ພຶດຕິກັມຜູ້ນຳກຳພູຊາ ຄວນຖືກ ໄຕ່ສວນ

ອະວາຣີ
2014.03.21
f-hun-sen ທ່ານ ຮຸນ ເຊນ ນາຍົກ ຣັຖມົນຕຣີ ກັມພູຊາ
Cambodia.org

 

ທະນາຍຄວາມ ສິດທິມະນຸດ ຮຽກຮ້ອງ ໃຫ້ ສານໂລກ ສືບສວນ ພຶດຕິກັມ ການ ກະທໍາ ຂອງ ຜູ້ນຳ ກຳພູຊາ. ທ່ານ Morton Sklar ທະນາຍຄວາມ ສິດທິ ມະນຸດ ຊຶ່ງ ເປັນ ຊາວ ອະເມຣິກັນ ກ່າວວ່າ ສານໂລກ ຄວນ ສືບສວນ ເຖິງ ພຶດຕິກັມ ການກະທຳ ຂອງ ທ່ານ ຮຸນແຊນ ແລະ ຜູ້ນຳ ກຳພູຊາ ຄົນອື່ນໆ ທີ່ໄດ້ ປາບປາມ ປະຊາຊົນ ແລະ ທີ່ ປົກປ້ອງ ອະດີດ ຄະນະ ຜູ້ນຳ ຂເມນແດງ.

ທ່ານ Sklar ກ່າວກັບ ນັກຂ່າວ ຕ່າງປະເທດ ວ່າ ນາຍົກ ຣັຖມົນຕຣີ ຮຸນແຊນ ພຍາຍາມ ຂັດຂວາງ ການ ປະຕິບັດ ວຽກງານ ຂອງ ສານ ສະຫະ ປະຊາຊາດ ຕລອດມາ ທີ່ກຳລັງ ພິຈາຣະນາ ລົງໂທດ ອະດີດ ຜູ້ນຳ ຂເມນແດງ ໃນ ຄະດີ ເຂັ່ນຂ້າ ປະຊາຊົນ ກຳພູຊາ ກວ່າ 1 ລ້ານ 7 ແສນ ຄົນ. ແຕ່ ທ່ານ Chheang Vun ປະທານ ສະພາ ແຫ່ງຊາດ ກຳພູຊາ ທີ່ ເປັນ ສະມາຊິກ ພັກ ຣັຖບານ ກ່າວວ່າ ສານໂລກ ຄົງຈະບໍ່ ສືບສວນ ຄະນະ ຜູ້ນຳ ກຳພູຊາ ຢ່າງແທ້ຈິງ ດອກ ເພາະມັນ ເປັນການ ທັກທ້ວງ ຈົ່ມວ່າ ຂອງ ບຸກຄົນ ໃດ ບຸກຄົນ ນຶ່ງ ເທົ່ານັ້ນ.

ໃນຣະຍະ ສີ່ຫ້າ ເດືອນ ຜ່ານມາ ອົງການ ສິດທິມະນຸດ ໄດ້ປະນາມ ຣັຖບານ ກຳພູຊາ ຢ່າງແຮງ ທີ່ ປາບປາມ ພວກ ປະທ້ວງ ຊຶ່ງ ສ່ວນນຶ່ງ ເປັນ ກັມມະກອນ ໂຮງງານ ຕັດຫຍິບ ທີ່ ປະທ້ວງ ຮຽກຮ້ອງ ຂໍຂື້ນເງິນ ເດືອນ ແລະ ອີກສ່ວນນຶ່ງ ແມ່ນ ສະມາຊິກ ຝ່າຍຄ້ານ ທີ່ ຮຽກຮ້ອງ ໃຫ້ ຣັຖບານ ຈັດການ ເລືອກຕັ້ງ ໃໝ່.

ແຕ່ກ່ອນ ອົງການ ສິດທິມະນຸດ ກໍຕູ່ຫາ ນາຍົກ ຣັຖມົນຕຣີ ຮຸນແຊນ ເລື້ອຍໆ ວ່າທ່ານ ເອງ ກໍເປັນ ອະດີດ ນາຍທະຫານ ຂເມນແດງ ສະນັ້ນ ຈຶ່ງບໍ່ຢາກ ລົງໂທດ ຄະນະ ຜູ້ນຳ ຂເມນແດງ ແຮງເກີນໄປ. ທ່ານ ຮຸນແຊນ ເຄີຍເວົ້າວ່າ ການ ລົງໂທດ ຄະນະ ຜູ້ນຳ ຂເມນແດງ ໜັກ ຈະສົ່ງ ຜົນກະທົບ ຕໍ່ ຄວາມ ສະມັກຄີ ຂອງຊາດ ຫລື ອາດຈະພາ ໃຫ້ເກີດ ສົງຄາມ ກາງເມືອງ ອີກ ກໍເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.