ໂຄງການ ເຂື່ອນປາກແບງ ປະສົບບັນຫາ ຫຼາຍດ້ານ

ອາວະຣີ
2022.11.04
ໂຄງການ ເຂື່ອນປາກແບງ ປະສົບບັນຫາ ຫຼາຍດ້ານ ແມ່ນ້ຳຂອງ ບໍຣິເວນ ທີ່ຈະມີການສ້າງເຂື່ອນ ປາກແບງ, ວັນທີ 15 ເດືອນຕຸລາ ປີ 2022.
RFA

ໂຄງການສ້າງເຂື່ອນປາກແບງ ຊຶ່ງເປັນເຂື່ອນແມ່ນ້ຳຂອງ ຢູ່ແຂວງອຸດົມໄຊ ໃນພາກເໜືອຂອງລາວ ກຳລັງປະສົບບັນຫາ ທ້າທາຍຫຼາຍຢ່າງ. ຢ່າງນຶ່ງ ທາງການລາວ ຮຽກຮ້ອງເຈົ້າຂອງໂຄງການ ຄືບໍຣິສັດຕ້າຖັງຂອງຈີນ ໃຫ້ສຶກສາສຳຣວດ ຜົນກະທົບຢ່າງລະອຽດຕື່ມ. ອີງຕາມຂ່າວທ້ອງຖິ່ນ ຈາກແຂວງອຸດົມໄຊ, ເມື່ອເດືອນມົກກະຣາ ປີ 2022, ກົມສິ່ງແວດລ້ອມ ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ຂອງລາວ ໄດ້ເປີດກອງປະຊຸມ ຮ່ວມກັບບໍຣິສັດຕ້າຖັງ ຄະນະປົກຄອງ ແຂວງອຸດົມໄຊ, ບໍ່ແກ້ວ ແລະໄຊຍະບຸຣີ; ກອງປະຊຸມ ໄດ້ຕົກລົງຮັບເອົາ ໂດຍພື້ນຖານ ບົດປະເມີນຜົນກະທົບ ທີ່ອາດຈະເກີດຂຶ້ນຈາກເຂື່ອນປາກແບງ ແລະໄດ້ສເນີໃຫ້ເຈົ້າຂອງ ໂຄງການ ສຶກສາສຳຣວດຕື່ມ ໃນຫຼາຍໆດ້ານ ເຊັ່ນ:

  1. ສເນີໃຫ້ກົມປ່າໄມ້ ສຳຣວດຄືນວ່າ ປ່າໄມ້ໃນບໍຣິເວນ ທີ່ຈະສ້າງເຂື່ອນ ປາກແບງ ຈະຖືກທຳລາຍ ຫຼາຍເທົ່າໃດ ແລະໃຫ້ເຈົ້າຂອງໂຄງການ ຈັດງົບປະມານ ຈ່າຍຄ່າຊົດເຊີຍ ຜົນເສັຍຫາຍ ແລະປູກຕົ້ນໄມ້ແທນ;
  2. ສເນີໃຫ້ກົມທີ່ດິນ ສຳຣວດໃຫ້ຮູ້ວ່າ ທີ່ດິນຈະຖືກນ້ຳຖ້ວມ ແລະເສັຍຫາຍຫຼາຍເທົ່າໃດ;
  3. ສເນີໃຫ້ວາງແຜນຮັບມື ກັບເຫດການສຸກເສີນ ທີ່ອາດຈະເກີດຂຶ້ນ;
  4. ສເນີໃຫ້ກົມຊັພຍາກອນ ທັມມະຊາຕ ກວດກາຄືນ ແຜນເກັບນ້ຳ ແລະປ່ອຍນ້ຳ ຂອງເຂື່ອນ;
  5. ສເນີໃຫ້ ເຈົ້າຂອງໂຄງການ ເກັບກຳຜົນເສັຍຫາຍ ຕໍ່ຊັພສິນຂອງປະຊາຊົນ ຕໍ່ຜົນລະປູກ ຂອງປະຊາຊົນ, ພື້ນຖານໂຄງຮ່າງ ແລະຖນົນຫົນທາງ; ແລ້ວໃຫ້ວາງແຜນ ຈ່າຍຄ່າຊົດເຊີຍ;
  6. ສເນີໃຫ້ເຈົ້າຂອງໂຄງການ ຈັດສັນໂຍກຍ້າຍ ປະຊາຊົນ ຟືນຟູຊີວິຕການເປັນຢູ່ ແລະຊ່ວຍພັທນາຊຸມຊົນ ພ້ອມທັງ ໃຫ້ຫຼຸດຜ່ອນຜົນກະທົບລົງ ແລະ
  7. ສເນີໃຫ້ເຂື່ອນແຈ້ງເຕືອນ ເວລານ້ຳຈະຂຶ້ນ ເພື່ອບໍ່ໃຫ້ນ້ຳຖ້ວມດິນ ບ່ອນຢູ່ອາສັຍ ແລະທົ່ງໄຮ່, ທົ່ງນາ ຂອງປະຊາຊົນ.

ເມື່ອທ້າຍເດືອນຕຸລາ 2022, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງລາວທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະອອກສຽງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ່ 1 ພຶສຈິກາ 2022 ວ່າ ທາງການລາວ ໃຫ້ສຶກສາຜົລກະທົບ ແບບລະອຽດຫັ້ນແຫລະ; ມັນຈະຊ່ວຍໃຫ້ເຮົາ ທົບທວນບົດປະເມີນ ຜົນກະທົບ ຫຼື EIA ນັ້ນ ແລ້ວກໍມີຄວາມເຫັນ ແຈ້ງໃຫ້ເຈົ້າຂອງໂຄງການ ປັບປຸງໂຕບົດປະເມີນຜົນນັ້ນ, ອັນທີ່ 2 ແມ່ນ ໃຫ້ທົບທວນ ໂຕເອກສານຊ້ອນທ້າຍ ຂອງສັນຍາສັມປະທານ.”

ທາງຝ່າຍ ປະຊາຊົນລາວຫຼາຍ ກໍສັງເກດເຫັນວ່າ ໂຄງການສ້າງເຂື່ອນປາກແບງ ຫລ້າຊ້າ ວາງແຜນມາແຕ່ດົນແລ້ວ.

ດັ່ງຊາວບ້ານ ຢູ່ເມືອງຄອບ ແຂວງໄຊຍະບຸຣີ ທີ່ອາດຈະໄດ້ຮັບຜົນກະທົບ ຈາກເຂື່ອນປາກແບງ ເລົ່າສູ່ວິທະຍຸ ເອເຊັຽເສຣີ ຟັງເມື່ອວັນທີ່ 25 ຕຸລາ 2022 ວ່າ ທາງໂຄງການ ໝາຍເຂດທີ່ໄດ້ຮັບຜົນກະທົບ ໄວ້ດົນນານແລ້ວ ແຕ່ກໍມິດງຽບໄປ.

ເຫັນເຂົາເຈົ້າໝາຍໄວ້ຢູ່ ໝາຍປະໄວ້ ອັນໂຍກຍ້າຍແຕ່ລະບ່ອນ ເຫັນຢູ່ ແຕ່ດຽວນີ້ ຄືວ່າງຽບຫາຍໄປ. ຜ່ານມາເຫັນຢູ່ ເຂົາເຈົ້າໝາຍປະໄວ້ແຫຼະ. ກັງວົນຢູ່ ແຕ່ເປັນໄປບໍ່ໄດ້ ຢ້ານພັກຣັຖເພິ່ນ ເຮົາບໍ່ຊ່າງວ່າຫຍັງແຫຼະ.

ສ່ວນຊາວລາວຜູ້ນຶ່ງ ຢູ່ເມືອງປາກແບງ ແຂວງອຸດົມໄຊ ຊຶ່ງອາສັຍຢູ່ໃກ້ໆກັບເຂື່ອນ ກໍຄິດກັງວົນວ່າ ເວລາເຂື່ອນກັກນ້ຳ ນ້ຳຈະຂຶ້ນຖ້ວມທົ່ງໄຮ່ ທົ່ງນາຂອງເຂົາ.

ຜົນກະທົບນີ້ນະ ມັນຫ່າງຈາກເປົ້າໝາຍ ເຂົາເຈົ້ານີ່ ກະໄກ ລວງສູງປະມານ 15 ແມັດ ລວງສູງຖ້າມັນຂຶ້ນຢ່າງປີ 2018 ນີ່ສະ 95% ເຖິງຮ້ອຍ ມັນກໍຈະລ່ອງເຂົ້າມາ ຕາມທົ່ງນາ ອາດຈະຖ້ວມໄດ້.

ສິ່ງທ້າຍທາຍ ອີກຢ່າງນຶ່ງ ຢູ່ທາງຝັ່ງໄທຍ, ວິທະຍຸເອເຊັຽເສຣີ ຣາຍງານເມື່ອວັນທີ່ 25 ເດືອນຕຸລາ ປີ 2022 ນີ້ວ່າ ເຄືອຂ່າຍ ພາກປະຊາຊົນ ໃນແປດແຂວງ ລຸ່ມນ້ຳຂອງ ຂອງໄທຍ ໄດ້ຂຽນຈົດໝາຍເຖິງນາຍົກຣັຖມົນຕຣີໄທຍ ຮຽກຮ້ອງໃຫ້ເລື່ອນ ການເຊັນສັນຍາ ຊື້ໄຟຟ້າ ຈາກເຂື່ອນປາກແບງ ອອກໄປຢ່າງບໍ່ມີກຳນົດ. ຫຼັງຈາກນັ້ນບໍ່ດົນ ແວບໄຊຕ໌ກ່ຽວກັບພະລັງງານ “The GreenNews” ຣາຍງານວ່າ ຄະນະກັມມາທິການ ເສຖກິຈ ຂອງສະພາ (ຂອງ) ໄທຍ ກຳລັງພິຈາຣະນາ ຄຳຮ້ອງຂອງເຄື່ອຂ່າຍ ພາກປະຊາຊົນໄທຍນັ້ນຢູ່ ແລະຜ່ານມາ ໄດ້ຂຽນຈົດໝາຍ ຮຽກຮ້ອງໃຫ້ການໄຟຟ້າ ຝ່າຍຜລິດແຫ່ງປະເທດໄທຍ ຫຼື EGAT ພິຈາຣະນາ ໂຈະການເຊັນສັນຍາ ຊື້ຂາຍໄຟຟ້າ ຈາກເຂື່ອນປາກແບງນັ້ນແລ້ວ ແລະທາງຝ່າຍ ອີກັດ (EGAT) ກໍຕອບມາວ່າ ທາງອີກັດ ບໍ່ມີສິດ ແລະອຳນາດ ພໍຈະຕັດສິນໃຈ ໂຈະການເຊັນສັນຍາ ດັ່ງກ່າວໄດ້.

ບໍ່ເທົ່ານັ້ນ ເມື່ອວັນທີ່ 4 ພຶສຈິກາ 2022, ສະມາຊິກພາກປະຊາສັງຄົມໄທຍ ກໍໄດ້ຈັດກອງປະຊຸມເສວະນາ ຊຶ່ງກໍມີເຈົ້າໜ້າທີ່ໄທຍ ບາງຄົນເຂົ້າຮ່ວມ. ຜູ້ເຂົ້າຮ່ວມ ກອງປະຊຸມ ສ່ວນຫຼາຍ ມີຄຳ ເຫັນວ່າ ຣັຖບານໄທຍ ຈະຕັດສິນໃຈ ຮັບຊື້ໄຟຟ້າ ຈາກເຂື່ອນແມ່ນ້ຳຂອງ ໃນລາວ, ໃນນັ້ນລວມທັງ ເຂື່ອນປາກແບງ ແມ່ນເພື່ອຜົນປໂຍດ ຂອງນາຍທຶນ ບໍ່ແມ່ນເພື່ອຜົນປໂຍດ ຂອງປະເທດຊາຕ ແລະປະຊາຊົນໄທຍ.

ກ່ອນນີ້ ໂຄງການສ້າງເຂື່ອນ ປາກແບງ ກໍປະສົບກັບອຸບປະສັກ ຫຼາຍຢ່າງເຊັ່ນກັນ ຄື ບໍຣິສັດ ຕ້າຖັງ ຊຶ່ງເປັນຣັຖວິສາຫະກິຈ ຂອງຈີນ ສເນີສ້າງເຂື່ອນປາກແບງ ແຕ່ປີ 2007. 9 ປີຕໍ່ມາ ຣັຖບານລາວ ຈຶ່ງໄດ້ສເນີໂຄງການ ດັ່ງກ່າວຕໍ່ ຄະນະກັມມາທິການ ແມ່ນ້ຳຂອງສາກົລ ຊຶ່ງກໍໄດ້ຈັດ ກອງປະຊຸມ ຫາລືເບື້ອງຕົ້ນກ່ຽວກັບ ໂຄງການ ເຂື່ອນປາກແບງນີ້ ເມື່ອທ້າຍປີ 2016 ແລະຕົ້ນປີ 2017; ສະມາຊິກ ພາກປະຊາສັງຄົມໄທຍ ທີ່ເຂົ້າຮ່ວມກອງປະຊຸມເຫຼົ່ານັ້ນ ຮຽກຮ້ອງໃຫ້ ຜູ້ຈະສ້າງເຂື່ອນ ສຶກສາສຳຣວດ ຜົນກະທົບຢ່າງຄັກແນ່ ຄືນໃໝ່ ໂດຍສະເພາະ ຜົນກະທົບຂ້າມຊາຍແດນ. ຕໍ່ມາ ເມື່ອເດືອນເມສາ ປີ 2022, ເຈົ້າໜ້າທີ່ ການໄຟຟ້າ ຝ່າຍຜລິດ ແຫ່ງປະເທດໄທຍ ກ່າວຕໍ່ວິທະຍຸ ເອເຊັຽເສຣີ ໃນເວລານັ້ນວ່າ ຣັຖບານໄທ ມີແຜນ ຈະເຊັນສັນຍາ ຊື້ໄຟຟ້າຈາກເຂື່ອນປາກແບງ ຂອງລາວພາຍໃນປີ 2022 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.