ລາວ, ວຽດນາມ ສຶກສາໂຄງການ ສາຍສົງໄຟຟ້າ ເຂື່ອນນ້ຳອູ

ຈຳປາທອງ
2022.02.07
ລາວ, ວຽດນາມ ສຶກສາໂຄງການ ສາຍສົງໄຟຟ້າ ເຂື່ອນນ້ຳອູ ສາຍສົ່ງໄຟຟ້າ ທາງພາກເໜືອ ຂອງລາວ
ນັກຂ່າວ ພົລເມືອງ

ກະຊວງແຜນການ ແລະການລົງທຶນ ໄດ້ລົງນາມໃນບົດບັນທຶກ ຄວາມເຂົ້າໃຈກັນ ກັບກຸ່ມບໍຣິສັດ CTC Development ກຣຸບຂອງເອກກະຊົນລາວ ແລະບໍຣິສັດ Vu Thu Construction Joint Stock Company ຂອງເອກກະຊົນວຽດນາມ ໃນມື້ວັນທີ 4 ກຸມພານີ້ ເພື່ອສຶກສາ ຄວາມເປັນໄປໄດ້ໃນໂຄງການ ສາຍສົ່ງໄຟຟ້າ 220 ກິໂລໂວນ ຈາກເຂື່ອນນໍ້າອູ 3, ​​4, ​​5, ​6 ແລະ 7 ຢູ່ແຂວງຫລວງພຣະບາງ ແລະແຂວງຜົ້ງສາລີ ໄປຫາຊາຍແດນວຽດນາມ ໃນກໍານົດ 18 ເດືອນ.

ເພື່ອຂໍຮູ້ລາຍລະອຽດ ຮວມທັງເຣື່ອງການ ຄາດຄະເນຄວາມຍາວ ຂອງສາຍສົ່ງໄຟຟ້າ, ມູນຄ່າການກໍ່ສ້າງ ແລະຜົລກະທົບຕໍ່ດິນປະຊາຊົນ, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ກະຊວງແຜນການ ແລະການຮ່ວມມື ແລະກະຊວງພະ ລັງງານ ແລະບໍ່ແຮ່, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄວາມເຫັນທາງໂທຣະສັບ, ໃຫ້ເຮັດໜັງສືມາພົວພັນນໍາ.

ເວົ້າເຖິງການສໍາຣວດພື້ນທີ່ ເພື່ອສຶກສາ ຄວາມເປັນໄປໄດ້ ໃນໂຄງການສາຍສົ່ງໄຟຟ້າ ຕາມບົດບັນທຶກຄວາມເຂົ້າໃຈກັນທີ່ວ່ານັ້ນ ເຈົ້າໜ້າທີ່ຣັຖວິສາ ຫະກິດໄຟຟ້າລາວ ປະຈໍາແຂວງຫລວງພຣະບາງ ທ່ານນຶ່ງ ເວົ້າ ຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 7 ກຸມພານີ້ວ່າ ມາຮອດດຽວນີ້ ທາງຂັ້ນເທິງເພິ່ນ ຍັງບໍ່ທັນໄດ້ແຈ້ງມາໃຫ້ແຂວງຮູ້ເທື່ອ ແລະຍັງບໍ່ທັນເຫັນ ເພິ່ນເລີ້ມສໍາຣວດເທື່ອ, ຍັງຖ້າແຈ້ງການຈາກທາງ ກະຊວງແຜນການ ແລະການລົງທຶນຢູ່.

“ເຣື່ອງຂຶ້ນນີ້ຂຶ້ນກັບຜົ້ງສາລີ ກັບຫລວງພຣະບາງ ແມ່ນແລ້ວຍັງບໍ່ເລີ້ມ ບໍ່ເຫັນເພິ່ນເລີ້ມໄດ໋ ດຽວນີ້ຫັ້ນບໍ່ຮູ້ວ່າເພິ່ນເຮັດຈັ່ງໃດ ບໍ່ທັນຮັບຊາບລາຍລະອຽດເດີ.”  

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ ຖາມໄປຍັງຜແນກພະລັງງານ ແລະບໍ່ແຮ່ແຂວງຫລວງພຣະບາງ ແລະແຂວງຜົ້ງສາລີ, ແຕ່ເຈົ້າໜ້າທີ່ທັງ 2 ແຂວງນີ້ຍັງບໍ່ສາມາດໃຫ້ຂໍ້ມູນໄດ້.

ແຕ່ເຈົ້າໜ້າທີ່ຢູ່ເມືອງງອຍ ແຂວງຫລວງພຣະບາງ ຊຶ່ງຢູ່ໃກ້ກັບເຂື່ອນນໍ້າອູ 3 ເວົ້າໃນມື້ດຽວກັນນີ້ວ່າ ຖ້າມີໂຄງການ ສາຍສົ່ງໄຟຟ້າ ຈາກເຂື່ອນນໍ້າອູຫລາຍແຫ່ງ ໄປວຽດນາມແທ້ ກໍອາຈເຮັດໃຫ້ດິນຂອງປະຊາຊົນ ຈໍານວນນຶ່ງໄດ້ຮັບຜົລກະທົບ, ໄດ້ຍິນຂ່າວຢູ່.

ພໍດີໄດ້ຍິນເພິ່ນວ່າຊິສົ່ງໄປ ມັນຕ້ອງສົ່ງອອກຕ່າງປະເທດແຫລະ ໄຟຫລາຍເດນໍ ບາງເທື່ອຊິຖືກແດ່ ກະຊິບໍ່ຖືກແດ່ ກະ ທົບກະຊິມີຢູ່ ບາງເທື່ອຊິຖືກດິນປຸກສ້າງ ບາງເທື່ອກະດິນໄຮ່ ດິນສວນໄປຊັ້ນແຫລະນໍ.” 

ທ່ານກ່າວຕື່ມວ່າ ມາຮອດປັດຈຸບັນ ເຂື່ອນນໍ້າອູຫລາຍແຫ່ງ ສົ່ງຜົລກະທົບຕໍ່ຊາວບ້ານ ເປັນຕົ້ນເວລາເຂື່ອນຕັນນໍ້າ ລະດັບນໍ້າອູຫລຸດລົງຫລາຍ, ຊາວບ້ານບໍ່ສາມາດ ໄປຫາປາໄດ້ຄືແຕ່ກ່ອນ ແລະບໍ່ສາມາດແລ່ນເຮືອໄດ້ຕາມປົກກະຕິ. ແລະຖ້າມີໂຄງການ ສາຍສົ່ງໄຟຟ້າຕື່ມອີກ ກໍອາຈສົ່ງຜົລກະທົບຕໍ່ຊາວບ້ານຫລາຍຂຶ້ນ.

ໃນຂະນະດຽວກັນ ຊາວບ້ານຜູ້ນຶ່ງທີ່ຢູ່ໃກ້ກັບເຂື່ອນນໍ້າອູ 3 ກໍເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ຕົນຢ້ານວ່າ ໂຄງການສາຍສົ່ງໄຟຟ້າທີ່ວ່ານັ້ນ ຈະຜ່ານດິນຂອງຕົນ ແລະຂອງຊາວບ້ານໃກ້ຄຽງ ອີກຫລາຍຄອບຄົວນໍາ ຍ້ອນວ່າດິນນັ້ນຢູ່ຕິດກັັບເຂື່ອນ ແລະວ່າທີ່ຜ່ານມາ ຄອບຄົວຂອງຕົນກໍໄດ້ຮັບ ຜົລກະທົບຈາກເຂື່ອນນີ້ມາແລ້ວ ແຕ່ໄດ້ຮັບຄ່າຊົດເຊີຍ ແບບບໍ່ເໝາະສົມປານໃດ ເພິ່ນໃຫ້ຊໍ່າໃດ ກໍຕ້ອງໄດ້ເອົາຊໍ່ານັ້ນ.

ແຖວເຮົາມັນຢູ່ກ້ອງ ຜົລກະທົບມັນກໍມະຍຸ ມະຍະຫັ້ນແຫລະ ມັນກະມີຜົລກະທົບຫັ້ນແຫລະ ແຕ່ກ່ອນມັນມີດິນ ຂອງພໍ່ແມ່ຫຍັງແດ່ຢູ່ຫັ້ນແຫລະ ຊາກະທົດແທນຫຍັງ ກໍຄວາມເໝາະສົມ ກະບໍ່ປານໃດຫັ້ນແຫລະ ຖືກຜົລກະທົບແລ້ວເຂົາວ່າ ໃຫ້ຊໍ່ານີ້ຕ້ອງເອົາສໍ່ານີ້ຊີ້ນະ.”   

ແລະເຈົ້າຂອງເຮືອນໍາທ່ຽວ ທີ່ມັກແລ່ນເຮືອຕາມສາຍນໍ້າອູ ກໍເວົ້າໃນມື້ດຽວກັນນີ້ວ່າ ນັບຕັ້ງແຕ່ໄດ້ມີການສ້າງເຂື່ອນກັ້ນນໍ້າອູມານີ້ ກໍບໍ່ສາມາດແລ່ນເຮືອໄດ້ຄື ເກົ່າ, ນັກທ່ອງທ່ຽວຕ້ອງໄດ້ໄປທາງຣົຖ.

ໂຕນີ້ຂະເຈົ້າເຮັດແມ່ນຂອງຣັຖບານ ອັນນີ້ບໍ່ຮູ້ນໍາ ແຕ່ວ່າດ້ານທ່ອງທ່ຽວນີ້ ໃຊ້ແດ້ແຕ່ທາງຣົຖ ນໍ້າອູໄປບໍ່ໄດ້ມັນມີເຂື່ອນ ມັນມີເຂື່ອນແລ້ວ ມັນຂຶ້ນບໍ່ໄດ້ນະ ຖ້ານໍ້າຂອງໄດ້ຢູ່ ປ່ຽນແປງຫລາຍແລ້ວເຈົ້າ.” 

ອີງຕາມຄໍາເວົ້າ ຕໍ່ສື່ມວນຊົນຂອງທ່ານ ບຸນຖົມ ລໍມະນີ ປະທານກຸ່ມບໍຣິສັດ CTC Development ກຣຸບ ໃນມື້ວັນທີ 4 ກຸມພານີ້ແລ້ວແມ່ນວ່າ ສອງບໍຣິສັດເອກກະຊົນຂອງລາວ ແລະວຽດນາມທີ່ວ່ານີ້ ໄດ້ຮ່ວມກັນເຮັດທຸຣະກິດມາດົນເຕີບແລ້ວ, ໂຄງການສາຍສົ່ງໄຟຟ້ານີ້ ຈະເປັນໄປໃນລັກສະນະ ສາຍສົ່ງໄຟຟ້າແບບແຈກບໍ່ຈໍາກັດ.

ເຂື່ອນນໍ້າອູ 3 ຢູ່ແຂວງຫລວງພຣະບາງ ເປັນຂອງບໍຣິສັດ Sinohydro ຂອງຈີນ ແລະເຂື່ອນນໍ້າອູ 4, 5, 6 ແລະ 7 ທີ່ຕັ້ງຢູ່ແຂວງຜົ້ງສາລີ ເປັນຂອງບໍຣິສັດ Power China ຂອງຈີນຄືກັນ. ການກໍ່ສ້າງເຂື່ອນນໍ້າອູທັງ 7 ແຫ່ງສໍາເລັດ ແລະເປີດຢ່າງເປັນທາງການແລ້ວ ໃນປີ 2021 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.