ນັກຮຽນ ປະລະການຮຽນ ເພື່ອຊອກເຮັດວຽກ ຫຼາຍຂຶ້ນ
2023.07.13
ປັດຈຸບັນ ສະພາບເສຖກິຈ ມີຄວາມຝຶດເຄືອງເງິນເຟີ້ ສິນຄ້າແພງ ເຮັດໃຫ້ຜູ້ຄົນຕ້ອງພາກັນອອກໄປເຮັດວຽກຢູ່ປະໄທຍ ແລະ ນັກຮຽນມັທຍົມ ຕ້ອງພາກັນປະລະການຮຽນ ເພື່ອອອກໄປເຮັດວຽກ ເຊິ່ງຈໍານວນນຶ່ງ ກໍພາກັນໄປເຮັດວຽກ ຢູ່ປະເທດໄທຍ.
ປະຊາຊົນ ຢູ່ແຂວງພາກເໜືອ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ຫຼັກໆ ກະເສຖກິຈ ໄພເງິນເຟີ້ ລະກະ ແຕ່ກີ້ເງິນກີບ/ເງິບບາທໄທຍ ກະແຕ່ 250,000 ຕໍ່ 1,000 ບາທ.ດຽວນີ້ ກະຮອດ 600,000 ກີບ/1,000 ບາທ. ມັນກະເງິນກະເຟີ້ແດ່ ເຮັດວຽກຢູ່ບ້ານເຮົາ ກະບໍ່ກຸ້ມກິນ.”
ປະຊາຊົນ ທ່ານນີ້ ກ່າວຕື່ມອີກວ່າ:
“ນັກຮຽນຈົບ ມໍ7 ຄັນວ່າ ຮຽນກະມີແຕ່ລູກເຈົ້າຫຼານນາຍ ລູກປະຊາຊົນ ຄືໄທບ້ານເຮົາ ເຂົາກະພາກັນອອກຊື່ໆ ເຮັດພາສປອດ ໄປໄທຍໝົດ ເພາະວ່າ ຄັນເຮົາເຂົ້າໂຮງຮຽນ. ເຮົາຈົບມາກະບໍ່ມີວຽກເຮັດ. ໂຮງຈັກໂຮງງານ ຄື ບໍຣິສັດກະບໍ່ຄອຍມີເນາະ. ອັນສອງມາ ກະເຮັດນໍາພັກນໍາຣັຖ ມັນເສັຽເວລາ ບາງຄົນເປັນສັນຍາຈ້າງ ຮອດ 5-6 ປີ ເປັນຄຣູ ເຂົາກະອອກໄປໄທຍ.”
ຢູ່ແຂວງພາກໃຕ້ ຂອງປະເທດລາວ ກໍເຊັ່ນດຽວກັນ. ປັດຈຸບັນ ປະຊາຊົນ ລວມທັງນັກຮຽນພາກກັນໄປເຮັດວຽກ ຢູ່ປະເທດໄທຍ.
ປະຊາຊົນ ຢູ່ພາກໃຕ້ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ຫ້ວຍ ມັນກະຈົນບໍ່ມີຢູ່ບ້ານຫັ້ນແຫຼະ. ຢູ່ເມືອງ ຢູ່ບ້ານເຮົານີ້ ມັນກະບໍ່ມີດອກ. ເຂົາໄປພຸ້ນແຫຼະ ເຂົາໄປຫາເງິນ. ພວກທີ່ອອກໂຮງຮຽນ ໄປກະມີຫັ້ນແຫຼະ. ບໍ່ມີແນວຊິຫາ ກະບໍ່ຕິແຫຼະ. ຊິຫາໃຫ້ເຮັດນາ, ນາກະຖືກຜົລກະທົບ. ຊິຫາປາ, ປາກະບໍ່ມີ. ນໍ້າມັນກະບໍ່ມີ. ມັນກະຈໍາເປັນຮຽນ ກະບໍ່ພໍຊິໄດ້ເຮັດວຽກເຮັດການ.”
ສໍາລັບໄວໜຸ່ມລາວ ທີ່ຮຽນຢູ່ລະດັບມັທຍົມ, ການສຶກສາບໍ່ໄດ້ໃຫ້ທາງເລືອກ ເຂົາເຈົ້າ ແລະ ເຂົາເຈົ້າຍັງບໍ່ແນ່ໃຈວ່າ ເມື່ອຈົບແລ້ວ ເຂົາຈະມີວຽກເຮັດງານທໍາ ຫຼືບໍ່ ສະນັ້ນທາງເລືອກທີ່ດີ ກໍຄື ນັກຮຽນຈໍານວນນຶ່ງ ຈໍາເປັນຕ້ອງໄດ້ໄປເຮັດວຽກ ຢູ່ໄທຍ.
ຊ່ຽວຊານ ທາງດ້ານການສຶກສາ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ອັນຫຼັກໆ ກະຊິແມ່ນເຣື່ອງປາກ, ເຣື່ອງທ້ອງ, ເຣື່ອງເສຖກິຈ ໃນຄອບຄົວນີ້ແຫຼະ. ຕ້ອງໄດ້ຮັບປະກັນເຣື່ອງການຢູ່ ການກິນ ເພາະວ່າ ການຮຽນໄປຮອດຈົບນີ້ ກະບໍ່ຮູ້ວ່າ ຊິຈົບໄປແບບໃດ ເພາະວ່າ ເວລາໄປຮຽນນີ້ ມັນບໍ່ໄດ້ເຮັດການຜລິດເນາະ. ແລ້ວຮຽນຈົບໄປຢູ່ມັທຍົມນີ້ ກະຊິກັບຄືນໄປເຮັດ ອັນເກົ່າ ເປັນຍັງ ຄືບໍ່ໄປເຮັດເລີຍ.”
ຊ່ຽວຊານ ດ້ານການສຶກສາ ທ່ານນີ້ ກ່າວຕື່ມອີກວ່າ:
“ເປັນຫຍັງຕ້ອງເສັຽເວລາ ໃນການຮຽນ ເພາະມັນບໍ່ໄດ້ຕອບໂຈດ ໃຫ້ຊີວິດໂຕເອງ ແລະ ຊີວິດຄອບຄົວ ມັນດີຂຶ້ນ ບວກກັບເງິນເຟີ້. ມັນຄືຄວາມທ້າທາຍ ຕໍ່ການໃຊ້ຊີວິດເນາະ ລະມັນຈຶ່ງເຮັດໃຫ້ເຂົາຕ້ອງຕັດສິນໃຈ ອອກໄປເຮັດ ຢູ່ບ້ານອື່ນ ທີ່ມີລາຍໄດ້ດີກ່ອນ.”
ຢູ່ໃນກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາແຫ່ງຊາຕ ຊຸດທີ 9, ສະມາຊິກສະພາ ແຫ່ງຊາຕ ຫຼື ສສຊ ທ່ານ ນຶ່ງໄດ້ອະພິປາຍ ຕອນນຶ່ງວ່າ:
“ລະອັນສໍາຄັນມໍ່ໆມານີ້ ກະແມ່ນ ສະພາບການຣະບາດ ຂອງໂຄວິດ 19 ລວມທັງສະພາບຄວາມຫຍຸ້ງຍາກ ທາງດ້າເສຖກິຈ ການເງິນ ທີ່ເຮັດໃຫ້ນັກຮຽນນັກສຶກສາ ປະລະໜ້າທີ່ ການຮໍ່າຮຽນ ລະກະໄປຊອກຫາ ເຮັດວຽກງານທໍາ.”
ນອກຈາກນີ້, ເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ “ຄົນທີ່ຈົບປະຣິນຍາຕຣີ ຢູ່ລາວ, ເງິນເດືອນ ກໍພຽງແຕ່ ລ້ານປາຍກີບ, ມັນບໍ່ພໍກິນ, ແຕ່ ເຂົາເຈົ້າໄປເຮັດວຽກ ຢູ່ໄທຍ ເງິນເດືອນຂັ້ນຕໍ່າ 13,000 ບາທ. ຄິດເປັນເງິນລາວລະ 7 ລ້ານປາຍກີບແລ້ວ ແລະ ເຂົາເຈົ້າ ກໍຍັງມີເງິນສົ່ງກັບບ້ານອີກ.”
ເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກິລາ ທ່ານນີ້ ກ່າວຕື່ມວ່າ “ເຂົາກໍຈໍາເປັນ ຕ້ອງໄດ້ໄປເຮັດວຽກ ເພາະວ່າ ຢູ່ລາວ ມັນເສຖກິຈ ຝືດເຄືອງ.”
ອີງຕາມຂໍ້ມູນ ຈາກະຊວງສຶກສາທິການ ແລະ ກິລາ ພົບວ່າ ໃນສົກປີ 2021-2022 ທົ່ວປະເທດມີນັກຮຽນຊັ້ນ ມ.5 - ມ.7 ຫຼື ມັທຍົມປາຍ ປະລະການຮຽນເກືອບ 18,000 ຄົນ ໃນຊະນະທີ່ ທົ່ວປະເທດ, ຊັ້ນມັທຍົມປາຍ ມີນັກຮຽນ ທັງມົດປະມານ 180,000 ຄົນ.
ຖ້າຄິດໄລ່ເປັນເປີເຊັນ ແຕ່ປີ 2016-2022, ອັດຕຣາການປະລະ ການຮຽນ ຈະເພີ່ມຂຶ້ນ:
ສົກຮຽນປີ |
ປະລະການຮຽນ (ອອກໂຮງຮຽນ) |
ຄິດເປັນເປີເຊັນ |
2016-2017 |
ອັດຕຣາປະລະການຮຽນ |
5.8 % |
2017-2018 |
ອັດຕຣາປະລະການຮຽນ |
7.1% |
2018-2019 |
ອັດຕຣາປະລະການຮຽນ |
8.1% |
2019-2020 |
ອັດຕຣາປະລະການຮຽນ |
8.8% |
2020-2021 |
ອັດຕຣາປະລະການຮຽນ |
9.4% |
2021-2022 |
ອັດຕຣາປະລະການຮຽນ |
9.4% |