ເຂື່ອນ ຈະຂາດນ້ຳຜລິດໄຟຟ້າ
2020.03.06
ສະພາບຄວາມແຫ້ງແລ້ງ ຢູ່ແມ່ນ້ຳຂອງຈະແກ່ຍາວ ແລະຮ້າຍແຮງກວ່າທຸກປີ ຍ້ອນການສ້າງເຂື່ອນໃສ່ແມ່ນ້ຳຂອງ ແລະປະກົດການຂອງ ທັມມະຊາດ ເຮັດໃຫ້ປະເທດລາວ ແລະ ປະເທດເພື່ອນບ້ານ ໄດ້ຮັບຜົນກະທົບ ຈາກພັຍແຫ້ງແລ້ງໃນຄັ້ງນີ້.
ຍານາງ ຄອດນີ ເວວເທີປີ Courtney Weatherby ນັກວິຈັຍ ໂຄງການນ້ຳ ພະລັງງານ ແລະຄວາມຍືນຍົງ ຢູ່ໃນເຂດອາຊຽນ ຈາກສູນ Stimson Center ທີ່ມີຫ້ອງການ ຢູ່ ວໍຊິງຕັນດີຊີ ສະຫະຣັຖ ອາເມຣິກາ ທີ່ສຶກສາກ່ຽວກັບບັນຫາ ຜົນກະທົບ ຕໍ່ ແມ່ນ້ຳຂອງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ຄຽງຄູ່ກັບພັຍແຫ້ງແລ້ງ ອັນເກີດມາຈາກປະກົດການ ແອວນິໂຍ ແລ້ວຍັງມີເລື້ອງໂຄງການສ້າງເຂື່ອນ ໃສ່ແມ່ນ້ຳຂອງ. ບໍ່ສາມາດປະເມີນ ໄດ້ວ່າ ລະຫວ່າງ ພັຍແລ້ງທີ່ເປັນຜົນມາຈາກປະກົດການ ແອວນິໂຍ ແລະ ພັຍແລ້ງ ທີ່ເປັນຜົນມາຈາກການສ້າງ ເຂື່ອນໃສ່ແມ່ນ້ຳຂອງ ອັນໃດມັນສົ່ງຜົນກະທົບ ຫລາຍກ່ວາກັນ, ແຕ່ວ່າ ທັງສອງຢ່າງເປັນປັດໃຈ ທີ່ເຮັດໃຫ້ເກີດພັຍແຫ້ງແລ້ງ ຢ່າງໜັກໜ່ວງ."
ຍານາງ ກ່າວຕື່ມອີກວ່າ: ພວກເຮົາ ກຳລັງຄາດການວ່າ ປີນີ້ ຈະແຫ້ງແລ້ງທີ່ສຸດ ສະນັ້ນໃນຈຸດນີ້ ພວກເຮົາໄດ້ເຫັນບົດຣາຍງານວ່າ ອ່າງ ເກັບນ້ຳເຂື່ອນຫລາຍແຫ່ງ ຈະບໍ່ມີນ້ຳພຽງພໍ ເພື່ອເອົາມາຜລິດໄຟຟ້າ. ສະເພາະ ເຂື່ອນນ້ຳງື່ມ ຢູ່ປະເທດລາວ ກໍມີ ລະດັບນໍ້າແຫ້ງລົງ ມັນກໍສົ່ງຜົນກະທົບ ຕໍ່ການຜລິດກະແສໄຟຟ້າ.
ສະພາບແຫ່ງແລ້ງ ຢູ່ປະເທດລາວ ຍິ່ງຈະໜັກກວ່າເກົ່າ ແລະ ແກ່ຍາວໄປອີກ ຢ່າງໜ້ອຍ 3 ເດືອນ ກ່ອນທີ່ຈະກ້າວເຂົ້າສູ່ ລະດູຝົນ ຄື ໃນໄລຍະເດືອນມິຖຸນາ. ສະພາບນ້ຳຂອງແຫ້ງ ທີ່ສົ່ງຜົນກະທົບຕໍ່ປະຊາຊົນ ທີ່ອາໄສ ຢູ່ຕາມແຄມແມ່ນ້ຳຂອງ ຈົນກະທົບ ຕໍ່ການຫາປາ ແລະ ການເດີນເຮືອ ຂອງປະຊາຊົນ. ປະຊາຊົນທີ່ຫາປາ ຢູ່ແຂວງຫລວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ປີກາຍກັບຕົ້ນປີ ຖືວ່າ ບົກຫລາຍ ມັນຂຶ້ນບາດນີ້ ຂຶ້ນກະບໍ່ຂຶ້ນຫລາຍແຫລ້ວ ບໍ່ປົກກະຕິມັນຂຶ້ນໆລົງໆ ນີ້ແຫລະ ປາ ນີ້ຜ່ານມານີ້ແມ່ນໄດ້ ຫລາຍ ຕົ້ນປີນີ້ມາກະຖືວ່າ ບໍ່ມີປາແຫລະ."
ການກໍ່ສ້າງເຂື່ອນໄຟຟ້າ ໃສ່ແມ່ນ້ຳຂອງ ຄື ເຂື່ອນໄຊຍະບູຣີ ແລະ ເຂື່ອນດອນສະໂຮງ ກໍຍິ່ງເຮັດໃຫ້ສະພາບແຫ້ງແລ້ງ ທີ່ ທະວິຄູນຂຶ້ນ ກວ່າເກົ່າ, ປະຊາຊົນຢູບ້ານຄອນພະເພັງ ເມືອງໂຂງແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າສະພາບນ້ຳຂອງ ຢູເຂດບ້ານຄອນພະເພັງ ຈາກແຕ່ກ່ອນ ເຄີຍຂີ່ເຮືອໄປຫາກັນ ແຕ່ປັດຈຸບັນ ສາມາດຍ່າງໄປຫາກັນໄດ້ ແລະ ນ້ຳຂອງກໍບົກແຫ້ງລົງ ເຫລືອແຕ່ໂຂດຫີນ.
ກົມອຸຕຸນິຍົມ ແລະອຸທົກກະສາດ ຣາຍງານວ່ານັບແຕ່ເດືອນກຸມພາ ໄປຫາເດືອນເມສາ ປີນີ້ຝົນຈະຕົກໜ້ອຍ ເຊິ່ງຈະເຮັດໃຫ້ລະດັບແມ່ນໍ້າ ແລະສາຂານໍ້າສືບຕໍ່ແຫ້ງລົງຢ່າງຕໍ່ເນື່ອງ ພ້ອມດຽວກັນກໍ່ຈະເກີດມີ ສະພາບແຫ້ງແລ້ງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ.