ອົງການແພຣນ ສາກົລ ມອບທຶນ ຊື້ອ່າງລ້າງມື ໃຫ້ໂຮງຮຽນ ຢູ່ບໍຣິຄຳໄຊ

ພອນ ພູມມີທອນ
2022.11.07
ອົງການແພຣນ ສາກົລ ມອບທຶນ ຊື້ອ່າງລ້າງມື ໃຫ້ໂຮງຮຽນ ຢູ່ບໍຣິຄຳໄຊ ເດັກນ້ອຍນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ກຳລັງລ້າງມື ດ້ວຍວິທີ ທີ່ຖືກຕ້ອງ ຕາມສຸຂອະນາໄມ ເພື່ອສຸຂພາບທີ່ດີ.
ນັກຂ່າວ ພົລເມືອງ

ອົງການແພຣນສາກົລ ປະຈຳລາວ (Plan International Laos) ພາຍໃຕ້ການຈັດຕັ້ງ ຂອງສະຫພາບຍຸໂຣບ (European Union ຫຼື EU) ໄດ້ໃຫ້ທຶນສນັບສນູນ ແກ່ສະມາຄົມ ສົ່ງເສີມທັກສະຊີວິຕ ເດັກນ້ອຍ ແລະ ວັຍໜຸ່ມ (Association for promote good life to the children & youth ຫຼື APREN) ເພື່ອຊື້ອ່າງລ້າງມື ໃຫ້ເດັກນ້ອຍນັກຮຽນຊັ້ນ ປ.1-ປ.5 ຢູ່ໂຮງຮຽນ ປະຖົມສຶກສາ 6 ແຫ່ງ ໃນແຂວງບໍຣະຄຳໄຊ ໃນນັ້ນມີໂຮງຮຽນ ປະຖົມສຶກສາ ຢູ່ເມືອງທ່າພຣະບາທ 5 ແຫ່ງ ແລະ ເມືອງບໍຣິຄັນ 1 ແຫ່ງ.

ພາຍຫລັງເດັກນ້ອຍ ນັກຮຽນໄດ້ອ່າງລ້າງມືໃໝ່ ກໍມີຄວາມດີໃຈ ກັບກິຈກັມລ້າງມື ເພື່ອສຸຂອນາມັຍ ຍ້ອນ ນໍ້າໄຫລແຮງກວ່າ ທໍ່ນໍ້າເຈາະຮູ ເພື່ອລ້າງມືອັນເກົ່າ ຈຶ່ງພາກັນດຸໜັ່ນລ້າງມື ທັງຫລັງເວລາຫລິ້ນເປື້ອນ ກັບໝູ່, ຫລັງເຂົ້າຫ້ອງນໍ້າ ແລະ ກ່ອນເຂົ້າຫ້ອງຮຽນ.

ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງບໍຣິຄຳໄຊ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນວັນທີ 7 ພຶສຈິກາ ວ່າ:

“ຄືເວລາ ມາຫ້ອງນໍ້າ ພໍດີເຂົາຕິດຕັ້ງອ່າງລ້າງມື ຢູ່ຕໍ່ໜ້າໂຮງຮຽນເດ້ ຫລັງຈາກເຂົາເຂົ້າຫ້ອງນໍ້າ ເຂົາກໍມາລ້າງມືກ່ອນເຂົ້າຫ້ອງຮຽນ ຈັ່ງຊີ້ນ່າ ເຂົາດີໃຈເດ້ ໄປມອບອ່າງນ່າ ເຂົາກໍພາກັນລ້າງມື  ເຂົາກໍດີໃຈອ່າງໃໝ່ເດ້ ເພາະເວລາເຂົາໄປຫລິ້ນອີຫຍັງຕ່າງໆ ນ່າ ນາຍຄູໃຫ້ເຂົາລ້າງມືກ່ອນເຂົ້າຫ້ອງຮຽນເດ້ ຄື ເວລາໃນຫ້ອງຮຽນເນາະ ເວລານັກຮຽນຂໍອນຸຍາດໄປເຂົ້າຫ້ອງນໍ້າຈັ່ງຊີ້ ເຂົາເຈົ້າກໍມີການລ້າງມື ຮັກສາສຸຂອນາມັຍທຸກຢ່າງເດ້ ນາຍຄູກໍໄດ້ແນະນຳເດ້ ເພາະວ່າທາງສາທາ ກໍໄດ້ໄປໂຄສະນາເຣືໍຶ່ອງສຸຂອນາມັຍເດ້.

       

ປັຈຸບັນ ອົງການສາກົລ ກໍໄດ້ມອບອ່າງລ້າງມື ຢູ່ໂຮງຮຽນປະຖົມສຶກສາ ບ້ານຜາເມືອງ ເມືອງບໍຣິຄັນ ເຊິ່ງອ່າງລ້າງມືດັ່ງກ່າວ ໄດ້ຊ່ວຍໃຫ້ກິຈກັມ ຖູແຂ້ວເປັນກຸ່ມ ຫລັງກິນເຂົ້າທ່ຽງ ແລະ ເລີກຫລິ້ນນຳໝູ່ ໄດ້ຮັບຄວາມສົນໃຈ ຂອງເດັກນ້ອຍ ນັກຮຽນຫລາຍຂຶ້ນ ເດັກນ້ອຍນັກຮຽນ ພາກັນລຽນແຖວ ໂຕ່ງນໍ້າໃສ່ ຈອກຄົນລະຈອກ ເພື່ອຕຽມເຂົ້າ ປະກອບກິຈກັມຖູແຂ້ວ ເປັນກຸ່ມ ເພື່ອສຸຂພາບປາກ ແລະ ແຂ້ວຂອງນ້ອງໆນັກຮຽນ ເພື່ອບໍ່ໃຫ້ແຂ້ວເປັນແມງ ແລະ ແຂ້ວຫ້ຽນ ລວມໄປເຖິງ ເຮັດໃຫ້ນັກຮຽນ ພາກັນຢາກໄປໂຮງຮຽນ ຍ້ອນມີກິຈກັມຖູແຂ້ວ ເປັນກຸ່ມ ແລະ ອ່າງລ້າງມືໃໝ່.

ດັ່ງນາຍຄູ ຢູ່ໂຮງຮຽນ ປະຖົມສຶກສາ ບ້ານຜາເມືອງ ເມືອງບໍຣິຄັນ ກ່າວໃນມື້ດຽວກັນນີ້ວ່າ:

“ແບບວ່າ ເວລາເລີກຫລິ້ນຫັ້ນນ່າ ເຮົາຈັດກິຈກັມ ຖູແຂ້ວເປັນກຸ່ມ ລ້າງມືເປັນກຸ່ມທຸກໆວັນ ເພາະວ່າຕອນແລງ ຕອນເຊົ້າ ເຂົາເຈົ້າເຮັດຫັ້ນນ່າ ແລະ ຫລັງຈາກທີ່ວ່າ ເຮົາໄປຈັບສິ່ງເປິະເປື້ອນຕ່າງໆ ເຮົາກໍໄດ້ລ້າງມືນ່າ ຄັນເຮົາມີນໍ້າມີອ່າງ ຖືວ່າດີແຫລະ ປ້ອງກັນການແພ່ຣະບາດ ຂອງໂຄວິດ-19 ຫລືວ່າ ພະຍາດຖອກທ້ອງ ຕ່າງໆ ໄດ້ຫັ້ນແຫລະ ພະຍາດກ່ຽວກັບແຂ້ວຫັ້ນນ່າ ເພາະວ່າ ເດັກນ້ອຍເຮົາແຂ້ວຫ້ຽນ ຍ້ອນເຮົາບໍ່ໄດ້ແປງເດ້ ຈັດກິຈກັມຕລອດ ແລ້ວເດັກນ້ອຍ ມັກມາໂຮງຮຽນຫັ້ນ່າ ຜົລການຮຽນກໍຈະດີຂຶ້ນ ໝູ່ກໍຍາກມານຳ.”

ດ້ານສາທາຣະນະສຸຂນັ້ນ ອ່າງລ້າງມື ຈະຊ່ວຍເພີ່ມຄວາມສະດວກ ໃຫ້ເດັກນ້ອຍນັກຮຽນໄວ້ ໃຊ້ລ້າງມື ແລະ ຍັງຊ່ວຍສົ່ງເສີມເດັກນ້ອຍ ນັກຮຽນ ລ້າງມືໃຫ້ສະອາດ ດ້ວຍ 7 ຂັ້ນຕອນ ເພື່ອປ້ອງກັນພະຍາດ ແມ່ທ້ອງ, ພະຍາດຖອກທ້ອງ ແລະ ໂຄວິດ-19 ຄື ຖູຝາມືທັງສອງ, ຖູຫລັງມື, ຖູຫວ່າງນິ້ວມື, ກຳມືເຂົ້າ ແລ້ວເອົາສັນມືຖູຝາມື, ກຳນິ້ວໂປ້ ແລ້ວໝຸນໄປມາ, ຈຸ້ມປາຍມືເຂົ້າ ແລ້ວຖູເລັບໃສ່ຝາມື ແລະ ກຳຂໍ້ມືແລ້ວໝຸນໄປມາ.

ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງບໍຣິຄຳໄຊ ກ່າວໃນມື້ດຽວກັນນີ້ວ່າ:

“ແຮ່ງມີຄວາມສຳຄັນຫລາຍເນາະ ຖ້າເດັກນ້ອຍໃນວັຍຮຽນ ມັນສາມາດຮູ້ໃນການລ້າງມື ໃນ 7 ຂັ້ນຕອນຫັ້ນ. ມັນຈະຊ່ວຍປ້ອງກັນ ກ່ຽວກັບພະຍາດ ເຊັ່ນວ່າ ມີແມ່ທ້ອງບໍ່ ຖອກທ້ອງບໍ່ ຈັ່ງຊີ້ ມັນກໍສາມາດປ້ອງກັນໄດ້ ອັນເດັກນ້ອຍ ມັນມີບ່ອນລ້າງມື ບ່ອນສະອາດ ສະດວກເນາະ ແລ້ວກໍການຖູແຂ້ວ ກິນເຂົ້າແລ້ວ ມີກິຈກັມຖູແຂ້ວໃນໂຮງຮຽນຈັ່ງຊີ້ ຖ້າອັນອ່າງລ້າງມື ບ່ອນນໍ້າສະດວກ ສບາຍໃຫ້ເດັກນ້ອຍ ມັນກໍຫລຸດຜ່ອນໄປຫລາຍເຕີບ ຄື ເດັກນ້ອຍ ຕອນສມັຍກ່ອນເນາະ ມັນບໍ່ມີ ມັນກໍມີແມ່ທ້ອງຫລາຍ ມັນກໍອອກເປັນປົມ ເວລາໄປຖ່າຍ ໄປຫຍັງດຽວນີ້ ບໍ່ຄ່ອຍມີແລ້ວເດ້.

ອ່າງລ້າງມືໃໝ່ ຍັງຊ່ວຍໃຫ້ປູກຈິຕ ສຳນຶກໃຫ້ເດັກນ້ອຍ ນັກຮຽນ ເຫັນຄວາມສຳຄັນ ຂອງການລ້າງມື ຕາມທີ່ນາຍຄູສອນ ແລະ ຕາມທີ່ວິຊາການ ສາທາຣະນະສຸຂ ໂຄສະນາໃຫ້ຄວາມຮູ້ ດ້ານສຸຂອະນາໄມ, ແລະ ພາຍຫລັງມີອ່າງລ້າງມືໃໝ່ ຈະເຫັນວ່ານັກຮຽນ ແຂ່ງກັນລ້າງມື ແລະ ຈະກາຍເປັນພຶດຕິກັມ ທີ່ດີຕິດໂຕ ເມື່ອເຂົາເຈົ້າຮອດເຮືອນ ກໍຈະໝັ່ນລ້າງມື ໂດຍສະເພາະ ກ່ອນແລະ ຫລັງກິນເຂົ້າ, ຫລັງຫລິ້ນເປື້ອນ ແລະ ຫລັງເຂົ້າຫ້ອງນໍ້າ.

ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງບໍຣະຄຳໄຊ ຜູ້ດຽວກັນກັບຂ້າງເທິງ ກ່າວວ່າ:    

“ຖ້າວ່າ ຢູ່ໂຮງຮຽນຫັ້ນ ມີການປູກຈິຕ ສຳນຶກວ່າ ກິນເຂົ້າກ່ອນລ້າງມື ກິນເຂົ້າກ່ອນ ຈັບບາຍອີຫຍັງຕ່າງໆ ມັນກໍມາເຮືອນ ມັນກໍມີຈິຕ ສຳນຶກແນວນັ້ນ ຄັນເຮົາເວົ້າຢູ່ເຮືອນ ມັນຈະບໍ່ເຊື່ອຟັງ ສໍ່າເຮົາຢູ່ໂຮງຮຽນ ຍ້ອນມັນຈະແຂ່ງກັນເດ້ ອະນາໄມ ກ່ຽວກັບ 7 ຂັ້ນຕອນໃນການລ້າງມື ເນາະ ສຳລັບນາຍຄຣູເຂົາສອນ ໄປຮອດເຮືອນ ມັນຊິເຮັດແບບນັ້ນ ມັນກໍຈະມີຈິຕສຳນຶກ ສ່ວນຫລາຍມັນຈະເອົາບົທຮຽນ ຈາກໂຮງຮຽນໄປ ໃສ່ເຮືອນຫລາຍກວ່າ ເອົາຢູ່ເຮືອນໄປໃສ່ໂຮງຮຽນ.”

ອ່າງລ້າງມື ທີ່ມອບໃຫ້ໂຮງຮຽນ ທັງໝົດນັ້ນ ບໍ່ພຽງແຕ່ຊ່ວຍຫລຸດຜ່ອນ ພະຍາດດັ່ງກ່າວ ແລະ ສ້າງຄວາມດຸໝັ່ນ ໃຫ້ນັກຮຽນ ເຂົ້າຮຽນຫລາຍຂຶ້ນ ເທົ່ານັ້ນ, ແຕ່ອ່າງລ້າງມື ໄດ້ເລັ່ງໃສ່ ການຊ່ວຍເຫລືອເດັກນ້ອຍ ນັກຮຽນ ທີ່ສ່ວນໃຫຍ່ ພໍ່ແມ່ຜູ້ປົກຄອງ ໄປອອກແຮງງານ ຢູ່ນະຄອນຫລວງວຽງຈັນ, ປະເທດໄທຍ ແລະ ປະເທດວຽດນາມ ແລ້ວບໍ່ໄດ້ຮັບຄ່າຈ້າງ ແຮງງານ ຫລືບໍ່ມີວຽກເຮັດ ງານທຳ ໃນໄລຍະທີ່ມີການແຜ່ຣະບາດ ຂອງໂຄວິດ-19 ເຂົ້າເຖິງສຸຂອະນາໄມ ທີ່ດີນຳດ້ວຍ.

ດັ່ງເຈົ້າໜ້າທີ່ ອົງການແພຣນສາກົລ ປະຈຳລາວ ກ່າວໃນມື້ດຽວກັນນີ້ວ່າ:

“ໃນຊ່ວງໂຄວິດ-19 ຫັ້ນຄົນລາວກໍໄປເຮັດວຽກ ຢູ່ຕ່າງປະເທດນຳເນາະ ປະເທດໄທຍ ແລ້ວກໍເຂົ້າມາໂຕເມືອງນະຄອນຫລວງວຽງຈັນ ແລ້ວກໍໄປເຮັດວຽກຢູ່ວຽດນາມນຳ ແລ້ວເວລາເຂົາເຈົ້າກັບມາ ອັນນ່າ ຜົລກະທົບ ອັນນ່າ ພວກທີ່ໄດ້ຮັບ ອັນນ່າ ຄ່າແຮງງານ ເຣຶ່ອງແຮງງານ ຂາດວຽກເຮັດງານທຳແດ່ ມັນກ່ຽວພັນກັນ ວຽກງານໂຄວິດ-19 ຂອງພວກເຮົານີ້ ເຮົາຈະຊ່ວຍ ຜູ້ທີ່ໄດ້ຮັບຜົລກະທົບ ໃນຊ່ວງເຄາະຮ້າຍ ໃນການຣະບາດ ຂອງພະຍາດໂຄວິດ-19 ຫັ້ນ ແລ້ວເຮົານັ້ນ ເອົາຢູ່ສອງເມືອງນີ້ເນາະ.”

ໂຮງຮຽນປະຖົມສຶກສາ 6 ແຫ່ງ ທີ່ໄດ້ຮັບບູຣິມະສິດ ອ່າງລ້າງມືເປັນອັນດັບຕົ້ນໆ ປະກອບດ້ວຍ ໂຮງຮຽນປະຖົມສຶກສາບ້ານນາໄຊ, ບ້ານຜາໂປ່ງ, ບ້ານຫ້ວຍຫົງ, ບ້ານສາຍພານ, ແລະບ້ານຫົງທອງ ເມືອງທ່າພຣະບາດ ແລະ ໂຮງຮຽນປະຖົມສຶກສາ ບ້ານຜາເມືອງ ເມືອງບໍຣິຄັນ ໂດຍໂຮງຮຽນ ແຕ່ລະແຫ່ງ ຈະໄດ້ຮັບອ່າງລ້າງມື ແຫ່ງລະ 2 ອ່າງ - ອີງຕາມຂໍ້ມູນ ຈາກຫ້ອງການ ອົງການແພຣນ ສາກົລ ປະຈຳລາວ

ເມື່ອບໍ່ດົນຜ່ານມາ ກອງບັນຊາການກອງທັບ ສະຫະຣັຖອາເມຣິກາ ປະຈຳພາກພື້ນອິນໂດ-ປາຊິຟິກ ກໍໄດ້ໃຫ້ທຶນ ສນັບສນຸນກ່ຽວກັບ ການຮັກສາສຸຂ ອະນາໄມ ຄືທຶນກໍ່ສ້າງວິດຖ່າຍ ແລະ ບ່ອນລ້າງມື ຢູ່ສຸຂສາລາ ບ້ານທູນຂາມ ເມືອງພີນ ແລະ ສຸຂສາລາບ້ານດົງນາໄຊ, ສຸຂສາລາ ບ້ານນາແຂກ ເມືອງອາດສະພັງທອງ ແຂວງສວັນນະເຂດ ໂດຍແມ່ນ ສຖານເອກອັກຄະຣັຖທູຕ ສະຫະຣັຖ ອາເມຣິກາ ເປັນຜູ້ຕາງໜ້າ ມອບການຊ່ວຍເຫລືອ ເພື່ອເປັນສ່ວນນຶ່ງ ໃນການຈັດຕັ້ງປະຕິບັດ ແຜນພັທນາເສຖກິຈ-ສັງຄົມ ຂອງເມືອງ, ແຂວງ ແລະ ເປົ້າໝາຍ ການພັທນາທີ່ຢືນຢົງ ຫຼື Sustainable Development Goals (SDGs)  ຂອງປະເທດລາວ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.