ສະຫະຣັຖ ເຣີ່ມອອກວີຊ໋າ ໃຫ້ພົລເມືອງລາວແລ້ວ
2022.02.09
ສະຫະຣັຖອາເມຣິກາ ອອກວີຊ໋າໃຫ້ ພົລເມືອງລາວ ໄປສະຫະຣັຖໄດ້ແລ້ວ ນັບຕັ້ງແຕ່ມື້ວັນທີ 7 ກຸມພານີ້ເປັນຕົ້ນໄປ ພາຍຫລັງທີ່ບໍ່ໄດ້ອອກໃຫ້ມາຕັ້ງແຕ່ມື້ວັນທີ 9 ກໍຣະກະດາ 2018 ຍ້ອນວ່າ ທາງການລາວບໍ່ຍອມຮັບເອົາຄົນສັນຊາດລາວ ທີ່ເຮັດຜິດກົດໝາຍຢູ່ສະຫະຣັຖ ຊຶ່ງຣັຖບານສະຫະຣັຖອາເມຣິກາ ກໍານົດໃຫ້ອອກຈາກສະຫະຣັຖ ກັບຄືນປະເທດລາວ.
ເຈົ້າໜ້າທີ່ສະຖານທູດສະຫະຣັຖອາເມຣິກາ ປະຈໍາລາວ ຜູ້ຂໍສງວນຊື່ ແລະສຽງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ກຸມພານີ້ວ່າ “ 2 ປີກ່ອນຫັ້ນ ທາງຣັຖບານອາເມຣິກາແບນ ບໍ່ອອກວີຊ໋າໃຫ້ຄົນລາວນໍ ແຕ່ວ່າດຽວນີ້ນິ່ເພິ່ນຍົກເລີກໂຕແບບໃຫ້ແລ້ວ”
ທ່ານເວົ້າວ່າ ສິ່ງດັ່ງກ່າວເປັນໄປຕາມ ນະໂຍບາຍຂອງຣັຖບານ ສະຫະຣັຖອາເມຣິກາ. ໃນຂະນະດຽວກັນ ເຈົ້າໜ້າທີ່ກະຊວງການຕ່າງປະເທດ ສປປລາວ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການຍົກເລີກຂໍ້ຫ້າມບໍ່ໃຫ້ວີຊີແກ່ພົລເມືອງລາວ ສະເພາະວີຊ໋າປະເພດທ່ອງທ່ຽວ, ການສຶກສາ, ດໍາເນີນທຸຣະກິດ ປລະການຢ້ຽມຢາມພີ່ນ້ອງຢູ່ສະ ຫະຣັຖອາເມຣິການັ້ນ ຖືວ່າເປັນສັນຍານທີ່ດີຫລາຍ ສໍາລັບຄົນລາວຢູ່ພາຍໃນປະເທດ ແລະຄົນລາວທີ່ອາສັຍຢູ່ສະຫະຣັຖອາເມຣິກາ. ຄາດວ່າ ສະຖານທູດສະຫະຣັຖອາເມຣິກາ ຈະເລີ້ມນັດສໍາພາດຄົນລາວ ທີ່ມີຈຸດປະສົງໄປສະຫະຣັຖອາເມຣິກາປະມານເດືອນ ສິງຫາ ທີ່ຈະມາເຖິງນີ້ເປັນຕົ້ນໄປ ເນື່ອງຈາກໂຄວິດ -19 ຢູ່ປະເທດລາວຍັງຣະບາດ ຫລາຍຢູ່. ສ່ວນວີຊ໋າບາງປະເພດ ວີຊ໋າຣັຖການ ທີ່ຍັງບໍ່ທັນຍົກເລີກຂໍ້ຫ້າມນັ້ນ ທາງການລາວກໍຄາດຫວັງວ່າ ສະຫະຣັຖອາເມຣິກາ ຈະປະກາດຍົກເລີກໃຫ້ຕື່ມອີກໃນອະ ນາຄົດອັນໃກ້ນີ້.
ດັ່ງທີ່ທ່ານກ່າວວ່າ:
“ເພິ່ນໃຫ້ທຸກປະເພດແລ້ວ ແຕ່ວ່າຍັງບາງປະເພດ ພວກວີຊ໋າຣັຖການຫັ້ນນ່າ ເພິ່ນຍັງບໍ່ທັນໃຫ້ເນາະ ແຕ່ວ່າສ່ວນຫລາຍກະໃຫ້ໝົດທຸກວີຊ໋າແລ້ວ ຄັນວີຊ໋າທ່ອງທ່ຽວຢ້ຽມຢາມຫັ້ນ ປະມານເດືອນ 8 ຈັ່ງສິໄດ້ສັມພາດ.”
ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນລາວຜູ້ນຶ່ງ ຢູ່ນະຄອນຫລວງວຽງຈັນເວົ້າໃນມື້ດຽວກັນນີ້ວ່າ ເປັນເຣື່ອງດີຫລາຍ ທີ່ສະຫະຣັຖອາເມຣິກາ ຍົກເລີກຂໍ້ຫ້າມບໍ່ໃຫ້ວີຊ໋າ ແກ່ພົລເມືອງລາວ ເພາະຫລາຍຄົນກໍຕ້ອງການເດີນ ທາງໄປສະຫະຣັຖອາເມຣິກາ ເພື່ອຢາມຄອບ ຄົວ, ໄປປິ່ນປົວ ຫລືເຮັດທຸຣະກິດ ຊຶ່ງທີ່ຜ່ານມາໄລຍະນຶ່ງ ບໍ່ສາມາດຂໍວີຊ໋ານັ້ນໄດ້.
“ນັບຕັ້ງແຕ່ມື້ນີ້ໄປ ມັນກະແບບວ່າໄປຫາພໍ່ ຫາແມ່ ສິໄປແບບປິ່ນປົວບໍ່ ຫລືວ່າສິໄປແບບເຮັດທຸຣະກິດບໍ່ຫັ້ນນ່າ ແຕ່ຜ່ານມາ ມັນຍື່ນບໍ່ໄດ້ເດັດຂາດ.”
ຊາວນະຄອນຫລວງວຽງຈັນອີກຜູ້ນຶ່ງ ກໍເວົ້າວ່າ ເປັນເຣື່ອງທີ່ດີຫລາຍສໍາລັບພົລເມືອງລາວ ທີ່ຈະຂໍວີຊ໋າໄປສະຫະຣັຖອາເມຣິກາໄດ້ ຊຶ່ງເມື່ອກ່ອນໜ້ານີ້ຂໍວີຊ໋າບໍ່ໄດ້.
“ໄທເຮົາກະຍັງບໍ່ແນ່ໃຈວ່າ ສິເຮັດໄດ້ຫັ້ນນ່າ ແມ່ນແລ້ວເນື່ອງຈາກຍັງເຮັດບໍ່ໄດ້ເທື່ອຜ່ານມາ ຄັນຖ້າມັນເປີດ ມັນເຮັດໄດ້ມັນກະສິສະດວກສະບາຍ ຫລາຍຂຶ້ນແຫລະ.”
ແລະທາງບໍຣິສັດຮັບ ແລ່ນເອກກະສານຂໍວີຊ໋າ ໃນນະຄອນຫລວງວຽງຈັນ ກໍເວົ້າວ່າ ເປັນຂ່າວດີທີ່ສຸດສໍາລັບປະເທດລາວ ຍ້ອນວ່າ ມີພົລເມືອງລາວ ເປັນຈໍານວນຫລາຍ ທີ່ຕ້ອງການຂໍວີຊ໋າ ທັງໄປຢ້ຽມຢາມພີ່ນ້ອງ, ທ່ອງທ່ຽວ, ສຶກສາຕໍ່, ເຮັດທຸຣະກິດ ຊຶ່ງກ່ອນໜ້ານີ້ ຂໍວີຊ໋າໄປສະຫະຣັຖອາເມຣິກາບໍ່ໄດ້. ສໍາລັບຜູ້ທີ່ໄດ້ຮັບວີຊ໋າໄປກ່ອນໜ້ານັ້ນແລ້ວ ກໍບໍ່ສາມາດເດີນທາງໄປໄດ້ ຍ້ອນຂໍ້ຫ້າມນັ້ນ.
ດັ່ງເຈົ້າໜ້າທີ່ບໍຣິສັດ ຮັບແລ່ນເອກກສານຂໍວີຊ໋າເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 9 ກຸມພານີ້ວ່າ:
“ບາງຄອບຄົວ ໄດ້ຮັບວີຊ໋າແລ້ວ ແຕ່ວ່າອາດຍັງບໍ່ໄດ້ຈໍ້າກາອອກ ເພາະວ່າເພິ່ນຖ້າໃຫ້ສະຖານະການໂຕເກົ່າ ຄີ່ຄາຍກ່ອນເນາະ ເພາະມີສ່ວນນຶ່ງ ເພິ່ນລະງັບບໍ່ໃຫ້ວີຊ໋າ ເພາະວ່າເງື່ອນໄຂຂອງລະຫວ່າງ 2 ປະເທດຫັ້ນ.”
ສະຫະຣັຖອາເມຣິກາ ໄດ້ປະກາດຫ້າມບໍ່ໃຫ້ວີຊ໋າ ແກ່ເຈົ້າໜ້າທີ່ລະດັບສູງຂອງຣັຖບານ ສປປລາວ ຈໍານວນນຶ່ງ ມາຕັ້ງແຕ່ມື້ວັນທີ 10 ກໍຣະກະດາ 2018 ຍ້ອນຣັຖບານ ສປປລາວ ບໍ່ຍອມຮັບເອົາຄົນສັນຊາດລາວ ທີ່ເຮັດຜິດກົດໝາຍໃນສະຫະຣັຖ ຊຶ່ງຣັຖບານສະຫະຣັຖອາເມຣິກາ ກໍານົດໃຫ້ອອກຈາກສະຫະຣັຖ ກັບຄືນປະເທດລາວ.
ຄົນສັນຊາດລາວ ທີ່ສະຫະຣັຖອາເມຣິກາ ກໍານົດສົ່ງກັບຄືນປະເທດລາວນັ້ນ ສ່ວນຫລາຍເປັນຊົນເຜົ່າມົ້ງ ທີ່ເຄີຍຮ່ວມກັບກອງທັບສະຫະຣັຖ ຕໍ່ສູ້ຕ້ານການຮຸກຮານ ຂອງພວກຄອມມິວນິສໃນສົງຄາມອິນດູຈີນ ແລະລູກຫລານຂອງຊົນເຜົ່າມົ້ງ.