ຣາຍການ “ເມືອງລາວ ປະຈຳສັບປະດາ” ມື້ນີ້ ແມ່ນການ ສຳພາດ ທ່ານ ທ໋ອບ ເຈົ້າຂອງຣາຍການ ຢາກໃຫ້ເບິ່ງ

ໃນມໍ່ໆນີ້ ທາງວິທຍຸ ເອເຊັຽ ເສຣີ ຈະມີຣາຍການໃໝ່ ໃນຮູບແບບ ຂອງPodcast ທີ່ມີຊື່ວາ “ເມືອງລາວ ປະຈຳສັບປະດາ” ເຊິ່ງຣາຍການນີ້ ຈະນຳສເນີ ເຣື່ອງທີ່ເກີດຂຶ້ນ ໃນຮອບສັບປະດາ ແລະ ໃນມື້ນີ້ ຂ້າພະເຈົ້າ ສຸພັດຕາ ຈະນຳເອົາການສຳພາດ ຜູ້ເຮັດຣາຍຮູບແບບຂອງ Podcast ມານຳສເນີ.
ສຸພັດຕາ
2023.05.13
ຣາຍການ “ເມືອງລາວ ປະຈຳສັບປະດາ” ມື້ນີ້ ແມ່ນການ ສຳພາດ ທ່ານ ທ໋ອບ ເຈົ້າຂອງຣາຍການ ຢາກໃຫ້ເບິ່ງ ທ່ານ ທ໋ອບ ເຈົ້າຂອງເຟສບຸກເພຈ ທີ່ຈັດຣາຍການ Podcast ຢາກໃຫ້ເບິ່ງ.
ຂໍຂອບໃຈຮູບພາບຈາກ ທ່ານ ທ໋ອບ

ໃນມໍ່ໆນີ້ ທາງວິທຍຸ ເອເຊັຽ ເສຣີ ຈະມີຣາຍການໃໝ່ ມາສເນີ ໃຫ້ທ່ານໄດ້ຮັບຟັງ ໃນຮູບແບບ Podcast ທີ່ມີຊື່ວາ ເມືອງລາວ ປະຈຳສັບປະດາ ເຊິ່ງຣາຍການໃໝ່ນີ້ ເປັນຣາຍການສົນທະນາ ເຣື່ອງທີ່ໜ້າສົນໃຈຕ່າງໆ ທີ່ເກີດຂຶ້ນໃນຮອບສັບປະດາ ແລະ ໃນມື້ນີ້ ຂ້າພະເຈົ້າ ສຸພັດຕາ ກໍໄດ້ມີໂອກາດ ສໍາພາດ ຜູ້ຈັດຣາຍການ ອອກທາງ Podcast ທີ່ມີຊື່ວ່າ “ຢາກໃຫ້ເບິ່ງ” ສະນັ້ນ ຂໍເຊີນທ່ານຕິດຕາມຮັບຟັງ ຣາຍລະອຽດ ສິ່ງທີ່ໜ້າສົນໃຈ ຈາກການສໍາພາດໄດ້ເລີຍ.

(ຟັງສຽງສໍາພາດ:------------)

ທີ່ທ່ານ ໄດ້ຮັບຟັງສິ້ນສຸດລົງໄປນັ້ນ ແມ່ນການສໍາພາດ ທ່ານ ທ໋ອບ ເຈົ້າຂອງເຟສບຸກເພຈ ທີ່ຈັດຣາຍການ Podcast “ຢາກໃຫ້ເບິ່ງ” ເຊິ່ງທ່ານ ຢາກຈະສ້າງຣາຍການ ໃນ “ໂລກສັງຄົມອ໋ອນລາຍນ໌” ນີ້ໃຫ້ມີສາຣະ ທີ່ເປັນປະໂຫຍດໃຫ້ກັບສັງຄົມລາວ ແລະ ທ່ານຍັງຂໍເປັນສ່ວນນຶ່ງ ຂອງສື່ ເພື່ອແບ່ງປັນສິ່ງດີໆ ໃຫ້ກັບສັງຄົມໂດຍທົ່ວເຖິງ ເຊິ່ງເປົ້າໝາຍຂອງທ່ານ ແມ່ນການສໍາພາດແຂກຮັບເຊີນ ໃຫ້ໄດ້ເຖິງ 1,000 ທ່ານ ທີ່ຢູ່ໃນທຸກວົງການ ຂອງສັງຄົມລາວ ເຊິ່ງແນ່ນອນວ່າ ບັນດາທ່ານເຫຼົ່ານັ້ນ ຈະມີຂໍ້ມູນທີ່ໜ້າສົນໃຈ ມາເລົ່າ ມາແບ່ງປັນ ໃຫ້ຄົນລຸ້ນໃໝ່ ໄດ້ສຶກສາ ແລະ ໄດ້ຮຽນຮູ້. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.