ສປປ ລາວ, ບໍຣິສັດຈີນ ຈະສເນີຂໍງົບປະມານ ສ້າງສູນຄົ້ນຄວ້າ ພະລັງງານສີຂຽວ

ສຸພັດຕາ
2022.11.04
ສປປ ລາວ, ບໍຣິສັດຈີນ ຈະສເນີຂໍງົບປະມານ ສ້າງສູນຄົ້ນຄວ້າ ພະລັງງານສີຂຽວ ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ ສປປ ລາວ.
RFA

ເມື່ອວັນທີ 28 ຕຸລາ ທີ່ຜ່ານມານີ້ ກະຊວງພະລັງງານ ແລະບໍ່ແຮ່ ແລະບໍຣິສັດ ວິສະວະກັມພະລັງງານໄຟຟ້າ ຄຸນໝິງ ຂອງປະເທດຈີນ (Power China Kunming Engineering Corporation Limited) ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈ ຫຼື MOU ວ່າດ້ວຍໂຄງການຮ່ວມມື ດ້ານສູນການສຶກສາ ພະລັງງານສີຂຽວ ເຊິ່ງມີຈຸດປະສົງ ເພື່ອສເນີຂໍງົປມານ ຈາກຣັຖບານຈີນ ສ້າງສູນຄົ້ນຄວ້າ ແລະພັທນາພະລັງງານສີຂຽວ ຂອງລາວ (The National Green Energy Research and Development Center of Laos) ເພື່ອຊ່ອຍໃຫ້ ສາມາດວາງແຜນ ແລະຈັດສັນພະລັງງານໄຟຟ້າ ເຊື່ອມຕໍ່ເຂົ້າລະບົບ ເພື່ອຮັບໃຊ້ ພາຍໃນປະເທດ, ອີງຕາມການຣາຍງານ ຂອງສູນຂ່າວ ພະລັງງານ ແລະບໍ່ແຮ່ ເມື່ອວັນທີ 3 ພຶສຈິກາ ປີ 2022.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ກະຊວງພະລັງງານ ແລະບໍ່ແຮ່ ເພື່ອສອບຖາມ ຣາຍລະອຽດ ເພີ່ມຕື່ມ ແຕ່ຍັງບໍ່ທັນມີເຈົ້າໜ້າທີ່ ຜູ້ໃດ ທີ່ສາມາດໃຫ້ຣາຍລະອຽດ ຫຼາຍໄປກວ່ານີ້ໄດ້ ແລະໃນຂະນະດຽວກັນ ກໍໄດ້ຕິດຕໍ່ຫາເຈົ້າໜ້າທີ່ ຜແນກພະລັງງານ ແລະບໍ່ແຮ່ ໃນຫຼາຍແຂວງ ແຕ່ກໍບໍ່ມີເຈົ້າໜ້າທີ່ຜູ້ໃດ ສາມາດເວົ້າເຖິງເຣື່ອງນີ້ໄດ້ເທື່ອ ໂດຍໃຫ້ເຫດຜົນວ່າ ຍັງບໍ່ຮູ້ຣາຍລະອຽດຄັກແນ່ ຂອງເຣື່ອງນີ້.

ໃນຂະນະທີ່ ຊາວບ້ານຈໍານວນນຶ່ງ ທີ່ຮູ້ຂ່າວດັ່ງກ່າວ ກໍມີຄວາມເຫັນດີນໍາ ທີ່ທາງການລາວ ຮ່ວມກັບບໍຣິສັດຈີນ ມີແຜນຈະຈັດຕັ້ງສູນຄົ້ນຄວ້າ ແລະພັທນາພະລັງງານສີຂຽວ ຍ້ອນເຫັນວ່າ ຈະເປັນການຫັນໄປນໍາໃຊ້ ພະລັງງານ ທົດແທນແບບອື່ນ ໃນອະນາຄົຕ ທີ່ເປັນມິຕຕໍ່ສິ່ງແວດລ້ອມ ແລະຊາວບ້ານ ເປັນຕົ້ນ ທົດແທນການກໍ່ສ້າງເຂື່ອນໄຟຟ້າ ແລະໂຮງງານໄຟຟ້າຖ່ານຫິນ ແລະຢາກໃຫ້ຫຼຸດຜ່ອນ ການກໍ່ສ້າງເຂື່ອນໄຟຟ້າ ນໍາດ້ວຍ ໃນອະນາຄົຕ.

ດັ່ງຊາວບ້ານທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊຽເສຣີ ໃນມື້ວັນທີ 4 ພຶສຈິກາ ນີ້ວ່າ:

“ກະເຫັນດີນໍາເພິ່ນຫັ້ນແຫຼະ ເພິ່ນເຮັດແນວໃດ ກະເຮັດນໍາແຫຼະເນາະ ເຫັນດີນໍາ ຄັນວ່າມີການປັກຫຼັກໝາຍ ແລ້ວກໍມີການສ້າງປ່າຄືກັນ ຄັນວ່າເຮັດແບບບໍ່ມີການທໍາລາຍ ທັມມະຊາຕ ກະດີໝົດ.”

ໃນຂະນະດຽວກັນ ຊາວບ້ານຈໍານວນນຶ່ງ ທີ່ມີແຜນຈະຖືກໂຍກຍ້າຍ ບ່ອນຢູ່ອາສັຍ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້າ ບາງແຫ່ງໃນລາວ ກໍເຫັນວ່າ ຄັນເປັນໄປໄດ້ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການເລັ່ງຫາແນວທາງ ພັທນາພະລັງງານສີຂຽວ ເພື່ອຫາພະລັງງານທົດແທນອື່ນໆ ແທນການກໍ່ສ້າງເຂື່ອນໄຟຟ້າ ເນື່ອງຈາກພວກເຂົາເຈົ້າ ບໍ່ຢາກຖືກໂຍກຍ້າຍ ບ່ອນຢູ່ອາສັຍ ແລະກໍເຫັນວ່າ ໂຄງການກໍ່ສ້າງເຂື່ອນ ມີແຕ່ສ້າງຜົລເສັຍ ຕໍ່ສິ່ງແວດລ້ອມ.

ດັ່ງຊາວບ້ານ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ທີ່ຈະຖືກຍ້າຍ ຈາກໂຄງການກໍ່ສ້າງເຂື່ອນໄຟຟ້າ ຊະນະຄາມ ກ່າວວ່າ:

“ຕາມພັກຕາມຣັຖນີ້ ກໍດີໃຈ້ຫັ້ນແຫຼ້ວ ຕາມປະຊາຊົນນີ້ ກໍຂັດຂ້ອງຫັ້ນແຫຼ້ວ ຄັນແຕະຕ້ອງປະຊາຊົນຫຼາຍ ເພິ່ນຊິເລີກ ຫຼືຊິດໍາເນີນຕໍ່ ເຮົາກະບໍ່ຮູ້ຈັກ ບໍ່ມີຫຍັງເຄື່ອນໄຫວເທື່ອ ບ້ານເຮົານີ້ ຍັງບໍ່ມີຫຍັງເທື່ອເດີ້.”

ສ່ວນຊາວບ້ານອີກທ່ານນຶ່ງ ທີ່ມີແຜນຈະຖືກໂຍກຍ້າຍບ່ອນຢູ່ອາສັຍ ຈາກໂຄງການເຂື່ອນໄຟຟ້າຫຼວງພຣະບາງ ເຊິ່ງເປັນໂຄງການກໍ່ສ້າງ ເຂື່ອນແຫ່ງນຶ່ງ ທີ່ຍັງລໍຖ້າການເຣີ່ມກໍ່ສ້າງຢູ່ນັ້ນ ກ່າວວ່າ ຕາມຈິຕໃຈຂອງທ່ານເອງ ກໍບໍ່ຢາກໃຫ້ເຂື່ອນດັ່ງກ່າວເກີດຂຶ້ນ ຍ້ອນຈະເຮັດໃຫ້ຊາວບ້ານ ຖືກໂຍກຍ້າຍ ແລະຄັນເປັນໄປໄດ້ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງການຄົ້ນຄວ້າ ກ່ຽວກັບພະລັງງານສີຂຽວ ເພື່ອເຮັດໂຄງການ ພະລັງງານທົດແທນອື່ນໆ ແທນການກໍ່ສ້າງເຂື່ອນໄຟຟ້າ ຫຼວງພຣະບາງ ເຖິງແມ່ນວ່າ ຈະມີໂອກາດໜ້ອຍທີ່ສຸດກໍຕາມ.

ດັ່ງທ່ານກ່າວວ່າ:

“ເບິ່ງນໍາເດ້ ເວົ້າເຣື່ອງການຍ້າຍບ້ານ ຍ້າຍເຮືອນ ບ້ານລຸງນີ້ ຊິຖືກເຂື່ອນໄຟຟ້າເນາະ ຊິຖືກເຂື່ອນນໍ້າຖ້ວມໝົດ ເພິ່ນມາເອົາຂໍ້ມູນການໃຊ້ແທນ ເອົາໝົດແລ້ວດຽວນີ້.”

ທາງດ້ານນັກວິຊາການ ຊາວລາວທ່່ານນຶ່ງ ທີ່ມີການຄວາມຮູ້ທາງດ້ານ ພະລັງງານສີຂຽວ ກ່າວວ່າ ປັດຈຸບັນ ບໍຣິສັດຈີນບາງແຫ່ງ ຮວມທັງກອງທຶນ ລຶບລ້າງຄວາມທຸກຍາກ ກໍໄດ້ເຮັດໂຄງການ ພະລັງງານທົດແທນຢູ່ໃນບາງແຂວງ ຂອງລາວແລ້ວ ເປັນຕົ້ນ ໂຄງການພະລັງງານໄຟຟ້າ ຈາກແສງຕາເວັນ ຫຼື ໂຊລ້າຣ໌ເຊລລ໌ ສໍາລັບປັ້ມນໍ້າບາດານ ເພື່ອສນອງໃຫ້ແກ່ ການປູກເຂົ້າ ເຊິ່ງທ່ານເອງ ກໍຢາກໃຫ້ມີການເຮັດໂຄງການ ພະລັງງານ ທົດແທນນີ້ຫຼາຍຂຶ້ນ ແທນທີ່ຈະເນັ້ນແຕ່ ກໍ່ສ້າງໂຄງການເຂື່ອນໄຟຟ້າ.

ດັ່ງທ່ານກ່າວວ່າ:

“ມີຈີນເດ້ລົງມາເຮັດ ໃຊ້ແຜງໂຊລ້າເຊລ ໃຊ້ເຮັດນາແຊງນ່າ ຢູ່ໃນແຂວງສາຣະວັນ ເຂົາກໍວ່າໃຊ້ດີລະເດ້ ໂຄງການຊ່ອຍເຫຼືອ ຂອງ ທລຍ (ກອງທຶນລຶບລ້າງຄວາມທຸກຍາກ) ມາຈ້າງຂ້ອຍໄປ ຕິດຕັ້ງອິຫຍັງໄປຈັ່ງຊີ້ນ່າ ໄປຕິດຕັ້ງໃຫ້ຊຸມຊົນ ກະເປັນຜົລດີແຫຼະ.”

ແຕ່ເຖິງຢ່າງໃດກໍຕາມ ນັກວິຊາການຊາວໄທຍທ່ານນຶ່ງ ກ່າວວ່າ ການທີ່ກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ແລະບໍຣິສັດຈີນ ມີແຜນຈະສ້າງສູນຄົ້ນຄວ້າ ແລະພັທນາພະລັງງານສີຂຽວນັ້ນ ອາຈເປັນພຽງການສ້າງວາທະກັມຊື່ໆ ເພື່ອຫຼຸດຜ່ອນການຄັດຄ້ານ ການກໍ່ສ້າງເຂື່ອນໄຟຟ້າ ໃນລາວ ແລະຄໍາວ່າ ພະລັງງານສີຂຽວ ໃນກໍຣະນີຂອງລາວນັ້ນ ກໍຍັງມີຄວາມຄຸມເຄືອຢູ່.

ດັ່ງທ່ານ ຊານນະຣົງ ວົງລາ ນັກວິຊາການ ຈາກເຄື່ອຂ່າຍ ກຸ່ມຮັກຊຽງຄານ ແຂວງເລີຍ ປະເທດໄທຍ ກ່າວວ່າ:
“ຖ້າລາວຮ່ວມມືກັບຈີນ ຂ້າພະເຈ້າ ກໍຍັງມີຄວາມກັງວົນຢູ່ດີ ຍ້ອນອາຈເປັນວາທະກັມ ເພື່ອຫຼຸດຜ່ອນການຄັດຄ້ານ ຂອງປະຊາສັງຄົມໂລກ ຕໍ່ການກໍ່ສ້າງເຂື່ອນໃນລາວ ຕາມຄວາມຄິດເຫັນສ່ວນໂຕ ຂອງຂ້າພະເຈົ້າ, ຄວາມໝາຍວ່າ ພະລັງງານສີຂຽວ ໃນນີ້ ມັນມີອີ່ຫຍັງແດ່ ເປັນຕົ້ນ ພະລັງງານສະອາດ ເຊັ່ນ ໂຄງການກໍ່ສ້າງເຂື່ອນພະລັງງານນໍ້າ ກໍບໍ່ແນ່ໃຈ ວ່າກວມຢູ່ໃນຄໍາວ່າ ພະລັງງານສີຂຽວນໍາຫຼືບໍ່.”

ສໍາລັບພະລັງງານສີຂຽວ ໝາຍເຖິງ ພະລັງງານ ຫຼືແຫຼ່ງທີ່ມາຂອງພະລັງງານ ທີ່ເກີດຂຶ້ນ ຈາກວັດຖຸດິບຕ່າງໆ ເປັນຕົ້ນ ພະລັງງານແສງຕາເວັນ, ພະລັງງານລົມ, ພະລັງງານນໍ້າ ແລະອື່ນໆ ເຊິ່ງຖືວ່າ ເປັນພະລັງງານ ທີ່ບໍ່ເຮັດໃຫ້ເກີດມົລພິດຕໍ່ສິ່ງແວດລ້ອມ ແລະຊ່ອຍຫຼຸດຜ່ອນ ສະພາວະໂລກຮ້ອນ.

ຢ່າງໃດກໍຕາມ ປັດຈຸບັນ ມີບໍຣິສັດເອກກະຊົນບາງແຫ່ງ ທັງຂອງລາວ ແລະຈາກຕ່າງປະເທດ ທີ່ກໍາລັງສໍາຣວດ ແລະສຶກສາຄວາມເປັນໄປໄດ້ຢູ່ລາວ ເພື່ອກໍ່ສ້າງໂຄງການພະລັງງານທົດແທນ ເປັນຕົ້ນ ພະລັງງານແສງຕາເວັນ ແລະພະລັງງານລົມ ເຊິ່ງຫຼ້າສຸດນີ້ ບໍຣິສັດ ໂຮມຊັບກໍ່ສ້າງ ຈໍາກັດ ກັບບໍຣິສັດ ເຕັກໂນໂລຢີ ສະພາບແວດລ້ອມ ຍັງຊູ ແຊຢູຂອງຈີນ ທີ່ກໍາລັງສຶກສາໂຄງການ ພະລັງງານໄຟຟ້າແສງຕາເວັນ ຂນາດ 150 ເມກາວັດ ຢູ່ເມືອງໂຂງ ແຂວງຈໍາປາສັກ ແລະບໍຣິສັດ ບີ.ກຣິມ ພາວເວີ້ ຈໍາກັດ ຂອງໄທຍ ທີ່ກໍາລັງສໍາຣວດ ແລະສຶກສາຄວາມເປັນໄປໄດ້ ເພື່ອເຮັດໂຄງການ ພະລັງງານໄຟຟ້າ ກັງຫັນລົມ ຫຼື ພະລັງງານລົມ ຂນາດ 5 ເມກາວັດ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.