ທາງການ ກັມພູຊາ ຈັບຄົນງານ ອີກ 180 ຄົນ

ຈຳປາທອງ
2022.03.12
ທາງການ ກັມພູຊາ ຈັບຄົນງານ ອີກ 180 ຄົນ ຄົນງານເກືອບ 2,000 ຄົນ ປະທ້ວງ ໃນນະຄອນຫຼວງຂອງກັມພູຊາ ເພື່ອຮຽກຮ້ອງໃຫ້ ເຈົ້າຂອງ ກາສິໂນ NagaWorld ຮັບເອົາຜູ້ນຳ ສະຫະພາບແຮງງານ ແລະ ຄົນງານ 365 ຄົນ ທີ່ຖືກໄລ່ອອກ ກັບຄືນມາເຮັດວຽກ, ເດືອນທັນວາ 2021.
RFA

ທາງການກໍາພູຊາຈັບຄົນງານຄາຊີໂນຕົວຕັ້ງຕົວຕີຕື່ມອີກ 180 ຄົນ ທີ່ປະທ້ວງຜູ້ຈັດການກາຊີໂນ ແລະເຈົ້າໜ້າທີ່ທາງການເມືອງ ໃນມື້ວັນທີ 7 ມິນາ 2022 ນີ້. ພວກຄົນງານຖືກເຈົ້າໜ້າທີ່ຣັກສາຄວາມສງົບຫລາຍສິບຄົນ ບັງຄັບຂຶ້ນຣົຖບັດໃນລະຫວ່າງທໍາການປະທວ້ງຢູ່ຕໍ່ໜ້າອາຄານ NagaWorld Casino ທີ່ກຸງພະນົມເປັນ ປະເທດກໍາພູຊາ ແລ້ວສົ່ງພວກເຂົາເຈົ້າໄປກັກກັນໄວ້ຢູ່ໃນເຂດຊານເມືອງ ເພື່ອດໍາເນີນການຕໍ່ໄປ. ແລະບັນດາຄົນງານທີ່ຖືກຈັບໄປນັ້ນກໍຢືນຢັນວ່າ ພວກເຂົາເຈົ້າປະຕິບັດຕາມກົດລະບຽບຂອງການກັກກັນຂອງທາງການ.   

ທາງການກຸງພະນົມເປັນຈັບພວກຄົນງານ ທີ່ຕໍ່ສູ້ກັບບໍຣິສັດ NagaWorld Casino ທີ່ມີສູນກາງຕັ້ງຢູ່ ຮົງກົງ ປະເທດຈີນ ເຂົ້າສູ່ເດືອນທີສາມແລ້ວ.

ຄົນງານຫລາຍພັນຄົນໄດ້ພາກັນປະທ້ວງ ບໍ່ເຮັດວຽກມາຕັ້ງແຕ່ກາງເດືອນທັນວາປີກາຍ, ຮຽກຮ້ອງໃຫ້ຂຶ້ນຄ່າແຮງງານ ແລະໃຫ້ຜູ້ນໍາສະຫະພາບແຮງງານ 11 ຄົນ ທີ່ຖືກທາງການຈັບເຂົ້າຄຸກ ໄດ້ກັບຄືນມາຢູ່ໃນສະຖານະເດີມ ຮວມທັງຄົນງານ 365 ຄົນ ທີ່ພວກເຂົາເຈົ້າເວົ້າວ່າ ຖືກໄລ່ອອກຢ່າງບໍ່ເປັນທໍາ ຈາກໂຮງແຮມ ແລະຄາຊີໂນ ຂອງບໍຣິສັດທີ່ມີສູນການຕັ້ງຢູ່ຮົງກົງ ຊຶ່ງເຊື່ອວ່າເຈົ້າຂອງບໍຣິສັດນັ້ນ ມີການພົວພັນກັບສະມາຊິກຄອບຄົວຫລາຍຄົນຂອງທ່ານ ຮຸນ ເຊນ ນາຍົກຣັຖມົນຕຣີກໍາພູຊາ.

ທາງການກໍາພູຊາເວົ້າວ່າ ການປະທ້ວງຂອງຄົນງານຄັ້ງນີ້ ເປັນການປະທ້ວງຜິດກົດໝາຍ ແລະກ່າວຫາວ່າ ພວກປະທ້ວງໄດ້ຮັບການສນັບສນູນຈາກຕ່າງປະເທດ ທີ່ມີແຜນໂຄ່ນລົ້ມ ຣັຖບານກໍາພູຊາ. ໃນການຈັບຄົນງານຫລາຍຄັ້ງໃນບໍ່ຫລາຍອາທິດທີ່ຜ່ານມານີ້ ໂດຍໃຊ້ຂໍ້ຫາມີຄວາມຜິດຖານລະເມີດກົດລະບຽບໂຣກຣະບາດ ຢູ່ກຸງພະນົມເປັນ ຊຶ່ງບັນດານັກເຄື່ອນໄຫວຕົວຕັ້ງຕົວຕີເວົ້າວ່າ ການກ່າວຫາຂອງທາງການດັ່ງກ່າວນັ້ນ ເປັນຂໍ້ອ້າງເພື່ອ ສລາຍການປະທ້ວງຂອງພວກຄົນງານ.

ນາງ Miech Srei Oun ຄົນງານທີ່ຖືກເຈົ້າໜ້າທີ່ຕໍາຣວດກໍາພູຊາຈັບ 2 ເທື່ອເວົ້າຕໍ່ວິທຍຸເອເຊັຍເສຣີຜແນກພາສາຂເມນວ່າ ພວກເຈົ້າໜ້າທີ່ທາງການກ່າວຫາພວກເຮົາຢູ່ຕລອດ. ແລະເຮົາກໍຖາມວ່າ ຈະຫາທາງອອກໃຫ້ຄົນງານ ທີ່ຖືກບໍຣິສັດຕ່າງປະເທດເອົາລັດເອົາປຽບນັ້ນໄດ້ຢູ່ໃສ? ແລະຄວາມຍຸຕິທໍາຂອງຊາວກໍາພູຊາຢູ່ບ່ອນໃດ?

ນາງເວົ້າວ່າ ທາງບໍຣິສັດພະຍາຍາມທີ່ຈະສົ່ງຂໍ້ຂັດແຍ່ງ ລະຫວ່າງພວກເຮົາກັບບໍຣິສັດ ໄປໃຫ້ທາງການ ເຖິງແມ່ນວ່າ ພວກເຮົາທີ່ເປັນຄົນງານ ມີຂໍ້ຂັດແຍ່ງກັບບໍຣິສັດເທົ່ານັ້ນ ບໍ່ແມ່ນກັບເຈົ້າໜ້າທີ່ທາງການແຕ່ຢ່າງໃດ. ນາງເວົ້າຕື່ມວ່າ ຣົຖບັດປ່ອຍພວກຄົນງານລົງບ່ອນແດດກ້າ-ຮ້ອນ-ເອົ້າ ແລະພວກຄົນງານບໍ່ໄດ້ກິນເຂົ້າ ບໍ່ໄດ້ກິນນໍ້າ.

ນາງ Chinn Usaphea ຄົນງານຄາຊີໂນ ທີ່ໄດ້ຮ່ວມການປະທ້ວງອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຍເສຣີວ່າ ການນັດຢຸດງານເປັນທາງເລືອກສຸດທ້າຍ ຍ້ອນວ່າ ຕົນແລະເພື່ອນຮ່ວມງານໝົດທາງເລືອກ, ບໍ່ມີທາງເລືອກອື່ນ ເພື່ອທີ່ຈະແກ້ໄຂບັນຫາຂັດແຍ່ງກັບບໍຣິສັດ ທີ່ເປັນເຈົ້າຂອງ NagaWorld Casino ຊຶ່ງຂະນະນີ້ນາງກໍາລັງຮຽກຮ້ອງໃຫ້ທ່ານ ຮຸນ ເຊນ ແກ້ໄຂຂໍ້ຂັດແຍ່ງທີ່ວ່ານັ້ນ.

ນາງເວົ້າວ່າ ທ່ານ ຮຸນ ເຊນ ຄວນບອກໃຫ້ກະຊວງທີ່ກ່ຽວຂ້ອງວາງຕົວເປັນກາງ ເພື່ອໃຫ້ນາຍຈ້າງ ຄືບໍຣິສັດ ທີ່ເປັນເຈົ້າຂອງ NagaWorld Casino ແກ້ໄຂຂໍ້ຂັດແຍ່ງ ທີ່ມີມາດົນນານນັ້ນ. ແລະວ່າ ໃນຖານະເປັນພົລເມືອງກໍາພູຊາ ຕົນຢາກຂໍໃຫ້ ສົມເດັດ ພໍ່ ຮຸນເຊນ ດູແລລູກຂອງເພິ່ນ ທີ່ເຮັດວຽກຢູ່ NagaWorld Casino ເພາະວ່າ ພວກລູກຂອງເພິ່ນ ຕ້ອງການມີບ່ອນເຮັດວຽກທີ່ໝັ້ນຄົງ ແລະມີສະຫະພາບແຮງງານຢູ່ໃນບ່ອນເຮັດວຽກນັ້ນ. ກ່ຽວກັບຄວາມເຫັນຂອງຄົນງານທີ່ວ່ານັ້ນ ວິທຍຸເອເຊັຍເສຣີໄດ້ພະຍາຍາມຕິດຕໍ່ໄປຫາທ່ານ Met Meas Peakdey ໂຄສົກກຸງພະນົມເປັນ ແລະທ່ານ Heng Sour ໂຄສົກກະຊວງແຮງງານ ເພື່ອຂໍຄວາມເຫັນ ແຕ່ບໍ່ສາມາດຕິດຕໍ່ໄດ້.

ແຕ່ເຖິງຢ່າງໃດກໍຕາມ ທ່ານ Ny Sokha ປະທານສະມາຄົມເພື່ອສິດທິມະນຸດ ແລະການພັທນາກໍາພູຊາ ກໍກ່າວຕໍ່ວິທຍຸເອເຊັຍເສຣີວ່າ ທາງການຄວນປ່ອຍບັນດາຜູ້ຕາງໜ້າສະຫະພາບແຮງງານ ທີ່ຖືກຄຸມຂັງຢູ່ນັ້ນ ແລະປ່ອຍໃຫ້ພວກເຂົາເຈົ້າແກ້ໄຂບັນຫາກັບ NagaWorld Casino ນັ້ນ.

ທ່ານເວົ້າວ່າ ເມື່ອບັນດາຜູ້ນໍາສະຫະພາບແຮງງານໄດ້ເປັນອິສຣະ ພວກເຂົາເຈົ້າກໍຈະສາ ມາດເຈລະຈາໄດ້ ແລະພວກປະທ້ວງຢຸດງານກໍຈະບໍ່ມີເຫດຜົລ ທີ່ຈະປະທ້ວງຕໍ່ໄປ. ແລະວ່າ ຣັຖບານກໍາພູຊາ ທີ່ຮຽກຮ້ອງໃຫ້ມີການເຈລະຈາ ເພື່ອຍຸຕິສົງຄາມຢູ່ປະເທດຢູເຄຣນນັ້ນ ຈະສາມາດແກ້ໄຂຂໍ້ຂັດແຍ່ງທີ່ເປັນບັນຫານ້ອຍໆທີ່ສຸດກວ່າບັນຫາຢູເຄຣນນັ້ນໄດ້.

ທ່ານເວົ້າວ່າ ມັນເປັນເຣື່ອງເລັກນ້ອຍ ທຽບໃສ່ຄວາມຂັດແຍ່ງລະຫວ່າງຣັດເຊັຍ ແລະຢູ ເຄຣນ. ດັ່ງນັ້ນຈຶ່ງຄິດວ່າ ຣັຖບານກໍາພູຊາ ບໍ່ແມ່ນວ່າບໍ່ມີຄວາມສາມາດ ທີ່ຈະແກ້ໄຂບັນ ຫາ NagaWorld Casino ໄດ້. ແຕ່ກໍຂຶ້ນຢູ່ກັບເຈດຈໍານົງຂອງຣັຖບານໃນການແກ້ໄຂບັນຫານີ້ ຊຶ່ງຣັຖບານຕ້ອງມີເຈດຈໍານົງ ຮັກສາຄວາມຍຸຕິທໍາ ສໍາລັບຄົນງານທີ່ຕ້ອງການຄວາມຊ່ອຍຈາກຣັຖບານ.

ແຕ່ຜູ້ປະທ້ວງ 2 ຄົນຖືກຄວບຄຸມຕົວໄປຂຶ້ນສານດໍາເນີນຄະດີ ໃນມື້ວັນທີ 4 ມິນານີ້ ໃນຂໍ້ຫາທີ່ວ່າ ພວກເຂົາເຈົ້າບໍ່ໃຫ້ຄົນງານ NagaWorld Casino ຄົນອື່ນໆໄປກວດຫາເຊື້ອໂຄວິດ-19, ແຕ່ຄົນງານທັງ 2 ຄົນປະຕິເສດຄໍາກ່າວຫານັ້ນ.

NagaWorld Casino ເປັນຄາຊີໂນໃຫຍ່ທີ່ສຸດແຫ່ງນຶ່ງຢູ່ກຸງພະນົມເປັນ, ກ່ອນມີການນັດຢຸດງານ ມີຄົນງານຫລາຍກວ່າ 8,000 ຄົນ. ພາຍຫລັງໄດ້ຕັດຈໍານວນຄົນງານລົງຍັງເຫລືອພຽງ 6,000 ປາຍຄົນນັ້ນ ຈຶ່ງເຮັດໃຫ້ເກີດການປະທ້ວງຂອງຄົນງານຂຶ້ນ. ມາເຖິງມື້ວັນທີ 8 ມິນານີ້ ມີຂ່າວວ່າ ທາງການກໍາພູຊາໄດ້ປຶກສາຫາລືກ່ຽວກັບການແກ້ໄຂບັນຫາ ທີ່ຄົນງານ NagaWorld Casino ຮຽກຮ້ອງ.

ຂ່າວກ່ຽວກັບກອງປະຊຸມ ມີຂຶ້ນໃນຂະນະທີ່ອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ຮຽກຮ້ອງໃຫ້ມີການປະຕິບັດຕໍ່ຄົນງານໃຫ້ດີຂຶ້ນ ໃນໂອກາດວັນແມ່ຍິງສາກົນ ທີ 8 ມິນາ.

ທ່ານ Sar Kheng ຣັຖມົນຕຣີກະຊວງພາຍໃນຂອງກໍາພູຊາ ເປັນຜູ້ນໍາພາກອງປະຊຸມຂອງເຈົ້າໜ້າທີ່ຣັຖບານໃນມື້ວັນພຸດ ເພື່ອພະຍາຍາມແກ້ໄຂບັນຫາຂັດແຍ່ງ ລະຫວ່າງຄົນງານ ແລະ NagaWorld Casino ທີ່ແກ່ຍາວມາດົນ ຊຶ່ງເປັນຜົລມາຈາກຄວາມພະຍາ ຍາມຂອງຫລາຍອົງການຈັດຕັ້ງເພື່ອສິດທິຂອງຄົນງານ ແລະເປັນບາດກ້າວທີ່ດີສໍາລັບສິດ ແລະຜົລປໂຍດຂອງຊາວຜູ້ອອກແຮງງານກໍາພູຊາ.

ໜັງສືພິມ The Phnom Penh Post ຣາຍງານໃນມື້ວັນທີ 7 ມິນານີ້ວ່າ ຣັຖມົນຕຣີກະຊວງສາທາຣະນະສຸຂ, ກະຊວງແຮງງານ ແລະກະຊວງຍຸຕິທໍາ ແລະຫົວໜ້າອໍານາດການປົກຄອງກຸງພະນົມເປັນ, ສານເທສບານ ແລະຕໍາຣວດແຫ່ງຊາດ ຈະເຂົ້າຮ່ວມກອງປະຊຸມນັ້ນ ຕາມຄໍາເຊີນ ວັນທີ 4 ມິນານີ້.

ທ່ານ Khun Tharo ຜູ້ຈັດການໂຄງການສູນພັນທະມິດແຮງງານ ແລະສິດທິມະນຸດ ກ່າວຕໍ່ວິທຍຸເອເຊັຍເສຣີ ຜແນກພາສາຂເມນວ່າ ກອງປະຊຸມທີ່ວ່ານີ້ໃຫ້ຄວາມຫວັງວ່າ ຜູ້ນໍາສະ ຫະພາບແຮງງານ 11 ຄົນ ແລະຄົນງານຈະຖືກປ່ອຍຕົວໃນບໍ່ຊ້ານີ້.

ທ່ານຄິດວ່າ ມັນເປັນເວລາທີ່ຈະແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ. ຫາກທາງການທໍາຕົນເປັນກາງໄດ້ ກໍອາຈເປັນການຍອມຮ່ວມກັນໄດ້. ທ່ານຄິດວ່າ ພວກທ່ານສາມາດເຮັດໃຫ້ບັນຫາຈົບລົງໄປໄດ້.

ແມ່ຍິງກຸ່ມນຶ່ງ ໄດ້ປະທ້ວງໃນວັນຄານ ຢູ່ຕໍ່ໜ້າຄຸກ Prey Sar ຊຶ່ງມີຜູ້ນໍາສະຫະພາບແຮງງານ 11 ຄົນຖືກຄຸມຂັງຢູ່. ພວກເຂົາເຈົ້າພາກັນປ່ອຍໆໝາກປູມເປົ້າ ແລະຮ້ອງວ່າ ຜູ້ນໍາສະຫະພາບແຮງງານ ທີ່ຖືກຈັບ ຊຶ່ງສ່ວນໃຫຍ່ເປັນແມ່ຍິງນັ້ນ ຄວນໄດ້ຮັບການປ່ອຍຕົວທັນ ທີ.

ທ່ານ Ou Tep Pallin ຮອງປະທານສະຫະພັນຄົນງານບໍຣິການ ແລະອາຫານກໍາພູຊາ ໄດ້ຮຽກຮ້ອງໃຫ້ທາງການປ່ອຍຕົວຜູ້ນໍາສະຫະພາບແຮງງານ 11 ຄົນ ຊຶ່ງໃນນັ້ນມີ 8 ຄົນເປັນເຈົ້າໜ້າທີ່ສະຫະພາບແຮງງານ ກ່ອນທີ່ຈະເລິ້ມເຈລະຈາແກ້ໄຂຂໍ້ຂັດແຍ່ງທາງແຮງງານ.

ທ່ານກ່າວຕໍ່ວິທຍຸເອເຊັຍເສຣີວ່າ ທ່ານຕ້ອງການໃຫ້ຝ່າຍບໍຣິຫານ NagaWorld Casino ເຈລະຈາກັບຜູ້ນໍາສະຫະພາບແຮງງານ ພາຍຫລັງທີ່ພວກເຂົາເຈົ້າໄດ້ຮັບການປ່ອຍຕົວແລ້ວ. ພວກເຂົາເຈົ້າຕ້ອງໄດ້ຮັບການປ່ອຍຕົວ ກ່ອນພວກເຮົາຈະສາມາດເຈລະຈາໄດ້.      

ສະມາຄົມເພື່ອສິດທິມະນຸດ ແລະການພັທນາ ອອກຖແລງການໃນມື້ວັນຄານວ່າ ຣາຍງານຊຶ່ງອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ຮວບຮວມມາໄດ້ ລະບຸວ່າ ແມ່ຍິງໃນປະເທດກໍາພູຊາ ຍັງປະສົບກັບຄວາມທໍລະມາຈາກລະເມີດສິດທິຕ່າງໆ ເຊັ່ນຖືກຂົ່ມຂືນ, ຄວາມຮຸນແຮງໃນຄອບຄົວ ແລະການຄ້າມະນຸດ. ອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ເວົ້າວ່າ ໃນໄລຍະສອງປີຜ່ານມານີ້ມີຄໍາຮ້ອງຮຽນ 243 ກໍລະນີ ກ່ຽວກັບການລະເມີດສິດທິຕ່າງໆນັ້ນ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.