ຄົນຈີນຈຳນວນນຶ່ງ ລັກເຮັດວຽກນຳທ່ຽວ ຢູ່ແຂວງຫຼວງພຣະບາງ

ໄຊຍາ
2023.07.14
ຄົນຈີນຈຳນວນນຶ່ງ ລັກເຮັດວຽກນຳທ່ຽວ ຢູ່ແຂວງຫຼວງພຣະບາງ ບັນຍາກາດ ນັກທ່ອງທ່ຽວ ກຳລັງເດີນທ່ຽວຊົມ ດ້ານໜ້າພຣະຣາຊວັງເກົ່າ ຫຼື ຫໍພິພິດຕະພັນ ໃນປັດຈຸບັນ ທີ່ນະຄອນຫຼວງພຣະບາງ. ເດືອນມີນາ 2023.
Courtesy Photo

ປັດຈຸບັນ ພະນັກງານນໍາທ່ຽວເຖື່ອນ ຊາວຈີນ ຫຼື ໄກດ໌ເຖື່ອນຊາວຈີນ ຈໍານວນນຶ່ງ ທີ່ບໍ່ມີໃບອະນຸຍາດເຮັດວຽກນຳທ່ຽວ ແລະ ບໍ່ໄດ້ສັງກັດບໍຣິສັດທ່ອງທ່ຽວ ໄດ້ລັກເຄື່ອນໄຫວເຮັດວຽກ ນຳພານັກທ່ອງທ່ຽວຈີນທ່ຽວພາຍໃນແຂວງ ຫຼວງພຣະບາງ ເຮັດໃຫ້ພະນັກງານນຳທ່ຽວ ໃນທ້ອງຖິ່ນເຊິ່ງເປັນພະນັກງານ ທີ່ຖືກຕ້ອງຕາມກົດໝາຍ ໄດ້ຮັບຜົລກະທົບ ເຣື່ອງວຽກງານ ຮັບນັກທ່ອງທ່ຽວຈີນ ແລະ ເຮັດໃຫ້ລາຍໄດ້ຫຼຸດລົງ ເປັນບາງສ່ວນ.

ດັ່ງພະນັກງານນຳທ່ຽວ ແຂວງຫຼວງພຣະບາງ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ກໍຣະກະດາ 2023 ນີ້ວ່າ:

ລັກລອບເຮັດຫັ້ນນ່າ. ມາເປັນເປັນໝູ່ຄືໝູ່ຄືຄູ່. ເຫັນເຂົາໄປກາໄປລົມກັນເອງ ຜ່ານຕຳຣວດໄປເລີຍ ກໍຜິດກົດໝາຍຫັ້ນນ່າ. ຄັນເວົ້າໄປເປົ້າໝາຍ ແມ່ນຫຼວງພຣະບາງແຫຼະ. ເຂົາມາລົງໄປທາງວຽງຈັນ ກາບໍ່ປານໃດດອກ ບໍ່ໄປຕາມລະບົບ. ເອີ້ນວ່າເປັນໄກດ໌ເຖື່ອນແຫຼະ.

ນຂະນະທີ່ ພະນັກງານນຳທ່ຽວ ຢູ່ແຂວງຫຼວງພຣະບາງ ອີກທ່ານນຶ່ງກ່າວວ່າ ໄກດ໌ເຖື່ອນຊາວຈີນ ມັກພານັກທ່ອງທ່ຽວຊາວຈີນ ເຂົ້າມາທາງດ່ານສາກົລບໍ່ເຕັນ ແລ້ວມາຮອດແຂວງຫຼວງພຣະບາງ ໂດຍໃຊ້ຣົຖສ່ວນໂຕ ຂອງເຂົາເຈົ້າ ເຊິ່ງມາໃນຮູບແບບພາໝູ່ມາທ່ຽວ ແບບສ່ວນໂຕ ແລະ ໄກດ໌ເຖື່ອນເລົ່ານີ້ ກໍມັກລົບຫຼີກສາຍຕາ ຂອງເຈົ້າໜ້າທີ່ເລື້ອຍໆ ເຮັດໃຫ້ທາງພະນັກງານ ນຳທ່ຽວຊາວລາວ ຕ້ອງເປັນຫູເປັນຕາ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ.

ດັ່ງທ່ານກ່າວວ່າ:

ສ່ວນຫຼາຍດຽວນີ້ ບາງເທື່ອເຂົາເຈົ້າຂັບຣົຖມາເອງ ແຕ່ມາໃນນາມສ່ວນໂຕຫຼາຍກ່ວາ ແຕ່ເຂົາເຈົ້າກາຮູ້ວິທີລົບຫຼີກ ເພາະວ່າ ເຂົາເຈົ້າລື້ງເດ້. ເບິ່ງເປັນຫູເປັນຕາ ມີການປ້ອງກັນນຳກັນ ໃຜເຫັນແບບບໍ່ຄຸ້ນໜ້າ ຄຸ້ນຕາ ກາໃຫ້ທາງສະມາຄົມ ເຂົາເຈົ້າມາກວດສອບເອົາ.

ສ່ວນພະນັກງານນຳທ່ຽວ ຢູ່ແຂວງຫຼວງພຣະບາງ ອີກນາງນຶ່ງກ່າວວ່າ ຕາມກົດລະບຽບ ຂອງລາວແລ້ວ ຄັນຊາວຈີນ ທີ່ເປັນຜູ້ນຳກຸ່ມນັກທ່ອງທ່ຽວ ທີ່ໄດ້ນຳພານັກທ່ອງທ່ຽວຈີນ ເຂົ້າມາລາວນັ້ນ ຈະຕ້ອງໄດ້ຈ້າງພະນັກງານ ນຳທ່ຽວຊາວລາວ ທີ່ຮູ້ພາສາຈີນ ສຳລັບເປັນພະນັກງານນຳທ່ຽວ ໄປຍັງສະຖານທີ່ຕ່າງໆ ແຕ່ຖ້າກໍຣະນີຖືກເຈົ້າໜ້າທີ່ ຕຳຣວດຈັບໄດ້ວ່າ ເປັນໄກດ໌ເຖື່ອນ ສ່ວນຫຼາຍກໍຈະຖືກປັບໃໝ ຕາມຈຳນວນນັກທ່ອງທ່ຽວ ທີ່ເອົາເຂົ້າມາ.

ດັ່ງຍານາງກ່າວວ່າ:

ຈີນທີ່ວ່າເອົາແຂກຈີນມາເອງຫັ້ນ ຕ້ອງຜ່ານບໍຣິສັດທ່ອງທ່ຽວ ທີ່ວ່າຢູ່ລາວແລ້ວກາຈະຕ້ອງໄດ້ນຳໃຊ້ ໄກດ໌ຄົນລາວເທົ່ານັ້ນ ຈະຜິດກົດລະບຽບ ລະເມີດກົດລະບຽບ ແຕ່ວ່າຖ້າເວລາຕຳຣວດ ທີ່ວ່າກວດພົບ ເຂົາເຈົ້າຈະໄລ່ເປັນຫົວຄົນ ເອົາແຂກເຂົ້າມາ ຈັກຄົນໆ. ເຂົາຈະໄດ້ໄລ່ຕາມນັ້ນ.

ຕໍ່ກັບບັນຫາດັ່ງກ່າວ ໄດ້ເຮັດໃຫ້ພະນັກງານນຳທ່ຽວ ຊາວລາວຈຳນວນນຶ່ງ ໃນທ້ອງຖິ່ນ ປະສົບບັນຫາຂາດໂອກາດ ຕ້ອນຮັບນັກທ່ອງທ່ຽວຈີນ ແລະກໍສົ່ງຜົລຕໍ່ເຣື່ອງລາຍໄດ້ ນຳດ້ວຍ ເຊິ່ງສຳລັບພະນັກງານນຳທ່ຽວ ຊາວລາວ ທີ່ຕ້ອນຮັບນັກທ່ອງທ່ຽວ ຈາກຈີນນັ້ນ ສະເລັ່ຍແລ້ວ ໄດ້ຮັບຄ່າຈ້າງ ນຳທ່ຽວໃນລາຄາ 60 ໂດລ້າຣ໌ສະຫະຣັຖຕໍ່ມື້.

ດັ່ງພະນັກງານນຳທ່ຽວ ທີ່ໄດ້ຮັບຜົລກະທົບ ກ່າວວ່າ:

ຊ່ວງນີ້ຍັງບໍ່ໄດ້ຮັບເທື່ອ ກາບໍ່ແນ່ໃຈຄືກັນ ເພາະວ່ານ້ອງກາບໍ່ໄດ້ເຂົ້າບໍຣິສັດເທື່ອ. ແລ້ວກາບໍ່ໄດ້ແຂກເທື່ອ ໄປຝຶກມາແລ້ວ ກາຍັງບໍ່ໄດ້ຮັບຊ່ວງນີ້. ກາພັກຜ່ອນຢູ່ ຍັງບໍ່ໄດ້ເຮັດຫຍັງ ໄກດ໌ຄົນຈີນແມ່ນມີຫຼາຍຢູ່.

ທາງດ້ານເຈົ້າໜ້າທີ່ ຜແນກຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວ ແຂວງຫຼວງພຣະບາງ ທ່ານນຶ່ກ່າວກ່ຽວກັບບັນຫາ ໄກດ໌ເຖື່ອນຊາວຈີນນັ້ນວ່າ ມັກມີໃຫ້ເຫັນຢູ່ຕລອດ ແລະ ເຈົ້າໜ້າທີ່ຕຳຣວດ ທ່ອງທ່ຽວ ແຂວງຫຼວງພຣະບາງ ທີ່ປະຈຳຢູ່ສະຖານີທ່ອງທ່ຽວ ແຕ່ລະແຫ່ງ ສາມາດຈັບໄກດ໌ເຖື່ອນ ພ້ອມທັງປັບໃໝໄດ້ຈຳນວນນຶ່ງ ແຕ່ຍັງບໍ່ໄດ້ສຣຸບຈຳນວນໂຕເລຂ ຢ່າງເປັນທາງການ.

ດັ່ງທ່ານກ່າວວ່າ:

ກາມີຢູ່ ແຕ່ວ່າບໍ່ຮູ້ວ່າເທົ່າໃດແທ້ ເພາະວ່າມັນຈະເປັນໜ່ວຍງານນຶ່ງ ຕ່າງຫາກ. ພະນັກງານເຮົາ ໄປປະຈຳຢູ່ແຕ່ລະແຫຼ່ງທ່ອງທ່ຽວ ກວດບັດ ກວດໃບ ເນາະ. ຖ້າບຸກຄົນໃດ ບໍ່ມີປ້າຍໄກດ໌ ນຳທ່ຽວ ຖືຫ້ອຍຄໍເນາະ. ເຈົ້າ ມາຈາກບໍຣິສັດຫຍັງ ທີ່ມາທົວຣ໌ ເອົາທົວຣ໌ ມາຫັ້ນນ່າ ຖືວ່າຈະຮຽກຜູ້ກ່ຽວໄປສືບສວນ ສອບສວນ ແລ້ວປັບໃໝ.

ສໍາລັບຢູ່ແຂວງອື່ນໆ ທີ່ມີນັກທ່ອງທ່ຽວຈີນ ໄປທ່ຽວເປັນຕົ້ນ ເມືອງວັງວຽງ ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ກໍຍັງບໍ່ທັນມີການພົບເຫັນ ໄກດ໌ເຖື່ອນຊາວຈີນ ໄປລັກເຄື່ອນໄຫວ ຢູ່ເຂດດັ່ງກ່າວເທື່ອ.

ອີງຕາມມາຕຣາ 42 ຂອງກົດໝາຍວ່າດ້ວຍ ການທ່ອງທ່ຽວ ລົງວັນທີ 9 ພຶສຈິກາ ປີ 2005 ລະບຸຄັກແນ່ວ່າ ພະນັກງານນໍາທ່ຽວ ໃນລາວ ຕ້ອງແມ່ນພົລເມືອງລາວ ທີ່ອາຍຸ 18 ປີ ຂຶ້ນໄປ ທີ່ບໍ່ມີພະຍາດຕິດຕໍ່ ແລະ ໄດ້ຮັບການຝຶກອົບຮົມ ດ້ານການນຳທ່ຽວ ທີ່ທາງການຮັບຮູ້ຢ່າງຖືກຕ້ອງ ແລະມີບັດພະນັກງານນຳທ່ຽວ ເຊິ່ງພະນັກງານນຳທ່ຽວ ຕ້ອງມີຄວາມຮູ້ ແລະປະສົບການນຳທ່ຽວທາງພູມມີສາດ, ປວັດສາດ, ພາສາຕ່າງປະເທດ ລວມທັງຕ້ອງມີຄວາມຮູ້ ທາງດ້ານການປະຖົມພະຍາບານ ໃນຂັ້ນພື້ນຖານນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

ພຸດພົງສະຫວັນໄຊຍະວົງ ຫລວງພະບາງ
Jul 15, 2023 03:36 PM

ປະຊາຊົນລາວທັງຊາດປະຈຸບັນພົບຄວາມຍູ້ງຍາກ, ຍ້ອນພັກລັດອານຸຍາດໃຫ້ ເຈັກຈິນມາມີອິທີຜົນເໜືອຊາດລາວ: ສະໄໝ ການປົກຄອງ ສະຫາຍ ຈູມມະລີໄຊຍະສອນແລະບູນຍັງວໍລະຈີດ ກໍ່ຍັງເປັນເຊືອຖືຂອງປະຊາຊົນ. ຕົກມາຮອດລັດຖະບານ ທອງລູນ ໂດຍອ້າງວ່າເປັນບຸກຄົນທີ່ມີຄວາມຮູ້ຄວາມສະລາດ ເປັນລັດຖະບານທີ່ຂາຍຊາດ,ລັດຖະບານຂ້າທາດ ລັດຖະບານເຖືອນ