ອິດທິພົນ ທາງເສຖກິຈຈີນ ທີ່ມີຕໍ່ລາວ
2022.02.08

ກຸດຈີນປີນີ້ ເຖິງແມ່ນວ່າທາງເຈົ້າໜ້າທີ່ ຕຳຣວດລາວຈະຫ້າມບໍ່ໃຫ້ຂາຍ ແລະຈູດທາດລະເບີດກໍຄື ໝາກກະໂພກ. ແຕ່ພໍຮອດເວລາເຂົ້າຊູ່ປີໃໝ່ ຄົນຈີນທີ່ອາສັຍຢູ່ໃນປະເທດລາວ ຕາມເຂດບ້ານຕ່າງໆ, ໃນເຂດເສຖກິຈພິເສດ ຫລາຍແຫ່ງໄດ້ພາກັນຈູດບັ້ງກະໂພກ ສລອງກັນສະນັ່ນຫວັ່ນໄຫວ ໂດຍເຈົ້າໜ້າທີ່ບໍ່ສາມາດເຂົ້າໄປຫ້າມໄດ້. ດັ່ງເຂດເສຖກິຈພິເສດ ສາມຫລ່ຽມຄຳ ທີ່ຈູດກັນຂ້າມມື້ ຊຶ່ງເຫັນໄດ້ຈະແຈ້ງ.
ຕໍ່ກັບເຫດການ ສລອງກຸດຈີນເທື່ອນີ້ ມັນໄດ້ບົ່ງບອກເຖິງວ່າ ອິດທິພົນຂອງຈີນຄືບຄານເຂົ້າມາ ໃນລະດັບຊຸມຊົນຫລາຍປີແລ້ວ. ຊຶ່ງບັນຫານີ້ປະຊາຊົນລາວ ເອງກໍປະຕິເສດບໍ່ໄດ້ ເພາະເຫັນຢູ່ທຸກມື້ ມີຄົນຈີນມາເປີດຮ້ານຂາຍເຄື່ອງ ຢາຍຕາມບ້ານຕ່າງໆ ໂດຍທີ່ບໍ່ມີການຈັດຕັ້ງ ທ້ອງຖິ່ນມາທັກທ້ວງ ຊຶ່ງຄົນຈີນທີ່ແຊກຊືມໃນຊຸມຊົນນີ້ ຖືວ່າເຂົາມາຄ້າ-ຂາຍແຂ່ງກັບຄົນລາວ.
ດັ່ງອາດີດພະນັກງານຣັຖຄົນນຶ່ງ ທີ່ໄດ້ວິເຄາະໃຫ້ທີມ ຂ່າວ RFA ເມື່ອວັນທີ 4 ກຸມພາ 2022 ວ່າປັດຈຸບັນຈີນມີອິດທີພົນ ຕໍ່ລາວຫລາຍ ທັງໃນລະດັບການພົວພັນ ຣັຖຕໍ່ຣັຖ, ວິສາຫະກິຈ ແລະ ຊຸມຊົນ. ການເຂົ້າມາຂອງຈີນນີ້ແມ່ນກົນລະຍຸດແບບ Soft Power ກໍຄືການລົງທຶນ ເຂົ້າໃນການພັທນາເສຖກິຈ.
“ເຣື່ອງຈີນເຂົ້າມາທາງເສຖກິຈເຂົາເອີ້ນວ່າ Soft Power ບໍ່ໃຊ້ການທະຫານ, ບໍ່ໃຊ້ການ ເມືອງແຕ່ຖ້າວ່າໃນອານາຄົດຈີນຕີແຕກຈີນຈະມາຄວບຄຸມເສຖກິຈເຣີ້ມແຕ່ວຽງຈັນຂຶ້ນເມືອ, ຫລວງພຣະບາງ, ອຸດົມໄຊ, ຊໍາເໜືອ, ຜົງສາລີ, ຫລວງນໍ້າທາ ແມ່ນຈີນຄວບຄຸມ. ບໍ່ມີຖ້ວມມີແລ້ງເຂົາໄດ້ຕລອດລາວເສັຽຕລອດ.”
ໃນຂະນະດຽວກັນ ໃນເຂດເສຖກິຈພິເສດ ທີ່ຈີນສັມປະທານຢູ່ນັ້ນ ກໍມີຄົນຈີນເຂົ້າມາເຮັດວຽກ ເປັນຈຳນວນຫລາຍ ໂດຍສະເພາະແມ່ນວຽກລາຍໄດ້ຕໍ່າ ຊໍ້າພັດມີແຕ່ຄົນລາວ. ນອກຈາກນີ້ ຄົນລາວຍັງຖືກກົດເງິນເດືອນ ແລະຖືກຫລອກລວງມາຕລອດ ແຕ່ເຈົ້າໜ້າທີ່ກໍເຮັດຫຍັງບໍ່ໄດ້ຫລາຍ. ເຖິງຮູ້ວ່າເຂົາເຮັດຜິດກົດໝາຽ ແຕ່ກໍດຳເນີນຂະດີບໍ່ໄດ້. ດັ່ງຄົນງານລາວ ໃນເຂດສາມຫລ່ຽມຄຳ ທີ່ຖືກຊ່ອຍອອກມາໄດ້ໄດ້ກ່າວຕໍ່ RFA ຕອນທີ່ເຮັດວຽກຢູ່ເຂດວ່າ ເປັນວຽກທີ່ໜັກຫລາຍ ນອກຈາກນັ້ນ ຍັງຖືກເອົາລັດເອົາປຽບ ນຳອີກ.
“ເພາະວ່າເຮົາເຮັດວຽກ ເຂົານີ້ມັນເຮັດບໍ່ໄດ້ ເຮົາເຮັດວຽກນີ້ ມັນໜັກອີ່ຫລີ ເຮົາຕ້ອງໜັ່ງຈຶ່ງ ໃສ່ຄອມນີ້ນ່າບາງມື້ ກາເຮັດວຽກ 14 ຊົ່ວໂມງ ກາມີ.”
ນາງໄດ້ເວົ້າຕື່ມວ່າ ທີ່ຈິງບໍຣິສັດທີ່ດີກໍມີ ແຕ່ສ່ວນຫລາຍ ເຮັດວຽກນໍາຄົນຈີນນີ້ ເຖິງວ່າຈະຮຽນຈົບມາແຕ່ຈີນ ແລະໄດ້ພາສາຈີນ ແຕ່ເມື່ອທຽບເງິນເດືອນແລ້ວ ກໍຍັງໜ້ອຍກວ່າຄົນຈີນຫລາຍເທົ່າ. ສ່ວນບໍຣິສັດທີ່ນ້ອງເຮັດຢູ່ນີ້ ຄົນງານຈີນຫລາຍກວ່າຄົນງານລາວ ໂດຍສະເພາະວິຊາການ ກິນເງິນເດືອນສູງໆ ສ່ວນຄົນລາວກໍມີແຕ່ ປຽບທຽບແລ້ວຄົນລາວ ຍັງບໍ່ໄດ້ນຶ່ງສ່ວນ ຂອງຄົນງານຈີນ.
ອີກເຫດການນຶ່ງ ທີ່ເຫັນໄດ້ຊັດເຈັນ ກໍຣະນີຄົນງານຈີນປະທ້ວງ ທີ່ນາຍຈ້າງຊາວຈີນ ຂອງ ບໍຣິສັດ ຊີອານ ອຸດສາຫະກັມຈຳກັດ ຊຶ່ງເປັນບໍຣິສັດ ຮັບເໝົາກໍ່ສ້າງ ຫໍພັກກັມມະກອນ ໃຫ້ກັບບໍຣິສັດ ຊີໂນອາກຣີໂປຕັສ ຈຳກັດ ຢູ່ແຂວງຄຳມ່ວນ ບໍ່ຍອມຈ່າຍເງິນຄ່າແຮງງານ ຕາມສັນຍາຈົນເກີດມີການປະທ້ວງ ເມື່ອວັນທີ 30 ມົກກະຣາ 2022 ຜ່ານມາ ເພື່ອທວງເອົາເງິນເດືອນ ແລະ ຈ່າຍເງິນຄ່າເດີນທາງ ກັບປະເທດປະມານ 30 ພັນຢວນ ຊຶ່ງທາງບໍຣິສັດຮັບເໝົາ ຊີອານບໍ່ສາມາດຈ່າຍໄດ້.
ດັ່ງເຈົ້າໜ້າທີ່ໄດ້ອະທິບາຍວ່າ:
“ເຫດການປະທ້ວງ ເພື່ອທວງເອົາເງິນເດືອນຫັ້ນແຫລະ ຄືເດຶອນ 11 ເດືອນ 12 ພ້ອມທັງໃຫ້ບໍຣິສັດນີ້ຈ່າຍຄ່າເດີນທາງ ກັມມະກອນກັບຄືນປະເທດ ການເດີນທາງ ຕ້ອງໄດ້ຈ່າຍຄ່າໃຊ້ຈ່າຍຫລາຍ ຈາກສາມພັນຢວນມາເປັນ ສາມສິບພັນຢວນຕໍ່ຄົນ ຈຶ່ງເຮັດໃຫ້ບໍຣິສັດອຸດສາຫະກັມ ຊີອານນີ້ ບໍ່ສາມາດຈ່າຍຕາມຄວາມຮຽກຮ້ອງ ຕ້ອງການຂອງກັມມະກອນໄດ້.”
ຕໍ່ປະເດັນທີ່ເກີດຂຶ້ນນີ້ ເຮົາເຫັນວ່າທັງກັມມະກອນ ມາກໍ່ສ້າງໃນປະເທດລາວ ຊຶ່ງເປັນການຮັບເໝົາກໍ່ສ້າງຫໍພັກ ກໍຍັງເອົາມາແຕ່ຈີນ ແລະ ກໍເກີດມີການຮຽກຮ້ອງ ຂໍຄ່າແຮງງານເດີນທາງກັບບ້ານຕື່ມ ແຕ່ກໍຍັງບໍ່ສາມາດຕອບສນອງໄດ້ ຈົນເກີດການປະທ້ວງ ໃນເຂດເຮັດວຽກ ແຕ່ເມື່ອເຈົ້າໜ້າທີ່ຂອງທ້ອງຖິ່ນເຂົ້າໄປ ກໍໄດ້ແຕ່ເຂົ້າໄປໄກ່ເກັ່ຽ ແລະປ່ອຍໃຫ້ບໍຣິສັດລົມກັນເອງ.
ຖ້າເບິ່ງແລ້ວ ເຫດການນີ້ກໍຄືເຫຕການທັມມະດາ ແຕ່ວ່າເມື່ອເບິ່ງສະພາບຮວມແລ້ວ ເປັນຫຍັງເຂົາບໍ່ແຈ້ງຜແນກແຮງງານ ເຂົ້າໄປໄກເກັ່ຽ ແລະດຳເນີນຕາມກົດໝາຽຂອງລາວ. ໃນຂະນະທີ່ເຈົ້າໜ້າທີ່ລາວ ກໍກືນບໍ່ເຂົ້າຄາຍບໍ່ອອກ ກໍຕ້ອງໄດ້ໄກ່ເກັ່ຽໃນຖານະ ທີ່ຈີນເປັນຜູ້ລົງທຶນ ແລະ ເພື່ອນຮ່ວມຍຸດທະສາດນຳກັນ.
ຕໍ່ສອງເຫດການທີ່ເກີດຂຶ້ນ ທັງຄົນງານລາວຖືກເອົາປຽບ ແລະການປະທ້ວງຂອງຄົນງານຈີນ ທີ່ເຮັດວຽກຢູ່ລາວ. ອາດີດພະນັກງານປົກປ້ອງສິດ ຂອງຄົນງານທີ່ຂໍສງວນຊືຶ່ ແລະສຽງ ໄດ້ໃຫ້ຄຳຕອບຕໍ່ນັກຂ່າວ RFA ວ່າ.
“ນີ້ຖືວ່າ ລາວບໍ່ສາມາດທີ່ຈະບັງຄັບກົດໝາຽໄດ້ເຕັມທີ່ ກໍເນື່ອງຈາກອິດທິພົນ ຂອງການຮ່ວມມື ຣັຖ-ຣັຖ ທີ່ໃຫ້ສິດຜົລປໂຍດຕໍ່ຈີນສູງຫລາຍ ຈົນເຈົ້າໜ້າທີ່ຣັຖທີ່ຈະເຂົ້າໄປດຳເນີນການ ຕໍ່ຄົນຈີນໄດ້ຍາກດ້ານນຶ່ງກໍແມ່ນຄວາມເກງໃຈ ອີກດ້ານນຶ່ງກໍຢ້ານ ກະທົບສາຍພົວພັນລາວ-ຈີນ. ຖ້າເກີດເປັນຂະດີໃຫຍ່ ທາງເຈົ້າໜ້າລາວຈະແຈ້ງໃຫ້ເຈົ້າໜ້າທີ່ຈີນ ເຂົ້າມາດຳເນີນການເອງເຊັ່ນ ການຈັບກຸມກຸ່ມຫລອກລວງ ທາງອີນເຕີເນັດແລ້ວສົ່ງຄືນປະເທດ ທັງໝົດແມ່ນຈີນເຂົ້າມາຈັບເອງ.”
ສ່ວນປະຊາຊົນລາວ ທີ່ມີອາຊີບຄ້າ-ຂາຍ ທີຂໍສງວນຊື່ແລະສຽງ ກໍເວົ້າວ່າປັດຈຸບັດຄົນຈີນ ມາຢຶດອາຊີບຄົນລາວໝົດແລ້ວ ໄປໃສກໍມີແຕ່ຮ້ານຂາຍເຄື່ອງຄົນຈີນ ນອກຈາກຈີນແລ້ວຍັງມີວຽດນາມ ທີ່ມາຄ້າຂາຍໃນທ້ອງຕລາດ.
ຜ່ານມາທາງພາກຣັຖ ກໍເວົ້າວ່າຈະແກ້ໄຂບັນຫາດັ່ງກ່າວ ຈົນມາເຖິງປັດຈຸບັນກໍຍັງບໍ່ມີຫຍັງດີຂຶ້ນ ແຖມຄົນຈີນ ແລະຄົນວຽດ ເລົ່ານີ້ເວລາເຂົາເອົາສິນຄ້າມາສົ່ງ ກໍຊື້ເຂົາດ້ວຍເງິນໂດລາຣ໌ ຫລື ເງິນຢວນ. ສ່ວນອາຊີບທີ່ສງວນໄວ້ ຄົນລາວກໍບໍ່ຕອບໂຈດ ເພາະແນວໃດການຄ້າຂາຍນີ້ ຍັງເປັນຂອງຄົນຈີນ ແລະຄົນວຽດຄວບຄຸມສ່ວນຫລາຍ, ສ່ວນຄົນລາວກໍຂາຍຕາມເຂົາ ເຂົາວ່າແນວໃດກໍວ່າຕາມເຂົາ.
ສ່ວນບໍຣິສັດທ່ອງທ່ຽວແຫ່ງນຶ່ງ ບອກວ່າຫລີກລ້ຽງບໍ່ໄດ້ ທີ່ວ່າລາວຈະບໍ່ເພີ່ງຈີນ ຍົກໂຕຢ່າງ ການທ່ອງທ່ຽວ ຄືລາຍໄດ້ຫລັກຂອງປະເທດລາວ ແລະຕລາດທ່ອງທ່ຽວລາວ ກໍຄືຈີນ ດັ່ງປີທ່ອງທ່ຽວລາວ-ຈີນ, ມີຄົນຈີນເຂົ້າມາທ່ຽວລາວເຖິງ 1 ລ້ານ ຄົນໃນປີ 2020.
ທ່ານໄດ້ກ່າວຕື່ມວ່າ ເປັນຫຍັງກາສິໂນຈຶ່ງສ້າງຂຶ້ນມາຫລາຍໃນລາວ ແລະເຈົ້າຂອງເປັນຄົນຈີນ ກໍຍ້ອນວ່ານັກທ່ອງທ່ຽວ ຊາວຈີນສ່ວນຫລາຍ ຍັງນິຍົມເຂົ້າມາຫລີ້ນການພະນັນ ໃນປະເທດລາວໂດຍບ່ອນຫລີ້ນການພະນັນໃນລາວ ທີ່ຖືກກົດໝາຽ ມີເຖິງ 4 ແຫ່ງດ້ວຍກັນ ທີ່ຮູ້ຈັກກັນດີ ກໍຄື “ຄິງສ໌ໂຣມັນສ໌ ກາສິໂນ” ຕັ້ງຢູ່ແຄມແມ່ນໍ້າຂອງ ບໍຣິເວນສາມຫລ່ຽມຄຳ ແຂວງບໍ່ແກ້ວ.
ນອກຈາກນີ້ຣັຖບານລາວ ຍັງໄດ້ອະນຸມັດໃຫ້ນັກລົງທຶນຈີນ ສັມປະທານເຂດເສຖກິຈພິເສດເຖິງ 14 ແຫ່ງ ໂດຍລອງຄຳນວນເບິ່ງວ່າ ຄົນຈີນຈະເຂົ້າມາຢູ່ລາວຫລາຍປານໃດ. ກໍແນ່ນອນວ່າ ຄົງຫລີກລ້ຽງບໍ່ໄດ້ ອິດທິພົນຂອງຈີນ ທີ່ມີຕໍ່ລາວ. ນອກຈາກນີ້ກໍຍັງ ສັມປະທານ ພລັງງານໄຟຟ້າ, ບໍ່ແຮ່, ກະສິກັມ, ລ້ຽງສັດ ແລະ ອື່ນໆ ອີກຢ່າງຫລວງຫລາຍ, ແຕ່ຍັງບໍ່ຢຸດຢູ່ເທົ່ານີ້ ນັກລົງທຶນຍັງຈະເຂົ້າມາອີກຫລາຍ ເນື່ອງຈາກເຂດເສຖກິຈພິເສດແຕ່ລະແຫ່ງ ຍັງຕ້ອງການການລົງທຶນຢູ່. ຈະໃຫ້ຄົນລາວໄປລົງທຶນ ກໍທຶນສູ້ຈີນບໍ່ໄດ້ຄາດວ່າອາດຈະມີການແກ້ໄຂກົດໝາຍ. ທ່ານໄດ້ກ່າວໃນຕອນທ້າຍ.
ໃນໂອກາດແລກປ່ຽນ ແລະສລຸບວຽກງານ ສລອງວັນສ້າງຕັ້ງ ສາຍພົວພັນການທູດ ລາວ-ຈີນ ຄົນຮອບ 60 ປີ ແລະ ປີມິຕພາບ ລາວ-ຈີນ ໃນວັນທີ 21 ມົກກະຣາ ຜ່ານມາ ໂດຍບົດຣາຍງານ ບາງຕອນຣະບຸນັບແຕ່ປີ 2010 ເປັນຕົ້ນມາ ຈົນເຖິງປັດຈຸບັນ ການຄ້າລະຫວ່າງ ລາວ-ຈີນ ມີມູນຄ່າເຖິງ 3.55 ຕື້ໂດລາຣ໌ສະຫະຣັຖ. ວິສາຫະກິຈເຂົ້າມາລົງທຶນ ມູນຄ່າ 15.49 ຕື້ໂດລາຣ໌ສະຫະຣັຖ, ຮວມມີ 803 ໂຄງການ ແລະ ຈັດເປັນອັນດັບ 1 ຂອງການລົງທຶນ ຈາກຕ່າງປະເທດຢູ່ລາວ.