ເດັກນ້ອຍລາວ ຍັງຂາດ ສານອາຫານ ສູງ

ອຸ່ນແກ້ວ
2022.11.07
ເດັກນ້ອຍລາວ ຍັງຂາດ ສານອາຫານ ສູງ ເດັກນ້ອຍຢູ່ເມືອງ ຊານໄຊ ແຂວງອັດຕະປື.
RFA

ເດັກ​ນ້ອຍ​ ​ອາ​ຍຸ​ຕ່ຳ​ກວ່າ 5 ປີ ຢູ່​ປະ​ເທດ​ລາວ ຍັງ​ມີ​ອັ​ຕ​ຣາ​ ການ​ຂາດ​ສານ​ອາ​ຫານ ສູງ​ ໂດຍມີ​ລະ​ດັບ​ຄວາມ​ສູງ ບໍ່​ໄດ້​ມາ​ຕ​ຖານ 33%, ນ້ຳ​ໜັກຫຼຸດ​ເກນ​ມາ​ຕ​ຖານ 21%, ແລະ ຮ່າງ​ການ​ອ່ອນ​ແອ 9% ອີງ​ຕາມຂໍ້​ມູນ ​ຈາກ​ທະ​ນາ​ຄານ​ໂລກ ໃນ​ເດືອນ​ຕຸ​ລາ ທີ່​ຜ່ານ​ມາ.

ເມື່ອ​ສະ​ເລັ່ຽ​ໃສ່​ຫົວ​ຄົນ​ແລ້ວ ກໍ​ຄື ເດັກ​ນ້ອຍ​ອາ​ຍຸ​ ຕ່ຳ​ກວ່າ 5 ປີ ທຸກໆ 100 ຄົນ, ຈະ​ມີ​ຄົນ​ທີ່​ລວງ​ສູງ ​ບໍ່​ໄດ້​ມາ​ຕ​ຖານ 33 ຄົນ, ກ່ຽວ​ກັບ​ເກນມາ​ຕ​ຖານ ​ນ້ຳ​ໜັກ, ເດັກ​ນ້ອຍ​ລາວ​ທຸກໆ 100 ຄົນ ຈະ​ມີ 21 ຄົນ ທີ່ນ້ຳ​ໜັກຕ່ຳ​ກວ່າ ​ມາ​ຕ​ຖານ, ກ່ຽວ​ກັບ​ຮ່າງ​ກາຍ ​ທີ່​ອ່ອນ​ແອ, ເດັກ​ຍ້ອນ​ທຸກໆ 100 ຄົນ ຈະ​ມີ ຄົນ​ທີ່​ຮ່າງ​ກາຍ ​ອ່ອນ​ແອ 9 ຄົນ.

ບັນ​ຫາ ​ການ​ຂາດ​ສານ​ອາ​ຫານ ສ່ວນ​ຫຼາຍ​ເກີດ​ຂຶ້ນ​ກັບ​ເດັກ​ນ້ອຍ ຢູ່​ຊົນ​ນະ​ບົດ ຫ່າງ​ໄກ​ສອກ​ຫຼີກ ເພາະ​ວ່າ ເຂົາ​ເຈົ້າ ​ມີ​ຖາ​ນະ​ທຸກ​ຍາກ ແລະ ເຂົ້າ​ບໍ່​ເຖິງ​ ແຫຼ່ງ​ສະ​ບຽງ​ອາ​ຫານ.

ເຈົ້າ​ໜ້າ​ທີ່​ ອົງ​ການ​ຈັດ​ຕັ້ງ ​ທາງ​ສັງ​ຄົມ ຜູ້​ທີ່​ເຮັດ​ວຽກ ​ເຣື່ອງ​ສົ່ງ​ເສີມ ​ໂພ​ສະ​ນາ​ການ ໄດ້​ກ່າວ​ວ່າ:

ສ່ວ​ນ​ຫຼາຍ​ ທ່ານ​ໝໍ​ມີ​ແຕ່​ແນະ​ນຳ​ວ່າ ຕ້ອງ​ໃຫ້​ພໍ່​ແມ່ ແລະ ເດັກ​ນ້ອຍ​ ກິນ​ອາ​ຫານໃຫ້​ຄົບ 3 ໝວດ, 5 ໝູ່ ແຕ່ ເຂົາ​ບໍ່​ມີ​ແນວ​ຊິ​ກິນ ຊິ​ໃຫ້​ເຂົາ​ເຈົ້າ​ເຮັດ​ແນວ​ໃດ.”

ຂໍ້​ມູ​ຈາກ​ ທະ​ນາ​ຄານ​ໂລກ​ ຍັງ​ລະ​ບຸ​ວ່າ ເດັກ​ນ້ອຍ​ທີ່​ຄວາມ​ສູງ ບໍ່​ໄດ້​ມາ​ຕ​ຖານ ຫຼື ເຕັ້ຽ, ສາ​ມາດ​ສົ່ງ​ຜົນ​ເສັຽ​ ໃນ​ໄລະ​ຍາວ ເຮັດ​ໃຫ້​ເຂົາ​ເຈົ້າ​ ນານ​ເປັນ​ຜູ້​ໃຫຍ່, ຄວາມ​ສາ​ມາດ ​ໃນ​ການ​ຮຽນ​ຮູ້​ຊ້າ ກວ່າ​ເດັກ​ນ້ອຍ​ຄົນ​ອື່ນ, ຜົນ​ການ​ຮຽນ​ບໍ່​ມີ​ປະ​ສິດ​ທິ​ພາບ​ ແລະ ໄດ້​ຮັບ​ຄ່າ​ຈ້າງ ທີ່​ຕ່ຳ​ໃນ​ເວ​ລາ​ໃຫຍ່​ຂຶ້​ນ​ມາ.

ເດັກ​ນ້ອຍ​ທີ່​ເຕັ້ຽ ບໍ່​ສາ​ມາດ​ພັ​ທ​ນາ ​ຄວາມ​ອາ​ດ​ສາ​ມາດ​ ໄດ້​ເຕັມ​ທີ່, ມັນ​ຈະ​ສົ່ງ​ຜົ​ລ​ລົບ ​ຕໍ່​ການຕ​ລາດ​ແຮງ​ງານ​ຂອງ​ຊາຕ ແລະ ການ​ເຕີບ​ໂຕ ​ທາງ​ດ້ານ​ເສ​ຖ​ກິ​ຈ.

ຢູ່​ໃນ​ປະ​ເທດ​ລາວ, ລະ​ດັບ​ການ​ຂາດ​ສານ​ອາ​ຫານ ​ຂອງ​ເດັກ​ນ້ອຍ​ຍັງ​ສູງ​ຢູ່ ມັນ​ກໍ​ສົ່ງ​ຜົ​ລ​ເສັຍ ​ຕໍ່​ທ່າ​ແຮງ​ທາງ​ດ້ານ ເສ​ຖ​ກິ​ຈ ແລະ ຊັ​ພ​ຍາ​ກອນ​ມະ​ນຸ​ສ ຢ່າງ​ຫຼີກ​ລ້ຽງ​ບໍ່​ໄດ້ ອີງ​ຕາມ​ຂໍ້​ມູນ​ ຈາກ​ທະ​ນາ​ຄານ​ໂລກ.

ເຈົ້າ​ໜ້າ​ທີ່ ​ຜູ້​ທີ່​ເຮັດ​ວຽກ​ ເຣື່ອງ​ສຸ​ຂ​ສຶກ​ສາ ​ຊຸມ​ຊົນ ທ່ານ​ນຶ່ງ ໄດ້​ໃຫ້​ສັມພາດ ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີ ວ່າ:

ການ​ຂາດ​ສານ​ອາ​ຫານີ້ ມັນ​ພົວ​ພັນ​ກັບ​ຫຼາຍ​ສາ​ເຫດ ມັນ​ຢູ່ບໍ່ຊື່ ລະ​ຊິ​ເອົາ​ອາ​ຫານ​ ໄປ​ໃຫ້​ເຂົາ​ກິນ​ລະ​ມັນ​ຊິ..ມັນ​ເລື້ອ​ລັງ​ ມາ​ດົນ​ນານ​ແລ້ວ. ເວົ້າ​ເຣື່ອງ​ຂາດ​ສານ​ອາ​ຫານນີ້ ອັນ​ນຶ່ງ​ກະບໍ່​ມີ​ ອາ​ຫານ​ການ​ກິນ​ແທ້​ ເນາະ ກິນ​ແຕ່​ຜັກ ລະ​ກະ​ໜໍ່ໄມ້ ແບບ​ນັ້ນ​ຢູ່​ຕ​ລອດ​ ວ່າ​ຊັ້ນ​ຊາ​ເນາະ. ແຈ່ວ ອັນ​ນີ້ ກະ​ແມ່ນ​ຂາດ​ແທ້.

ຂັ້ນ​ເຮົາ​ເບິ່ງ​ແບບ​ນຶ່ງ ກະ​ຄືບໍ່​ແມ່ນ​ຂາດ ກະ​ມີ​ສັດປ່າ​ ສັດ​ນ້ຳ. ສັດ​ນັ້ນ​ຢູ່​ເນາະ ເປັດ​ໄກ່​ ກະ​ຄື​ວ່າ​ມີ​ຢູ່​ແນວນີ້​ນ່າ ມັນ​ກ່ຽວ​ຂ້ອງ​ກັບ​ເຣື່ອງວິ​ຖີ​ຊີ​ວິຕ ວັ​ທ​ນະ​ທັມ​ ການ​ກິນ​ນຳ​ນ່າ.”

ນັກ​ຂ່າວ: ມັນ​ມີ​ສ່ວນບໍ່ ມັນ​ບໍ່​ສ​າ​ມາດ ​ເຂົ້າ​ເຖິງ​ລະ​ບົບ​ຂໍ້​ມູນ ໄປ​ບໍ່​ເຖິງ?

ເຈົ້າ​ໜ້າ​ທີ່:

ອັນ​ນັ້ນ​ກະມີ​ສ່ວນ​ອັນ​ນຶ່ງ ແຕ່​ວ່າ ມັນ​ກະ​ຍັງ ມັນ​ກະ​ຍັງ​ເປັນ​ສຳ​ຮອງ​ຢູ່ດອກ. ອ້າວ​ ເຮົາ​ຍົກ​ໂຕ​ຢ່າງ​ຊາ​ເນາະ ຖ້າ​ວ່າ ເຮົາ​ຫາ​ກ​ຈັດ ວ່າ ຂາດ​ອາ​ຫານນີ້​ມັນ ກ່ຽວ​ຂ້ອງ​ກັບ​ວິ​ຖີ​ຊີ​ວິຕ ​ທີ່​ຂະ​ເຈົ້າ​ດຳ​ເນີນ​ມາ​ແຕ່​ໃດ​ແລ້ວ ວ່າ ເຂົ​າ​ເຈົ້າບໍ່​ໄດ້​ກິນ​ຫາກ​ຫຼາຍ ຫຼື​ວ່າ ບໍ່​ສົນ​ວ່າ ຊິ​ກິນ​ຫາກ​ຫຼາຍ ກິນ​ພໍ​ມັນ ເຂົາ​ເອີ້ນ​ວ່າ ພໍ​ຢູ່​ໄດ້​ເນາະ.

ບໍ່​ໄດ້​ໃສ່​ໃຈ​ວ່າ ອັນ​ໃດ​ຈະ​ຕ້ອງ​ມີ​ ໂພ​ສະ​ນາ​ການ ມັນ​ເປັນ​ແບບນີ້ ມາ​ແຕ່​ໃດ​ແລ້ວ​ນ່າ ມັນ​ກະ​ເລີຍ​ວ່າ ຊິ​ເປັນ​ສ່ວນ​ນຶ່ງວ່າ ມັນ​ຊຳ​ເຮື້ອ​ຢູ່ ລະ​ບາດນີ້ລະ ຢູ່ບໍ່​ຊື່​ລະ​ເຈົ້າ​ຊິ​ໄປ ແນະ​ນຳ​ວ່າ ໃຫ້​ເຂົາ​ເຈົ້າ​ກິນ​ນັ້ນ​ກິນນີ້​ໂລດ ມັນ​ບໍ່​ໄດ້. ອ້າວ ຍົກ​ໂຕ​ຢ່າງ​ຊາ ຄັນ​ເຮົາ​ໄປ ເຂດ​ໃດ​ເຂດ​ນຶ່ງ ຍົກ​ໂຕ​ຢ່າງ​ເຮົາ​ໄປ​ພາກ​ໃຕ້​ຊາ ເຮົາ​ກະ​ໄປ​ໄດ້​ກິນ​ແກງ​ປາ​ເບາະ ຫຼື ໄປ​ໄດ້​ກິນ ກ້ອຍ​ຄື​ກັນ​ກັບ​ໄທ​​ໃຕ້​ເຮັດ ແມ່ນ​ຕົ່ວ​ຍົກ​ໂຕ​ຢ່າງ​ຊາ​ເນາະ.

ແລະ ເຮົາ​ກະ​ຮູ້​ໃດ​ ຣີ​ຊິບ​ປີ້ ແມ່ນ​ຫຍັງ​ຕ່າງໆ ຂອງ​ມັນ​ ເຮົາ​ກໍ​ຮູ້​ເນາະ ເຮົາ​ມັກ​ຫຼາຍ​ແນ​ວນີ້ ແຕ່​ເຮົາ​ກັບ​ຂຶ້ນ​ມາ​ວຽງ​ຈັນ ມັນ​ກະ ເຮົາ​ກະ​ບໍ່​ເຮັດ​ກິນ​ຄື​ເກົ່າ ຍົກໂຕ​ຢ່າງ ເຮົາ​ເຂົ້າ​ໄປ​ເຮັດ​ເຂົ້າ​ປຽກ ໄປ​ປຸງ​ແຕ່ງ​ອາ​ຫານ​ເຮັດ​ເຂົ້າ​ປຽກ​ໃສ່​ໄຂ່ ເຂົາ​ກະ​ກິນ ກະ​ແຊບ​ເນາະ. ແຕ່​ຄັນ​ຫຼັງ​ຈາກ​ເຈົ້າ​ໜີ​ລະ ເຂົາ​ຊິ​ເຮັດ​ກິນບໍ່ ມັນ​ກະ ໂອ​ກະ​ຍັງ​ເປັນ​ຄຳ​ຖາມ​ຢູ່​ອັນ​ນັ້ນ ສ່ວນ​ຫຼາຍ​ກະ​ບໍ່​ເຮັດ​ຫັ້ນ​ແຫຼ ເພາະ​ມັນ​ບໍ່​ແມ່ນ​ວັ​ທ​ນະ​ທັມ​ ທີ່​ເຂົາ​ກິນ​ແບບ​ນັ້ນ​ເດ້.”

ນັກ​ຂ່າວ: ຂັ້ນ​ເຂົາ​ຊິ​ວ່າ ບໍ່​ມີ​ອາ​ຫານ​ການ​ກິນ ມັນ​ກະ​ບໍ່​ແມ່ນ​ເບາະ​ໂຕ​ນິ?

ເຈົ້າ​ໜ້າ​ທີ່:

ກະ​ມີ​ບາງ​ຄອບ​ຄົວ​ຢູ່ ກະ​ລອງ​ຄຶດ​ເບິ່ງ​ແມ້​ວ່າ ເຣື່ອງ​ໄປ​ຫາ​ໄປ​ຊອກນີ້ ກະ​ບໍ່​ໄດ້​ອຶດ​ປານ​ໃດ​ໄດ໋ ຄັນ​ຢູ່​ເຂດ​ຊົນ​ບົດ​ເຂົາ​ເຈົ້າ​ກະ​ຢູ່​ນຳ ຕາມ​ທັມມະ​ຊາຕເນາະ ເຂົາ​ເຈົ້າ​ກະ​ມີ​ສັດ​ປ່າ ມີ​ອັນ​ນ່າ ລ້ຽງ​ໄກ່ ລ້ຽງ​ເປັດ ຢູ່​ເນາະ​ແນວນີ້​ນ່າ ຜູ້​ລ້ຽງ​ປາ​ກະ​ມີ ມັນ​ເປັນ​ຫຍັງ​ຈັ່ງ​ຄ່ອຍ​ຂາດ​ອາ​ຫານ. ຜັກ​ກະ​ປູ ຢູ່​ໃນ​ປ່າ​ກະ​ມີ ເຂົາ​ເຈົ້າ​ກະ​ໄປ​ເອົາ​ຢູ່ ແຕ່​ວ່າ ມັນ​ກະ​ຍັງ ມັນ​ກະ​ຊິ​ກ່ຽວ​ຂ້ອງ​ກັບ​ຄວາມ​ຮູ້ນີ້ ຊິ​ແມ່ນ​ສ່ວນ​ນຶ່ງ ຄວາມ​ຮູ້​ໃນ​ທີ່ນີ້ ໝາຍ​ຄວາມ​ວ່າ ຄວາມ​ຮູ້​ອັນ​ໃດ​ທີ່​ເປັນ​ໂພ​ສ​ນາ​ການເນາະ ກິນ​ແລ້ວ​ມັນ​ຊິ​ດີ​ຕໍ່​ສຸ​ຂ​ພາບ ຍົກ​ໂຕ​ຢ່າງ​ອາ​ຫານ ໃຫ້​ມັນ​ຄົບ​ໝວດ​ໝູ່​ວ່າ ຊັ້ນ​ຊະ​ເນາະ ມັນ​ຕ້ອງ​ມີ​ທາດ​ແປ້ງ ມັນ​ຕ້ອງ​ມີ​ທາດ​ຊີ້ນ ຕ້ອງ​ມີ​ຜັກ​ຍົກ​ໂຕ​ຢ່າງ ຕ້ອງ​ມີ​ໝາກ​ໄມ້ ຕ້ອງ​ມີ​ມັນ ຕ້ອງ​ມີ​ຫຍັງ​ຕ່າງໆ. ອັນ​ນີ້ ກະ​ຊິ​ເປັນ​ສ່ວນ​ນຶ່ງ ແຕ່​ເຮົາ​ຊິ​ສື່​ສານ​ແນວ​ໃດ​ກັບ​ເຂົາ​ເນາະ ໃຫ້​ເຂົາ​ເຂົ້າ​ໃຈ​ກະ​ເປັນ​ອີກ​ເຣື່ອງ​ນຶ່ງ​ອີກ ເນາະ ຄັນ​ເຂົ້າ​ໃຈ​ລະ​ຊິ​ເຮັດ​ບໍ່ ກະ​ຍັງ​ເປັນ​ອີກ​ເຣື່ອງ​ນຶ່ງ.”

ນັກ​ຂ່າວ: ເຂົາ​ຊິ​ສາ​ມາດ ​ເຂົ້າ​ໃຈ​ບໍ່ ຄວາມ​ຮູ້​ທີ່​ເຈົ້າ​ໜ້າ​ທີ່​ ໄປ​ເຜີຍ​ແຜ່ນີ້?

ເຈົ້າ​ໜ້າ​ທີ່:

ໂອ້​ຍາກໆ ຄິດ​ວ່າ ເຂົ້າ​ມີ (ຄົ້ນຄວ້າ) Research ຫຼາຍ​ຢູ່ ສາ​ເຫດ​ຂອງ​ມັນ​ນີ້.”

ນັກ​ຂ່າວ: ຊິ​ໃຊ້​ເວ​ລາ​ດົນ​ປານ​ໃດ ທີ່​ຈະ​ເຮັດ​ໃຫ້​ມັນ​ຫຼຸດ​ລົງ ຫຼື ໃຫ້​ມັນ​ໝົດ​ໄປ​ນີ້?

ເຈົ້າ​ໜ້າ​ທີ່:

ໂອ້​ຍັງ​ຫຼາຍ ຍັງ​ດົນ​ຢູ່​ເດີ ໂຕນີ້. ເອີ​ ລືມ​ເວົ້າ​ອີກ​ຢ່າງ​ນຶ່ງ ນອກ​ເໜືອ​ຈາກ​ການ​ກິນ​ແລ້ວ ມັນ​ຍັງ​ເວົ້າ​ເຣື່ອງ​ແມ່​ທ້ອງ​ນຳ​ອີກບາດນີ້ ເຣື່ອງ​ສະ​ອາດ ເຣື່ອງ​ຫຼັກ​ອະ​ນາ​ໄມ​ນຳ​ອີກ ອັນ​ນີ້. ເອີ​ ຄັນ​ຖ້າ​ວ່າ ເຂົ້າ​ອັນ​ນັ້ນ ຄັນ​ຖ້າ​ວ່າ ແມ່​ທ້ອງ​ຍັງ​ເຕັມ​ຢູ່​ຈັ່ງ​ຊີ້ ມັນ​ບໍ່​ໄດ້​ກິນ​ຢູ່​ສະ​ອາດ​ເນາະ ມັນ​ກະ​ກ່ຽວ​ໂຍງ​ກັນ​ໄປ​ໝົດເດ້. ມີ​ແມ່​ທ້ອງ​ຈັ່ງ​ຊີ້​ຊາ​ເນາະ ແມ່​ທ້ອງ​ກະ​ດູດ​ເອົາ​ສາ​ອາ​ຫານ ໄປ​ເກາະ​ຢູ່ ລຳ​ໄສ້ ມັນ​ກະ​ດູດ​ເອົາ​ວິ​ຕາ​ມິນ ສານ​ອາ​ຫານ​ຕ່າງໆ ໜີ​ໝົ​ດ​ຫັ້ນ​ແຫຼ ເຈົ້າ​ກິນ​ກະ​ກິນ ກິນ​ຫຼາຍ​ຢູ່ ແຕ່​ເຈົ້າ​ກະ​ບໍ່​ໄດ້​ຮັບ​ສານ​ອາ​ຫານ​ພຽງ​ພໍ. ອັນ​ນັ້ນ ອັນ​ນຶ່ງ ກ່ຽວ​ຂ້ອງ​ກັບ​ເຣື່ອງ​ສຸ​ຂ​ ອາະນາ​ໄມ​ບໍ່​ໄດ້ ນອກ​ຈາກ​ນັ້ນ ບາດນີ້ ບໍ່​ໄດ້​ຮັບ​ການ​ດູ​ແລ​ເທົ່າ​ທີ່​ຄວນ ມີ​ແຕ່​ມັກ​ເຈັບ​ເປັນ​ແນວນີ້ ເອົ້າ ອອນ​ເພັຽ​ເປັ້ຽ​ລ່ອຍ ເດັກ​ນ້ອຍ​ຂັ້ນ​ມັນ​ເຈັບ​ເປັນ ມັນ​ກະ​ບໍ່​ກິນ​ອາ​ຫານ ບາດນີ້ ເດັກ​ນ້ອຍ​ນີ້ ມັນ​ຕັດ​ສິນ​ແທ້ໆ ນີ້ ແມ່ນ​ລຸ້ມ 5 ປີ​ລົງ​ມາ.”

ເພື່ອ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ, ທະ​ນາ​ຄານ​ໂລກ ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ຣັ​ຖ​ບານ​ລາວ ແລະ ຄູ່​ຮ່ວມ​ພັ​ທ​ນາ ເພື່ອ​ຊ່ວຍ​ສ້າງ​ຄວາມ​ໝັ້ນ​ຄົງ ທາງ​ການ​ໂພສະ​ນາ​ການ ແລະ ການ​ຄ້ຳ​ປະ​ກັນ​ສ​ະ​ບຽງ​ອາ​ຫານ ດ້ວຍ​ການ​ຊ່ວຍ​ເຫຼືອ​ທາງ​ສັງ​ຄົມ ແລະ ໃຫ້ທາງ​ເລືອກ​ໃນ​ການ​ດຳ​ລົງ​ຊີ​ວິດຂອງ​ປະ​ຊາ​ຊົນ, ປັບ​ປຸງການ​ສຸ​ຂ​ສຶກ​ສາ​ເດັກ​ນ້ອຍ ແລະ ການ​ເຂົ້າ​ເຖິງ​ການບໍ​ຣິ​ການ​ດ້ານ​ສຸ​ຂ​ພາບ, ແລະ ຈັດ​ຫາ​ນ້ຳ​ສະ​ອາດ, ສຸ​ຂ​ອະນາ​ໄມ, ແລະ ກັນ​ພະ​ຍາດ.

ໃນ​ເດືອນ​ກັນ​ຍາ ທີ່​ຜ່ານ​ມາ, ທ່ານ ກິ​ແກ້ວ ຈັນ​ທະ​ບູ​ລີ ຮອງ​ຣັ​ຖ​ມົນ​ຕ​ຣີ​ ກະ​ຊວງ ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ກ່າວ​ວ່າ: “ການ​ປັບ​ປຸງ​ ໂພ​ສ​ນາ​ການ ​ໃຫ້​ແກ່​ເດັກ​ນ້ອຍ ຈະ​ເປັນ​ ກະ​ແຈ ​ໄປ​ສູ່​ເປົ້າ​ໝາຍ ການ​ຫຼຸດ​ພົ້ນ ​ອອກ​ຈາກ ​ສະ​ຖານະ ​ປະ​ເທດ​ດ້ວຍ​ພັ​ທ​ນາ. ການ​ຈະ​ເຣີນ​ເຕີບ​ໂຕ​ຊ້າ ບໍ່​ພຽງ​ແຕ່​ ເປັນ​ບັນ​ຫາ​ສຸ​ຂ​ພາບ ​ສຳ​ລັບ​ເດັກ​ນ້ອຍ ເທົ່າ​ນັ້ນ ແຕ່ ຍັງສົ່ງ​ຜົ​ລ ​ຕໍ່​ຊັ​ພ​ຍາ​ກອນ​ມະ​ນຸ​ສ ​ຂອງປະ​ເທດ​ພວກ​ເຮົາ. ພວກ​ເຮົາ​ຈະ​ຕ້ອງ​ ຮັບ​ປະ​ກັນ​ວ່າ ປະ​ຊາ​ຊົນ​ລາວ​ທັງ​ໝົດ ສາ​ມາດ​ເຕີບ​ ທາງ​ດ້ານ​ຮ່າງ​ກາຍ ແລະ ຈິຕ​ໃຈ ເພື່ອ​ໃຫ້ ພວກ​ເຮົາ ຕຣຽມ​ພ້ອມ ສຳ​ລັບ​ສິ່ງ​ທ້າ​ທາຍ ແລະ ໂອ​ກາດ​ ໃນ​ອະ​ນາ​ຄົດ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.