ຮຽກຮ້ອງຍົກເລີກ ເກັບຄ່າຄຸ້ມຄອງຄົນ ຈາກຕ່າງແຂວງ

ອາວະຣີ
2022.11.08
ຮຽກຮ້ອງຍົກເລີກ ເກັບຄ່າຄຸ້ມຄອງຄົນ ຈາກຕ່າງແຂວງ ຮູບໂຕຢ່າງ: ເຈົ້າໜ້າທີ່ ຕໍາຣວດ ຈະຣາຈອນ ກໍາລັງປະຕິບັດໜ້າທີ່ ກວດກາ ຕາມທ້ອງຖນົນຫຼວງ.
ນັກຂ່າວ ພົລເມືອງ

ຊາວລາວຫຼາຍຄົນ ຢາກໃຫ້ອຳນາດການປົກຄອງ ທ້ອງຖິ່ນ ຍົກເລີກ ການເກັບຄ່າຄຸ້ມຄອງ ກັບຄົນລາວດ້ວຍກັນ ທີ່ຍ້າຍໄປຢູ່ອາສັຍ ໃນຕ່າງເມືອງ ຫຼືຕ່າງແຂວງ; ຕົວຢ່າງ ເມື່ອວັນທີ່ 1 ເດືອນພຶສຈິກາ ປີ 2022 ນີ້ ເຈົ້າໜ້າທີ່ບ້ານນາມະລາດ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ເກັບຄ່າພັກເຊົາກັບ ກັມມະກອນທີ່ມາຈາກແຂວງອື່ນ ຜູ້ລະ 20,000 ກີບຕໍ່ເດືອນ. ຕໍ່ການເກັບຄ່າດັ່ງກ່າວ ຊາວລາວຫຼາຍຄົນ ໄດ້ສະແດງຄວາມບໍ່ພໍໃຈ ເພາະພວກເຂົາເຊື່ອວ່າ ເປັນການເກັບທີ່ບໍ່ຖືກຕ້ອງ; ພົນລະເມືອງລາວທຸກຄົນ ຄວນມີສິດຢູ່ໃສກໍໄດ້ ໃນປະເທດລາວ.

ດັ່ງຊາວລາວ ຜູ້ນຶ່ງໃນແຂວງຄຳມ່ວນ ໄດ້ກ່າວກັບວິທະຍຸ ເອເຊັຽເສຣີ ເມື່ອວັນທີ່ 2 ພຶສຈິກາ 2022 ນີ້ວ່າ:

ຄົນຕ່າງແຂວງ ມາເຮັດວຽກໃນແຂວງຄຳມ່ວນ ແບບເຂົາເຈົ້າມາອາໃສຢູ່ແນວໃດ ກໍຖືກໝົດ ເປັນບ້ານລົງໄປເກັບຊິນ່າ. ອັນນີ້ນ້ອງກະບໍ່ເຂົ້າໃຈ ເພາະວ່າເຫັນແຕ່ເພິ່ນມາເກັບ ເພິ່ນວ່າເປັນຄ່າພັກເຊົາ ມັນກະບໍ່ຢາກເໝາະສົມປານໃດ ເພາະວ່າຄົນໃນປະເທດລາວນ່າ ມັນບໍ່ແມ່ນອ້າງແບບຕ່າງປະເທດ ຕ່າງດ້າວ ເຂົ້າພັກເຊົາຢູ່ໃນປະເທດລາວຊີ່ນ່າ.

ຊາວແຂວງຄຳມ່ວນ ອີກຄົນນຶ່ງ ກ່າວວ່າ ໃນເວລາໄປເຮັດວຽກ ຢູ່ນະຄອນຫຼວງວຽງຈັນ ໂຕເຂົາເອງ ກໍໄດ້ຈ່າຍຄ່າຄຸ້ມຄອງ ໃຫ້ແກ່ເຈົ້າໜ້າທີ່ ທ້ອງຖິ່ນຢູ່ທີ່ນັ້ນເຊັ່ນດຽວກັນ.

ເອີຕອນນັ້ນແລ້ວ ຂ້ອຍໄປຢູ່ວຽງ ໄປເຮັດວຽກຢູ່ວຽງ ແລ້ວໄປເຊົ່າຫ້ອງພັກນີ້ນ່າ ນາຍບ້ານຢູ່ໃນບ້ານຫັ້ນລະ ຈື່ບໍ່ໄດ້ວ່າ ບ້ານຫຍັງຢູ່ວຽງຫັ້ນແຫຼະ ເກັບຄ່າຄຸ້ມຄອງຄົນລະ 10 ພັນກີບຕໍ່ເດືອນ ເຂົາເຈົ້າເກັບໃຫ້ກອງຫຼອນຫັ້ນ ມີຫຼາຍກະບໍ່ມີໃຜກ້າເວົ້າຫຍັງດອກ ກົດໝາຍລາວ ເວົ້າຫຍັງບໍ່ໄດ້ ເຮົາກໍບໍ່ສາມາດທີ່ຈະຂັດຂືນໄດ້ເດ່ເນາະ ເຮົາໄປຢູ່ບ່ອນອື່ນ ເຮົາເປັນຄົນຜູ້ນ້ອຍ.

ຊາວລາວອີກຄົນນຶ່ງ ທີ່ມາຮຽນໜັງສື ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ກໍຈົ່ມວ່າ ເຂົາເອງ ກໍຖືກເຈົ້າໜ້າທີ່ທ້ອງຖິ່ນ ເກັບຄ່າຄຸ້ມຄອງຄືກັນ ເດືອນລະ 10,000 ກີບ ແລະກໍຄິດວ່າ ເປັນການເກັບເງິນ ທີ່ບໍ່ເໝາະສົມ ເພາະຕົວເອງ ກໍຍັງເປັນນັກຮຽນຢູ່.

ເຊົ່າຫ້ອງແຖວຢູ່ ແລ້ວບາດນີ້ ຄ່ານ້ຳຄ່າໄຟາກະຕ່າງຫາກ ແລ້ວບາດນີ້ ຕຳຣວດແມ່ນຫຍັງຫັ້ນນ່າ ເຂົາເຈົ້າກະມາເກັບເງິນ ນຳທຸກເດືອນເລີຍ ເກັບຄົນນຶ່ງກະ 10 ພັນ ນ້ອງຄິດວ່າ ນ່າຈະເປັນທົ່ວແຂວງຄຳມ່ວນເລີຍ ເພາະວ່າໝູ່ເນາະມາເຊົ່າຫ້ອງແຖວຫັ້ນນ່າ ກໍຢາກໃຫ້ເພິ່ນແກ້ໄຂຫັ້ນແຫຼະ.

ຕໍ່ບັນຫາດັ່ງກ່າວ ເຈົ້າໜ້າທີ່ເມືອງທ່າແຂກ ແຂວງຄຳມ່ວນທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ ອະທິບາຍວ່າ ການເກັບຄ່າຄຸ້ມຄອງ ກັບຄົນຕ່າງເມືອງ ຕ່າງແຂວງ ຖືວ່າ ເປັນເຣື່ອງປົກກະຕິ.

ແມ່ນແຫຼະ ຄ່າຄຸ້ມຄອງຜູ້ມາພັກເຊົາດັ່ງກ່າວ ບໍ່ໄດ້ເວົ້າແຕ່ຕ່າງແຂວງ ຕ່າງເມືອງກໍຄືກັນ ສ່ວນຫຼາຍກັມມະກອນ ຢູ່ຕາມໂຮງຈັກໂຮງງານ ກໍຕ້ອງໄດ້ອັນນັ້ນ ທໍ່ໃດ 10-20 ພັນນີ້ບໍ່ ກະອີງໃສ່ດຳຣັດເລີຍ ມີເອກກະສານ ຂອງກະຊວງປ້ອງກັນປະເທດ ປ້ອງກັນຄວາມສງົບ ມີໜັງສືຢັ້ງຢືນຄັກແນ່.

ເຖິງຢ່າງໃດກໍຕາມ ການເກັບເງິນ ກັບປະຊາຊົນ ຢູ່ປະເທດລາວ ມີຫຼາຍຮູບແບບ ເຊັ່ນເຈົ້າໜ້າທີ່ຕຳຣວດ ກໍມັກຕັ້ງດ່ານ ເກັບເງິນກັບຜູ້ຂັບຣົຖ ໂດຍທີ່ບໍ່ອອກໃບຮັບໃຫ້. ອີກຕົວຢ່າງນຶ່ງ ເຈົ້າໜ້າທີ່ເຮັດໜັງສືຜ່ານແດນ ກໍສົມຮູ້ຮ່ວມຄິດ ກັບນາຍໜ້າ ເກັບເງິນຕື່ມກັບຜູ້ຍື່ນຄຳຮ້ອງ ຂໍເຮັດໜັງສືເດີນທາງດັ່ງກ່າວ ໂດຍອ້າງວ່າ ຈະເຮັດໃຫ້ໄວຂຶ້ນ ແຕ່ຄວາມຈິງແລ້ວ ຍັງຊ້າຢູ່ຄືເກົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.