ເຣື້ອງທີ່ເກັບບັນທຶກໄວ້
2023-05-15
ສະມາຄົມກິລາລາວ ແລະ ຊາວລາວສ່ວນຫຼາຍ ພໍໃຈຕໍ່ຜົລງານ ຂອງນັກກິລາລາວ ໃນການແຂ່ງຂັນກິລາຊີເກມສ໌ ທີ່ປະເທດກັມພູຊາເປັນເຈົ້າພາບ, ເຊິ່ງມາເຖິງວັນທີ 15 ພຶສພາ 2023 ນັກກິລາລາວ ຊິງໄດ້ 6 ຫຼຽນຄຳ ແລ້ວ, ອັນຖືວ່າ ເກີນເປົ້າໝາຍ ທີ່ວາງໄວ້ພຽງແຕ່ 5 ຫຼຽນຄຳ.
2023-05-15
ຈາກຜົລການສໍາຣວດ 6 ຄັ້ງ ຂອງທະນາຄານໂລກ ປະຈໍາລາວ, ພົບວ່າ ມີຊາວກະສິກອນ ແລະທຸຣະກິຈຄອບຄົວ ລາວ ຫຼາຍກວ່າ 90% ໄດ້ຮັບຜົລກະທົບ ຈາກສະພາວະເງິນກີບເຟີ້ ຮຸນແຮງ, ລາຄາສິນຄ້າທຸກຢ່າງ ແພງຂຶ້ນຫຼາຍ.
2023-05-15
ທຸຣະກິຈ ຮັບຊື້-ຂາຍ ເຫລັກເສດ ແລະ ເສດໂລຫະ ທີ່ບໍ່ປຕິບັຕ ຕາມກົດໝາຍ ຈະຖືກສັ່ງໂຈະ ແບບບໍ່ມີກໍານົດ ພາຍຫລັງພົບວ່າ ມີການລັກລອບ ຊື້-ຂາຍ ຊັບສິນ ທີ່ເປັນຂອງສາທາຣະນະ ຫຼາຍຂຶ້ນ ເຊິ່ງສວນຫຼາຍ ຮ້ານຊື້-ຂາຍ ເຫຼັກເສດ ເປັນຂອງຄົນວຽດນາມ.
2023-05-15
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ລົງກວດກາປ້າຍໂຄສະນາ ທີ່ບໍ່ຖືກກົດໝາຍ ແລະ ພົບວ່າ ປ້າຍທີ່ບໍ່ຖືກລະບຽບ ສ່ວນໃຫຍ່ນັ້ນ ແມ່ນປ້າຍທີ່ເປັນພາສາຈີນ ເຊິ່ງເປັນຜູ້ປະກອບການ ຄົນຈີນ ທີ່ມາລົງທຶນ ແລະ ປະກອບທຸຣະກິຈ ຢູ່ໃນເຂດເມືອງດັ່ງກ່າວ.
2023-05-15
ການເກັບກູ້ລະເບີດ ບໍ່ທັນແຕກ ຢູ່ 3 ແຂວງພາກໃຕ້ ຂອງລາວ ຕ້ອງຢຸດສະງັກ ມາໄດ້ 1 ປີແລ້ວ ຍ້ອນບໍ່ມີງົບປະມານ, ພະນັກງານ 35 ຄົນ ບໍ່ໄດ້ຮັບເງິນເດືອນ ມາໄດ້ 4 ເດືອນແລ້ວ, ແລະ ຍັງລໍຖ້າການເງິນຊ່ວຍເຫຼືອ 800 ລ້ານເຢັນ ຂອງຍີ່ປຸ່ນຢູ່.
2023-05-14
“ສຸຂສັນຕ໌ ວັນແມ່”--ເຊີນທ່ານຮັບຟັງເພງ “ແມ່” ຜົລງານເພງ ຂອງບໍຣົມມະຈາຣຍ໌ ຄຳຫລ້າ ໜໍ່ແກ້ວ, ອາຈານ ສົມຊາຍ ຜົນພິບູນ ແລະ ບໍຣົມມະຈາຣຍ໌ ພົມມະ ພິມມະສອນ, ຕິດຕາມດ້ວຍ ກອນ “ບຸນ-ຄຸນ-ແມ່” ຂອງທ່ານ ສ. ແສງສິຣິວັນ.
2023-05-13
ໃນມໍ່ໆນີ້ ທາງວິທຍຸ ເອເຊັຽ ເສຣີ ຈະມີຣາຍການໃໝ່ ໃນຮູບແບບ ຂອງPodcast ທີ່ມີຊື່ວາ “ເມືອງລາວ ປະຈຳສັບປະດາ” ເຊິ່ງຣາຍການນີ້ ຈະນຳສເນີ ເຣື່ອງທີ່ເກີດຂຶ້ນ ໃນຮອບສັບປະດາ ແລະ ໃນມື້ນີ້ ຂ້າພະເຈົ້າ ສຸພັດຕາ ຈະນຳເອົາການສຳພາດ ຜູ້ເຮັດຣາຍຮູບແບບຂອງ Podcast ມານຳສເນີ.
2023-05-13
ບັນດາສື່ມວນຊົນ ວິທຍຸ ເອເຊັຽ ເສຣີ ຢູ່ປະເທດອາຊ້ຽນ ແລະ ນັກນັກເຄື່ອນໄຫວ ທາງດ້ານປະຊາທິປະໄຕ ຢູ່ລາວ ຍັງຄົງຖືກນາບຂູ່, ຖືກຈັບຂັງຄຸກ ແລະ ຖືກລອບຍິງ.
2023-05-12
ການປະຕິຮູບ ຣັຖວິສາຫະກິຈ ການບິນລາວ ຍັງບໍ່ມີຄວາມຄືບໜ້າ ແລະດໍາເນີນໄປຢ່າງຊັກຊ້າ ນັບແຕ່ຣັຖບານລາວ ໄດ້ປະກາດແຕ່ງຕັ້ງ ຄະນະປະຕິຮູບ ຣັຖວິສາຫະກິຈການບິນລາວ ຈໍານວນ 9 ທ່ານ ໃນມື້ວັນທີ 18 ສິງຫາ 2022 ທີ່ຜ່ານມາ ຈົນມາຮອດປັດຈຸບັນ.
2023-05-12
ຊາວລາວກຳລັງ ປະເຊີນກັບອາກາດຮ້ອນທີ່ສຸດ ໂດຍຫຼາຍພື້ນທີ່ ຮ້ອນເຖິງ 38-41 ອົງສາ ແລະຄາດວ່າ ຄ່າໄຟ ຈະເພີ່ມຂຶ້ນ ຍ້ອນການໃຊ້ເຄື່ອງປັບອາກາດ ເຊັ່ນພັດລົມ ແລະແອ ເພື່ອບັນເທົາຄວາມຮ້ອນ, ຍັງສ້າງຄວາມກັງວົນ ໃຫ້ຊາວບ້ານ ກັບຄ່າໄຟຟ້າທີ່ສູງຢູ່ແລ້ວ ຈະສູງຂຶ້ນໄປຫຼາຍກວ່າເກົ່າອີກ.
2023-05-11
ການສຳຣວດ ລາຄາຂາຍຍ່ອຍ ຜັກສົດຊນິດຕ່າງໆ ມີການປັບຂຶ້ນ ໄປຕາມສະພາວະເສຖກິຈ ໂດຍສະເພາະ ບັນຫາເງິນກີບອ່ອນຄ່າລົງຫຼາຍ ເມື່ອທຽບໃສ່ເງິນບາທ ແລະໂດລ້າຣ໌ສະຫະຣັຖ ເຮັດໃຫ້ ຜູ້ປະກອບການ ຕ້ອງໄດ້ປັບລາຄາ ຕາມຕລາດ.
2023-05-11
ຍ້ອນມີການປູກມັນຕົ້ນ, ກ້ວຍຫອມ ແລະ ພືດອື່ນໆ ຫຼາຍຂຶ້ນ ຈຶ່ງເຮັດໃຫ້ເນື້ອທີ່ດິນ ທຳການກະເສດ ເສື່ອມໂຊມລົງຫຼາຍ ໃນເຂດເມືອງປາກຊ່ອງ ແຂວງຈຳປາສັກ, ຍ້ອນແນວນັ້ນ ອຳນາດການປົກຄອງ ຂອງແຂວງ ຈຶ່ງອອກຂໍ້ຕົກລົງ ຫ້າມປູກພືດກຸ່ມນັ້ນ.
2023-05-11
ສະພາບອາກາດ ແຫ້ງແລ້ງ ໄດ້ສົ່ງຜົລເຮັດໃຫ້ ແຫຼ່ງທ່ອງທ່ຽວ ນ້ຳຕົກ ໄດ້ຮັບຜົລກະທົບ ເຊິ່ງນ້ຳຕົກຕາດແສ້ ແລະ ຕາດກວາງຊີ ທີ່ມີຊື່ສຽງ ຂອງແຂວງຫຼວງພຣະບາງ ກໍໄດ້ຮັບຜົລກະທົບນີ້ນຳ ຂະນະທີ່ນັກທ່ອງທ່ຽວ ຢຸດການເດີນທາງ ໄປທ່ຽວນ້ຳຕົກ ໃນໄລຍະນີ້ ເຮັດໃຫ້ທຸຣະກິຈທີ່ກ່ຽວພັນ ກັບແຫຼ່ງທ່ອງທ່ຽວ ຖືກກະທົບ.
2023-05-11
ຊາວລາວ ມີການແລກປ່ຽນ ເງິນຕຣາຕ່າງປະເທດ ນອກລະບົບ ຫຼາຍຂຶ້ນ ຍ້ອນທະນາຄານ ບໍ່ສາມາດຕອບສນອງ ດ້ານເງິນຕຣາ ຕ່າງປະເທດ ໃຫ້ໄດ້ ເປັນຕົ້ນ ເງິນບາທ ແລະເງິນໂດລ້າຣ໌ ສະຫະຣັຖ ໂດຍສະເພາະພາຍຫຼັງ ທີ່ຣັຖບານສັ່ງປິດຮ້ານແລກ ເງິນທັງໝົດ.
2023-05-11
ພິທີເປີດການຊ້ອມຣົບ “ໂລ້ກໍ້າບັງມິຕພາບ” ລະຫວ່າງກອງທັບລາວ ແລະຈີນ ໄດ້ມີຂຶ້ນຢູ່ວິທຍາຄານທະຫານບົກ ກົມມະດໍາ ໃນເຂດນໍ້າຊວງ ເມືອງໂພນໂຮງ ແຂວງວຽງຈັນ ໃນມື້ວັນທີ 11 ພຶສພານີ້ ໂດຍມີທະຫານເຂົ້າຮ່ວມ ຫຼາຍກວ່າ 900 ຄົນ ເພື່ອການຮ່ວມມື ດ້ານກອງທັບ ຂອງ 2 ປະເທດນີ້.