ລາວ-ຈີນ ລົງນາມ ຮ່ວມມືດ້ານການສຶກສາ ລະຫວ່າງ 2 ວິທຍາໄລ

ລາວ ແລະ ຈີນ ລົງນາມໃນບົດບັນທຶກ ຄວາມເຂົ້າໃຈ ເພື່ອຮ່ວມມື ດ້ານວິຊາການ, ການສ້າງສູນຄົ້ນຄວ້າ ການສຶກສາ ສໍາລັບເດັກນ້ອຍ ລາວ-ຈີນ ຝຶກອົບຮົມຄຣູສອນເດັກນ້ອຍ ອະນຸບານ ຢູ່ລາວ ແລະ ແລກປ່ຽນປະສົບການ ໃນການຈັດການຮຽນ-ການສອນ ໃນຊັ້ນອະນຸບານ ຂອງລາວ ແລະ ຈີນ.
ຈຳປາທອງ
2023.07.12
ລາວ-ຈີນ ລົງນາມ ຮ່ວມມືດ້ານການສຶກສາ ລະຫວ່າງ 2 ວິທຍາໄລ ພິທີລົງນາມ ບົດບັນທຶກ ຄວາມເຂົ້າໃຈ (MOU) ລະຫວ່າງ ວິທຍາໄລຄຣູ ດົງຄຳຊ້າງ ແລະ ວິທຍາໄລ ເຕັກນິກ ວິຊາຊິບ ຫຼູໂຈ່ວ. ທີ່ວິທຍາໄລ ດົງຄຳຊ້າງ, ນະຄອນຫຼວງວຽງຈັນ ວັນທີ 6 ກໍຣະກະດາ 2023.
ຂອບໃຈຮູບພາບຈາກເພຈ ວິທຍາໄລຄຣູ ດົງຄຳຊ້າງ

ວິທຍາໄລຍຄຣູ ດົງຄໍາຊ້າງ ແລະວິທຍາໄລເຕັກນິກ ວິຊາຊີບ ຫລູໂຈ່ວ ຂອງຈີນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ກັນ ຫລື MOU ກ່ຽວກັບການຮ່ວມມື ຕຣຽມສ້າງ “ສູນຄົ້ນຄວ້າ ການສຶກສາ ສໍາລັບເດັກນ້ອຍ ລາວ-ຈີນ” ໃນມື້ວັນທີ 6 ກໍຣະກະດາ 2023 ນີ້ ເພື່ອສ້າງຄຣູອະນຸບານ ແລະແລກປ່ຽນປະສົບການ ໃນການຈັດການສອນ ຂອງລາວ ແລະຈີນ ເຮັດໃຫ້ຄຣູອະນຸບານ ໃນລາວ ມີຄວາມຮູ້ ຄວາມສາມາດ ໃນການສິດສອນ ເດັກນ້ອຍຢ່າງມີຄຸນນະພາບ. ນັກຮຽນທີ່ຮຽນຈົບຊັ້ນ ມ.5 ຂຶ້ນໄປ ສາມາດຮຽນຫລັກສູດ ສ້າງຄຣູອະນຸບານຊັ້ນສູງ ແລະຊັ້ນປຣິນຍາຕຣີ ຢູ່ສູນດັ່ງກ່າວໄດ້, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ກ່ຽວ ຂ້ອງ ກະຊວງສຶກສາທິການ ແລະກິລາ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ກໍຣະກະດານີ້.

“ຄຣູອະນຸບານ ໝາຍຄວາມວ່າ ເຮົາຊິແມ່ນໄປເອົາເດັກນ້ອຍ. ມ້ຽນຂີ້ມ້ຽນຍ່ຽວ ບໍ່ແມ່ນ. ເຮົາແມ່ນສອນ ຜູ້ທີ່ຈະໄປເປັນຄຣູ ອະນຸບານ. ອັນທີ່ຈົບ ມ.6, ມ.7 ອິຫຍັງທີ່ວ່າ ຈະໄປສອນອະນຸບານ ຫັ້ນ ຕ້ອງໄດ້ມາຜ່ານການສຶກສາ ສ້າງຄຣູຢູ່ນີ້ກ່ອນ. ຖ້າວ່າຊັ້ນສູງ ກໍຈະແມ່ນ 3 ປີ ຢູ່ນີ້ ຖ້າປຣິນຍາຕຣີ ກໍຈະແມ່ນ 4 ປີຈັ່ງຊີ້ນ່າ. ອອກໄປຢັ້ງຢືນໃຫ້ເຈົ້າໄດ໋ ເຈົ້າຈຶ່ງສາມາດໄປສອນໄດ້. ຈີນກໍສາມາດມາຮຽນນໍາເຮົາໄດ້ ເຮົາກໍສາມາດໄປຮຽນນໍາຈີນໄດ້. ແບບລາວ-ເກົາຫລີໃຕ້ ຫັ້ນແຫລະ. ອັນນີ້ກໍ ລາວ-ຈີນ.”

ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ວິທຍາໄລຄຣູ ດົງຄໍາຊ້າງ ເວົ້າເຖິງຫລັກສູດທີ່ວ່ານັ້ນ ຢູ່ສູນນີ້ວ່າ ເປັນຫລັກສູດພາສາຈີນ ໂດຍມີການແປ ເປັນພາສາລາວ ຜ່ານກົມສ້າງຄຣູ. ຫລັກສູດນີ້ ບໍ່ແມ່ນການປັບປຸງຫລັກສູດສ້າງຄຣູ ອະນຸບານ, ແຕ່ເປັນຫລັກສູດ ເພື່ອແລກປ່ຽນ ປະສົບການ ໃນການຈັດການສອນ ຂອງລາວ ແລະຈີນ ແລະກ່ອນທີ່ຈະມີການເຊັນ MOU ທາງຄະນະຄຣູ ຈາກວິທຍາໄລ ເຕັກນິກວິຊາຊີບ ຫລູໂຈ່ວ ກໍໄດ້ເຂົ້າມາຝຶກອົບຮົມ ໄລຍະສັ້ນ ໃຫ້ຄຣູອະນຸບານລາວ.

ດັ່ງທີ່ທ່ານກ່າວວ່າ:

“ບໍ່ແມ່ນປັບປຸງໂຕນີ້ ແຕ່ວ່າມາແລກປ່ຽນວ່າຊັ້ນສາ. ສົນທະນາກັນແບບວ່າ ລາວຈະໄປຮຽນຈີນ, ຈີນກໍຈະມາຮຽນລາວ ແບບນີ້ນ່າ. ຫລັກສູດນີ້ ເພິ່ນກໍເວົ້າເປັນພາສາຈີນ ແຕ່ວ່າມັນມີພາສາແປເປັນລາວ. ຊ່ວງເພິ່ນຊິເຊັນ MOU ເພິ່ນກໍມາຝຶກໃຫ້ຄຣູລ້ຽງເດັກ ອະນຸບານ ຂອງເຮົາ. ເພິ່ນກໍມາຝຶກໃຫ້ໄລຍະ 3 ມື້ ແລ້ວເພິ່ນກໍອອກໃບຢັ້ງຢືນໃຫ້.

ອີງຕາມຂໍ້ມູນ ທີ່ບໍ່ເປັນທາງການ, ສູນຄົ້ນຄວ້າການສຶກສາ ສໍາລັບເດັກນ້ອຍ ລາວ-ຈີນ ແມ່ນມີເປົ້າໝາຍສ້າງແຕ່ຄຣູອະນຸບານ ເທົ່ານັ້ນ ເນື່ອງຈາກທາງຈີນ ອາດເຫັນວ່າ ຄຣູອະນຸບານ ຢູ່ປະເທດລາວ ຍັງບໍ່ມີຄວາມເຂັ້ມແຂງ ຈຶ່ງສ້າງສູນດັ່ງ ກ່າວນີ້ໃຫ້ ເພື່ອຊ່ອຍໃຫ້ຄຣູອະນຸບານລາວ ເຂັ້ມແຂງ ແລະສ້າງສາຍສໍາພັນນໍາກັນ, ແຕ່ຍັງບໍ່ມີກໍານົດວ່າ ຈະເປີດໃຊ້ສູນນີ້ໄດ້ເມື່ອໃດ. ນັກສຶກສາ ຜູ້ສົນໃຈຢາກຈະຮຽນຕໍ່ ຄຣູອະນຸບານ ຢູ່ສູນດັ່ງກ່າວ ຕ້ອງໄດ້ເສັຍຄ່າຮຽນ, ຄ່າທີ່ພັກ, ຄ່າກິນ ແລະອື່ນໆເອົາເອງທັງໝົດ.

ດັ່ງເຈົ້າໜ້າທີ່ ປະສານງານ ລະຫວ່າງວິທຍາໄລຄຣູ ດົງຄໍາຊ້າງ ແລະວິທຍາໄລ ເຕັກນິກວິຊາຊີບ ຫລູໂຈ່ວ ຂອງຈີນ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 12 ກໍຣະກະດານີ້ວ່າ:

“ເຊັນ MOU ໂຕນີ້. ເພິ່ນຊິສ້າງສູນອະນຸບານ ລາວ-ຈີນ. ເປົ້າໝາຍເພິ່ນເລັ່ງໃສ່ແຕ່ອະນຸບານ. ມີວິທຍາໄລຄຣູ ສໍາລັບສາຍຄຣູອະນຸບານເລີຍ. ບໍ່ຮູ້, ສູນນີ້ເພິ່ນຊິເປີດມື້ໃດເນາະ, ແຕ່ວ່າ ຜູ້ມາຮຽນວິທຍາໄລຄຣູ ແມ່ນເຮົາ (ຜູ້ຮຽນ) ຈ່າຍເອງໝົດ, ແຕ່ບ້ານເຂົາເຈົ້າ ຄຣູອະນຸບານມັນແຂງເນາະ. ແລ້ວເຂົາເຈົ້າກໍມາທຽບໃສ່ບ້ານເຮົາ ແລ້ວເຂົາເຈົ້າຊິສ້າງສູນຮ່ວມກັນ. ນັກສຶກສາລາວ ກັບນັກສຶກສາຈີນ ໂອກາດເຂົາກະຊິໄປຖອດຖອນບົດຮຽນ ນໍາກັນເດ໋.”

ພ້ອມດຽວກັນນັ້ນ ປະຊາຊົນຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ຜູ້ນຶ່ງ ກໍເວົ້າເຖິງສະພາບຕົວຈິງຂອງຄຣູອະນຸບານ ຢູ່ເຂດຊົນບົດວ່າ ມີຈໍານວນບໍ່ພຽງພໍ ກັບຄວາມຕ້ອງການ ຂອງເດັກນ້ອຍນັກຮຽນ ເປັນຕົ້ນຢູ່ໃນກຸ່ມບ້ານຫ້ວຍພວນ ເມືອງໄຊຍະບູຣີ ນີ້ ມີທັງໝົດ 6 ບ້ານ ແຕ່ມີພຽງບ້ານນາກວາງ ບ້ານດຽວ ທີ່ມີໂຮງຮຽນຊັ້ນອະນຸບານ ແລະມີແຕ່ຊັ້ນອະນຸບານ 3 ຫລື ປ.ກຽມ, ຢາກໃຫ້ມີແຕ່ຊັ້ນອະນຸບານ 1 ເຖິງອະນຸບານ 3. ຢູ່ເຂດນອກ ເດັກນ້ອຍສ່ວນໃຫຍ່ ບໍ່ໄດ້ຮຽນຊັ້ນອະນຸບານເລີຍ. ດັ່ງນັ້ນຈຶ່ງເຫັນດີໃນເຣື່ອງການຮ່ວມມື ສ້າງສູນຄົ້ນຄວ້າ ການສຶກສາສໍາລັບເດັກນ້ອຍ ລາວ-ຈີນ ໂດຍຫວັງວ່າ ຈະມີຄຣູອະນຸບານ ທີ່ຮຽນຈົບ ຊັ້ນສູງ ມາສອນເດັກນ້ອຍ.

“ກໍຊິເປັນຜົລດີຢູ່ ເພາະວ່າສ່ວນຫລາຍນີ້ ເຂດນອກມັນຈະບໍ່ໄດ້ຜ່ານອະນຸບານເນາະ. ມີແຕ່ວ່າບາງຄົນກໍເຂົ້າ ປ.1 ບາດດຽວ. ບາງຄົນກໍຜ່ານແຕ່ ປ.ກຽມ, 5 ປີ ຫັ້ນ. ຢາກມີຄຣູອະນຸບານ, ອະນຸບານ 1, ອະນຸບານ 2 ໄປນີ້ຍິ່ງດີ ເພາະວ່າ ຄຣູປັດຈຸບັນເຫລືອໜ້ອຍ ຄຣູອາສາແລ້ວເຂົາເຈົ້າອອກໄປ. ປັດຈຸບັນຢູ່ກຸ່ມນີ້ ກໍມີແຕ່ນາກວາງຫັ້ນບ້ານດຽວ ມີແຕ່ອະນຸບານ 3.”

ອີງຕາມຂໍ້ມູນ ທີ່ບໍ່ເປັນທາງການ ຈາກວິທຍາໄລຄຣູ ດົງຄໍາຊ້າງ, ສູນຄົ້ນຄວ້າການສຶກສາ ສໍາລັບເດັກນ້ອຍ ລາວ-ຈີນ ມີກໍານົດຮ່ວມມື ທາງດ້ານວິຊາການ ເພື່ອພັທນາຊັພຍາກອນມະນຸສ ຂອງລາວ ເປັນເວລາ 3 ປີ ນັບຕັ້ງແຕ່ມື້ເຊັນ MOU ເປັນຕົ້ນໄປ. ຖ້າຄົບກໍານົດ 3 ປີ ແຕ່ການສ້າງສູນນັ້ນບໍ່ແລ້ວ ຖ້າ 2 ຝ່າຍຢາກສ້າງຕໍ່ ກໍສາມາດຕົກລົງກັນສືບຕໍ່ ສ້າງຈົນໃຫ້ແລ້ວໄດ້.

ສູນຄົ້ນຄວ້າການສຶກ ສາສໍາລັບເດັກນ້ອຍ ລາວ-ຈີນ ທີ່ຈີນຊ່ອຍເຫລືອ ບໍ່ຄືກັບທຶນທີ່ອົງການສາກົລ ບີຄວາ ຂອງຣັຖບານອອສເຕຣເລັຍ ຊ່ອຍກະຊວງສຶກສາທິການ ແລະກິລາ ໃນການປັບປຸງຫລັກສູດຊັ້ນປະຖົມ ແຫ່ງຊາຕ ຄືແຕ່ຊັ້ນ ປ.1 ເຖິງ ປ.5.

ສູນຄົ້ນຄວ້າການສຶກສານີ້ ເປັນການແລກປ່ຽນປະສົບການ ໃນການຈັດການສອນ ແລະການຖອດຖອນບົດຮຽນ ຂອງນັກສຶກສາຄຣູ ລະຫວ່າງ ລາວ ແລະຈີນ ແລະເຣື່ອງຄ່າໃຊ້ຈ່າຍ ຫລາຍຢ່າງ ແມ່ນທັງ 2 ຝ່າຍ ຕ້ອງຮັບຜິດຊອບເອົາເອງ, ອີງຕາມຂໍ້ມູນ ຈາກວິທຍາໄລຄຣູ ດົງຄໍາຊ້າງ. 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.