ເຂື່ອນນ້ຳອູ ສ້າງເພື່ອທາງຣົດໄຟ

ອຸ່ນແກ້ວ ສຸກສະຫວັນ
2020.01.03
F-nam-ou2 ເຂື່ອນ ນໍ້າອູ-2 ທີ່ສ້າງສໍາເຣັດໄປແລ້ວ
RFA/NY

ໂຄງການເຂື່ອນນ້ຳອູ 7 ແຫ່ງຂອງບໍຣິສັດ ຊີໂນ-ໄຮໂດຼ ຂອງຈີນ ທີ່ສ້າງຢູ່ແຂວງຫຼວງພຣະບາງ ແລະ ແຂວງຜົ້ງສາລີ ຈະຜລິດໄຟຟ້າຂາຍ ໃຫ້ໂຄງການທາງລົດໄຟລາວ-ຈີນ ທີ່ຈະສຳເຣັດໃນທ້າຍປີ 2021 ແລະ ຂາຍໃຫ້ໂຮງຈັກ ໂຮງງານຕ່າງໆ. ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 3 ມົກກະຣາ ວ່າ:

"ກໍແມ່ນທັງໝົດຫັ້ນແຫລະ ໃຊ້ພາຍໃນ ໃຊ້ທັງລົດໄຟ ໃຊ້ເຂົ້າໂຮງຈັກໂຮງງານ ໃຊ້ເຂົ້າທັງໝົດຫັ້ນແຫລະ ເຂົ້າໃນລະບົບສາຍສົ່ງເດ້."

ເຂື່ອນນ້ຳອູແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີນຶ່ງ ມີເຂື່ອນນ້ຳອູ 2, ນ້ຳອູ 5 ແລະ ນ້ຳອູ 6 ຢູ່ແຂວງຫລວງພຣະບາງ ແລະ ຜົ້ງສາລີ ເລີ້ມກໍ່ສ້າງໃນປີ 2014 ແລະ ສຳເລັດໃນປີ 2019.

ໄລຍະທີສອງ ລວມມີເຂື່ອນນ້ຳອູ 1, ນ້ຳອູ 3, ນ້ຳອູ 5 ແລະ ນ້ຳອູ 7 ຕັ້ງຢູ່ເມືອງຂວາ ແລະ ເມືອງຍອດອູ ແຂວງຜົ້ງສາລີ, ແລະ ຕັ້ງຢູ່ ເມືອງປາກອູ ແລະ ເມືອງງອຍ ແຂວງຫລວງພຣະບາງ ຊຶ່ງທັງເຂື່ອນທັງ 4 ແຫ່ງນີ້ ມີກຳນົດການກໍ່ສ້າງໃຫ້ສຳເຣັດ ໃນທ້າຍປີ 2020.

ເຂື່ອນນ້ຳອູທັງ 7 ແຫ່ງ ຈະສາມາດຜລິດໄຟຟ້າໄດ້ຫລາຍກ່ວາ 9 ລ້ານ ກິໂລວັດໂມງ ຕໍ່ປີ ເພື່ອຂາຍໃຫ້ໂຄງການທາງລົດໄຟ ລາວ-ຈີນ, ໂຮງຈັກໂຮງງານ ທັງລາວ ແລະ ຈີນ, ແລະ ປະຊາຊົນໃຊ້ນ້ຳໃນພາຍໃນຄົວເຮືອນ.

ເຖິງຢ່າງໃດກໍຕາມ, ປະຊາຊົນຜູ້ທີ່ຖືກຍົກຍ້າຍ ຈາກໂຄງການເຂື່ອນນ້ຳອູ ນັ້ນໄດ້ຮັບຄ່າຊົດເຊີຍບໍ່ເໝາະສົມ, ບໍ່ມີອາຊີບທີ່ແນ່ນອນ, ແລະ ບໍ່ມີທີ່ດິນທຳການຜລິດ ກະສິກັມພຽງພໍ. ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນນ້ຳອູ 4 ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ການຟື້ນຟູຊີວິດການເປັນຢູ່ ຢາກໃຫ້ມັນໄດ້ໄວແຫລະ ເພາະວ່າ ພໍ່ແມ່ປະຊາຊົນນັ້ນ ຄືວ່າແຫລະ ເຂດເຮົານີ້ມັນບໍ່ເຮັດໄຮ່ ອາໃສເຮັດແຕ່ ສວນ ແລ້ວດຽວນີ້ດິນຟ້າອາກາດ ມັນແດດຫລາຍ ແລ້ວ ກໍບໍ່ເປັນໝາກ ແລ້ວພໍ່ແມ່ປະຊາຊົນ ກໍບໍ່ມີບ່ອນຊອກ ບ່ອນຫາບ່ອນກິນ ອາໃສ ຊື້ກິນ ມັນກໍຊິຕາຍດຽວນີ້ນະ."

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ທາງການລາວ, ໂຄງການເຂື່ອນນ້ຳອູທັງ 7 ແຫ່ງ ໄດ້ຍົກຍ້າຍປະຊາຊົນທັງໝົດ 2,300 ຄອບຄົວ ຫລື 12,600 ຄົນ ຈາກທັງໝົດ 28 ບ້ານ ຢູ່ແຂວງຜົ້ງສາລີ ແລະ ແຂວງຫລວງພຣະບາງ, ແຕ່ ຍັງບໍ່ລວມເອົາປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ທາງອ້ອມ ທີ່ບໍ່ສາມາດຜລິດການກະເສດໄດ້ ບໍ່ສາມາດຫາປາໄດ້ ຕາມລະດູການ ແລະ ບໍ່ສາມາດແລ່ນເຮືອໂດຍສານໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.