ໃນທົ່ວປະເທດ ຂາດແຄນຄຣູສອນ ຫຼາຍຂຶ້ນ ເປັນບັນຫາຊ້ຳເຮື້ອ
2023.07.14

ປັດຈຸບັນ ຢູ່ປະເທດລາວ ຍັງມີບັນຫາ ການຂາດແຄນຄຣູສອນ ຈໍານວນຫຼາຍ ແຕ່ຣັຖບານຍັງບໍ່ສາມາດແກ້ໄຂໄດ້. ຢູ່ໃນກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງ ສະພາແຫ່ງຊາຕ ຊຸດທີ 9 ຫຼື ກອງປະຊຸມສະພາ, ສະມາ ຊິກສະພາແຫ່ງຊາຕ ແຂວງ ສວັນນະເຂດ ໄດ້ຂໍໃຫ້ຣັຖບານເພີ່ມໂຄຕ້າຣັຖກອນຄຣູ ໃຫ້ຫຼາຍຂຶ້ນໃນແຕ່ລະປີ ລວມເຖິງ ຂໍໃຫ້ອະນຸດມັດເງິນເດືອນ ເພື່ອຈ່າຍໃຫ້ຄຣູອາສານໍາດ້ວຍ ເພື່ອຈະໄດ້ມີຄຣູສອນພຽງພໍ.
ໃນແຂວງສວັນນະເຂດ ມີຄຣູ 200 ປາຍຄົນ, ມີໂຮງຮຽນປິດໄປແລ້ວ 7 ແຫ່ງ, ແຕ່ ຍັງເຫຼືອໂຮງຮຽນ 21 ແຫ່ງ ທີ່ມີແຕ່ຄຣູອາສາ ແລະ ຄຣູອາສາຫຼາຍຄົນລາອອກ. ສ່ວນໂຄຕ້າຣັຖກອນຄຣູ ທີ່ຣັຖບານໃຫ້ມາ ໃນປີ 2023 ນີ້ ພາຍໃນແຂວງສວັນນະເຂດ ໄດ້ພຽງແຕ່ 47 ຄົນ ເທົ່ານັ້ນ. ຖ້າກະຈາຍໄປ 15 ເມືອງໃນແຂວງສວັນນະເຂດ ຈະໄດ້ເມືອງລະປະມານ 3 ຄົນ.
ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງສວັນນະເຂດ ທ່ານນຶ່ງ ກ່າວວ່າ ສ່ວນໃຫຍ່ໂຮງຮຽນທີ່ຂາດແຄນຄຣູສອນ ເປັນໂຮງຮຽນປະຖົມ ຢູ່ເຂດຊົນນະບົດ ທີ່ເຂົ້າເຖິງຍາກ ເຮັດໃຫ້ຄຣູຕ່າງຖິ່ນ ບໍ່ຢາກເຂົ້າໄປສອນ ແລະ ທີ່ຜ່ານມາ ຕ້ອງອາໄສແຕ່ຄຣູອາສາ ໃນເຂດຊົນນະບົດ ແຕ່ຄຣູອາສາອອກຫຼາຍ ຍ້ອນວ່າ ບາງຄົນ ສອນມາ 7-8 ປີ ບໍ່ໄດ້ຮັບເງິນເດືອນ ແລະ ບໍ່ໄດ້ຖືກບັນຈຸເປັນຣັຖກອນຄຣູ.
ຢູ່ນະຄອນຫລວງວຽງຈັນ ຂາດແຄນຄຣູສອນເຖິງ 900 ຄົນ ໃນປີ 2023 ອິີງຕາມຂໍ້ມູນ ຈາກຜແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ. ໃນປີ 2023 ຣັຖບານໄດ້ອະນຸມັດໂຄຕ້າ ຣັຖກອນຄຣູໃຫ້ນະຄອນຫລວງວຽງຈັນ 16 ຄົນ ເທົ່ານັ້ນ ແຕ່ບໍ່ພຽງພໍກັບຄວາມຕ້ອງການ ໃນຂະນະທີ່ ມີໂຮງຮຽນຖືກປິດ 7 ແຫ່ງ ຍ້ອນບໍ່ມີຄຣູສອນພຽງພໍ.
ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ກ່າວວ່າ:
“ຂາດຄຣູ ນີ້ມັນຄືກັນທົ່ວປະເທດ. ຢູ່ນະຄອນຫລວງ ເຮົາຕ້ອງການຄຣູ 900 ປາຍ ຄົນພຸ້ນເດ້ ຄ່ອຍຈັ່ງຈະພຽງພໍ. ການປິດໂຮງຮຽນ ພວກເຮົາກໍມີ. ຄັນນັກຮຽນໜ້ອຍ, ຄຣູໜ້ອຍ ເອົາກໍໂຮມໄປໃສ່ໂຮງຮຽນໃຫຍ່. ປີ 2021 ມານີ້ເຮົາໂຮມໂຮງຮຽນ 7 ແຫ່່ງແລ້ວເດ້. ຢູ່ນະຄອນຫລວງ ປີກາຍນີ້ ເຮົາກໍໂຮມ 2-3 ແຫ່ງ. ຄຣູກໍບໍ່ພໍ ມັນເລີຍຕ້ອງຈໍາເປັນ ຕ້ອງໄດ້ໂຮມໂຮງຮຽນ.”
ຢູ່ເມືອງຊຽງເງິນ ແຂວງຫລວງພຣະບາງ ມີຄຣູສອນ ປະມານ 100 ຄົນ ແລະ ຄຣູອາສາ ໄດ້ອອກຫຼາຍ. ເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະ ກິລາ ເມືອງຊຽງເງິນ ໄດ້ກ່າວວ່າ:
“ຢູ່ເມືອງຊຽງເງິນ ພວກເຮົາ ແລະ ແມ່ນຄຣູຂາດ ແມ່ນຂັ້ນປະຖົມ ປະມານຢູ່ 100 ກວ່າຄົນ ແລ້ວ ມັທຍົມ ກໍເປັນຈໍານວນບາງສ່ວນ. ເຣື່ອງບັນຫາຄຸນນະພາບການສຶກສາ ຂອງພວກເຮົານີ້ ກໍອາດຈະບໍ່ໄດ້ ເມື່ອກ່ອນ. ອີງໃສ່ຄຣູອາສາສະມັກ ພາຍຫຼັງທີ່ໂຕເລກ ໂຄຕ້າຣັຖບານສນອງ ໃຫ້ໂຄເລກຈໍາກັດ. ເຮັດໃຫ້ທາງຄຣູອາສາສະມັກ ມີການທໍ້ຖອຍ ລາອອກຈາກໜ້າທີ່.”
ເຈົ້າໜ້າທີ່ ຫ້ອງການສຶກາທິການ ແລະ ກິລາ ເມືອງຊຽງເງິນ ກ່າວຕື່ມວ່າ ປັດຈຸບັນນີ້ ຄຣູທີ່ເປັນຣັຖກອນ ສ່ວນໃຫຍ່ອາຍຸຫຼາຍ ມີແຕ່ຜູ້ອາວຸໂສ ໃກ້ຈະບໍານານແລ້ວ ເມື່ອອາຍຸຫຼາຍບັນຫາສຸຂພາບກໍຕາມມາ ແຕ່ການພັທນາຄຣູ ທີ່ເປັນໄວໜຸ່ມກັບໜ້ອຍຖອຍລົງ ເຊິ່ງແນ່ນອນວ່າ ກໍຈະເຮັດໃຫ້ໃນຕໍ່ໜ້າ ມີການຂາດແຄນຄຣູຕື່ມໄປອີກ, ຖ້າຣັຖບານຍັງບໍ່ແກ້ໄຂ ຫຼື ເພີ່ມໂຄຕ້າ ໃຫ້ມີຄຣູສອນພຽງພໍ.
ຢູ່ແຂວງໄຊຍະບູລີ ກໍຕ້ອງການຄຣູ ປະມານ 100 ຄົນ ແຕ່ຍັງບໍ່ມີການປິດໂຮງຮຽນ.
ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງໄຊຍະບູລີ ໄດ້ກ່າວວ່າ:
“ການສນອງໂຄຕ້າຄຣູນີ້ ມັນຫຼຸດລົງ. ການສູນເສັຽເຮົາມັນຫຼາຍ ໂຕຢ່າງວ່າ ໄດ້ຮັບໂຄຕ້າປີນີ້ 10 ປາຍ. ບໍານັດ, ບໍານານ ເຮົາເສັຽຊີວິດປີນຶ່ງ ມັນ ກໍ 100 ປາຍ. ທົ່ວແຂວງເຮົານີ້ນ່າ ດຽວນີ້ ຄຣູອາສາກໍອອກ ແຕ່ລະປີ ກໍຫຼາຍ ແລ້ວ ເພີ່ນກໍໄປປະກອບອາຊີບອື່ນ ທີ່ມີເງື່ອນໄຂເນາະ. ສະພາບເສຖກິຈເຮົາມັນຖົດຖອຍເນາະ. ປະຖົມນີ້ ຖືວ່າ ຄຣູຜູ້ນຶ່ງຖືວ່າ ສອນ 2-3 ໂຮງຮຽນ. ຢູ່ໃນເຂດໃນເມືອງ ແຕ່ເຂດຊົນນະບົດເຮົາກໍແກ້ໄຂຢາກຢູ່ດອກ.”
ຢູ່ເມືອງສນາມໄຊ ແຂວງ ອັດຕະປື ມີການຂາດແຄນຄຣູເຊັ່ນດຽວກັນ.
ເຈົ້າໜ້າທີ່ເມືອງສນາມໄຊ ໄດ້ກ່າວວ່າ:
“ໂອ້ລັກສະນະດຽວນີ້ແຫຼະ ຍັງຂາດເຂີນຢູ່ຄຣູສອນນີ້ ຖານຂໍ້ມູນ ເພິ່ນກໍຊາບດີແລ້ວ ການສູນເສັຽຄຣູໃນຮູບແບບຕ່າງໆ ຈົນວ່າ ບໍ່ມີນັ້ນແຫຼະ ຄັນວ່າ ກ່ອນມັນກໍມີຄຣູອາສາສະມັກຫັ້ນນ່າ ກໍຄືຮູ້ແຫຼະ ມັນໜ້ອຍ ແລ້ວກະຂາດແຄນຄືວ່າຫັ້ນແຫຼະ ຄຣູກໍເສັຽຊີວິດແດ່ ກໍບໍານານແດ່ ຕົກ 3 ຄົນ ປີກາຍ ປີນີ້ ອີກອອກ 2 ອີກປີ ນີ້.”
ໃນປີ 2023 ຣັຖບານ ຮັບຣັຖກອນຄຣູ ທັງໝົດ 285 ຄົນ ຖືກວ່າຮັບໜ້ອຍລົງກວ່າເກົ່າ ເມື່ອທຽບໃສ່ປີ 2022 ທີ່ຜ່ານມາ. ຣັຖບານຮັບຣັຖກອນຄຣູທັງໝົດ 340 ຄົນ ໃນຂະນະທີ່ຫຼາຍເມືອງຢູ່ພາຍໃນແຂວງ ຍັງຂາດແຄນຄຣູ ຍ້ອນວ່າງົບປະມານຂອງຣັຖບານບໍ່ພຽງພໍ ທີ່ຈະຮັບຣັຖກອນຄຣູເຂົ້າມາເພີ່ມ, ແຕ່ ປີ 2017-2023 ຣັຖບານລາວ ໄດ້ຫຼຸດໂຕເລກ ຮັບຣັຖກອນລົງເປັນລໍາດັບ ດັ່ງປີ 2017 ຣັຖບານລາວ ໄດ້ຮັບຣັຖກອນໃໝ່ ຈໍານວນ 5,000 ຄົນ ຕໍາແໜ່ງ.
ປີ 2018 ຮັບ 3,000 ຕໍາແໜ່ງ, ປີ 2019 ຮັບ 1,500 ຕໍາແໜ່ງ, ປີ 2020 ຮັບ 2,000 ຄົນ ຕໍາແໜ່ງ, ປີ 2021 ຮັບ 1,600 ຕໍາແໜ່ງ, ປີ 2022 ຮັບ 1,300 ຕໍາແໜ່ງ ແລະ ປີ 2023 ຮັບ 800 ຕໍາແໜ່ງ.