ສ້າງສູນ ພັກຊົ່ວຄາວ ສໍາລັບຜູ້ເຄາະຮ້າຍ ຈາກການ ຄ້າມະນຸດ

0:00 / 0:00

ຄະນະກໍາມະການ ຕ້ານການຄ້າມະນຸດ ແຂວງຫລວງນໍ້າທາ ແລະບໍຣິສັດທະວີຊັບກໍ່ ສ້າງຈໍາກັດ ໄດ້ລົງນາມໃນສັນຍາໂຄງການ ກໍ່ສ້າງສູນພັກຊົ່ວຄາວ ສໍາລັບຜູ້ເຄາະຮ້າຍຈາກການຄ້າມະນຸດ ໄລຍະ 3 ທີ່ຫ້ອງປະຊຸມກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫລວງນໍ້າທາ ພາຍຫລັງທີ່ກະຊວງ ປ້ອງກັນຄວາມສງົບໃຊ້ງົບປະມານຂອງຕົນ ແລະການປະກອບສ່ວນ ປັດໃຈຂອງນັກທຸຣະກິດ ສ້າງສູນແຫ່ງນີ້ມາແລ້ວ 2 ໄລຍະ.

ມາເຖິງປັດຈຸບັນ ສູນພັກຊົ່ວຄາວແຫ່ງນີ້ກໍສ້າງໄດ້ 95% ແລະຈະມີການເຊັນສັນຍາ ກັນຕື່ມອີກເປັນໄລຍະທີ 4 ໃນເດືອນໜ້າ ຊຶ່ງເປັນໄລຍະສຸດທ້າຍ ຂອງການກໍ່ສ້າງ ແລະຄາດວ່າ ປະມານກາງປີນີ້ ຈະໄດ້ສ້າງແລ້ວ ແລະເປີດໃຊ້ຢ່າງເປັນທາງການ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຕໍາຣວດກອງບັນຊາການ ປ້ອງກັນຄວາມສງົບ ແຂວງຫລວງນໍ້າທາ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 11 ມິນານີ້.

" ຕາມອັນນ່າ ແຜນຄືວ່າເຮັດໄດ້ໝົດແລ້ວເດ໋ ດຽວນີ້ທາສີແລ້ວນ່າ . 95% ແລ້ວເດ໋ ຄືມີ 4 ໄລຍະນ່າ . ໄລຍະທີ 4 ຫັ້ນເຂົາຈະປັບດິນ ເຊັນສັນຍາໄລຍະ 3 ຫັ້ນແລ້ວຈຶ່ງຈະມາອີກ ເປັນໄລຍະ 4 ຄືເວົ້າຫັ້ນແຫລະ ປະມານເດືອນປາຍ ເພິ່ນສິມາຕື່ມອີກ ກໍປະມານກາງປີ ກໍແລ້ວໆລະ ການມອບຮັບ ກໍສິໄດ້ນໍາໃຊ້ແຫລະ . . "ທ່ານກ່າວຕື່ມວ່າ ສູນພັກຊົ່ວຄາວສໍາລັບຜູ້ເຄາະຮ້າຍ ຈາກການຄ້າມະນຸດແຫ່ງນີ້ ສ່ວນໃຫຍ່ຈະຮັບແມ່ຍິງ ແລະເດັກນ້ອຍ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດ ຈາກປະເທດຈີນ ຍ້ອນວ່າທີ່ຜ່ານມາ ແມ່ຍິງເມືອງລອງ ແລະເມືອງສິງຖືກຄົນຈີນຕົວະຍົວະໃຫ້ແຕ່ງ ດອງນໍາ, ແຕ່ງດອງແບບແອບແຝງ, ຄົນຈີນເກັບສິນສອດຂອງໝັ້ນໄວ້ນໍາເຂົາເອງ ແລະເອົາໄປຄ້າຢູ່ຈີນ ໃນຮູບແບບບັງຄັບໃຫ້ເຮັດວຽກໜັກ, ກັກຂັງໜ່ວງໜ່ຽວ, ຂູດຮີດທາງເພດ, ບັງຄັບໃຫ້ມີເພດສໍາພັນກັບຄົນອື່ນ, ຂາຍໃຫ້ຄົນອື່ນເປັນຕົ້ນ.

ດັ່ງທ່ານທ່ານກ່າວວ່າ:

" ການແຕ່ງດອງແອບແຝງ ໂດຍຊາຍຈີນຜູ້ນຶ່ງ ບໍ່ມັກກໍຈະມອບໃຫ້ຜູ້ຕໍ່ໄປ . ການມອບັບກັນ ກໍເວົ້າເຣື່ອງການໃຫ້ສິນສອດ ກໍເວົ້າເຣື່ອງ ການຂູດຮີດທາງເພດ ພວກເຮົາຈະພົບເຫັນກໍຣະນີນັ້ນ ແບບລັກສະນະການຫັລບນອນນໍາກັນ ໂດຍທາງຝ່າຍຍິງ ບໍ່ໄດ້ພໍໃຈເອົາຜູ້ຊາຍໃນຄອບຄົວ ໂດຍໃຫ້ຫລັບນອນນໍາກັນກໍມີ . "ທ່ານກ່າວຕື່ມວ່າ ສູນພັກຊົ່ວຄາວແຫ່ງນີ້ ຖືວ່າເປັນສູນພັກຂອງຜູ້ເຄາະຮ້າຍ ຈາກການຄ້າມະນຸດປະຈໍາແຂວງພາກເໜືອ ຍ້ອນວ່າ ແມ່ຍິງແຂວງຫລວງນໍ້າທາ ແລະແຂວງ ອື່ນໆ ທີ່ມີຊາຍແດນຕິດກັບປະເທດຈີນ ຖືກຫລອກລວງໄປຂາຍຫລາຍ ຊຶ່ງທີ່ຜ່ານມາ ເຈົ້າໜ້າທີ່ລາວ ແລະຈີນສາມາດຊ່ອຍເຫລືອ ພວກເຂົາເຈົ້າໄດ້ຈໍານວນນຶ່ງ.

ມາເຖິງປັດຈຸບັນ ສະຫະພັນແມ່ຍິງແຂວງຫລວງນໍ້າທາ ເຊົ່າຕຶກເອກກະຊົນເປັນບ່ອນຮອງຮັບ ຜູ້ທີ່ຖືກເຄາະຮ້າຍຈາກການຄ້າມະນຸດ. ຖ້າບໍ່ໄດ້ເຊົ່າຕຶກ ກໍຈະໄດ້ໃຊ້ເງິນຄ່າເຊົ່ານັ້ນໄປເຮັດວຽກອື່ນ ໂດຍສະເພາະວຽກຕິດຕາມ ກວດກາ ເບິ່ງສະພາບຂອງຜູ້ທີ່ໄດ້ຖືກເຄາະຮ້າຍ ພາຍຫລັງທີ່ໄດ້ຮັບການຟື້ນຟູ ສະພາບຈິດໃຈ ແລະຝຶກວິຊາຊີບໃຫ້ແລ້ວ. ສູນທີ່ວ່ານີ້ມີກໍາແພງສູງ 2 ແມັດປາຍປິດບັງ ເພື່ອບໍ່ໃຫ້ຄົນຂ້າງນອກເຫັນ.

ດັ່ງອາສາ ສມັກຕ້ານການຄ້າມະນຸດ ທີ່ເຮັດວຽກ ນໍາໂຄງການຂອງອົງການຈັດຕັ້ງສາກົນ ປະຈໍາແຂວງຫລວງນໍ້າທາ ເພື່ອໂຄສະນາໃຫ້ຄວາມຮູ້ແກ່ນັກຮຽນ ກ່ຽວກັບເຣື່ອງການຕ້ານການຄ້າມະນຸດ ກ່າວໃນມື້ດຽວກັນນີ້ວ່າ:

" ເຮົາອິເປັນປິດບັງ ກັ້ນກໍວ່າໄດ້ ເພາະວ່າຄັນຖ້າເຂົາບໍ່ສົນໃຈບໍ່ຫຍັງ ບໍ່ໃຫ້ຂໍ້ມູນ ມັນເປັນຄວາມລັບຂອງເຮົາກໍໄດ້ ສ່ວນຫລາຍມັນເປັນຄວາມລັບຂອງເຮົາ ສ່ວນຫລາຍເຂົາກໍບໍ່ເຂົ້າສູນ ບໍ່ມັ່ນໄປຊອກ ແຕ່ຜູ້ທີ່ວ່າຖືກເຄາະຮ້າຍ ຫລືວ່າ ມີແຕ່ພໍ່ແມ່ຍາດພີ່ນ້ອງ ເຂົາສົນໃຈເຂົ້າໄປຫາ ພົວພັນ ມັນກໍເປັນຄວາມລັບສໍລັບເຮົາ . "ເຈົ້າໜ້າທີ່ສະຫະພັນ ແມ່ຍິງເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີື 11 ມິນານີ້ວ່າ ຖ້າຫາກສູນພັກໃໝ່ນີ້ເປີດໃຊ້ແລ້ວກໍຈະເປັນເຣື່ອງ ດີຕໍ່ແມ່ຍິງ ແລະເດັກນ້ອຍຜູ້ເຄາະຮ້າຍ ຈາກການຄ້າມະນຸດ ທີ່ຖືກຊ່ອຍມາໄດ້, ບໍ່ດັ່ງ ນັ້ນພວກເຂົາເຈົ້າ ຈໍານວນນຶ່ງກໍຈະຖືກສົ່ງໄປຢູ່ສູນດັດສ້າງ ຫລືຄ້າຍຄຸມຂັງຢູ່ໃນແຂວງ ເພື່ອລໍຖ້າກັບບ້ານຂອງໃຜລາວ ຄືດັ່ງທີ່ຜ່ານມາ.

" ໂຕນີ້ ກໍດີລະວ່າ ກາຍວ່າດີ ໄປແລ້ວເພາະວ່າດຽວນີ້ ມັນດຽວນີ້ ການຄ້າມະນຸດ ຄຶຫລາຍ ເຂົາເອົາໄປດັດສ້າງ ໄປຢູ່ຫັ້ນ ມັນບໍ່ຖືກທິດທາງເນາະ . ການດັດສ້າງ ມັນຕ້ອງເວົ້າຮວມເຖິງຄະດີອີ່ຫຍັງຫັ້ນນ່າ . ສູນຝຶກງານບໍ່ມີເນາະ ຜ ູ້ຍິງຖືກເຄາະຮ້າຍຖືກຕີແນວໃດ ກໍມີແຕ່ສູນດັດສ້າງ ໄປເວົ້າລວມຢູ່ໃນຄ້າຍຄຸມຂັງຫັ້ນ ຄັນວ່າມີໂຕຊິກໍ ກໍດີທີ່ສຸດແລ້ວ ດີໃຈ . "ສູນແຫ່ງນີ້ຕັ້ງຢູ່ບ້ານນາລື ເມືອງຫລວງນໍ້າທາ, ບ່ອນທີ່ເດີນທາງໄປມາສະດວກ, ມີທັງສູນພັກເຊົາ ແລະສູນໃຫ້ຄໍາປຶກສາຢູ່ບ່ອນດຽວກັນ.

ດັ່ງຜູ້ປົກຄອງນັກຮຽນຢູ່ແຂວງຫລວງນໍ້າທາ ເວົ້າໃນມື້ດຽວກັນນີ້ວ່າ:

" ສະດວກແດ່ເນາະ ເພາະວ່າມັນຈະມີສູນ ອັນໃຫ້ຄໍາປຶກສາແດ່ ລະກໍສູນພັກເຊົາແດ່ ສູນອັນຫຍັງ ຄື ກໍມີຫລາຍບ່ອນ ຫັ້ນນ່າ ໄຄແນ່ຫັ້ນແຫລະ ແຕ່ວ່າສູນພັກເຊົາຫລືສູນອີ່ຫຍັງ ເຂົາເອີ້ນວ່າ ຣີສອດຂອງແມ່ຍິງເຮົາບໍ່ຄືຕ່າງປະເທດເພິ່ນນ່າ ເພິ່ນຢູ່ ຄືບໍ່ໃຫ້ເຫັນເລີຍຫັ້ນນ່າເນາະ ໂຕນັ້ນຫັ້ນນ່າ ຊ່ວຍມາແລ້ວແມ່ນບໍ່ໃຫ້ຄົນທາງນອກຫັ້ນຮູ້ . "

ສູນພັກຊົ່ວຄາວ ສໍາລັບຜູ້ເຄາະຮ້າຍ ຈາກການຄ້າມະນຸດ ກໍ່ສ້າງມາໄດ້ 2 ໄລຍະແລ້ວ ຄືໄລຍະທີ 1 ແມ່ນເຮັດຮົ້ວໜາມໝາກຈັບອ້ອມ ແລະອາຄານນອນສໍາລັບຜູ້ຊາຍ, ອາຄານນອນສໍາລັບແມ່ຍິງ ລວມມູນຄ່າ 3,290,000,000 ກີບ, ແຕ່ບໍ່ຮູ້ວ່າ ອາຄານທີ່ວ່ານັ່ໍ້ນ ຮອງຮັບໄດ້ທັງໝົດຈັກຄົນ, ໄລຍະທີ 2 ແມ່ນສ້າງຫ້ອງນໍ້າສາທາລະນະ 2 ຫລັງ, ປ້ອມຍາມ, ບ່ອນເກັບນໍ້າບາດານ ລວມມູນຄ່າ 3,616,000,000 ກີບ ແລະໄລຍະທີ 3 ທີ່ຫາກໍມີສັນຍາກໍ່ສ້າງ ເມື່ອບໍ່ດົນຜ່ານມານີ້ ກໍແມ່ນຈະສ້າງຫ້ອງການ 2 ຊັ້ນ, ມູນຄ່າ 4,619,000,000 ກີບ, ຮວມມູນຄ່າທັງໝົດເປັນ 11,525,000,000 ກີບ. ສ່ວນໄລຍະທີ 4 ຊຶ່ງເປັນໄລຍະສຸດທ້າຍ ຂອງການກໍ່ສ້າງນັ້ນ ຄາດວ່າ ຈະສໍາເລັດໃນກາງປີນີ້.