ຂ.ໄຊສົມບູນ ອະນຸມັດໃຫ້ ບໍຣິສັດຈີນສຳຣວດບໍ່ແຮ່

ຈຳປາທອງ
2022.02.09
ຂ.ໄຊສົມບູນ ອະນຸມັດໃຫ້ ບໍຣິສັດຈີນສຳຣວດບໍ່ແຮ່ ເຂດພື້ນທີ່ ທີ່ບໍຣິສັດ ໂລ້ນານ ຫູນານຍ່າຍວນ ອຸດສາຫະກໍາໂລຫະທອງຈໍາກັດ ແລະບໍຣິສັດ ເນໂຈສາງຊີນ ບໍ່ແຮ່ຈໍາກັດ ສຶກສາ ແລະ ສຳຣວດເພື່ອຂຸດຄົ້ນບໍ່ແຮ່
RFA

ຜແນກແຜນການ ແລະການລົງທຶນແຂວງໄຊສົມບູນ ໄດ້ລົງນາມໃນບົດບັນທຶກ ຄວາມເຂົ້າໃຈກັນ ຫລື MOU ໃນມື້ວັນທີ 3 ກຸມພານີ້ ກັບບໍຣິສັດຈີນ 2 ບໍຣິສັດ ຄືບໍຣິສັດ ໂລ້ນານ ຫູນານຍ່າຍວນ ອຸດສາຫະກໍາໂລຫະທອງຈໍາກັດ ແລະບໍຣິສັດ ເນໂຈສາງຊີນ ບໍ່ແຮ່ຈໍາກັດ ກ່ຽວກັບການອະນຸມັດໃຫ້ຊອກຄົ້ນ, ສໍາຣວດ ແລະສຶກສາຄວາມເປັນໄປໄດ້ ທາງດ້ານເສຖກິດ-ເຕັກນິກ ແຮ່ຄໍາ, ເງິນ, ທອງ, ເຫລັກ, ສັງກະສີ ແລະແຮ່ທາດອື່ນໆ ຢູ່ເຂດບ້ານທົ່ງຮັກ ແລະບ້ານທົ່ງຄູນ ເມືອງ ອະນຸວົງ ແຂວງໄຊສົມບູນໃນເນື້ອທີ່ 33.92 ກິໂລຕາແມັດ. ໂຄງການຊອກຄົ້ນສໍາຣວດ ແລະສຶກສາຄວາມເປັນໄປໄດ້ທີ່ວ່ານີ້ ຈະໄດ້ຈັດຕັ້ງປະຕິບັດເປັນເວລາ 2 ປີ ນັບຕັ້ງແຕ່ມື້ລົງນາມໃນບົດບັນທຶກນັ້ນເປັນຕົ້ນໄປ.

ເພື່ອຂໍຮູ້ກ່ຽວກັບຜົລກະທົບ ທີ່ອາດຈະເກີດຂຶ້ນຕໍ່ສິ່ງແວດລ້ອມ ແລະປະຊາຊົນ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຍັງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກັບໂຄງການດັ່ງກ່າວ ແຕ່ບໍ່ສາມາດຕິດຕໍ່ໄດ້.

ທີ່ຜ່ານມາ ທາງການລາວ ໄດ້ອະນຸມັດໃຫ້ບໍຣິສັດປະມານ 214 ບໍຣິສັດ ດໍາເນີນການຂຸດຄົ້ນແຮ່ທາດໃນເນື້ອທີ່ທັງໝົດ 7,281,047 ເຮັກຕາ ກວມເອົາ 30.37% ຂອງເນື້ອທີ່ທົ່ວປະເທດ ຊຶ່ງໃນນັ້ນ ໄຊສົມບູນກໍເປັນແຂວງນຶ່ງ ທີ່ມີໂຄງການຂຸດຄົ້ນແຮ່ທາດຫລາຍແຫ່ງ ຍ້ອນເປັນແຂວງທີ່ມີແຮ່ທາດຫລາຍ, ຫລາຍບໍຣິສັດ ທັງຈີນ, ວຽດນາມ ແລະໄທຍ ມາລົງທຶນຂຸດຄົ້ນ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ແຂວງໄຊສົມບູນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ກຸມພານີ້ວ່າ:

ບໍ່ເຫລັກນ່າ ມີຄົນຈີນຄົນໄທຍຄົນວຽດຄົນລາວ 3-4 ປະເທດ ຈີນ ຈີນຫລາຍກວ່າໝູ່ ໂອ໋ ກໍຍັງມີຫລາຍຢູ່ໄດ໋ ບໍ່ເຫລັກນີ້ແຕ່ວ່າ ສ່ວນຫລາຍມັນເປັນເຂດສັມປະທານ ຂອງບໍຣິສັດ ຂຶ້ນກັບເຈົ້າລົມກໍທາງຣັຖບານຫັ້ນໄດ້ວ່າ ຈະໄດ້ສັມປະ ທານຈັກປີໆ.

ຕລອດໄລຍະທີ່ຜ່ານມາ ຊາວບ້ານຈໍານວນນຶ່ງ ຢູ່ແຂວງໄຊສົມບູນ ບໍ່ຕ້ອງການໃຫ້ມີໂຄງ ການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ຢູ່ເມືອງຕ່າງໆ ຂອງແຂວງໄຊສົມບູນ, ແຕ່ກໍບໍ່ສາມາດຂັດຄໍາສັ່ງ ຂອງອໍານາດການປົກຄອງເມືອງ ແລະແຂວງໄດ້, ເຮັດໃຫ້ພວກເຂົາເຈົ້າຈໍາຕ້ອງ ໄດ້ຍົກດິນໄຮ່ດິນນາຂອງຕົນ ໃຫ້ພວກນັກລົງທຶນ ໂດຍໄດ້ຮັບຄ່າຊົດເຊີຍພຽງເລັກໜ້ອຍ, ບໍ່ພຽງພໍທີ່ຈະນໍາໄປຊື້ດິນບ່ອນ ໃໝ່ເພື່ອທໍາການຜລິດ.

ດັ່ງຊາວບ້ານພູຫົວຊ້າງ ເມືອງອະນຸວົງ ຜູ້ນຶ່ງ ເວົ້າໃນມື້ດຽວກັນນີ້ວ່າ:

ດຽວນີ້ ຂະເຈົ້າກໍມາຂຸດຄົ້ນບໍ່ແຮ່ ເຮັດໃຫ້ປະຊາຊົນບໍ່ມີບ່ອນຫາກິນ ບໍ່ມີບ່ອນເຮັດໄຮ່ເຮັດນາ ປະຊາຊົນນີ້ກໍຫຍູ້ງຍາກໜ້ອຍນຶ່ງ ການລ້ຽງສັດອີ່ຫຍັງຫັ້ນກໍບໍ່ມີບ່ອນລ້ຽງ ແຕ່ວ່າບາງຄົນດຽວນີ້ກໍບໍ່ມີກິຈການເຮັດ ໃຊ້ເງິນໄປປະມານ 2-3 ປີກໍໝົດ ກໍບໍ່ມີສະຖານທີ່ເຮັດໄຮ່ເຮັດນາບາດນີ້ກໍ໋."

ແລະຊາວບ້ານໂພນພະ ເມືອງອະນຸວົງ ອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຊາວບ້ານຜູ້ຖືກຜົນກະທົບ ຈາກໂຄງການຂຸດຄົ້ນ ແລະປຸງແຕ່ງແຮ່ທາດນີ້ ສ່ວນນຶ່ງຕ້ອງໄປສມັກເຮັດວຽກ ນໍາໂຄງການຂຸດຄົ້ນບໍ່ແຮ່ ໂດຍໄດ້ຮັບຄ່າຈ້າງເດືອນລະປະມານ 100 ໂດລາຣ໌ສະຫະຣັຖ ຊຶ່ງບໍ່ພຽງພໍສໍາລັບເບິ່ງແຍງຄົນ ໃນຄອບຄົວ ແລະຊາວບ້ານບາງສ່ວນ ກໍຕ້ອງໄດ້ຍ້າຍໄປຢູ່ນໍາຍາດພີ່ນ້ອງ ທີ່ຢູ່ຕ່າງເມືອງ ແລະຕ່າງແຂວງ.

ແລ້ວບາງທີກໍປະຊາ ຊົນ ກໍເຮັດວຽກນໍາໂຄງການໄປຊີ້ນ່າ ເຂົາກໍຮັບເປັນກັມກອນ ຊ່ອຍວຽກອີ່ຫຍັງຫັ້ນນ່າ ຄ່າແຮງງານຂອງກັມກອນເນາະ ຂັ້ນພື້ນຖານເພິ່ນກໍໄດ້ປະມານ 100 ຫລຽນຊີ້ນ່າເນາະຕໍ່ເດືອນ ເງິນເດືອນຂັ້ນເລີ່ມຕົ້ນ ກຸ້ມຢູ່ກຸ້ມກິນກຸ້ມຄອບຄົວ ມັນກໍບໍ່ໄດ້ກຸ້ມ ແຕ່ວ່າກໍຈໍາເປັນໄດ້ເຮັດ ເພາະວ່າບໍ່ມີວຽກເຮັດຕິ.

ໂຄງການດັ່ງກ່າວ ເຮັດໃຫ້ຖນົນຫົນທາງຈໍານວນນຶ່ງ ເປ່ເພ ເສັຽຫາຍ ຍ້ອນບໍຣິສັດຂຸດຄົ້ນບໍ່ແຮ່ ຂົນແຮ່ທາດຫລາຍ.

ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ກຸມພານີ້ວ່າ:

ເນື່ອງຈາກຂົນສົ່ງແຮ່ເຫລັກຫລາຍໂພດເດ໋ ແລວທາງກໍບໍ່ໄດ້ມາຕຖານຄືກັນ ເຮັດໃຫ້ມັນເປ່ເພ ກໍໃສ່ຜົນສະທ້ອນໃສ່ການຂົນສົ່ງສິຄ້າ ແລະການສັນຈອນໄປມານີ້ແຫລະ.

ເມື່ອກ່ອນໜ້ານີ້ ຍານາງ ສວນສະຫວັນ ວິຍະເກດ ເລຂາທີການສະພາແຫ່ງຊາດເວລານັ້ນ ໄດ້ກ່າວຕໍ່ກອງປະຊຸມສມັບສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ 8 ໃນເດືອນກໍຣະກະດາ 2020 ວ່າ ໂຄງການຂຸດຄົ້ນແລະປຸງແຕ່ງແຮ່ທາດຈໍານວນຫລາຍ ຍັງບໍ່ປະຕິບັດຕາມລະ ບຽບກົດໝາຍຂອງລາວຢ່າງເຄັ່ງຄັດ, ເຮັດໃຫ້ດກີດຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ແລະສິ່ງ ແວດລ້ອມຢ່າງຮ້າຍແຮງ.

ຕ້ອງໃຫ້ມີມາຕການເຂັ້ມງວດຕໍ່ໂຄງການ ກິຈການທີ່ບໍ່ປະຕິບັດຕາມກົດໝາຍ ສັນຍາ ສັມປະທານ ແລະມີຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ສັງຄົມແລະທັມຊາດ ພ້ອມທັງປະຕິບັດຕາມມາຕການຢ່າງເຂັ້ມງວດ ຕໍ່ພະນັກງານຣັຖປລະຜູ້ລົງທຶນທີ່ລະເມີດກົດໝາຍ.

ໃນໄລຍະປີ 2019-2020 ທາງການລາວ ໄດ້ອະນຸມັດໃຫ້ບໍຣິສັດເອກກະຊົນຂຸດຄົ້ນ ແລະປຸງແຕ່ງແຮ່ທາດຢ່າງໜ້ອຍ 4 ໂຄງການ ຄືໂຄງການຂຸດຄົ້ນແຮ່ເຫລັກ ຂອງບໍຣິສັດບໍ່ແຮ່ໄທຊານມິງຈີນລາວ ຮ່ວມກັບທາງການແຂວງໄຊສົມບູນ ຂຸດຄົ້ນຢູ່ເຂດບ້ານນໍ້າຍອນ ເມືອງອະນຸວົງ ຊຶ່ງກວມເອົາເນື້ອທີ່ 102.52 ກິໂລຕາແມັດ; ໂຄງການຂຸດຄົ້ນປຸງແຕ່ງແຮ່ຄໍາ ແລະແຮ່ຕິດພັນຂອງ ບໍຣິສັດລາວກະລົງເດໂປຈໍາກັດ ຮ່ວມກັບກົມເສຖກິດ ກະຊວງປ້ອງກັນປະເທດ ຢູ່ເມືອງທ່າໂທມ ແລະເມືອງອະນຸວົງ ໃນເນື້ອທີ່ 177.68 ກິໂລຕາແມດ, ອາຍຸສັມປະທານ 20 ປີ ແລະສາມາດຕໍ່ໄດ້ເທື່ອລະ 10 ປີ; ໂຄງການສໍາຣວດ ແລະສຶກສາຄວາມເປັນໄປໄດ້ ທາງດ້ານເສຖກິດ-ເຕັກນິກ ແຮ່ຄໍາ, ແຮ່ທອງ ແລະແຮ່ຕິດພັນ ຂອງບໍຣິສັດຍຸນນານຫວູຖ່ານຂວາງເຍ ຮ່ວມກັບທາງການແຂວງໄຊສົມບູນ ຢູ່ບ້ານພູກະທະ ເມືອງຮົ່ມ, ກວມເອົາເນື້ອທີ່ 74.12 ກິໂລຕາແມັດ ແລະໂຄງການຊອກຄົ້ນ ສໍາຣວດ ຂຸດຄົ້ນ ແລະປຸງແຕ່ງແຮ່ຄໍາ ຂອງບໍຣິສັດ ໂຈ້ບຸນມີພັທນາແຮ່ທາດຈໍາກັດຜູ້ດຽວ ຮ່ວມກັບກະຊວງປ້ອງກັນປະເທດ ຢູ່ບ້ານນາຕີ ເມືອງລ່ອງແຈ້ງ ໃນເນື້ອທີ່ 234.6 ກິໂລຕາແມັດ.

ແລະໃນທ້າຍປີ 2021 ທາງການລາວກໍໄດ້ອະນຸມັດໃຫ້ ບໍຣິສັດເອກກະຊົນ ຊອກຄົ້ນ ສໍາຣວດ ແລະສຶກສາຄວາມເປັນໄປໄດ້ ທາງດ້ານເສຖກິດ-ເຕັກນິກ ແຮ່ຄໍາ ແລະແຮ່ຕິດພັນ ຕື່ມອີກຢ່າງໜ້ອຍ 2 ໂຄງການ ຄືໂຄງການຂອງ ບໍຣິສັດວຽງວອນຈໍາກັດ ຜູ້ດຽວ ຢູ່ບ້ານນໍ້າຍອນ ເມືອງອະນຸວົງ ແລະບ້ານນາຕີ ເມືອງລ້ອງແຈ້ງ ໃນເນື້ອທີ່ 34 ກິໂລຕາແມັດ ແລະໂຄງການຂອງ ບໍຣິສັດ ຄໍາຮຸ່ງ ມິເນໂຣນ ຈໍາກັດຜູ້ດຽວ ຢູ່ບ້ານອອມ ເມືອງອະນຸວົງ ແລະບ້ານຫລວງພັນໄຊ ເມືອງລ້ອງແຈ້ງ ໃນເນື້ອທີ່ 183.92 ກິໂລຕາແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.