ຈ.ມ ຈາກຜູ້ຟັງ 03/12/22
2022.03.13

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ປະຊາຊົນ ກັງວົນ ຕໍ່ແຖວຊື້ນ້ຳມັນ ກ່ອນປັບຂຶ້ນ ລາຄາໃໝ່, ຄົນຂັບຣົຖ ຂົນສົ່ງສິນຄ້າຈີນ ແລະ ຄົນຂັບຣົຖ ຂົນສົ່ງສິນຄ້າ ລາວຕີກັນ ຍ້ອນແຊງຄິວຣົຖ ແລະ ທັສນະ ຊາວລາວ ຕໍ່ ສົງຄາມ ຣັສເຊັຽ-ຢູ່ເຄຣນ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ຄົນຂັບຣົຖ ຂົນສົ່ງສິນຄ້າຈີນ ແລະ ຄົນຂັບຣົຖ ຂົນສົ່ງສິນຄ້າ ລາວຕີກັນ ຍ້ອນແຊງຄິວຣົຖ.”
“ລັດຖະບານ ສປປລາວ ເຊັນສັນຍາ ໃຫ້ຄົນເຈັກ ຄົນຈິນເຂົ້າມາ ມີອິທີພົນ ໃນປະເທດລາວ, ເກີດເຫດຕິກັນ ມາຫລາຍໆ ຄັ້ງແລ້ວ, ບໍ່ວ່າ ທາງຂົນສົ່ງ, ແລະ ຄົນງານ ລ້ວນແລ້ວແຕ່ ຖືກຄົນຈິນດູຖູກດູໝີ່ນ ປະມາດ ຖືຕົບຕີ ມາສະເໝີ. ທັງໆທີ່ ອຳນາດກົດໝາຍແລະ ເຈົ້າໜ້າທີ່ລາວ ກໍ່ບໍ່ສະມາດ ຣະງັບ ຄວາມສະຫງົບໄດ້, ເຫັນກັບຕາ ກໍ່ປະປ່ອຍໃຫ້ຄົນຈິນ ເອົາໄມ້ຄ້ອນຕີຄົນລາວ ດັ່ງທີ່ເຫັນກັນ ໃນເຟສບຸກ. ເປັນຫຍັງ “ພັກລັດ” ຈິີ່ງ ປ່ອຍ ໃຫ້ຄົນຈີນ ເຂົ້າມາ ມີອໍານາດ ເໜືອກ່ວາ ຄົນລາວແທ້?, ໂດຍ ສະເພາະຢູ່ລາວ ກໍ່ບໍ່ມີແຕ່ ຄົນຈີນດອກ ກໍໍ່ມີ ຄົນໄທ, ຄົນພະມ້າ ລະອີກຫລາຍຊາດ ແຕ່ທຸກຄົນ ກໍ່ໄປມາຫາສູ່ກັນ ແບບສັນຕິ ບໍ່ຄ່ອຍ ມີການປະທະ ຕົບຕີກັນ ຄືຄົນຈິນ.”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ຕິດຕາມມາດ້ວຍ ເພງ “ຮັກກັນເຖີດ ມະນຸດ” ຈາກສຽງຂັບຮ້ອງ ຂອງທ່ານ ພົມມະ ພິມມະສອນ.