ເຂດອ້ອມເຂົາພຣະວິຫາຣ ຕົກເປັນ ຂອງຂເມນ


2013.11.12
F-Pra-viharn ວັດພຣະວິຫານທີ່ເກົ່າແກ່ ຊຶ່ງຕິດກັບຊາຍແດນໄທ
Thaivisa

 

ຫົວໜ້າສານສະຫະປະຊາຊາດ ໄດ້ຕັດສິນໃນວັນຈັນນີ້ ໃຫ້ເຂດອ້ອມ ວັດພຣະວິຫານທີ່ເກົ່າແກ່ ຊຶ່ງຕິດກັບຊາຍແດນໄທ ນັ້ນເປັນຂອງ ກໍາພູ ຊາ ແລະວ່າ ກໍາລັງຮັກສາຄວາມສະຫງົບຂອງໄທ ທຸກຄົນ ຕ້ອງອອກຈາກເຂດນັ້ນ. ຕາມຣາຍງານຂອງອົງການຂ່າວ AFP ໃນວັນທີ 11 ພຶສຈິກາ 2013 ນີ້.

ທ່ານ Peter Tomka ຜູ້ພິພາກສາເວົ້າວ່າ ສານຍຸຕິທັມສາກົນ ໄດ້ຕີຄວາມຄໍາຕັດສິນຂອງສານ ເມື່ອປີ 1962 ເວົ້າວ່າ: “ກໍາພູຊາມີອໍານາດ ອະທິປະຕັຍ ເໜືອດິນແດນທັງໝົດ ຂອງເຂດອ້ອມ ວັດພຣະວິຫານ“. ທ່ານວ່າ “ຜົລການຕັດສິນຂອງສານ ແມ່ນວ່າໄທ ຢູ່ພາຍໃຕ້ພາລະ ທີ່ ຈະຕ້ອງໄດ້ຖອນທະຫານ, ຕໍາຣວດ ແລະຄົນຍາມ ອອກຈາກເຂດອ້ອມແອ້ມ ວັດພຣະວິຫານ“.

ນັບຕັ້ງແຕ່ປີ 2011 ມາເກີດມີການປະທະກັນ ຣະຫວ່າງທະຫານໄທ ແລະກໍາພູຊາ ຈົນເຮັດໃຫ້ມີຜູ້ເສັຍຊີວິດຍ້ອນຢ່າງໜ້ອຍ 28 ຄົນແລະ ເມື່ອປີຜ່ານມາ ສານສະຫະປະຊາຊາດ ຕັດສິນໃຫ້ສອງຝ່າຍ ຖອນກໍາລັງ ທະຫານອອກຈາກເຂດອ້ອມແອ້ມ ວັດພຣະວິຫານ ທີ່ມີການຂັດ ແຍ່ງກັນ.

ໃນທີ່ສຸດ ກໍາພູຊາແລະໄທ ກໍໄດ້ຖອນທະຫານ ຂອງຕົນອອກ ເມື່ອເດືອນ ກໍຣະກະດາ 2012 ແລະໄດ້ເອົາຕໍາຣວດ ແລະເຈົ້າໜ້າທີ່ ຮັກສາ ຄວາມປອດພັຍ ໄປຢູ່ແທນ. ທ່ານ Hor Namhong ຣັຖມົນຕຣີການຕ່າງ ປະເທສ ກໍາພູຊາ ຜູ້ທີ່ໄດ້ຣາຍງານ ຢູ່ໃນສານ ທີ່ກຸງ Hague ກ່າວຕໍ່ສື່ມວນຊົນວ່າ “ມັນດີພໍແລ້ວ“.

ນາຍົກຣັຖມົນຕຣີໄທ ຍານາງ ຍິ່ງລັກ ຊິນນະວັດ ໄດ້ກ່າວເມື່ອວັນອາທິດຜ່ານມາວ່າ ຫລັງຈາກສານ ສະຫະປະຊາຊາດ ຕັດສິນແລ້ວ ທາງ ການໄທ ຈະໂອ້ລົມກັບທາງການ ກໍາພູຊາຕື່ມອີກ ເພື່ອຫລີກລ້ຽງ ການເຂົ້າໃຈຜິດກັນອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.