ວິສາຫະກິຈ ໄຟຟ້າລາວ ປັບຂຶ້ນຄ່າໄຟ ໃນພາກທຸຣະກິຈ ອີກ

ສຸພັດຕາ
2023.07.12
ວິສາຫະກິຈ ໄຟຟ້າລາວ ປັບຂຶ້ນຄ່າໄຟ ໃນພາກທຸຣະກິຈ ອີກ ກົງເຕີ້ໄຟ ຂອງຊາວບ້ານ ທີ່ນະຄອນຫຼວງວຽງຈັນ. ວັນທີ 12 ກໍຣະກະດາ 2023.
ນັກຂ່າວ ພົລເມືອງ

ພາກທຸຣະກິຈຢູ່ລາວ ພວມປະເຊີນກັບການປັບຂຶ້ນຄ່າໄຟຟ້າໃໝ່ ໃນພາກທີ່ບໍ່ແມ່ນທີ່ຢູ່ອາໄສ ເປັນໄລຍະທີ 2 ໃນລະຫວ່າງເດືອນມິຖຸນາ ຫາເດືອນສິງຫາ ປີ 2023 ນີ້, ອີງຕາມແຈ້ງການ ຂອງຣັຖວິສາຫະກິຈໄຟຟ້າລາວ ເລຂທີ 0351/ຟຟລ.ຝກທ-ກງ ລົງວັນທີ 3 ກຸມພາ 2023. ຄ່າໄຟຟ້າ ໄລຍະທີ 2 ດັ່ງກ່າວ ຈະປັບຂຶ້ນໃນລະຫວ່າງ 3.8% ແລະ 10.5% ຈາກໄລຍະທຳອິດ ຂຶ້ນກັບປະເພດ ຂແນງການ ແລະຂນາດແຮງດັນໄຟຟ້າ ແລະຈະສືບຕໍ່ປັບຂຶ້ນອີກ ເປັນໄລຍະທີ 3 ໃນຊ່ວງເດືອນກັນຍາ ຫາເດືອນທັນວາ ປີ 2023 ນີ້ອີກ. ຕໍ່ກັບເຣື່ອງດັ່ງກ່າວ, ທາງຜູ້ປະກອບການ ທຸຣະກິຈ ຈຳນວນນຶ່ງ ກໍໄດ້ມີຄຳເຫັນ ຕໍ່ວິທຍຸ ເອເຊັຽ ເສຣີ ເຊັ່ນ ຜູ້ປະກອບການທຸຣະກິຈ ນາງນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊິ່ງບໍ່ປະສົງອອກຊື່ ເວົ້າວ່າ ນາງໄດ້ຮັບຮູ້ ເຣື່ອງການປັບຂຶ້ນຄ່າໄຟຟ້າໄລຍະທີ 2 ດັ່ງກ່າວແລ້ວ, ແຕ່ທາງຣັຖວິສາຫະກິຈ ໄຟຟ້າລາວ
ຍັງບໍ່ໄດ້ອອກໃບແຈ້ງຄ່າໄຟຟ້າ ສຳລັບເດືອນມິຖຸນາ 2023 ເຊິ່ງເຮັດໃຫ້ນາງ ຍັງບໍ່ທັນຮູ້ຈະແຈ້ງວ່າ ຄ່າໄຟຟ້າ ທີ່ຈະປັບຂຶ້ນນັ້ນ ຫຼາຍພຽງໃດ.

ດັ່ງທີ່ນາງກ່າວ ໃນມື້ວັນທີ 11 ກໍຣະກະດາ 2023 ນີ້ວ່າ:

ຕອນນີ້ຫັ້ນຍັງນ່າ ຍັງບໍ່ທັນ ເພິ່ນຍັງບໍ່ທັນໄດ້ປັບເດືອນນີ້. ຍັງບໍ່ທັນຮູ້ວ່າ ເດືອນຕໍ່ໄປຫັ້ນມີເທົ່າໃດ ເພາະເພິ່ນຫາກໍ່ປະກາດນໍ ແລ້ວຍັງບໍ່ທັນໄດ້ປັບ ຄ່າໄຟຕົກເທົ່າໃດແທ້ ຍັງບໍ່ຮູ້ຊ້ຳ.”
ທາງດ້ານເຈົ້າໜ້າທີ່ຣັຖ ທ່ານນຶ່ງ ເຊິ່ງກໍໄດ້ເຮັດກິຈການຂາຍເຄື່ອງ ຢູ່ແຂວງໄຊຍະບູຣີ ກ່າວວ່າ ທ່ານຍັງບໍ່ທັນຮູ້ ກ່ຽວກັບການປັບຂຶ້ນຄ່າໄຟຟ້າດັ່ງກ່າວ ແຕ່ທ່ານ ກໍຍັງເຊື່ອໝັ້ນວ່າ ການປັບຂຶ້ນຄ່າໄຟຟ້າ ຈະບໍ່ສົ່ງຜົລກະທົບ ແກ່ໂຕທ່ານຫຼາຍພໍປານໃດ ເພາະທ່ານ ຍັງໄດ້ຮັບການຄຸ້ມຄອງຈາກຣັຖ ໃນຖານະທີ່ທ່ານ ເປັນຣັຖກອນ:

ເອີ! ໄດ້ນັ້ນແຫຼະ ບໍ່ຮູ້ດອກຂ້ອຍນ່າ. ບໍ່ເປັນຫຍັງດອກຂ້ອຍນ່າ ພາກຣັຖ (ຄຸ້ມຄອງ) ອັນນັ້ນໃຫ້ເບິດ.”
ຣັຖວິສາຫະກິຈໄຟຟ້າລາວ ຈະປັບຂຶ້ນລາຄາໄຟຟ້າໃນໄລຍະທີ 2 ກັບທຸຣະກິຈຫຼາຍປະເພດ ເປັນຕົ້ນແມ່ນ ພາກຊົລປະທານ ແລະກະສິກັມແບບຄົວເຮືອນ ຂນາດແຮງດັນຕ່ຳ 0.4 ກິໂລວັດ ຈາກກິໂລວັດໂມງລະ 926 ກີບ ຂຶ້ນເປັນ 1,009 ກີບ ເພີ່ມຂຶ້ນ 8.96%, ຂນາດແຮງດັນກາງ 22 ກິໂລວັດ ຈາກກິໂລວັດໂມງລະ 810 ກີບ ຂຶ້ນເປັນ 885 ກີບ ເພີ່ມຂຶ້ນ 9.26%.

ພາກອຸດສາຫະກັມ ປຸງແຕ່ງທົ່ວໄປ ຂນາດແຮງດັນຕ່ຳ 0.4 ກິໂລວັດ ຈາກກິໂລວັດໂມງລະ 1,295 ກີບ ຂຶ້ນເປັນ 1,402 ກີບ ເພີ່ມຂຶ້ນ 8.26%, ຂນາດແຮງດັນກາງ 22 ກິໂລວັດ ຈາກກິໂລວັດໂມງລະ 1,149 ກີບ ຂຶ້ນເປັນ 1,239 ກີບ ເພີ່ມຂຶ້ນ 7.83%, ແລະ ຂນາດແຮງດັນສູງ 115 ກິໂລວັດຂຶ້ນໄປ ຈາກກິໂລວັດໂມງລະ 1,121 ກີບ ຂຶ້ນເປັນ 1,205 ກີບ ເພີ່ມຂຶ້ນ 7.49%.

ສ່ວນລາຄາໄຟຟ້າ ຂອງຫ້ອງການສຳນັກງານ ຕ່າງໆ ສຳນັກງານຣັຖບໍຣິຫານ ຂນາດແຮງດັນກາງ 22 ກິໂລວັດ ຈາກກິໂລວັດໂມງລະ 1,037 ກີບ ຂຶ້ນເປັນ 1,098 ກີບ ເພີ່ມຂຶ້ນ 5.88%, ອົງການຈັດຕັ້ງສາກົລ ຂນາດແຮງດັນກາງ 22 ກິໂລວັດ ຈາກກິໂລວັດໂມງລະ 1,764 ກີບ ຂຶ້ນເປັນ 1,832 ກີບ ເພີ່ມຂຶ້ນ 3.85%.

ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ຕິດຕໍ່ໄປຍັງເຈົ້າໜ້າທີ່ ຣັຖວິສາຫະກິຈໄຟຟ້າລາວເພື່ອສອບຖາມຣາຍລະອຽດຕື່ມ ແຕ່ເຈົ້າໜ້າທີ່ບໍ່ສະດວກໃຫ້ຂໍ້ມູນ. ກ່ອນໜ້ານີ້, ຣັຖວິສາຫະກິຈໄຟຟ້າລາວ ໄດ້ປັບຂຶ້ນລາຄາໄຟຟ້າ ໄລຍະທຳອິດ ໃນເດືອນກຸມພາ 2023 ທີ່ຜ່ານມາ ເຊິ່ງຢູ່ໃນອັດຕຣາ 32-132% ກໍຄື ຫຼາຍກວ່ານຶ່ງເທົ່າໂຕ. ໂດຍພາກສ່ວນ ທີ່ໄດ້ຮັບຜົລກະທົບຫຼາຍກວ່າໝູ່ ເປັນຕົ້ນແມ່ນ ພາກກະສິກັມ ແລະຊົລປະທານແບບຄົວເຮືອນ ປັບຂຶ້ນ 72-132% ແລະພາກອຸດສາຫະກັມ ປັບຂຶ້ນ 55-102%.

ການປັບຂຶ້ນລາຄາໄຟຟ້າດັ່ງກ່າວ ມີຈຸດປະສົງ ເພື່ອໃຫ້ຣັຖວິສາຫະກິຈໄຟຟ້າລາວມີຣາຍຮັບຫຼາຍຂຶ້ນ ແລະມີຄວາມສາມາດຊຳລະຄ່າໄຟຟ້າ ທີ່ຊື້ຈາກບໍຣິສັດຜູ້ຜລິດໄຟຟ້າເຊິ່ງຕ້ອງໃຊ້ເງິນສະກຸນໂດລ້າຣ໌ສະຫະຣັຖ ເຖິງ 85% ລວມທັງຊຳລະສະສາງໜີ້ສິນ ແລະ ຄ່າໃຊ້ຈ່າຍຂອງຣັຖວິສາຫະກິດໄຟຟ້າລາວ.

04.png
ສະຖານທີ່ຜູ້ປະກອບການທຸຣະກິຈ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ. ເດືອນກໍຣະກະດາ 2023. ຮູບພາບ: ນັກຂ່າວ ພົລເມືອງ

ຕໍ່ກັບເຣື່ອງນີ້, ໃນກອງປະຊຸມສມັຍສາມັນເທື່ອທີ 5 ຂອງສະພາແຫ່ງຊາຕຊຸດທີ 9 ທາງສະມາຊິກສະພາແຫ່ງຊາຕ ກໍໄດ້ມີຂໍ້ຊັກຖາມຣັຖບານ ກ່ຽວກັບການແກ້ໄຂບັນຫາໂຄງສ້າງ ລາຄາໄຟຟ້າ ສຳລັບພາກທີ່ບໍ່ແມ່ນທີ່ຢູ່ອາສັຍ ໂດຍສະເພາະ ການຜລິດກະສິກັມແບບຄົວເຮືອນ, ທ່ານ ວໍລະສິດ ສີວັງດາວ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 13 ແຂວງສວັນນະເຂດ ໄດ້ຍົກເອົາບັນຫາດັ່ງກ່າວ ມາສເນີໃນກອງປະຊຸມ ໃນມື້ວັນທີ 30 ມິຖຸນາ 2023 ທີ່ຜ່ານມາວ່າ:

ປັດຈຸບັນນີ້ ໂຄງສ້າງລາຄາໄຟຟ້ານີ້ເພີ່ມຂຶ້ນ. ການຜລິດກະສິກັມນີ້ ຈາກກິໂລວັຕໂມງນຶ່ງ ນີ້ລະແມ່ນ 500 ຂຶ້ນມາເປັນ 1,000 ກີບ. ຖືວ່າໂຕນີ້ນີ່ ປະຊາຊົນໄປບໍ່ໄດ້ ຣັຖບານຊິແກ້ແນວໃດ ກ່ຽວກັບ ລາຄາໄຟຟ້າ ທີ່ມີຜົລກະທົບຕໍ່ການຜລິດ.”
ກ່ຽວກັບຂໍ້ຊັກຖາມດັ່ງກ່າວນີ້, ທ່ານ ຄຳເຈນ ວົງໂພສີ ຣັຖມົນຕຣີກະຊວງແຜນການ ແລະການລົງທຶນຂອງລາວ ຕອບແຕ່ພຽງວ່າ ຣັຖບານ ພວມຄົ້ນຄວ້ານະໂຍບາຍ ເພື່ອຈະຜ່ານກອງປະຊຸມຣັຖບານ ແລະຈະຣາຍງານ ແກ່ກອງປະຊຸມສະພາແຫ່ງຊາຕຕື່ມ.
ໃນຂະນະທີ່ ທ່ານ ໂພໄຊ ໄຊຍະສອນ ຣັຖມົນຕຣີກະຊວງພະລັງງານ ແລະບໍ່ແຮ່ ຂອງລາວ ຣາຍງານຊີ້ແຈງ ຕໍ່ສະພາແຫ່ງຊາຕ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດ ການພັທນາພະລັງງານ ໄຟຟ້າ ຂອງລາວ ໄລຍະປີ 2021-2030 ໃນມື້ວັນທີ 28 ມິຖຸນາ 2023 ວ່າ ຣັຖບານ ກຳລັງຈະສຶກສາຄວາມເປັນໄປໄດ້ ກ່ຽວກັບ ການພັທນາພະລັງງານສະອາດ ເປັນຕົ້ນ ພະລັງງານແສງຕາເວັນ ແລະ ພະລັງງານລົມ ໂດຍຈະສງວນ ພະລັງງານສະອາດດັ່ງກ່າວ ເພື່ອຕອບສນອງການຊົມໃຊ້ ພະລັງງານໄຟຟ້າ ພາຍໃນປະເທດຫຼາຍຂຶ້ນ ແລະຫຼຸດຜ່ອນ ການປັບຂຶ້ນລາຄາໄຟຟ້າ ໃນອະນາຄົດ.

ກໍຊິໄດ້ສງວນ ພະລັງງານທີ່ສະອາດໄວ້ ກໍເພື່ອຕອບສນອງ ໃຫ້ແກ່ພາຍໃນຫຼາຍຂຶ້ນ ເປັນຕົ້ນ ອຸດສາຫະກັມ ແລະການສ້າງມູນຄ່າເພີ່ມ ໃຫ້ແກ່ການຜລິດຂອງຕົນ ທີ່ມີທ່າອ່ຽງເພີ່ມຂຶ້ນ ໃນການລົງທຶນໃນປັດຈຸບັນນີ້.”
ເຖິງແມ່ນວ່າ ປະເທດລາວ ຈະເປັນປະເທດທີ່ມີແຫຼ່ງຜລິດ ພະລັງງານໄຟຟ້າຫຼາຍແຫ່ງ ໂດຍສະເພາະ ເຂື່ອນໄຟຟ້າ ແຕ່ວ່າ ເຂື່ອນສ່ວນຫຼາຍ ແມ່ນເຂື່ອນຂອງນັກລົງທຶນຕ່າງປະເທດ. ຣັຖບານລາວ ຕ້ອງຊື້ໄຟຟ້າຈາກເຈົ້າຂອງເຂື່ອນເຫຼົ່ານີ້ ໃນລາຄາສູງສົມຄວນ ແລະຕ້ອງຊື້ເປັນເງິນດອນລ້າຣ໌ສະຫະຣັຖ. ປັດຈຸບັນ ປະເທດລາວ ກຳລັງປະສົບກັບພັຍເງິນເຟີ້ ແລະບັນຫາເງິນກີບອ່ອນຄ່າ ຢ່າງໜັກ ຊຶ່ງຍິ່ງເຮັດໃຫ້ຣັຖວິສາຫະກິຈໄຟຟ້າລາວ ມີບັນຫາການເງິນໜັກຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.