ເຣື້ອງທີ່ເກັບບັນທຶກໄວ້
2023-07-14
ເອກຊົນໄທຍ ກຳລັງດຳເນີນການສ້າງ ໂຮງກັ່ນນ້ຳມັນ ຂນາດນ້ອຍ ເພື່ອຜລິດນ້ຳມັນ ຢູ່ໃນເຂດເສຖກິຈພິເສດ ທ່າແຂກ ໂດຍຄາດວ່າ ຈະສາມາດຜລິດນ້ຳມັນ ໃນປີ 2024, ສ່ວນຜູ້ປະກອບການ ທຸຣະກິຈນ້ຳມັນ ເຊື່ອວ່າ ຈະບໍ່ສາມາດຊ່ວຍ ໃຫ້ລາຄານ້ຳມັນ ຫຼຸດລົງໄດ້ ແຕ່ຢ່າງໃດ.
2023-07-14
ມີການຮຽກຮ້ອງ ໃຫ້ຣັຖບານເພີ່ມໂຄຕ້າ ຣັຖກອນຄູໃຫ້ຫຼາຍຂຶ້ນ ໃນແຕ່ລະປີ ລວມເຖິງຂໍໃຫ້ອະນຸດມັດເງິນເດືອນ ເພື່ອຈ່າຍໃຫ້ຄູອາສານໍາດ້ວຍ ເນື່ອງບັນຫາດັ່ງກ່າວສົ່ງຜົລໃຫ້ ໂຮງຮຽນໃນທົ່ວໄປະເທດຂາດແຄນຄຣູສອນ ແລະມີຜົລໃນທາງລົບ ຕໍ່ຄຸນນະພາບການສຶກສາ ໂດຍລວມ.
2023-07-14
ເກີດມີເຫດການ ຊາວຈີນລັກນຳທ່ຽວ ຫຼື ໄກດ໌ເຖື່ອນຊາວຈີນ ຈໍານວນນຶ່ງ ນຳພານັກທ່ອງທ່ຽວຈີນ ເຂົ້າມາທ່ຽວ ແຂວງຫຼວງພຣະບາງ ເຮັດໃຫ້ພະນັກງານນຳທ່ຽວ ໃນທ້ອງຖິ່ນ ເຊິ່ງເປັນພະນັກງານ ທີ່ຖືກຕ້ອງຕາມກົດໝາຍ ໄດ້ຮັບຜົລກະທົບ.
2023-07-13
ຣັຖບານລາວ ຈັດສັນງົບປະມານ ສໍາລັບການຮັກສາສຸຂພາບ ພຽງ 68 ໂດລ້າຣ໌ ສະຫະຣັຖ ຕໍ່ຄົນ ຕໍ່ປີ ເປັນອັນດັບ 143 ຂອງຈໍານວນ 179 ປະເທດ, ນີ້ຖືວ່າຕໍ່າຫຼາຍ ເມື່ອທຽບໃສ່ປະເທດ ທີ່ມີລາຍຮັບປານກາງ ທີ່ຈັດສັນງົບປະມານສູງ ເກືອບເຖິງ 300 ໂດລ້າຣ໌ ສະຫະຣັຖ ຕໍ່ຄົນຕໍ່ປີ.
2023-07-13
ນັກຮຽນປະລະການຮຽນ ເພື່ອອອກໄປເຮັດວຽກ ແລະ ຄົນລາວ ໄປຊອກເຮັດວຽກ ຢູ່ໄທຍ ຍ້ອນບັນຫາເສຖກິຈ, ເງິນກີບເຟີ້, ສິນຄ້າແພງ ສະນັ້ນການສຶກສາ ຈຶ່ງເປັນເຣື່ອງລອງລົງມາ ຈາກການມີວຽກເຮັດງານທຳ ເພື່ອປະຄອງຊີວິດ ໃຫ້ລອດພົ້ນຈາກພິດພັຍ ເສຖກິຈ ທີ່ແມ່ນແຕ່ ພາກຣັຖ ຍັງບໍ່ສາມາດແກ້ໄຂໄດ້.
2023-07-13
ຣັຖວິສາຫະກິຈ ຂອງຈີນ ໄດ້ເຊັນສັນຍາຮ່ວມຫຸ້ນ ກັບຣັຖວິສາຫະກິຈໄຟຟ້າລາວ ເພື່ອຕັ້ງບໍຣິສັດສາຍສົ່ງໄຟຟ້າ ແຫ່ງຊາຕລາວ ທີ່ຈະເຊື່ອມຈອດສາຍສົ່ງໄຟຟ້າ ໃນປະເທດ ໃຫ້ເປັນລະບົບດຽວກັນ ແລະ ເປັນບ່ອນຮອງຮັບ ໃນການຊື້ໄຟຟ້າ ແລະ ຂາຍອອກ.
2023-07-13
ສິນຄ້າປອມ ແລະ ສິນຄ້າເຖື່ອນ ກຳລັງຣະບາດຫຼາຍ ໂດຍສະເພາະແປ້ງນົວ, ຖ່ານໄຟສາຍ, ນໍ້າມັນເຄື່ອງ, ອາຫານທະເລ ແລະເບັຍ ຊຶ່ງສິນຄ້າເຫຼົ່ານັ້ນ ຈະຖືກທຳລາຍຖິ້ມເມື່ອຖືກຍຶດ, ແຕ່ດ້ວຍຂີດຈຳກັດທາງດ້ານເທັກນິກ ວິຊາການ, ເຈົ້າໜ້າບໍ່ສາມາດ ກວດກາໄດ້ທົ່ວເຖິງ.
2023-07-13
ທາງການຈີນ ແລະ ນັກທຸຣະກິຈຈີນ ໄດ້ທະຍອຍເດີນທາງມາລົງທຶນ ດ້ານກະສິກັມປູກຝັງພືດປະເພດຕ່າງໆ ທົ່ວແຂວງຫຼວງນໍ້າທາ ບໍ່ວ່າຈະເປັນເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ, ການລົງທຶນ ຂອງຈີນ ເພີ່ມຂຶ້ນເລື້ອຍໆ ພາຍຫຼັງການແຜ່ຣະບາດ ຂອງໂຄວິດ-19 ຫຼຸດຜ່ອນລົງ.
2023-07-12
ປະຊາຊົນລາວ ໃນຫລາຍພື້ນທີ່ ໄດ້ຮັບຜົລກະທົບ ຈາກການໃຫ້ສັມປະທານທີ່ດິນ ແກ່ນັກລົງທຶນ, ຊຶ່ງເຮັດໃຫ້ເຂົາເຈົ້າ ບໍ່ມີທີ່ດິນປູກຝັງ ແລະ ບ່ອນຫາຢູ່ຫາກິນ ສ້າງຄວາມເດືອດຮ້ອນ ໃຫ້ຊາວບ້ານ ແທນການແກ້ໄຂບັນຫາ ໂດຍສະເພາະ ກະທົບສິ່ງແວດລ້ອມ ແລະ ສັງຄົມນຳດ້ວຍ.
2023-07-12
ພາກທຸຣະກິຈຢູ່ລາວ ພວມປະເຊີນກັບການປັບຂຶ້ນຄ່າໄຟຟ້າ ຮອບໃໝ່ ເຊິ່ງຄ່າໄຟຟ້າ ໄລຍະທີ 2 ນີ້ ຈະປັບຂຶ້ນໃນລະຫວ່າງ 3.8% ແລະ 10.5% ຈາກໄລຍະທຳອິດ ຂຶ້ນກັບປະເພດຂ ແລະຂນາດແຮງດັນໄຟຟ້າ ແລະ ຈະສືບຕໍ່ປັບຂຶ້ນອີກ.
2023-07-12
ລາວ ແລະ ຈີນ ລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ເພື່ອຮ່ວມມື ດ້ານວິຊາການ, ການສ້າງສູນຄົ້ນຄວ້າ ການສຶກສາ ສໍາລັບເດັກນ້ອຍ ລາວ-ຈີນ ຝຶກອົບຮົມຄຣູສອນເດັກນ້ອຍ ອະນຸບານ ຢູ່ລາວ ແລະ ແລກປ່ຽນປະສົບການ ໃນການຈັດການຮຽນ-ການສອນ ໃນຊັ້ນອະນຸບານ ຂອງລາວ ແລະ ຈີນ.
2023-07-12
ຈີນ ມີໂຄຕ້າຮັບຊື້ງົວຈາກລາວ ຈໍານວນ 500,000 ໂຕ ໃນປີ 2023, ແຕ່ຊາວກະສິກອນ ອາດບໍ່ ສາມາດ ສນອງໄດ້ ຍ້ອນວ່າ ຄຸນນະພາບງົວ ທີ່ລ້ຽງຢູ່ ສປປ ລາວ ບໍ່ໄດ້ຕາມມາຕຖານ ທີ່ຈີນຕ້ອງການ ເຊິ່ງງົວຕ້ອງອາຍຸບໍ່ເກີນ 4 ປີ, ນໍ້າໜັກບໍ່ຕໍ່າກວ່າ 350 ກິໂລກຣາມ ແລະ ຕ້ອງບໍ່ມີພະຍາດ.
2023-07-12
ເຂື່ອນໄຟຟ້າ ຫລວງພຣະບາງ ໄດ້ຮັບການກໍ່ສ້າງ ຢ່າງເປັນທາງການ ຫລັງຈາກໄທຍເຊັນສັນຍາ ຊື້-ຂາຍໄຟຟ້າ ຂະນະທີ່ ຢູແນັສໂກ ຮັບຜ່ານບົດປະເມີນຜົລ ກະທົບຕໍ່ເມືອງມໍຣະດົກໂລກ ເຖິງຈະຍັງເປັນຫ່ວງນໍາຜົລກະທົບນັ້ນກໍຕາມ.
2023-07-11
ບໍຣິສັດ ຂອງນັກລົງທຶນ ວຽດນາມ ກໍາລັງສຶກສາ ຄວາມເປັນໄປໄດ້ ໂຄງການພະລັງງານລົມ ຂນາດ 1,220 ເມກາວັດ ໃນເນື້ອທີ່ 2,687 ເຮັກຕ້າຣ໌ ຢູ່ຈຸດສຸມລະໂກ ເມືອງເຊໂປນ ແຂວງສວັນນະເຂດ ສ່ວນໄຟຟ້າທີ່ຜລິດໄດ້ຈະຂາຍໃຫ້ວຽດນາມ.
2023-07-11
ປ່າສງວນແຫ່ງຊາຕ 19 ແຫ່ງ ແລະ ເຂດອຸທິຍານແຫ່ງຊາຕ ອີກ 6 ແຫ່ງ ຊຶ່ງເນື້ອທີ່ທັງໝົດ ປະມານ 4 ລ້ານປາຍເຮັກຕ້າຣ໌ ແລະປັດຈຸປັນນີ້ ກຳລັງປະເຊີນກັບການຖືກບຸກລຸກ ຫຼາຍຂຶ້ນ ທັງຈາກນັກລົງທຶນ, ຣັຖບານເອງ ທີ່ຕັດໄມ້ທໍາລາຍປ່າ ແລະ ຊາວບ້ານຈໍານວນນຶ່ງ ທີ່ບໍ່ມີດິນເພື່ອການກະເສດ ໄດ້ບຸກລຸກປ່າເພື່ອເຮັດໄຮ່.