ລາວຍັງບໍ່ສາມາດ ສົ່ງສິນຄ້າກະເສຕໄປຈີນ ໂດຍຣົຖໄຟ ລາວ-ຈີນ

ໂຕຢ່າງສິນຄ້າກະເສຕ ທີ່ຂາຍຕາມຕລາດ ເມືອງໄຊ ແຂວງອຸດົມໄຊ, ເດືອນທັນວາ ປີ 2021.
ໂຕຢ່າງສິນຄ້າກະເສຕ ທີ່ຂາຍຕາມຕລາດ ເມືອງໄຊ ແຂວງອຸດົມໄຊ, ເດືອນທັນວາ ປີ 2021. (RFA)

0:00 / 0:00

ຜູ້ປະກອບການ ດ້ານການກະເສຕຫລາຍຄົນ ຢູ່ລາວສ່ວນໃຫຍ່ ຍັງບໍ່ສາມາດສົ່ງອອກສິນຄ້າ ກະເສຕໄປຈີນໂດຍຜ່ານທາງຣົຖໄຟ ລາວ-ຈີນ ໄດ້ເທື່ອ ຍ້ອນການຂົນສົ່ງສິນຄ້າ ຜ່ານທາງຣົຖໄຟ ຍັງມີຂໍ້ຈຳກັດຫລາຍຢ່າງ ເປັນຕົ້ນຍັງບໍ່ຮັບສົ່ງສິນຄ້າ ປະເພດໝາກໄມ້ຫລາຍ ຣາຍການ ແລະສິນຄ້າກະເສຕອື່ນໆ ທີ່ມີໂອກາດບູດເໜົ່າ ໃນລະຫວ່າງການຂົນສົ່ງ ເຮັດໃຫ້ສ່ວນໃຫຍ່ຍັງຂົນສົ່ງສິນຄ້າ ດ້ວຍຣົຖບັນທຸກຜ່ານຊາຍແດນ ລາວ-ຈີນ ແລະ ທ່າກ່ຳປັ່ນທາງພາກໃຕ້ຂອງລາວ.

ດັ່ງຜູ້ປະກອບການ ສວນໝາກໂມ ຢູ່ທາງພາກໃຕ້ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ມີນາ ນີ້ວ່າ:

“ໄປຈີນຫວາ ຣົຖໄຟຍັງບໍ່ໄດ້ເອົາໄປ ສ່ວນຫລາຍເຂົາສົ່ງສິນຄ້າ ປະເພດແຫ້ງທີ່ບໍ່ເໜົ່າເປື່ອຍງ່າຍ ຖ້າວ່າສິນຄ້າປະເພດເໜົ່າເປື່ອຍໄວ ນີ້ຣົຖໄຟບໍ່ຮັບນ່າ.”

ທ່ານກ່າວຕື່ມວ່າ ຍ້ອນສາເຫດດັ່ງກ່າວເຮັດໃຫ້ລາວເອງ ຍັງໃຊ້ວິທີການຂົນສົ່ງໝາກໂມໄປຈີນ ໂດຍຈ້າງຣົຖບັນທຸກສິນຄ້າ ນໍາໝາກໂມໄປຜ່ານດ່ານ ສາກົລບໍ່ເຕັນ ແຂວງຫລວງນໍ້າທາ ຊຶ່ງຕ້ອງໃຊ້ເວລາປະມານ 8 ມື້ ກ່ວາຈະສາມາດເຂົ້າໄປດ່ານ ບໍ່ຫານເບື້ອງຈີນໄດ້ ເນື່ອງຈາກຍັງມີບັນຫາ ຣົຖຕິດຢູ່ດ່ານສາກົລບໍ່ເຕັນ ແລະເຖິງແມ່ນວ່າໝາກໂມ ທີ່ສົ່ງອອກໄປຈີນນັ້ນ ຈະຍັງບໍ່ທັນບູດເໜົ່າກໍຕາມ ແຕ່ກໍຢາກໃຫ້ບໍຣິສັດ ທາງຣົຖໄຟ ລາວ-ຈີນ ຫລື ພາກສ່ວນທີ່ກ່ຽວຂ້ອງ ອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າ ການກະເສຕໄປຈີນໂດຍຜ່ານ ຣົຖໄຟ ລາວ-ຈີນ ເພື່ອໃຫ້ຜູ້ປະກອບການ ດ້ານການກະເສຕໃນລາວສາມາດສົ່ງສິນຄ້າໄປຈີນສະດວກ ແລະໄວຂຶ້ນ.

ໃນຂະນະທີ່ຫລາຍ ບໍຣິສັດ້ານການນຳເຂົ້າ ແລະສົ່ງອອກສິນຄ້າການກະເສຕ ລະຫວ່າງ ລາວ-ຈີນ ກໍຍັງບໍ່ທັນສາມາດໃຊ້ບໍຣິການ ຂົນສົ່ງສິນຄ້າຜ່ານຣົຖໄຟ ລາວ-ຈີນ ໄດ້ເຊັ່ນກັນຍ້ອນຫລາຍ ສາເຫດເປັນຕົ້ນຫລາຍບໍຣິສັດຢູ່ຫ່າງໄກ ຈາກສະຖານີຣົຖໄຟ ລາວ-ຈີນ ທີ່ເປີດເປັນສະຖານີຂົນສົ່ງ ສິນຄ້າຈຶ່ງມີຂໍ້ຈຳກັດໃນການຂົນສົ່ງສິນຄ້າ ໄປສະຖານີຣົຖໄຟຍ້ອນຕ້ອງເສັຽຄ່າ ຂົນສົ່ງຫລາຍເທື່ອ ດັ່ງນັ້ນຫລາຍບໍຣິສັດຍັງໃຊ້ວິທີຂົນສົ່ງສິນຄ້າໄປຈີນຜ່ານຣົຖບັນທຸກ.

ດັ່ງຜູ້ປະກອບການ ດ້ານການນໍາເຂົ້າ ແລະສົ່ງອອກສິນຄ້າ ກະເສຕກ່າວວ່າ:

“ບໍ່ທັນໄດ້ໄປງ່າຍແນ່ ຄືຣົຖໄຟນີ້ເຮົາຢູ່ເມືອງນໍ້າບາກເນາະ ບໍ່ມີສະຖານີແນ່ ຈະບໍ່ໄດ້ເອົາຂຶ້ນໄປຈີນຫັ້ນ ເຮົາໄປປະຈຳແນ່ ບາງເທື່ອເຮົາກາໄປຕ່າງເອົາເຄື່ອງ ເຮົາຊິນ່າຢູ່ຈີນເຂົ້າມາຮອດໂຮງງານ ຮອດບໍຣິສັດເນາະ ບາງເທື່ອຄັນວ່າມີເຄື່ອງຕ່າງໄປຈີນ ເຮົາກາຕ່າງໄປ.”

ສ່ວນຜູ້ປະກອບການ ຂົນສົ່ງສິນຄ້າປະເພດໝາກໄມ້ ຈາກລາວໄປຈີນກໍຍອມຮັບວ່າ ການຂົນສົ່ງສິນຄ້າດ້ານການກະເສຕ ຈາກລາວໄປຈີນໂດຍຜ່ານທາງຣົຖໄຟ ລາວ-ຈີນ ນັ້ນມີຂໍ້ຈຳ ກັດຫລາຍຢ່າງແທ້ ແລະສຳລັບລາວເອງ ກໍໄດ້ຂົນສົ່ງສິນຄ້າ ປະເພດໝາກໄມ້ໄປຈີນໂດຍຜ່ານຣົຖບັນທຸກ ໄປທາງດ່ານສາກົລບໍ່ເຕັນ ແຂວງຫລວງນໍ້າທາ ຫລື ດ່ານສາກົລລານຕຸ້ຍ ແຂວງຜົງສາລີ ຊຶ່ງການຂົນສົ່ງໝາກໄມ້ ຈະໄດ້ສິດທິພິເສດ ໃຫ້ໄປໄວກ່ວາຣົຖບັນທຸກສິນຄ້າ ອື່ນໆ ເພື່ອປ້ອງກັນໝາກໄມ້ເໜົ່າ ບູດກ່ອນ.

ດ່ັງຍານາງກ່າວວ່າ:

“ສ່ວນຫລາຍກະສົ່ງໄປທາງຣົຖໄຟ ສຳລັບເຮັດເອກະສານແທ້ນີ້ບໍ່ດົນ ຈັກນຶ່ງກໍແລ້ວ ແຕ່ວ່າຢ້ານວ່າຈະມາຄ້າງຣົຖຕິດຫັ້ນ ຊ່ວງນີ້ກາບໍ່ຕິດຫລາຍແລ້ວ ມື້ນຶ່ງ-ສອງມື້ກາໄດ້ເມືອແລ້ວກ້ວຍ, ໝາກໂມຊະນິດນີ້ເໜົ່າໄວນີ້ ເພິ່ນຈັດເປັນບູຣິມະສິດນີ້ໄດ້ອອກໄວຢູ່.”

ທາງດ້ານນັກວິຊາການ ດ້ານການຂົນສົ່ງສິນຄ້າ ການກະເສຕລະຫວ່າງ ລາວ-ຈີນ ທ່ານນຶ່ງກ່າວວ່າ ການຂົນສົ່ງສິນຄ້າດ້ານການກະເສຕ ຈາກລາວໄປຈີນໃນທຸກມື້ນີ້ ຍັງຂົນສົ່ງຜ່ານຣົຖບັນທຸກເປັນຫລັກ ແລະຈຳເປັນຕ້ອງເຮັດສັນຍາ ນໍາເຂົ້າ-ສົ່ງອອກ ກັບບໍຣິສັດໃຫຍ່ໃນປະເທດຈີນ ເພື່ອໃຫ້ສາມາດຂົນສົ່ງສິນຄ້າເຂົ້າດ່ານຈີນ ໄດ້ໄວຂຶ້ນເປັນກໍຣະນີພິເສດ ຄັນບໍ່ເຊັ່ນນັ້ນກໍຈະຂົນສົ່ງແບບຫລ້າຊ້າ ຄືເກົ່າ.

ດັ່ງທ່ານກ່າວວ່າ:

“ສຳຄັນເຮົາຊອກບໍຣິສັດ ຢູ່ທາງຈີນຫັ້ນເຂົາຊັບພອດທ໌ໄດ້ບໍ່ ເຣື່ອງການເຮັດສັນຍາ ນຳເຂົ້າຖ້າເຮົາບໍ່ມີສັນຍານຳເຂົ້າ ຂອງບໍຣິສັດທາງຫັ້ນຮອງ ຮອບນີ້ບໍ່ໄດ້ດ່ານບໍ່ເຕັນເຫັນຊ່ວງກ່ອນນີ້ ກາມີສິນຄ້າຫລາຍບໍຣິສັດທີ່ວ່າ ເໜົ່າບູດຄ້າງຢູ່ຫັ້ນ.”

ໃນຂະນະດຽວກັນເຈົ້າໜ້າທີ່ ສັງກັດກະຊວງກະສິກັມ ແລະ ປ່າໄມ້ ທ່ານນຶ່ງກ່າວວ່າ ປັດຈຸດພາກສ່ວນທີ່ກ່ຽວຂ້ອງກຳລັງ ຫາລືກ່ຽວກັບການຊຸກຍູ້ ໃຫ້ສາມາດຂົນສົ່ງສິນຄ້າ ດ້ານການກະເສຕ ຈາກລາວໄປຈີນໃຫ້ສາມາດ ຂົນສົ່ງຣົຖໄຟ ລາວ-ຈີນ ໄດ້ເພື່ອປະຕິດບັດຕາມ ທິດຊີ້ນຳຂອງທາງການລາວ ແລະຈີນ.

ດັ່ງທ່ານກ່າວວ່າ:

“ອັນນັ້ນກາມີທິດຂອງຂັ້ນເທີງ ເພິ່ນແຕ່ດົນແລ້ວແຫລະເປັນເປົ້າໝາຍ ມັນກາຊິເຣື່ອງໄປສະດວກ ກະຊິແມ່ນທາງຣົຖໄຟຫັ້ນແລ້ວ ຊ່ວງໄລຍະນີ້ລະແມ່ນສິງທີ່ວ່າເອື້ອອຳນວຍນີ້ ບາງແນວມັນກາຄາເຣື່ອງ ໂຄວິດນີ້ນ່າ.”

ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາບໍຣິສັດຣົຖໄຟ ລາວ-ຈີນ ຈຳກັດ ແລະ ບໍຣິສັດ ແອວເອສ ການຄ້າຂາອອກ-ຂາເຂົ້າ ຈຳກັດ ເພື່ອຖາມຣາຍລະອຽດ ເພີ່ມຕື່ມແຕ່ເຈົ້າໜ້າຮັບຜິດຊອບ ຍັງຂໍສງວນການໃຫ້ສັມພາດ ແກ່ນັກຂ່າວ.

ກ່ອນໜ້ານີ້ໃນວັນທີ 11 ມີນາທີ່ຜ່ານມາ ທ່ານ ສົມຊາຍ ດວງຈະເຣີນ ປະທານບໍຣິສັດ ແອລເອສ ການຄ້າຂາ ອອກ-ຂາເຂົ້າ ຈຳກັດ ໄດ້ໃຫ້ສັມພາດ ຕໍ່ວິທຍຸສາກົລ ແຫ່ງປະເທດຈີນ ປະຈຳລາວວ່າ ປັດຈຸບັນສິນຄ້າຈາກລາວ ທີ່ສາມາດຂົນສົ່ງດ້ວຍຣົຖໄຟ ລາວ-ຈີນ ມີພຽງ 3 ຣາຍການເທົ່ານັ້ນ ຄືແຮ່ເຫລັກ, ແປ້ງມັນຕົ້ນ ແລະ ມັນຕົ້ນແຫ້ງ ສ່ວນສິນຄ້າດ້ານການກະເສຕ ຍັງຂົນສົ່ງດ້ວຍຣົຖບັນທຸກຢູ່ ຊຶ່ງຜູ້ປະກອບການຈຳນວນຫລາຍຕ້ອງຂົນສົ່ງສິນຄ້າ ດ້ານການກະເສຕ ດ້ວຍຣົຖໄຟ ລາວ-ຈີນ ເພື່ອຄວາມວ່ອງໄວ ແລະປ້ອງກັນສິນຄ້າເໜົ່າເປື່ອຍຈຶ່ງ ໄດ້ຮຽກຮ້ອງໃຫ້ບໍຣິສັດທາງຣົຖໄຟ ລາວ-ຈີນ ຈຳກັດ ເພີ່ມຣາຍການຂົນສົ່ງສິນຄ້າ ພ້ອມທັງ ເພີ່ມຖ້ຽວຂະບວນຣົຖໄຟ ຂົນສົ່ງສິນຄ້າຕື່ມອີກ.

ສຳລັບການຂົນສົ່ງສິນຄ້າ ຜ່ານຣົຖໄຟ ລາວ-ຈີນ ແມ່ນອອກຈາກສະຖານີນາ ຄວາຍໃຕ້ ນະຄອນຫລວງວຽງຈັນໃນຕອນແລງ ແລະ ຈະຮອດເມືອງຄຸນໝີງ ປະເທດຈີນໃນຕອນເຊົ້າມື້ຕໍ່ມາ.