄາໃໝ່ ນີ້ແມ່ນເຫດການ ຊາວລາວຈຳນວນຫຼາຍ ໄປລຽນແຖວລໍຖ້າຊື້ນ້ຳມັນເຊື້ອເພີງ ທີ່ປ້ຳນ້ຳມັນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ໃນຕອນແລງ ຂອງວັນພຸດ ວັນທີ 9 ມີນາ 2022.
RFA

ການປັບຂຶ້ນລາຄານໍ້າມັນ ເຊື້ອເພີງໃໝ່ເປັນເທື່ອທີ 6 ຢູ່ປະເທດລາວປີ 2022 ເຮັດໃຫ້ປະຊາຊົນຢູ່ແຂວງຕ່າງໆ ພາກັນລຽນແຖວຊື້ຍາວຢຽດ ກ່ອນລາຄານໍ້າຈະຖືກປັບຂຶ້ນ ໃນຕອນເຊົ້າຂອງມື້ວັນທີ 10 ມິນານີ້.

ກະຊວງອຸດສາຫະກໍາ ແລະການຄ້າອອກແຈ້ງການໃນມື້ວັນທີ 9 ມິນາ 2022 ກ່ຽວກັບການປັບຂຶ້ນ ລາຄານໍ້າມັນເຊື້ອເພີງແຕ່ລະປະເພດ ໃນທົ່ວປະເທດ ຄືແອັດຊັງພິເສດ ຂຶ້ນລິດນຶ່ງ 1,710 ກີບ, ແອັດຊັງທໍາມະດາຂຶ້ນ 1,430 ກີບ ແລະກາຊວນຂຶ້ນ 1,570 ກີບ. ການປັບຂຶ້ນລາຄານໍ້າມັນທີ່ວ່ານີ້ ແມ່ນເຣີ້ມປະຕິບັດແຕ່ມື້ວັນທີ 10 ມິນານີ້ເປັນຕົ້ນໄປ. ແຕ່ລະແຂວງ ລາຄານໍ້າມັນແຕກຕ່າງກັນ ເຊັ່ນຢູ່ນະຄອນຫລວງວຽງຈັນ ນໍ້າມັນແອັດຊັງພິເສດ ຂຶ້ນຈາກລິດນຶ່ງ 16,930 ກີບ ເປັນ 18,640 ກີບ, ແອັດຊັງທໍາມະດາ ຂຶ້ນຈາກ 14,950 ກີບເປັນ 16,380 ກີບ ແລະນໍ້າມັນກາຊວນ ຂຶ້ນຈາກ 12,940 ກີບ ເປັນ 14,510 ກີບຕໍ່ລິດ.

ໃນປີນີ້ ທາງການລາວປັບຂຶ້ນ ລາຄານໍ້າເຊື້ອເພີງ 6 ເທື່ອແລ້ວ. ການປັບຂຶ້ນເທື່ອນີ້ ແມ່ນປັບຂຶ້ນສູງທີ່ສຸດ ເທົ່າທີ່ເຄີຍມາມາ ຊຶ່ງການປັບຂຶ້ນແຕ່ລະເທື່ອ ທີ່ຜ່ານມາ ບໍ່ເກີນ 1,000 ກີບ ເຮັດໃຫ້ປະຊາຊົນເດືອດຮ້ອນ, ຜູ້ຮູ້ຂ່າວພາກັນຟ້າວໄປຊື້ໄວ້ຈົນຣົຖຕິດ.

ດັ່ງປະຊາຊົນລາວ ຢູ່ແຂວງອັດຕະປືຜູ້ນຶ່ງເວົ້າ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 10 ມິນານີ້ວ່າ:

ແຕ່ວ່າວານນີ້ຫັ້ນ ມັນກະແຫຍ້ກັນແບບຕິດກັນ ຫລາຍຫັ້ນແຫລະ ແຍ້ງກັນໃສ່ນໍ້າມັນ ແມ່ນເຂົາກັກນໍ້ມັນແມ່ນຫຍັງແຕ່ລະປໍ້ານັ້ນ ສິປິດໝົດ ປຕທ ນີ້ມີປໍ້າດຽວ ພັດເປີດປໍ້າດຽວ ໂອ໋ຍກະຢາກໃຫ້ຫລຸດຜ່ອນຫັ້ນແລ້ວ ປະຊາຊົນຜູ້ທີ່ບໍ່ມີລາຍຮັບຫລາຍ ກະລາຍຈ່າຍກະມາເຕີມແຕ່ນໍ້າມັນ ໄປຫັ້ນມານີ້ກະຫຍູ້ງຍາກ.    

ຢູ່ແຂວງຈໍາປາສັກ ຊາວລາວຜູ້ນຶ່ງເວົ້າໃນມື້ວັນທີ 10 ມິນາວ່າ ໃນມື້ວານນີ້ ຕ້ອງໄດ້ໄປຖ້າຄິວຊື້ນໍ້າມັນດົນ ຕັ້ງແຕ່ເຊົ້າຮອດຄໍ່າ ຍ້ອນບໍ່ຢາກໄປຊື້ນໍ້າມັນໃນມື້ວັນທີ 10 ມິນາ ຊຶ່ງນໍ້າມັນຈະຂຶ້ນລາຄາ, ບາງຄົນບໍ່ໄດ້ຊື້ຍ້ອນນໍ້າມັນໝົດກ່ອນ ແລະກໍມີແຕ່ປໍ້ານໍ້າມັນ ປຕທ ເທົ່ານັ້ນຂາຍ, ສ່ວນປໍ້ານໍ້າມັນອື່ນໆແມ່ນປິດໝົດ.

ເກືອບໝົດມື້ມື້ວານນີ້ ແຕ່ເຊົ້າຮອດຄໍ່າ ກະເດືອດຮ້ອນ ຣົຖບາງຄັນກໍບໍ່ໃຫ້ໃສ່ເຕັມຖັງ ໃຫ້ໃສ່ໜ້ອຍດຽວ ສ່ວນຫລາຍກໍແມ່ນປິດ ປໍ້າທີ່ອັນນີ້ກັກນໍ້າມັນໄວ້ຫັ້ນແລ້ວ ເປີດແຕ່ ປຕທ.

ທ່ານກ່າວຕື່ມວ່າ ໃນມື້ວັນທີ 10 ມິນານີ້ ປໍ້ານໍ້າມັນແຕ່ລະປໍ້າ ກໍເປິດປົກກະຕິແລ້ວ. ປໍ້ານໍ້າມັນ ປຕທ ກໍມີຄົນມາຊື້ນໍ້າມັນຫລາຍ ຍັງຕໍ່ແຖວກັນຊື້ຢູ່ ແຕ່ຖ້າບໍ່ດົນຄືມື້ວານນີ້.

ແລະຢູ່ແຂວງໄຊຍະບູຣີ ປະຊາຊົນລາວຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ມື້ວານນີ້ກໍໄດ້ໄປລໍຖ້າຊື້ນໍາມັນກ່ອນມັນຈະຂຶ້ນ ແລະວ່າ ລາຄານໍ້າມັນເຊື້ອເພີງ ຂຶ້ນເທື່ອນີ້ ຖືວ່າຂຶ້ນຫລາຍ ແພງຫລາຍ, ຕົນບໍ່ຢາກໄປໃສ ເພາະຕ້ອງໄດ້ໃຊ້ຣົຖໄປເຮັດວຽກ, ບໍ່ຢາກຈ່າຍເງິນຄ່າ ນໍ້າມັນເພິ່ມຫລາຍ.

ລາຄາແພງຫລາຍແລ້ວກໍ ບາງທີກະບໍ່ຢາກຈະໄປເລີຍ ບໍ່ຢາກຈະຂີ່ຣົຖລະ ເພາະວ່າ ບໍ່...ອາທິດນຶ່ງນີ້ ກໍ 40 ພັນກີບໝົດອາທິດ ແຕ່ດຽວນີ້ຂຶ້ນມາເປັນ 80 ພັນກີບ.

ປັດຈຸບັນ ປໍ້ານໍ້າມັນຢູ່ຫລາຍເມືອງ, ຫລາຍແຂວງຂອງລາວ ເປີດບໍຣິການປົກກະຕິແລ້ວ. ມື້ວານນີ້ ຜູ້ຄົນພາກັນຫລັ່ງໄປຊື້ນໍ້າມັນຫລາຍ ກໍຍ້ອນຮູ້ວ່າ ໃນຕອນເຊົ້າຂອງມື້ວັນທີ 10 ມິນານີ້ ນໍ້າມັນຂຶ້ນ, ເຮັດໃຫ້ປໍ້ານໍ້າມັນຫລາຍແຫ່ງໃຫ້ບໍຣິການບໍ່ພຽງພໍ, ນໍ້າມັນໃນສະຕ໊ອກບໍ່ຫລາຍ ແລະບາງປໍ້າກໍປິດ ເພາະນໍ້າມັນໝົດ.

ດັ່ງເຈົ້າຂອງປໍ້ານໍ້າມັນ ຂນາດກາງແຫ່ງນຶ່ງຢູ່ ນະຄອນຫລວງວຽງຈັນ ເວົ້າວ່າ:

ເພາະເຫັນປໍ້າຫລາຍປໍ້ານ້ອຍ ເລີຍລູກຄ້າມາໃສ່ ເຂົາວ່າປໍ້າປິດຫລາຍ ລູກຄ້າມາໃສ່ເກີດເຫດແລ້ວບາດນີ້ ສະຕັອກມັນເຫລືອໜ້ອຍ ມັນຄົນຫລາຍ ຂາຍບໍ່ພຽງພໍ ເພາະວ່າ 1 ເຂົາໃສ່ຕຸ໋ກໃສ່ຫຍັງເຕັມ ນໍ້າມັນມັນກະມາຊ້າແດ່ ມາກະ 8 ໂມງແລ້ວ ກະໄດ້ຂາຍຕອນເຊົ້ານີ້.

ສ່ວນປໍ້ານໍ້າມັນຢູ່ແຂວງອັດຕະປື ບາງປໍ້າບໍ່ໄດ້ເປີດເປັນປະຈໍາ ຍ້ອນລາຄານໍ້າມັນແພງ, ບາງປໍ້າກໍບໍ່ມີນໍ້າມັນສະຕ໊ອກໄວ້ຫລາຍກ່ອນລາຄານໍ້າມັນຈະຂຶ້ນ, ນໍ້າມັນບໍ່ພຽງພໍ, ແລະວ່າ ບໍ່ມີການກັກຕຸນ.

ດັ່ງພະນັກງານປໍ້ານໍ້າມັນ ແຫ່ງນຶ່ງຢູ່ແຂວງນີ້ເວົ້າຕໍ່ ວິທຍຸເອເຊັຽເສຣີໃນມື້ວັນທີ 10 ມິນານີ້ວ່າ:

ບໍ່ມີການກັກຕູຍ ແຕ່ລະປໍ້ານໍາເຂົ້ານໍ້າມັນບໍ່ປົກກະຕິນ່າ ມັນນໍາເຂົ້າບໍ່ທັນນ່າ ບາງປໍ້າກໍໄດ້ປິດໄປແລ້ວ ເຂົາເຈົ້າເຕີມຫລາຍ ອາດແມ່ນມັນໝົດ ເຂົາກະເລີຍປິດ ກະວຸ້ນສາຍຢູ່ ແຕ່ວ່າກະຮູ້ສຶກວ່າ ຫລາຍຢູ່ລຽນຄິວກັນຢູ່.

ເຈົ້າໜ້າທີ່ກະຊວງອຸດສາຫະກໍາ ແລະການຄ້າ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ ການປັບຂຶ້ນ ລາຄານໍ້າມັນເຊື້ອເພີງ ຂອງຣັຖບານລາວ ແມ່ນປັບໄປຕາມລາຄານໍ້າມັນ ໃນຕລາດໂລກ ແລະວ່າ ຣັຖບານມີນະໂຍບາຍ ຊ່ອຍຫລຸດລາຄານໍ້າມັນ ຊຶ່ງຂະນະນີ້ກໍາລັງສຶກສາຄົ້ນຄວ້າ ຫລຸດຄ່າພາສີ, ອາ ກອນນໍ້າມັນ ແລະຄ່າທໍານຽມຕ່າງໆຢູ່.

ພວກພາສີອາກອນ ບວກກອງທຶນ ທາງຄັງແຮຫຍັງຕ່າງໆ ຣັຖບານເພິ່ນຍັງຄົ້ນຄວ້າຢູ່ ໃນກໍຣະນີທີ່ເພິ່ນຕົກລົງແນວໃດ ຖ້າເພິ່ນແຈ້ງການອອກມາ.

ໃນການແກ້ໄຂຜົລກະທົບຈາກລາຄານໍ້າມັນຂຶ້ນ ເຈົ້າໜ້າທີ່ການຄ້າພາຍໃນ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງເວົ້າວ່າ ຣັຖບາລຈະມີມາຕການຄຸ້ມຄອງ, ກໍານົດລາຄາສິນຄ້າອຸປະໂພກ ແລະບໍລິໂພກປະເພດເຂົ້າ, ຊີ້ນໝູ, ຊີ້ນງົວ, ໄກ່, ປາ, ພືດຜັກ ແລະອື່ນໆ ທີ່ມີຜົລກະທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ ແລະຕ້ອງໄດ້ຕິດຕາມ ການຄ້າຂາຍຢ່າງໃກ້ຊິດ ເພື່ອບໍ່ໃຫ້ມີການກັກຕຸນສິນຄ້າ ແລະສວຍໂອກາດຂຶ້ນລາຄາແພງເກີນໄປ.

ແຕ່ພວກເຮົາຈະມີມາຕການ ໂດຍອີງໃສ່ກົດໝາຍປົກປ້ອງ ຜູ້ຊົມໃຊ້ທີ່ມີຜົນກະທົບ ທາງດ້ານການດໍາຣົງຊີວິດຂອງ ສັງຄົມນີ້ລະເນາະ ເປັນຕົ້ນແມ່ນຊີ້ນ ປາ ອາຫານນີ້ ສະບຽງອາຫານນີ້ແຫລະ ເຮົາຕ້ອງໄດ້ຄວບຄຸມ.

ທ່ານ ຄໍາແພງ ໄຊສົມແພງ ຣັຖມົນຕຣີກະຊວງອຸດສາຫະກໍາ ແລະການຄ້າ ກ່າວໃນມື້ວັນທີ 4 ມິນາ ພາຍຫລັງໄດ້ເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບການຄຸ້ມຄອງ ລາຄາສິນຄ້າ ໃນຂະນະທີ່ລາຄານໍ້າມັນສູງນີ້ວ່າ ປະເທດລາວນໍານໍ້າມັນ ຈາກຕ່າງປະເທດເຂົ້າມາ 100%, ເຖິງແມ່ນວ່າລາວຈະມີໂຮງງານກັ່ນນໍ້າມັນໃນຂັ້ນ ຕອນສຸດທ້າຍແລ້ວກໍຕາມ ແຕ່ວັດຖຸດີບກໍແມ່ນນໍ້າມັນ ທີ່ເກືອບສໍາເລັດຮູບ ແລະທາດເຄມີທີ່ໃຊ້ເຂົ້າໃນຂະບວນການ ກັ່ນນໍ້າມັນນັ້ນ ກໍນໍາເຂົ້າມາຈາກຕ່າງ ປະເທດທັງໝົດ. ດັ່ງນັ້ນຈຶ່ງເຮັດໃຫ້ລາວຈໍາເປັນຕ້ອງໄດ້ປັບຂຶ້ນ ລາຄານໍ້າມັນຕາມລາຄາ ຕລາດໂລກ ແລະຕາມອັດຕຣາ ແລກປ່ຽນເງິນຕຣາລະຫວ່າງປະເທດ, ຫາກມີການນໍານໍ້າມັນ ເຂົ້າມາຫລາຍເທົ່າໃດ ກໍຍິ່ງຕ້ອງໄດ້ໃຊ້ເງິນຕຣາ ຫລາຍຂຶ້ນເທົ່ານັ້ນ ອັນສົ່ງຜົລໃຫ້ເງິນກີບອ່ອນຄ່າລົງ ແລະລາຄານໍ້າມັນສູງຂຶ້ນ.

ນໍ້າມັນເຊື້ອເພີງ ເປັນສິນຄ້ານໍາເຂົ້າອັນດັບຕົ້ນຂອງລາວ, ສະເພາະປີ 2020 ນໍ້າມັນເຊື້ອເພີງທີ່ນໍາເຂົ້າເປັນມູນຄ່າຫລາຍເຖິງ 5 ຕື້ 64 ລ້ານປາຍໂດລາສະຫະຣັດ, ກວມເອົາ 9.4% ຂອງມູນຄ່ານໍາເຂົ້າທັງໝົດ ແລະປີ 2021 ທີ່ຫາກໍຜ່ານມານີ້ ກໍເພິ່ມຂຶ້ນເປັນ 5 ຕື້ 800 ປາຍລ້ານໂດລາສະຫະຣັດ, ກວມເອົາ 10.2% ຂອງມູນຄ່ານໍາເຂົ້າທັງໝົດ. ໃນແຕ່ລະປີ ການນໍານໍ້າມັນເຂົ້າ ມາຈາກຕ່າງປະເທດ ມີແນວໂນ້ມເພິ່ມຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.