ເຣື້ອງທີ່ເກັບບັນທຶກໄວ້
2022-02-09
ສະຫະຣັຖອາເມຣິກາ ອອກວີຊ໋າ ໃຫ້ພົລເມືອງລາວ ໄປສະຫະຣັຖໄດ້ແລ້ວ ພາຍຫລັງທີ່ ບໍ່ໄດ້ອອກໃຫ້ ມາແຕ່ປີ 2018 ຍ້ອນວ່າ ທາງການລາວ ບໍ່ຍອມຮັບເອົາ ຄົນສັນຊາດລາວ ທີ່ເຮັດຜິດກົດໝາຍ ຢູ່ສະຫະຣັຖກັບຄືນ ປະເທດລາວ.
2022-02-09
ຊາວບ້ານ ທີ່ອາສັຍຢູ່ ຕາມແຄມທາງ ເຂດບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຕ້ອງສູດດົມຂີ້ຝຸ່ນ ຍ້ອນທາງເສັ້ນນີ້ ຍັງເປັນທາງດິນແດງ ໃນລະດູແລ້ງ ກໍປະສົບບັນຫາ ຂີ້ຝຸ່ນໄງ່ ແລະ ໃນລະຝົນກໍມີບັນຫາ ຂີ້ຕົມ, ສ່ວນຫາຍເຫດນຶ່ງ ທີ່ເຮັດໃຫ້ຖົນຫຼາຍສາຍ ໃນລາວເປ່ເພ ກໍຍ້ອນ ຣົຖບັນທຸກໜັກ.
2022-02-09
ທາງການລາວ ໄດລົງນາມ ບົດບັນທຶກ ຄວາມເຂົ້າໃຈ ເພື່ອອະນຸມັດໃຫ້ 2 ບໍຣິສັດຈີນ ສຶກສາ ແລະ ສໍາຣວດ ພື້ນທີ່ເພື່ອຂຸດຄົ້ນບໍ່ແຮ່ ຢູ່ເຂດບ້ານທົ່ງຮັກ ແລະ ບ້ານທົ່ງຄູນ ເມືອງອະນຸວົງ ແຂວງໄຊສົມບູນ ໃນເນື້ອທີ່ 33.92 ກິໂລຕາແມັດ.
2022-02-08
ປັດຈຸບັນ ລາວ-ຈີນ ຄືຄູ່ຮ່ວມມື ຍຸທສາດຮອບດ້ານ, ທັງໃນລະດັບຣັຖຕໍ່ຣັຖ ໄປຈົນເຖິງວິສາຫະກິຈພາກຣັຖ ແລະເອກະຊົນຈີນ ໄດ້ເຂົ້າມາ ດຳເນີນການ ຄວບຄຸມທຸກເຂດ ໃນຂອບເຂດທົ່ວປະເທດ ຊຶ່ໄປໃສ ກໍເຫັນແຕ່ທຸຣະກິຈຈີນ.
2022-02-08
ໂຕເລຂ ຜູ້ຕິດໂຄວິດ-19 ໃນປະເທດລາວ ມີທ່າທີຫຼຸດລົງ ແລະ ສາເຫດນຶ່ງ ກໍຍ້ອນປະຊາຊົນ ສ່ວນໃຫຍ່ ກວດ ແລະ ປິ່ນປົວເອງຢູ່ເຮືອນ
2022-02-08
ກົມການບິນພົລເຮືອນ ໄດ້ມອບ ສນາມບິນ ອັດຕະປື ໃຫ້ກອງທັບອາກາດ ພາຍຫລັງໄດ້ຄຸ້ມຄອງ ມາແຕ່ມື້ກໍ່ສ້າງແລ້ວປີ 2015, ສນາມບິນ ໄດ້ຖືກປິດ ຍ້ອນບໍ່ມີຄົນໃຊ້ ບໍຣິການຫລາຍ, ຂາດທຶນ, ຣັຖບານລາວ ຕິດໜີ້ຫລາຍ ເພາະມີແຕ່ຢາກໄດ້, ບໍ່ມີການຄິດໄລ່ ຄັກແນ່.
2022-02-08
ເຄືອຂ່າຍຮັກແມ່ນໍ້າຂອງ ແລະກຸ່ມເດັກນ້ອຍແຄມຂອງ ເມືອງໂຂງຈຽມ ແຂວງອຸບົລຣາຊທານີ ຂອງໄທຍ ຍື່ນໜັງສື ຕໍ່ເຈົ້າແຂວງອຸບົລຣາຊທານີ ເປັນຫ່ວງເຣື່ອງ ບໍຣິສັດພະລັງງານ ບໍລິສຸດຈໍາກັດ ມະຫາຊົນ ຂອງໄທຍ ໄດ້ສຶກສາຄວາມເປັນໄປໄດ້ ໃນໂຄງການເຂື່ອນ ສາຣະວັນ ຢູ່ລະຫວ່າງ ລາວ-ໄທຍ.
2022-02-07
ຄົນງານລາວ ຜູ້ເຄາະຮ້າຍ ທີ່ສະມັກ ເຂົ້າໄປເຮັດວຽກ ຕອບແຊັດ ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຮຽກຮ້ອງໃຫ້ ທາງການລາວ ຣະດັບສູງ ເຂົ້າໄປຊ່ອຍເຫຼືອ ເນື່ອງຈາກ ເປັນເຂດ ນັກລົງທຶນຈີນ.
2022-02-07
ຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ຈາກໂຄງການ ຂຸດຄົ້ນຫິນກາວ ທີ່ເມືອງໝື່ນ, ເມືອງເຟືອງ ຢາກໃຫ້ຍົກເລີກໂຄງການ ເພາະກັງວົນ ເຣື່ອງຜົລກະທົບ ແລະ ຄ່າຊົດເຊີຍ ທີ່ບໍ່ສົມເຫດສົມຜົລ
2022-02-07
ບໍຣິສັດ ເອກກະຊົນລາວ ແລະວຽດນາມ ຈະສຶກສາ ຄວາມເປັນໄປໄດ້ ໃນໂຄງການ ສາຍສົ່ງໄຟຟ້າ ຈາກເຂື່ອນ ນໍ້າອູ 3, 4, 5, 6 ແລະ 7 ໄປວຽດນາມ ເປັນເວລາ 18 ເດືອນ ຕາມບົດບັນ ທຶກຄວາມເຂົ້າໃຈກັນ ກັບທາງການລາວ ໃນມື້ວັນທີ 4 ກຸມພານີ້.
2022-02-07
ຕໍາຣວດ ແຂວງບໍ່ແກ້ວ ໄດ້ຊ່ອຍແມ່ຍິງລາວ ທີ່ຖືກຕົວະໄປເປັນ ຄົນຕອບແຊັດ ແລະ ບໍຣິການ ທາງເພດ ຢ່າງໜ້ອຍ 14 ຄົນ ເມື່ອບໍ່ດົນມານີ້ ຈາກກາສິໂນ ຄິງສ໌ ໂຣມັນສ໌ ຢູ່ເມືອງຕົ້ນເຜິ້ງ, ໃນນັ້ນຊ່ອຍໄດ້ 3 ຄົນໃນມື້ວັນທີ 6 ກຸມພາ ແລະມື້ກ່ອນນັ້ນ ຊ່ອຍໄດ້ 3 ຄົນ.
2022-02-07
ຣັຖບານ ໄດ້ເຊີນ ເຈົ້າສຸພານຸວົງ ແລະ ຜູ້ນໍາສໍາຄັນ ຂອງຄນະແນວລາວ ອີກຈໍານວນນຶ່ງ ໄປຮັກສາໄວ້ ຊົ່ວຄາວ ຢູ່ຄ້າຍໂພນເຄັງ ເພື່ອບໍ່ໃຫ້ ສາມາດຕິດຕໍ່ ສັ່ງການໄປຫາ ພັກພວກແນວລາວ ທີ່ກໍາລັງຂັດຂືນ ແລະ ຕໍ່ສູ້ ກັບຝ່າຍ ຣັຖບານ.
2022-02-06
ນັບແຕ່ມີການຕໍ່ສູ້ກັນ ຢູ່ພະມ້າ ຫຼັງຈາກ ຣັຖປະຫານ ມີປະຊາຊົນ ຢູ່ຣັຖກະຢາ ຂອງພະມ້າ ເກືອບ 2 ແສນຄົນ ຕ້ອງອົພຍົບ ຈາກບ້ານເຮືອນ ເພາະທະຫານ ພະມ້າອອກປາບປາມ ຜູ້ທີ່ຕໍ່ຕ້ານ ການຣັຖປະຫານ ໃນຄັ້ງນີ້ ຢ່າງໜັກ.
2022-02-06
ທ່ານ ຈີມມີ ເຊີ ແບ່ງປັນ ຄວາມຮູ້ ໃນແກ່ ຊາວລາວ-ອາເມຣິກັນ ກ່ອນຈະອອກ ເດີນທາງ ໄປຕ່າງປະເທດນັ້ນ ວ່າ ຄວນຕ້ອງກະຕຣຽມ ຫຍັງແດ່ ເພື່ອຫລີກລຽງ ອຸປສັກ ແລະ ບັນຫາຕ່າງໆ ທີ່ອາດເກີດຂຶ້ນໄດ້.
2022-02-06
ສະຫະຣັຖ ມອບວັກຊິນປ້ອງກັນໂຄວິດ-19 ໃຫ້ລາວ, ຜູ້ລີ້ພັຍ ທາງການເມືອງ ພາຍໃຕ້ການຄຸ້ມຄອງ ຂອງ UNHCR ຖືກປະກັນໂຕແລ້ວ, ບັນຫາ ການສໍ້ຣາດບັງຫຼວງ ໃນປະເທດລາວ ຢູ່ໃນອັນດັບທີ່ດີຂຶ້ນ.