ເດັກນ້ອຍ 8,800 ຄົນ ຍັງຂາດ ສານອາຫານ: ສວັນນະເຂດ
2019.10.21
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ເວົ້າວ່າ ໃນໄລຍະ 7 ເດືອນ ທີ່ຜ່ານມາ ເດັກນ້ອຍອາຍຸ ຫລຸດ 5 ປີ ຂາດສານອາຫານ 8,800 ປາຍຄົນ ໃນຈໍານວນ ເດັກນ້ອຍ ທົ່ວແຂວງ ທີ່ເຂົ້າມາກວດ ຢູ່ໂຮງໝໍ ແລະ ສຸຂສາລາ ທັງໝົດ 132,060 ຄົນ, ອີງຕາມ ຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກສຶກສາ ແລະ ກິລາແຂວງສວັນນະເຂດ ຕໍ່ ອາຣ ແອັຟ ເອ (RFA) ໃນມື້ວັນທີ 18 ຕຸລານີ້:
“ [ປີ] 2019, 7 ເດືອນ ເດັກຂາດ ສານອາຫານ 8834 ຄົນ ເດັກມາກວດ ທັງໝົດ ໝົດທົ່ວ ແຂວງໄດ້ 132,060.”
ທ່ານກ່າວຕື່ມວ່າ ຈໍານວນ ເດັກນ້ອຍ ອາຍຸຫລຸດ 5 ປີ ຂາດສານອາຫານ ເພີ່ມຂຶ້ນ 984 ຄົນ ຈາກປີກາຍ ທີ່ມີຢູ່ 7,850 ຄົນ. ປີກາຍ ມີເດັກນ້ອຍ ເຂົ້າມາກວດ ທັງໝົດ 108,454 ຄົນ.
ສາເຫດ ທີ່ເຮັດໃຫ້ມີ ເດັກນ້ອຍ ຂາດສານ ອາຫານເພີ່ມຂຶ້ນ ກໍຍ້ອນວ່າ ແຂວງສວັນນະເຂດ ທີ່ມີທັງໝົດ 15 ເມືອງ ແຕ່ໂຄງການ ໃຫ້ທຶນຊ່ອຍເຫລືອ ເດັກນ້ອຍ ຂາດສານ ອາຫານ ພຽງ 4 ເມືອງ ຄືເມືອງນອງ, ເມືອງວິລະບູລີ, ອາດສະພັງທອງ ແລະ ເມືອງອາດສະພອນ, ດັ່ງນັ້ນ ຈໍານວນ ເດັກນ້ອຍ ຂາດສານອາຫານ ຈຶ່ງເພີ່ມຂຶ້ນ. ເມືອງທີ່ມີ ໂຄງການຊ່ອຍເຫລືອ ມີທັງ ໂຄງການ ອາຫານເສີມ, ໂຄງການ ຕົ້ມເຂົ້າປຽກ, ໂຄງການ ເຮັດສວນຄົວປູກຜັກ ແລະ ລ້ຽງສັດ ຂອງໂຮງຮຽນ ດັ່ງທີ່ ທ່ານກ່າວວ່າ...
“ໂຄງການ ເຂົ້າ 4 ເມືອງ ໂຄງການ ບໍ່ທັນໄດ້ເຂົ້າ 11 ເມືອງກໍພາ ໃຫ້ເດັກຂາດສານອາຫານ ຫລາຍ ກໍຍ້ອນອາຫານ ການກິນ ຢູ່ແຖວບ້ານເຂົາ ແຖວບ້ານ ນອກເນາະ ມັນບໍ່ມີຊີ້ນ. ໃຫ້ໃຜກິນ ຂາດສານ ອາຫານຫັ້ນນະ.”
ທ່ານເວົ້າວ່າ ທີ່ຜ່ານມາ ທາງແຂວງສວັນນະເຂດ ກໍໄດ້ຂໍ ງົບປະມານ ຈາກຣັຖບານ ເພື່ອເຮັດ ໂຄງການ ໂພສະນາການ ສໍາລັບເດັກນ້ອຍ ເພື່ອຍັບຍັ້ງ ບໍ່ໃຫ້ຈໍານວນເດັກນ້ອຍ ຂາດສານອາຫານ ເພີ່ມຕື່ມ, ແຕ່ທາງຣັຖບານ ກໍບໍ່ອະນຸມັດ ໃຫ້ຈັກເທື່ອ ຍ້ອນງົບປະມານ ບໍ່ມີພຽງພໍ.