ເຣື້ອງທີ່ເກັບບັນທຶກໄວ້
2022-11-08
ຊາວກະສິກອນ ໃນເຂດນະຄອນຫຼວງວຽງຈັນ ຕ້ອງຜະເຊີນກັບ ຕົ້ນທຶນການຜລິດທີ່ສູງຂຶ້ນ ສົ່ງຜົລກະທົບ ຕໍ່ລາຍຮັບຂອງຜົນຜລິດ ຍ້ອນຜູ້ບໍຣິໂພກຊື້ໜ້ອຍລົງ ອັນເນື່ອງມາຈາກ ສະພາບເງິນເຟີ້ ຄ່າຄອງຊີພແພງຂຶ້ນ ເຮັດໃຫ້ຫຼາຍຄົນຕ້ອງໃຊ້ຈ່າຍແບບປະຢັດ.
2022-11-08
ຊາວລາວ ໃນຫລາຍແຂວງ ຮ່ວມຕັກບາຕ ແລະ ສເລີມສລອງ ບຸນນະມັສການ ພຣະທາດຫລວງ ແລະ ບຸນເດືອນ 12 ຢ່າງຫລວງຫລາຍ ຂະນະທີ່ ແຂວງບໍ່ແກ້ວ ປະກາດໃຫ້ ພຣະທາດສຸວັນນະຜ້າຄຳ ເປັນມໍຣະດົກແຫ່ງຊາຕ.
2022-11-08
ຊາວລາວຫຼາຍຄົນ ຢາກໃຫ້ເຈົ້າໜ້າທີ່ ທ້ອງຖິ່ນ ຍົກເລີກການເກັບຄ່າ ຄຸ້ມຄອງກັບຄົນລາວ ທີ່ໄປເຮັດວຽກຢູ່ຕ່າງເມືອງ, ຕ່າງແຂວງ; ຕົວຢ່າງ ຄົນລາວ ຢູ່ແຂວງຄຳມ່ວນ ໄປເຮັດວຽກ ຢູ່ນະຄອນຫຼວງວຽງຈັນ ກໍຕ້ອງຈ່າຍຄຸ້ມຄອງ ໃຫ້ແກ່ອຳນາດການປົກຄອງ ບ້ານຜູ້ລະ 10,000 ກີບ ຫຼື 20,000 ຕໍ່ເດືອນ.
2022-11-08
ແກ້ງຄ້າ ກັນຊາອັດແທ່ງ ຖືກ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ຈັບກຸມ ແລະ ຍຶດ ຂອງການ ເປັນກັນຊາ ອັດແທ່ງ ມີປາຍທາງ ທີ່ປະເທດໄທຍ, ເຫດການ ດັ່ງກ່າວ ແລະ ການຄ້າຂາຍ ຢາເສບຕິດ ທີ່ຣະບາດໜັກໜ່ວງ ໃນລາວ ສ້າງຄວາມກັງວົນໃຈ ໃຫ້ປະຊາຊົນ.
2022-11-08
ການສ້າງເຮືອນຖາວອນ ໃຫ້ແກ່ຜູ້ປະສົບໄພເຂື່ອນແຕກ ທີ່ເມືອງສນາມໄຊ ແຂວງອັດຕະປື ໃກ້ຈະສຳເຣັດແລ້ວ ຫຼ້າສຸດ ຮອງເຈົ້າແຂວງອັດຕະປື ຣາຍງານວ່າ ເຮືອນຖາວອນຈຳນວນ 688 ຫຼັງ ໃນຈຳນວນທັງໝົດ 700 ຫຼັງ ສ້າງສຳເຣັດແລ້ວ ຍັງເຫຼືອແຕ່ 12 ຍັງບໍ່ແລ້ວ.
2022-11-07
ອົງການສາກົລ ສນັບສນູນ ອ່າງລ້າງມື ໃຫ້ເດັກນ້ອຍ ນັກຮຽນ ຢູ່ໂຮງຮຽນ ປະຖົມສຶກສາ 6 ແຫ່ງ ໃນແຂວງບໍຣິຄຳໄຊ ເພື່ອຫລຸດຜ່ອນ ພະຍາດຕ່າງໆ ທີ່ຈະເກີດຂຶ້ນ ໃນທາງຕຣົງກັນຂ້າມ ຖ້າມີອ່າງລ້າງມື ເດັກນ້ອຍ ນັກຮຽນ ຮູ້ວິທີ ລ້າງມື ໃຫ້ຖືກຕ້ອງ ຈະຊ່ອຍປ້ອງກັນ ພະຍາດ ໄດ້ລະດັບນຶ່ງ.
2022-11-07
ທາງການລາວ ໄດ້ອນຸຍາດໃຫ້ ບຸກຄົນ ສາມາດຕັດໄມ້ ໃນທີ່ດິນຂອງໂຕເອງໄດ້ ແຕ່ຕ້ອງຂຶ້ນທະບຽນກ່ອນລ່ວງໜ້າ ເພື່ອປ້ອງກັນກຸ່ມຄົນບໍ່ດີ ລັກລອບຕັດໄມ້ ໃນທີ່ດິນທີ່ຣັຖບານຄຸ້ມຄອງ.
2022-11-07
ກຸ່ມນັກຕົວະຕົ້ມ ແລ່ນເອກສານ ເອົາຄົນລາວໄປເຮັດວຽກ ຢູ່ ປະເທດເກົາຫລີໃຕ້ ຖືກເຈົ້າໜ້າທີ່ ຕໍາຣວດ ຈັບໄດ້ແລ້ວ, ຊຶ່ງຜູ້ທີ່ຢາກໄປເຮັດວຽກ ຢູ່ເກົາຫລີໃຕ້ ປະມານ 100 ຄົນ ຖືກກຸ່ມນັກຕົວະຕົ້ມ ຕົວະໃຫ້ ເດີນທາງ ດ້ວຍການເຮັດວີຊ້າ ທ່ອງທ່ຽວແທນ ວີຊ້າເຮັດວຽກ ແລະເກັບຄ່າບໍຣິການສູງເກີນ.
2022-11-07
ເດັກນ້ອຍລາວ ທີ່ອາຍຸຕ່ຳກວ່າ 5 ປີ ຍັງມີບັນຫາ ການຂາດສານອາຫານ ຢູ່ໃນອັຕຣາສ່ວນ ທີ່ສູງຢູ່ ຍ້ອນມີຫຼາຍສາເຫດ ໂດຍສະເພາະເດັກນ້ອຍ ໃນຄອບຄົວທຸກຍາກ ຢູ່ຫ່າງໄກ ສອກຫລີກ, ພໍ່ແມ່ບໍ່ເຂົ້າໃຈເຣື່ອງ ໂພຊະນາການ ເປັນຕົ້ນ.
2022-11-07
ຊາວລາວ ໄປທ່ຽວບຸນທາດຫລວງ ເປັນຈຳນວນຫລາຍ ແລະມີຄວາມເບີກບານ ມ່ວນຊື່ນຫລາຍທີ່ສຸດ ໃນປີນີ້ ຊຶ່ງຕ່າງຈາກ 2 ປີຜ່ານມາ ທີ່ໂຄວິດ-19 ຣະບາດແຮງ, ເສັຍແຕ່ວ່າຫົນທາງ ແອອັດ ເຮັດໃຫ້ຣົຖຕິດຫລາຍຂຶ້ນ.
2022-11-06
ຊີວິຕ ຂອງທ່ານ ວິຣະບູນ ໂສກັນທອງ ໃນໄລຍະກ່ອນ ແລະ ເບື້ອງຕົ້ນ ຂອງການຖືກເອົາໄປ ສັມມະນາ ຢູ່ແຂວງຊຽງຂວາງ ຊຶ່ງຂະນະນີ້ ກໍາລັງຂຽນປື້ມ “ທະຫານຄົນສຸດທ້າຍ ບົນສາຍທາງ ມໍຣະນະ ເລຂ 7”.
2022-11-06
ອາສາສມັກ ບໍ່ຕໍ່າກ່ວາ 5 ປີ ແຕ່ຍັງບໍ່ໄດ້ບັນຈຸ ເຂົ້າເປັນຣັຖກອນ, ຈຶ່ງເຮັດໃຫ້ ແພດອາສາສມັກ ຈຳເປັນຕ້ອງລາອອກ ເນື່ອງຈາກວ່າ ຣັຖບານ ຍັງມີ ໂຄຕ້າໜ້ອຍ.
2022-11-05
ມີຄົນງານ ມາຈາກຫຼາຍປະເທດ ຕົກເປັນເຫຍື່ອ ຖືກບັງຄັບ ໃຊ້ແຮງງານ ຢູ່ເຂດເສຖກິຈ ພິເສດ ສາມຫຼ່ຽມຄຳ ຄິງສ໌ໂຣມັນສ໌ ແລະ ຜູ້ຊ່ຽວຊານ ດ້ານການຄ້າມະນຸສ ເຫັນວ່າ ມັນຕົກຢູ່ໃນ ກໍຣະນີ ການຄ້າມະນຸສ.
2022-11-04
ໂຄງການ ສ້າງເຂື່ອນປາກແບງ ຊຶ່ງເປັນເຂື່ອນ ແມ່ນ້ຳຂອງ ຢູ່ແຂວງອຸດົມໄຊ ກຳລັງປະສົບກັບ ບັນຫາທ້າທາຍຫຼາຍຢ່າງ ເປັນຕົ້ນທາງການລາວ ຮຽກຮ້ອງໃຫ້ເຈົ້າຂອງ ໂຄງການສຶກສາ, ສຳຣວດ ຜົນກະທົບຢ່າງຄັກແນ່ ແລະທາງຝ່າຍໄທຍ ກໍກຳລັງພິຈາຣະນາ ເລື່ອນການເຊັນສັນຍາ ຊື້ຂາຍໄຟຟ້າ ຈາກເຂື່ອນດັ່ງກ່າວ.
2022-11-04
ເມື່ອວັນທີ 28 ຕຸລາ ທີ່ຜ່ານມານີ້ ກະຊວງພະລັງງານ ແລະບໍ່ແຮ່ ແລະບໍຣິສັດ ວິສະວະກັມ ພະລັງງານໄຟຟ້າ ຄຸນໝິງ ຂອງປະເທດຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ຮ່ວມມື ດ້ານສູນການສຶກສາ ພະລັງງານສີຂຽວ ທົດແທນການສ້າງເຂື່ອນໄຟຟ້າ.