ລາຄາ ນ້ຳມັນຂຶ້ນ ເກີດຜົລ ກະທົບໜັກ
2022.03.11

ທາການລາວ ໄດ້ປະກາດຂຶ້ນນ້ຳມັນ ເຊື້ອໄຟ 6 ຄັ້ງແລ້ວ ນັບແຕ່ເດືອນມົກກະຣາ 2022 ຈົນມາ ປັດຈຸບັນ ຊຶ່ງມັນສົ່ງຜົລກະທົບ ຕໍ່ການດຳລົງຊີວິດ ຂອງປະຊາຊົນ ໂດຍສະເພາະ ຜູ້ທີ່ມີລາຍໄດ້ໜ້ອຍ ແລະ ບາງຄົນ ທີ່ມາຢູ່ນະຄອນຫລວງວຽງຈັນ ຕ້ອງໄດ້ກັບຄືນໄປຢູ່ບ້ານ ທີ່ຢູ່ຕ່າງແຂວງ.
ລາຄານ້ຳມັນໃນປີ 2021:
- ແອັດຊັງພິເສດ 13,560 ກີບ ຕໍ່ລິດ
- ແອັດຊັງທຳມະດາ 12,230 ກີບ ຕໍ່ລິດ
- ກາຊວນ 10,420 ກີບ ຕໍ່ລິດ
ລາຄານ້ຳມັນ ທີ່ປະກາດຂຶ້ນໃນວັນທີ 10 ມີນາ 2022:
- ແອັດຊັງພິເສດ 18,640 ກີບ ຕໍ່ລິດ
- ແອັດຊັງທຳມະດາ 16,380 ກີບ ຕໍ່ລິດ
- ກາຊວນ 14,510 ກີບ ຕໍ່ລິດ
ແຕ່ປີ 2021- ວັນທີ 10 ມີນາ 2022, ສະເພາະຢູ່ນະຄອນຫລວງວຽງຈັນ ລາຄານ້ຳມັນຂຶ້ນໂດຍສະເລັ່ຽ ຄື ແອັດຊັງພິເສດລາຄາເພີ່ມຂຶ້ນ 5,080 ກີບຕໍ່ລິດ, ແອັດຊັງທຳມະດາ ຂຶ້ນ 4,150 ກີບ ຕໍ່ລິດ, ກະຊວນ ຂຶ້ນ 4,090 ກີບ ຕໍ່ລິດ. ແຕ່ ຢູ່ຕ່າງແຂວງໂຕເລກລາຄາ ຈະມີການຫຼຸດລື່ນກັນໜ້ອຍນຶ່ງ ຕາມອັດຕຣາລາຄາຢູ່ຕ່າງແຂວງ.
ພະນັກງານຄົນນຶ່ງ ທີ່ເຮັດວຽກຢູ່ບໍຣິສັດ ເອກຊົນແຫ່ງນຶ່ງ ຢູ່ນະຄອນຫລວງວຽງຈັນ ໄດ້ໃຫ້ສັມພາດວ່າ ແຕ່ກ່ອນໃສ່ນ້ຳມັນຄັ້ງນຶ່ງ 30,000 ກີບ, ປັດຈຸບັນ ຕ້ອງໃສ່ 35,000 ກີບ ຕໍ່ຄັ້ງ ໃນຂະນະທີ່ໄຂ່ໄກ່ ຈາກທີ່ເຄີຍຊື້ໜ່ວຍລະ 1,000 ກີບ ແຕ່ ປັດຈຸບັນ ໜ່ວຍລະ 1,500-2,000 ກີບ.
ພະນັກງານບໍຣິສັດ ກ່າວວ່າ:
“ປະຢັດເນາະດຽວນີ້ ຊິໄດ້ໃສ່ສອງເທື່ອຫັ້ນແຫຼະ ຈາກປົກກະຕິ 30,000 ກີບ ຕໍ່ຄັ້ງ ແຕ່ບາດນີ້ ກະໄດ້ໃສ່ 35,000 ຕໍ່ຄັ້ງ ອາທິດນຶ່ງກະຊິແມ່ນໃສ່ສອງເທື່ອ.”
ພະນັກງານ ກ່າວຕື່ມອີກວ່າ:
“ຄັນວ່າໄປກິນເຝີ ຖ້ວຍນ້ອຍກະຖ້ວຍລະ 20,000 ກີບ ແຕ່ກ່ອນ ຖ້ວຍນຶ່ງ 15,000 ກີບ. ໄຂ່ໄກ່ ແຕ່ໜ່ວຍລະ 1,000 ກີບ ແຕ່ປັດຈຸບັນ ໜ່ວຍລະ 1,500-2,000 ກີບ.”
ພະນັກງານໂຮງແຮມຄົນນຶ່ງ ໃຫ້ສັມພາດຕໍ່ເອເຊັຽເສຣີ ວ່າ ຈາກທີ່ເຄີຍໃສ່ນ້ຳມັນ 170,000 ກີບ ຕໍ່ເດືອນ ແຕ່ປັດຈຸບັນປະມານ 340,000 ກີບ ຕໍ່ເດືອນ ໃນຂະນະທີ່ ຄ່າເຊົ່າບ້ານ ແລະ ຄ່າອາຫານການກິນກໍສູງຂຶ້ນ. ສຸດທ້າຍ ລາວໄດ້ຕັດສິນໃຈ ຈະກັບຄືນໄປຢູ່ບ້ານທີ່ຢູ່ຕ່າງແຂວງ.
ພະນັກງານໂຮງແຮມ:
“ເວລາໄປວຽກໄດ້ຍ່າງເອົາໄດ໋ ເພາະວ່າ ເຄື່ອງຂອງອີ່ຫຍັງມັນຂຶ້ນ ເປັນເຂົ້າ ເປັນນ້ຳ ເປັນຜັກເປັນຫຍັງ ເຂົາກະຂຶ້ນ. ລາຄາເຂົ້າຈາກ 70,000 ກີບ ຕໍ່ໝື່ນ ຖືວ່າເຂົ້າບໍ່ງາມ ຂຶ້ນມາເປັນ 85,000 ກີບ ຫຼື 90,000 ກີບລະ.”
ພະນັກງານໂຮງແຮມ:
“ປີກາຍນ້ອງທຽວແຕ່ໂພນປ່າເປົ້າ ເດືອນນຶ່ງ ປະມານ 170,000 ກີບ ແຕ່ປັດຈຸບັນ ເດືອນນຶ່ງປະມານ 340,000 ກີບ. ຄິດໜັກແຮງລະ ກະຮູ້ແລ້ວວ່າ ຊິຢູ່ບໍ່ໄດ້ລະຫຼະ ກະທາງໂຮງແຮມກະຊິບໍ່ຈ້າງແດ່ ຊິກັບເມືອຢູ່ໃຕ້ລະຫຼະ ເພາະວ່າ ມັນໜັກຫຼາຍ.”
ປະຊາຊົນບາງຄົນ ກໍໄດ້ຈອດຣົຖໄວ້ ແລະ ບໍ່ຂີ່ໄປໃສ ຍ້ອນວ່າ ທົນກັບລາຄານ້ຳມັນບໍ່ໄຫວ.
ປະຊາຊົນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ເຣື່ອງບັນຫານ້ຳມັນແພງຢູ່ບ້ານເຮົານີ້ ໂອກໍມີບັນຫາໃດເນາະ ເວັ້ນເສັຽແຕ່ຜູ້ມີເງິນມີທອງ ຜູ້ມີຣົຖກໍບໍ່ໄດ້ໃສ່ວ່າຊັ້ນຊະ ນ້ຳມັນ ມັນກະບໍ່ພໍພຽງໃນປັດຈຸບັນນີ້ ບາງຄົນກະຈອດຣົຖໄວ້ ເວັ້ນເສັຽແຕ່ວ່າ ຜູ້ທີ່ວ່າມີການຄ້າການຂາຍ ຜູ້ມີເງິນມີທອງ ກະພໍໄດ້ໃສ່.”
ການຂຶ້ນລາຄານ້ຳມັນ ອີງໃສ່ກົນໄກຕລາດໂລກ, ເຈົ້າໜ້າທີ່ກົມການຄ້າພາຍໃນ ກະຊວງອຸດສາຫະກັມ ແລະ ການຄ້າ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວ ຕໍ່ເອເຊັຽເສຣີ ທີ່ຜ່ານມາ ວ່າ:
“ແມ່ນເພາະວ່າລາຄາເຮົາປັບ ມັນກໍອີງຕາມຕລາດໂລກຢູ່ແລ້ວ ໂຕນີ້ ຜ່ານມາ ເຮົາກະມີການຄັງແຮ ຊ້ວງໃດມັນຂຶ້ນຫຼາຍໆ ຣັຖບານກໍເອົາຄັງແຮ ມານ້ຳໃຊ້ ໂຕນີ້ແຕ່ລະຄັ້ງ ກໍບໍ່ຄືກັນ ມັນແລ້ວ ແຕ່ວ່າ ລາຄາມັນຂຶ້ນໜ້ອຍ ຂຶ້ນຫຼາຍ ໂຕນີ້ ເຮົາບໍ່ມີເປັນຫຼັກການຕາຍໂຕໄວໃນນັ້ນ ມັນຂຶ້ນກັບໂຕເລກທີ່ວ່າ ມັນ ເໜັງຕີງ ແຕ່ລະຄັ້ງ.”
ທ່ານ ກ່າວຕື່ມອີກວ່າ: ທາງການລາວ ໄດ້ກຳນົດ ໃຫ້ນຳມັນເປັນສິນຄ້າຄວບຄຸມ ເນື່ອງຈາກເປັນສິນຄ້າທີ່ຈຳເປັນຕໍ່ການດຳລົງຊີວິດ ມີຄວາມສຳຄັນໃນການ ຜລິດສິນຄ້າ ແລະ ບໍຣິການ ແລະ ສິນຄ້າທີ່ມີລາຄາປ່ຽນແປງໄປຕາມຕລາດໂລກ.