ຣັຖບານລາວ ບໍ່ປະນາມຣັສເຊັຽ ໃນເວທີສາກົລ

ອຸ່ນແກ້ວ
2022.03.13
ຣັຖບານລາວ ບໍ່ປະນາມຣັສເຊັຽ ໃນເວທີສາກົລ ຄົນເຈັບມະຣັງ ໃນເມືອງລະວີບ ບຽດກັນໜີເຂົ້າໄປໃນ ຂຸມລີ້ພັຍໃຕ້ດິນ ທີ່ໂຮງໝໍ ເວລາທີ່ມີສຽງເຕືອນພັຍ ການໂຈມຕີທາງອາກາດ.
Halyna Tereshchuk/Radio Svoboda.org(RFE/RL)

ຣັ​ບານລາວ ບໍ່ປະນາມຣັເຊັຽໃນເວທີສາກົນ ໃນກໍລະນີ ຣັເຊັຽໃຊ້ກຳລັງທະຫານ ບຸກຕີ ປະເທດຢູເຄຼນ ຍ້ອນວ່າ ຣັສເຊັຽ ມີອິທິພົນ ທາງການທະຫານ ແລະ ການເມືອງ ໃນລາວ.

ທາງ​ການລາວບໍ່ກ້າທີ່ຈະໄປລົງຄະແນກສຽງເພື່ອປະນາມ ຣັສເຊັຽຢູ່ກອງປະຊຸມສຸກເສີນ ສໄມພິເສດ ຄັ້ງທີ 11 ຂອງສະມັດຊາໃຫຍ່ ສຫະປະຊາຊາດ ມີຫຼາຍເຫດຜົນເປັນຕົ້ນວ່າ ຣັສເຊັຽມີອິທິພົນຕໍ່ລາວ ທາງການທະຫານ ແລະ ທາງການເມືອງ ນັບແຕ່ປີ 1975 ເປັນຕົ້ນມາ.

ເຈົ້າ​ໜ້າທີ່ທາງການລາວ ທ່ານ ນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

ຊິລົງໄດ້ແນວພໍ່ເພິ່ນເດ້ ຣັສເຊັຽ ໄປລົງຄັດຄ້ານກະພໍດີຣັສເຊັຽເອົາເຣື່ອງລະ.”

ຣະ​ບົບການເມືອງ ແລະ ການປົກຄອງຂອງລາວ ໄດ້ເອົາຕົ້ນແບບມາຈາກທິດີມາກ-ເລນີນ ແລະ ຜູ້ນຳລາວໃນປັດຈຸບັນ ສ່ວນຫຼາຍກໍໄດ້ໄປຮຽນຢູ່ອາດີດສະຫະພາບໂຊວຽດ.

ເຈົ້າ​ໜ້າທີ່ລາວ ທ່ານນີ້ ກ່າວຕື່ມວ່າ:

ໂອລາວຫັ້ນ ບໍ່ແມ່ນເວົ້າດອກ ຄັນເວົ້າເຣື່ອງຊິໄປປະນາມຣັສເຊັຽຫັ້ນເປັນໄປບໍ່ໄດ້ດອກແນວຣັສທິມາກເດ້ ຄືຣັສທິມາກຄູ່ມື້ນີ້ ຄືຣັສທິມາກເລນິນ ແຕະຕ້ອງບໍ່ໄດ້ໄດ໋ ຣັສທິມາກ.”

ເຖິງວ່າ ເຈົ້າ​ໜ້າທີ່ລາວບາງຄົນກໍບໍ່ເຫັນດີນຳເຣື່ອງນີ້ ແຕ່ ກໍ​​ບໍ່ໄດ້ອອກມາວິຈານທາງສາທາລະນະ ຍ້ອນວ່າ ມັນຈະເປັນການຜິດແນວທາງດ້ານການເມືອງ.

ເອ​ອັດຂ້າລັດຖະທູດຣັເຊັຽປະຈຳລາວ ກໍອອກມາຊີ້ແຈງເຫດຜົນທີ່ຣັສເຊັຽຕ້ອງໃຊ້ປະຕິບັດການທະຫານຕໍ່ປະເທດຢູເຄຼນ.

ເຈົ້າ​ໜ້າທີ່ທາງການລາວ ທ່ານນີ້ ກ່າວວ່າ:

ສະຖານທູຣັສເຊັຽອະທິບາຍການບຸກຢູເຄຼນ ຫັ້ເດ້ ຂ້ອຍລະໂອ້ຍ ບໍ່ປະຕາຟັງດອກ ສົ່ງເຫດຜົແມ່ນຫຍັງມາ ຢາກໃຫ້ຄົນລາວນີ້ເຂົ້າໃຈ ຄັນຄືຂ້ອຍນີ້ບໍ່ ບໍ່ເຂົ້າໃຈນຳດອກຂ້ອຍວ່າ ແນວໄປຮຸກຮານບ້ານເມືອງປະເທດອື່ນ ກະທະຫານຕໍ່ທະຫານນີ້ ກະບໍ່ວ່າດອກ ມັນລົ່ມໄປໝົດນີ້ກະປະຊາຊົນຫັ້ນຕີ້ຜູ້ບໍລິສຸດ.”

ນອ​ຈາກນີ້ ນັກທຸຣະກິດ ທ່ານນຶ່ງ ກໍໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ ລາວບໍ່ປະນາມຣັສເຊັຽ ຍ້ອນວ່າ ຕິດໜີ້ບຸນຄຸນຣັສເຊັຽ.

ນັກ​ທຸລະກິດ ກ່າວວ່າ:

ປັດຈຸໃຈດຽວໜິ້ີ້ບຸນຄຸນການຕໍ່ສູ້ ຄືອາວຸດ ທີ່ສະຫະພາບໂຊວຽດໄດ້ສົ່ງໃຫ້ ເຂົ້າກິນມາຈາກຄິວບາ ທີ່ໂຊວຽດບອກວ່າ ຄິວບາສົ່ງໃຫ້.” 

ໃນ​ຂະນະທີ່ ບາງຄົນກໍໃຫ້ເຫດຜົວ່າ ການທີ່ລາວຈະປະນາມຣັສເຊັຽ ຫຼື ບໍ່ນັ້ນ ກໍບໍ່ມີຜົຫຍັງ ຍ້ອນວ່າ ເປັນປະເທດນ້ອຍ ແລະ ບໍ່ມີບົດບາດໃນເວທີສາກົນ.

ພະ​ນັກງານບຳນານ ທ່ານນຶ່ງ ໄດ້ໃຫ້ສຳພາດຕໍ່ເອເຊັຽເສຣີ ວ່າ:

ເພິ່ນຊິປະນາມ ຫຼື ບໍ່ປະນາມຫຍັງ ກໍຄົງຈະບໍ່ມີຄວາມໝາຍຫຍັງດອກ ເພາະວ່າ ລາວເປັນປະເທດທີ່ນ້ອຍ ບໍ່ໄດ້ມີບົດບາດຫຍັງຕໍ່ເວທີສາກົນ ເຖິງວ່າ ລາວຈະເປັນພັທະມິດເກົ່າຂອງຣັສເຊັຽ.” 

ຣັ​ບານລາວ ບໍ່ໄດ້ລົງນາມ ເພື່ອປະນາມຣັສເຊັຽ ຕໍ່ກັບກໍລະນີທີ່ຣັສເຊັຽໃຊ້ກຳລັງທະຫານບຸກເຂົ້າປະເທດຢູເຄຼນ, ແຕ່ສະແດງຄວາມກັງວົນທີ່ຫຼາຍປະເທດໄດ້ຂວ້າມບາດຣັສເຊັຽ.

ທ່ານ ອະ​ນຸພາບ ວົງຫນໍ່ແກ້ວ ເອອັກຄະລັດຖະທູດ ຜູ້ຕາງໜ້າຖາວອນ ແຫ່ງ ສລາວ ປະຈຳອົງການສະປະຊາຊາດ ໄດ້ຖແລງ ຢູ່ໃນກອງປະຊຸມສຸກເສີນ  ໄມພິເສດ ຄັ້ງທີ 11 ຂອງສະມັດຊາໃຫຍ່ ສຫະປະຊາຊາດ ໃນວັນທີ 2 ມີນາ ຕອນນຶ່ງວ່າ:

“ພວກເຮົາ ຍັງມີຄວາມກັງວົນ ຕໍ່ມາດຕະການຂວ້າມບາດຝ່າຍດຽວ. ໃນທາງກົງກັນຂ້າມ, ພວກເຮົາ ເຫັນວ່າ ຄວນມີຄວາມລະມັດລະວັງ ຕໍ່ການນໍາໃຊ້ມາດຕະການຂໍ້ວາບາດ ທີ່ອາດສ້າງຜົນກະທົບໃນໄລຍະຍາວ ຕໍ່ປະຊາຊົນ ຜູ້ບໍລິສຸດ ແລະ ຕໍ່ວົງຄະນາຍາດສາກົນໂດຍລວມ, ໂດຍສະເພາະ ໃນທ່າມກາງພະຍາດລະບາດທີ່ພວມແຜ່ລາມ.

ທ່ານ ອະ​ນຸ​ພາບ ວົງ​ຫນໍ່​ແກ້ວ ເອ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ຕາງ​ໜ້າ​ຖາ​ວອນ ແຫ່ງ ສ​ປ​ປ​ ລາວ ປະ​ຈຳ​ອົງ​ການ​ສະ​ປະ​ຊາ​ຊາດ ຍັງ​ກ່າວ​ຕື່ມ​ອີກວ່າ:

“ໃນນາມເປັນປະເທດໜຶ່ງ ທີ່ເຄີຍພົບກັບຄວາມທຸກທໍລະມານ ຈາກບາດແຜຂອງສົງຄາມ, ສປປ ລາວ ຊາບດີເຖິງຜົນກະທົບອັນຮ້າຍແຮງ ທີ່ມີຕໍ່ຊີວິດຂອງປະຊາຊົນຜູ້ບໍລິສຸດ. ພວກເຮົາເຊື່ອຫມັ້ນວ່າ ສິ່ງທີ່ພວມເກີດຂຶ້ນຢູ່ໃນປັດຈຸບັນນີ້ ຈະບໍ່ນໍາເອົາຜົນປະໂຫຍດໃດໆມາສູ່ທຸກຝ່າຍ.

​ໃນ​ກອງ​ປະ​ຊຸມສຸກ​ເສີນ  ສ​ໄມ​ພິ​ເສດ ຄັ້ງ​ທີ 11 ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ທີ 2 ມີ​ນາ, ມີ​ 141 ຈາກທັງ​ໝົດ 181 ປະ​ເທດ ​ໄດ້​ລົງນາມ ເພື່ອປະ​ນາມ​ຣັສ​ເຊັຽ ທີ່​ໃຊ້​ກຳ​ລັງ​ທະ​ຫານ​ບຸກ​ ແລະ ຮຸກ​ຮານປະ​ເທດ​ຢູ​ເຄຼນ, ໃນ​ຂະ​ນະ​ທີ່  ລາວ ຢູ່​ໃນ​ກຸ່ມ 35 ປະ​ເທດ ທີ່ງົດ​ອອກ​ສຽງ, ສ່ວນ​ວ່າ ອີກ 5 ປະ​ເທດ ໄດ້​ຄັດ​ຄ້ານ​ການ​ປະ​ນາມ​ຣັສ​ເຊັຽ.

ໃນ​ປີ 2018, ຣັ​ຖ​ບານ ໄດ້​ສັ່ງ​ຊື້ຮົດ​ຖັງຫຼາຍ 10 ຄັນ ແລະ ຍົນ​ສຳ​ລັບ​ຝຶກ​ຊ້ອມ​ສູ້ຣົບຫຼາຍ​ລຳ ຈາກ​ປະ​ເທດ​ຣັສ​ເຊັຽ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.