ຮ້ານຮັບຊື້-ຂາຍ ເຫຼັກເສດ ຢູ່ສວັນນະເຂດ ອາດຖືກປິດ ແບບບໍ່ມີກຳນົດ

ທຸຣະກິຈ ຮັບຊື້-ຂາຍ ເຫລັກເສດ ແລະ ເສດໂລຫະ ທີ່ບໍ່ປຕິບັຕ ຕາມກົດໝາຍ ຈະຖືກສັ່ງໂຈະ ແບບບໍ່ມີກໍານົດ ພາຍຫລັງພົບວ່າ ມີການລັກລອບ ຊື້-ຂາຍ ຊັບສິນ ທີ່ເປັນຂອງສາທາຣະນະ ຫຼາຍຂຶ້ນ ເຊິ່ງສວນຫຼາຍ ຮ້ານຊື້-ຂາຍ ເຫຼັກເສດ ເປັນຂອງຄົນວຽດນາມ.

ແຜນທີ ນະຄອນໄກສອນ ພົມວິຫານ, ແຂວງສວັນນະເຂດ.
ແຜນທີ ນະຄອນໄກສອນ ພົມວິຫານ, ແຂວງສວັນນະເຂດ. (ຮູບພາບ: OpenStreetMap contributors/Datawrapper)

0:00 / 0:00

ຫ້ອງການ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງສວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ສັ່ງໂຈະຊົ່ວຄາວ ຮ້ານຮັບຊື້-ຂາຍເຫລັກເສດ ແລະ ເສດໂລຫະ ພາຍໃນແຂວງ ຫລັງທີ່ພົບວ່າ ບັນດາກຸ່ມຮ້ານຄ້າດັ່ງກ່າວນີ້ ມີການລັກລອບຊື້-ຂາຍ ຊັບສິນ ທີ່ເປັນຂອງສາທາຣະນະ ຫລາຍຂຶ້ນ ເປັນຕົ້ນວ່າ ສາຍໄຟ, ສາຍທອງແດງ, ເຄື່ອງຣົຖຈັກ ແລະ ຝາທໍ່ລະບາຍນ້ໍາ ແບບບໍ່ຖືກຕ້ອງ ເປັນຈໍານວນຫລາຍ.

ດັ່ງ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 10 ພືສພາ 2023 ທີ່ຜ່ານມານີ້ວ່າ:

“ສາເຫດການລັກສາຍໄຟ ການລັກນີ້ຫລາຍເລີຍ ມັນຈະມີພວກສວຍໂອກາດ. ອ່າ ຊື້ເສດເຫລັກນີ້ນ່າ ເກັບຊື້ຂອງຂີ້ລັກ ຂອງຫຍັງນີ້ ມັນກະທົບ ຝາທໍ່ນ້ໍາ ສາຍໄຟ ພວກຣົຖຈັກ ກໍມີກໍມີພວກເອົາມາຊໍາແຫລະ ເອົາມາຈາກຣົຖຈັກ ກໍມີ. ແມ່ນແຫລະ ມັນມີຫລາຍສ່ວນຫລາຍ ຈະເປັນຮ້ານວຽດ ເຂົາຢາກເນັ້ນພວກຮ້ານວຽດ.”

ທ່ານກ່າວຕື່ມວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຄື່ອນໄຫວ ສົມທົບກັບອໍານາຈການປົກຄອງບ້ານ ໃນເຂດບ້ານຕ່າງໆ ໃນການລົງເຮັດບົດບັນທຶກ ກັບ ບັນດາຮ້ານ ທີ່ດໍາເນີນທຸຣະກິຈ ເກັບຊື້ເຫລັກເສດ ແລະ ເສດໂລຫະ ຈໍານວນ 10 ເມືອງ ຈາກ 15 ເມືອງ ພາຍໃນແຂວງ. ທັງນີ້ ສະເພາະເທສບານ ນະຄອນ ໄກສອນ ພົມວິຫານ ປະກົດວ່າ ມີຮ້ານເກັບຊື້ເຫລັກເສດ ແລະ ເສດໂລຫະ ຈໍານວນ 46 ຮ້ານ, ໃນນີ້ຫລາຍກວ່າໝູ່ ແມ່ນຢູ່ໃນເຂດບ້ານສະໜາມໄຊ ຈໍານວນ 15 ຮ້ານ ແລະ ຖ້າຫາກຕ້ອງການ ກັບມາສືບຕໍ່ການເຮັດທຸຣະກິຈ, ຜູ້ປະກອບການ ຈະຕ້ອງປຕິບັດຕາມກົດໝາຍ ວ່າດ້ວຍ ວິສະຫະກິຈ ມາຕຣາ 212-213 ແລະ ຄໍາສັ່ງ ກ່ຽວກັບການ ໃຫ້ຄວາມຮ່ວມມື ໃນການຂຶ້ນທະບຽນ ແລະ ການອອກບັດ ສໍາລັບເຄື່ອນໄຫວຊົ່ວຄາວ ໃຫ້ແກ່ຊາວຕ່າງປະເທດ.

ໄລຍະທີ່ຜ່ານມາ ຊາວວຽດນາມ ທີ່ເຂົ້າມາປະກອບທຸຣະກິຈ ຮັບຊື້ເຫລັກເສດ ແລະ ເສດໂລຫະ ໃນແຂວງສວັນນະເຂດ ນິຍົມຮັບຊື້ສາຍໄຟ ແລະ ສາຍທອງແດງ ນໍາຊາວລາວ ໃນທ້ອງຖິ່ນ ທີ່ມັກນໍາມາຈາກ ການລັກສາຍໄຟຟ້າ ທີ່ນໍາເອົາສາຍທອງແດງ ມາຂາຍ ໄດ້ລາຄາ ຢູ່ 110,000 ກີບ/ກິໂລກຣາມ.

ດັ່ງຊາວບ້ານ ຜູ້ຮັບຊື້ເຫລັກເສດ ຣາຍຍ່ອຍ ເພື່ອຂາຍຕໍ່ໃຫ້ແກ່ຜູ້ຮັບຊື້ຂາຍຣາຍໃຫຍ່ ຢູ່ນະຄອນໄກສອນ ພົມວິຫານ ຜູ້ນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ແມ່ນ ຢູ່ນະຄອນໄກສອນນີ້ແຫລະ ອໍ່ ຫລາຍໄດ້ ໂອ້ ຫລາຍໆ ພວກເກັບຊື້ເຫລັກເສດ ສ່ວນຫລາຍຢູ່ຮ້ານວຽດ ຄົນວຽດຊື້. ໂຕເຫລັກເສດນີ້ ແບບເພິ່ນກໍເກັບຊື້ ໂດຍທົ່ວໄປນີ້ແຫລະ ແລ້ວກໍມັນມີ ຮ້ານຂາຍ ຮ້ານເກັບຊື້ເສດຫລັກ ແລ້ວ ກໍມີຄົນວຽດນາມ ເຂົາກໍມາເລາະເກັບຊື້ຊື່ໆ. ໂອ້ ສ່ວນຫລາຍຢູ່ນໍາວຽດ ພວກຄົນວຽດເຂົາໄປເລາະຊື້ ນໍາປະຊາຊົນ ແມ່ນຢູ່.”

ເຖິງແມ່ນວ່າ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະດໍາເນີນການໂຈະ ກິຈການຮ້ານ ຊື້-ຂາຍ ເຫລັກເສດ ແລະ ເສດໂລຫະໄປແລ້ວ ຈໍານວນຫລາຍ ແລະ ມີແຜນວ່າ ຈະໂຈະກິຈການ ດັ່ງກ່າວນີ້ ໃນທົ່ວແຂວງ ແຕ່ເຖິງຢ່າງໃດກໍຕາມ ຜູ້ປະກອບການ ໂຮງງານຂີ້ເຫຍື້ອ ຣີໄຊເຄິລ ພັດຍັງສາມາດຮັບຊື້-ຂາຍ ສິນຄ້າດັ່ງກ່າວນີ້ໄດ້ ເພື່ອນໍາໄປຫລອມ ເປັນເຫລັກເສັ້ນ ສໍາຣັບປຸກສ້າງອາຄານ ພາຍໃນປະເທດ.

ດັ່ງ ຊາວລາວ ຢູ່ນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ:

“ຜສົມເບິດ ຕອນນີ້ກໍ ກິໂລນຶ່ງ ມັນຕົກຢູ່ 5,000 ກີບ ຫັ້ນນ່າ ປະເພດໂຣງງານຫັ້ນ ປະເພດເຄື່ອງຣົຖ ນີ້ນ່າ ບໍ່ໆ ບໍ່ໄດ້ສົ່ງ ເພິ່ນຫລອມຢູ່ພີ້ເລີຍ ກໍເປັນພວກເຫລັກ ກໍເປັນຫລັກທົ່ວໄປນີ້ນ່າ ເຫລັກສໍາເຣັດຮູບ ເອົາມາ ກໍມີຕັ້ງແຕ່ ເຂົາເອົາໄປເຮັດໂຄງສ້າງບ້ານ ອິຫຍັງນີ້ແຫລະ ເຮືອນຊານ ອິຫຍັງນີ້ແຫລະ.”

ຂະນະດຽວກັນ ຜູ້ປະກອບການ ຮັບຊື້-ຂາຍ ເຫລັກເສດ ແລະ ເສດໂລຫະ ຍັງສາມາດປະມູນຊື້ເຫລັກເສດ, ສາຍໄຟ ແລະ ສາຍທອງແດງ ຈາກໜ່ວຍງານພາກຣັຖ ຕາມໄລຍະເວລາທີ່ກໍານົດ, ເປັນຕົ້ນ ໂຄງການກໍ່ສ້າງເຂື່ອນຂນາດໃຫຍ່ ແລະ ຣັຖວິສາຫະກິຈໄຟຟ້າລາວ ເພື່ອນໍາມາຄັດແຍກ ແລະ ສົ່ງອອກໄປຂາຍ ຍັງຕ່າງປະເທດ ໂດຍສະເພາະ ປະເທດວຽດນາມ ແລະ ຈີນ.

ດັ່ງ ເຈົ້າຂອງທຸຣະກິຈ ຮັບຊື້ເຫລັກເສດ ທາງພາກກາງ ຂອງປະເທດລາວ ນາງນຶ່ງກ່າວວ່າ:

“ອໍ້ ຊື້ ຊື້ເບິດເລີຍ ເປັນພວກອະໄຫລ່ຣົຖໃຫຍ່ ພວກໝໍ້ໄຟ ອີ່ຫຍັງນີ້ ກໍຊື້ ອັນນ່າ ອັນທີ່ພວກເຮົາ ຊື້ພາຍໃນ ແລ້ວກໍສົ່ງອອກໄປ ມັນຈະມີຈີນ ກັບ ວຽດ. ບໍ່ໆ ບໍ່ທັນໄດ້ຮັບຈາກໄທຍເທື່ອ ມັນຈະມີເນາະທອງແດງ ທອງແດງນີ້ ມັນກໍມີໄປວຽດ ໄປຈີນ ກໍມີ ແລ້ວກໍພວກໝໍ້ໄຟ ມໍເຕີ້ຣ໌, ສ່ວນໃຫຍ່ແລ້ວ ແມ່ນຈະໄປວຽດ. ໂຄງການທີ່ວ່າຂະເຈົ້າ ເປັນເຂື່ອນບໍ່ ກໍເຂື່ອນຂະເຈົ້າເບິດກໍານົດ ແລ້ວ ມັນມີເຫລັກເສດບໍ່ ເຫລັກຫຍັງ ເຮົາກໍໄປປະມູນຊື້ ຈັ່ງຊີ້ນ່າ.”

ຍານາງ ກ່າວຕື່ມວ່າ ປັດຈຸບັນ ເສດເຫລັກ ແລະ ເສດໂລຫະ ພາຍໃນປະເທດລາວ ມີລາຄາຂ້ອນຂ້າງຖືກ ເຮັດໃຫ້ທຸຣະກິຈ ໃນຂແໜງການດັ່ງກ່າວນີ້ ໄດ້ຜົລກໍາໄລ ຢ່າງໜ້ອຍ 30% ຖ້າຫາກສາມາດ ສົ່ງເຫລັກເສດ ອອກໄປຂາຍ ຍັງຕ່າງປະເທດ ເຖິງແມ່ນວ່າ ການສົ່ງອອກໄປຕ່າງປະທດ ຈະມີຂໍ້ຫຍຸ້ງຍາກ ແຕ່ຖ້າຫາກຜູ້ປະກອບການ ມີສາຍສັມພັນສ່ວນໂຕ ນໍາເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍສາມາດສົ່ງອອກ ສິນຄ້າ ດັ່ງກ່າວນີ້ ໄດ້ສະດວກຂຶ້ນ.

ກ່ອນໜ້ານີ້ ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າ ຜແນກອຸຕສາຫະກັມ ແລະ ການຄ້າ ແຂວງສວັນນະເຂດ ໃນຖານະ ສມາຊິກ ສະພາແຫ່ງຊາຕ ປະຈໍາເຂດເລືອກຕັ້ງທີ 13 ກ່າວໃນວັນທີ 22 ຕຸລາ 2022 ທີ່ຜ່ານມາ ວ່າ ການເກັບຊື້ເຫລັກເສດ ແລະ ເສດໂລຫະ ພາຍໃນແຂວງສວັນນະເຂດ ເຮັດໃຫ້ມີການລັກ ຊັບສິນ ສິ່ງຂອງຕ່າງໆ ທີ່ເປັນຂອງສາທາຣະນະ ເປັນຕົ້ນ ແມ່ນການລັກລອບ ແລະ ສວຍໂອກາດ ໃນການລັກຕັດສາຍໄຟຟ້າ ເຫລັກເສົາໄຟຟ້າ ປ້າຍສັນຍານຈະຣະຈອນ ແລະ ຕະແກງເຫລັກກັ້ນຂີ້ເຫຍື້ອ ບໍ່ໃຫ້ໄຫລລົງຮ່ອງນ້ໍາ ແລ້ວ ນໍາໄປຂາຍ ໃຫ້ຮ້ານເກັບຊື້ເຫລັກເສດ ແລະ ເສດໂລຫະ ໃນເບື້ອງຕົ້ນນີ້ ໄດ້ພົບເຫັນ ຈໍານວນຮ້ານໂຕຈິງ 30 ຮ້ານ ໃນນີ້ ເປັນຮ້ານຂອງຄົນວຽດນາມ 28 ຮ້ານ, ຮ້ານຂອງຄົນຈີນ 1 ຮ້ານ ແລະ ຮ້ານຂອງຄົນລາວ 1 ຮ້ານ ແລະ ບໍ່ພຽງແຕ່ແຂວງສວັນນະເຂດເທົ່ານັ້ນ ທີ່ມີການລົງກວດກາ ຮ້ານຮັບຊື້-ຂາຍເຫຼັກເສດ ແລະ ເສດໂລຫະ.

ກ່ອນໜ້ານີ້, ໃນທ້າຍເດືອນມີນາ ທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງວຽງຈັນ ກໍໄດ້ລົງກວດກາ 17 ບ້ານ ທີ່ຂຶ້ນກັບກຸ່ມບ້ານໄຊ ແລະ ກຸ່ມບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ພົບເຫັນ ຮ້ານຊື້-ຂາຍເຫຼັກເສດ ຈຳນວນ 26 ຮ້ານ ທີ່ດໍາເນີນທຸຣະກິຈ ໂດຍບໍ່ໄດ້ຮັບອະນຸຍາດ. ໃນນັ້ນສ່ວນຫຼາຍແລ້ວ ເປັນຮ້ານ ຂອງຄົນວຽດນາມ, ອີງຕາມການຣາຍງານຂອງ ພັນໂທ ບຸນຍົງ ສີບຸນເຮືອງ, ຮອງຫົວໜ້າ ຫ້ອງສັນຕິບານ ປກສ ນະຄອນຫຼວງວຽງຈັນ ທີ່ໄດ້ກ່າວຕໍ່ ກອງປະຊຸມ ສຣຸບ ຖອດຖອນບົດຮຽນ ໃນ ການເຄື່ອນໄຫວ ກວດກາ ແກ້ໄຂຮ້ານ ຮັບຊື້-ຂາຍ ເຫຼັກເສດ ຢູ່ເມືອງໄຊທານີ ໃນມື້ວັນທີ 30 ມີນາ ທີ່ຜ່ານມານີ້.

ເຖິງຢ່າງໃດກໍຕາມ, ໃນການລົງກວດກາ ຄັ້ງນັ້ນ, ພັດບໍ່ໄດ້ມີການສັ່ງໂຈະ, ແຕ່ເປັນພຽງການກວດກາ ຄວາມເປັນລະບຽບຮຽບຮ້ອຍ ແລະ ຕິດຕາມ ການເຂົ້າມາເຄື່ອນໄຫວເຮັດວຽກ ຂອງຄົນງານຕ່າງປະເທດເທົ່ານັ້ນ. ສບາຍດີ.