ຈ.ມ ຈາກຜູ້ຟັງ 02/05/22
2022.02.06

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ສະຫະຣັຖ ມອບວັກຊິນປ້ອງກັນໂຄວິດ-19 ໃຫ້ລາວ, ທ້າວ ຄູຄຳ ແກ້ວມະນີວົງ, ຜູ້ລີ້ພັຍ ທາງການເມືອງ ພາຍໃຕ້ການຄຸ້ມຄອງ ຂອງ UNHCR ຖືກປະກັນໂຕແລ້ວ, ບັນຫາ ການສໍ້ຣາດບັງຫຼວງ ໃນປະເທດລາວ ຢູ່ໃນອັນດັບທີ່ດີຂຶ້ນ, ທາງການລາວ ອອກແຈ້ງການ ປັບຂຶ້ນລາຄາ ນ້ຳມັນ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ:
ກ່ຽວກັບຂ່າວ “ບັນຫາ ການສໍ້ຣາສບັງຫຼວງ ໃນປະເທດລາວ ຢູ່ໃນອັນດັບທີ່ດີຂຶ້ນ ເມື່ອທຽບໃສ່ ປີທີ່ຜ່ານມາ.”
“ໃນປະຈຸບັນ ລູກຫຼານ ປະຊາຊົນລາວ ທີ່ເຮັດວຽກ ເປັນລັຖກອນ ນຳພັກ-ລັດ ກໍ່ລວຍຂື້ນມີລົດຂີ່ ມີເງິນໃຊ້ ພ້ອມກັບປະຊາຊົນ, ແຕ່ເບິ່ງລວມແລ້ວ ລາຍຮັບເຂົ້າລັດ ເງິນຂອງຊາດ ຍັງບໍ່ທັນ ສົມດູນ ສະນັ້ນ ນາຍຍົກ ລັຖມຸນຕຣີ ຕ້ອງໄດ້ເພີ້ມທະວີ ການກວດກາການສໍ້ລາດບັງຫຼວງ ຂອງການນຳຂັ້ນຕ່າງໆ ໃຫ້ເຂັ້ມງວດ ເອົາເງິນເຂົ້າງົບປະມານ ແຫ່ງຊາດ, ເພາະວ່າ ບຸກຄົນຮັ່ງມີແລ້ວ, ຕ້ອງໄດ້ເພີ່ມທະວີ ເຮັດໃຫ້ປະເທດຊາດ ຮັ່ງມີ ໂດຍໄວໄປ ພ້ອມໆ ກັບປະຊາກອນ ທົ່ວປະເທດ ໃນລະບົບຄອມມູຍນິດ ເພື່ອແຂ່ງຂັນກັບ ຝ່າຍກົງກັນຂ້າມ ດູດດຶງ ເອົາໂລກທຶນນິຍົມ ຫັນມາຮັບໃຊ້ນິຍົມ ຄອມມູຍນິດ ໃນທົ່ວໂລກ.”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)