ສະພາບເງິນກີບ ອ່ອນຄ່າລົງ ເຮັດໃຫ້ ຜັກຫຼາຍຊນິດ ແພງຂຶ້ນ

ການສຳຣວດ ລາຄາຂາຍຍ່ອຍ ຜັກສົດຊນິດຕ່າງໆ ມີການປັບຂຶ້ນ ໄປຕາມສະພາວະເສຖກິຈ ໂດຍສະເພາະ ບັນຫາເງິນກີບອ່ອນຄ່າລົງຫຼາຍ ເມື່ອທຽບໃສ່ເງິນບາທ ແລະໂດລ້າຣ໌ສະຫະຣັຖ ເຮັດໃຫ້ ຜູ້ປະກອບການ ຕ້ອງໄດ້ປັບລາຄາ ຕາມຕລາດ.

ການຄ້າຂາຍ ທີ່ຕລາດແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ, ເດືອນທັນວາ 2022.
ການຄ້າຂາຍ ທີ່ຕລາດແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ, ເດືອນທັນວາ 2022. (RFA)

0:00 / 0:00

ໃນໄລຍະ ສັປດາທຳອິດ ຂອງເດືອນ ພຶສພາ 2023 ທີ່ຜ່ານມາ, ໄດ້ມີການສຳຣວດ ລາຄາຂາຍຍ່ອຍ ຜັກສົດຊະນິດຕ່າງໆ ຢູ່ຕລາດບຶງທາຕຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ປາກົດວ່າ ຜັກຫຼາຍຊະນິດ ມີການຂຶ້ນລາຄາ ເມື່ອທຽບໃສ່ ກັບໄລຍະ ກ່ອນບຸນປີໃໝ່ລາວ, ເຊິ່ງຄາດວ່າ ການຂຶ້ນລາຄາຜັກ ອາດກ່ຽວພັນກັບ ບັນຫາເງິນກີບອ່ອນຄ່າ, ແລະ ສະພາບຣະດູການ ທີ່ກຳລັງຢູ່ໃນ ໜ້າແລ້ງ.

ສຳລັບຜັກທີ່ມີການຂຶ້ນລາຄາ ປະກອບມີ ຫອມປ້ອມ ກິໂລກຣາມ ລະ 65,000 ກີບ ຂຶ້ນເປັນ 100,000-110,000 ກີບ, ຫອມບົ່ວ ກິໂລກຣາມ ລະ 40,000-50,000 ກີບ ຂຶ້ນເປັນ 65,000 ກີບ, ຜັກສະລັດ ກິໂລກຣາມ ລະ 18,000-20,000 ກີບ ຂຶ້ນເປັນ 25,000-26,000 ກີບ, ໝາກເຂືອ ກິ ໂລກຣາມ ລະ 10,000 ກີບ ຂຶ້ນເປັນ 18,000-20,000 ກີບ, ຜັກກາດຂາວ ກິໂລກຣາມ ລະ 7,000-10,000 ກີບ ຂຶ້ນເປັນ 12,000 ກີບ, ແລະ ຜັກບົ້ງ ກິໂລກຣາມ ລະ 5,000 ກີບ ຂຶ້ນເປັນ 12,000 ກີບ.

ກ່ຽວກັບເຣື່ອງນີ້, ວິທຍຸ ເອເຊັຽ ເສຣີ ໄດ້ສອບຖາມ ໄປຍັງແມ່ຄ້າຂາຍສົ່ງຜັກ ນາງນຶ່ງ ຢູ່ນະຄອນ ຫຼວງວຽງຈັນ ວ່າ ລາຄາຂາຍສົ່ງຜັກ ຫາກໍ່ຂຶ້ນ ຫຼັງຈາກບຸນປີໃໝ່ລາວ ໂດຍຜັກກາດຂາວ ຂາຍລາຄາໝື່ນ ລະ 90,000 ກີບ ສ່ວນກະຫຼ່ຳ ຂາຍລາຄາໝື່ນ ລະ 120,000 ກີບ.

ດັ່ງ ນາງກ່າວ ໃນມື້ວັນທີ 9 ພຶສພາ 2023 ນີ້ວ່າ:

“(ຜັກກາດຂາວ) ໝື່ນນຶ່ງ 90,000, ຕົກໂລ 7,000-8,000 ແຫຼະ. ແມ່ນມີແຕ່ກະຫຼ່ຳ ໝື່ນນຶ່ງ 120,000. (ຜັກອື່ນໆ) ໃນຕລາດມີ ແຕ່ເຮົາບໍ່ຮູ້ລາຄາກໍ່, ແມ່ນ ມັນຂຶ້ນລາຄາ ຫຼັງປີໃໝ່ນີ້ນ່ະ.”

ນາງກ່າວຕື່ມວ່າ ສຳລັບ ລາຄາຂາຍຍ່ອຍຜັກ ທັງສອງປະເພດ ກໍຈະບວກຂຶ້ນຕື່ມອີກ ປະມານກິໂລກຣາມ ລະ 5,000-10,000 ກີບ ຂຶ້ນຢູ່ກັບ ພໍ່ຄ້າແມ່ຄ້າ ລາຍຍ່ອຍກຳນົດ.

ນອກຈາກນີ້ແລ້ວ, ເຖິງແມ່ນວ່າ ຜັກກາດຂາວ ແລະ ກະຫຼ່ຳຂອງນາງ ຈະປູກຢູ່ດິນຂອງລາວ ແຕ່ກໍ່ຕ້ອງໄດ້ອ້າງອີງ ລາຄາຂາຍຢູ່ຕລາດ ນຳອີກ.

ທາງດ້ານ ຊາວບ້ານ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ ໄລຍະນີ້ ລາຄາຜັກ ຢູ່ຕລາດແພງຂຶ້ນຫຼາຍ ຍ້ອນບັນຫາເງິນເຟີ້ ແລະ ການນຳເຂົ້າຜັກ ຈາກຕ່າງປະເທດຫຼາຍ. ອີກທັງ ໄລຍະນີ້ ປະເທດຈີນ ເຊິ່ງແມ່ນຜູ້ສົ່ງອອກ ຜັກລາຍໃຫຍ່ ກຳລັງຢູ່ໃນຣະດູແລ້ງ ຈຶ່ງເຮັດໃຫ້ ລາຄາຜັກທີ່ນຳເຂົ້າຈາກຈີນ ແພງຂຶ້ນ, ໂດຍຜັກຊີ ກໍ່ໄດ້ຂຶ້ນລາຄາຈາກ 60,000 ກີບ ຕໍ່ ກິໂລກຣາມ ເປັນ 100,000 ກີບ ຕໍ່ກິໂລກຣາມ ແລ້ວ.

“ດຽວນີ້ມັນມີເງິນເຟີ້ ແລ້ວເຂົາເຈົ້ານຳເຄື່ອງເຂົ້າ ມາຈາກຕ່າງປະເທດ, ສ່ວນຫຼາຍເຄື່ອງກະນຳເຂົ້າ ມາຈາກຈີນຫຼາຍ, ຈີນກະເຂົ້າຣະດູແລ້ງແລ້ວຕິ ເຂົ້າຣະດູແລ້ງແລ້ວນິ ຜັກຫອມຢູ່ຕລາດ ຄືຜັກຊີ ປັດຈຸບັນກໍຖືກຢູ່ ປະມານເກືອບວ່າ 200 ບາທ​ (100,000 ກີບ), ຄືຫວ່າງແລ້ວນີ້ ມັນຖືກຢູ່ປະມານໂລລະ 120 ບາທ (60,000 ກີບ) ນິ້ບໍ່?.”

ໃນຂະນະທີ່ ຊາວບ້ານ ອີກຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ເຊັ່ນດຽວກັນ ກໍເຫັນວ່າ ຜັກທີ່ຂາຍຢູ່ລາວ ສ່ວນຫຼາຍ ແມ່ນນຳເຂົ້າມາຈາກຈີນ ເຊິ່ງກໍ່ພາໃຫ້ ລາຄາຜັກທີ່ປູກຢູ່ລາວ ແພງຂຶ້ນຕາມລາຄາຜັກຈີນ.

“ສິນຄ້າພວກປະເພດຜັກ ສ່ວນຫຼາຍກະມາຈາກຈີນແດ່ ຫັ້ນນ່າ, ແຕ່ວ່າຄົນລາວກະປູກແນ່ ກະຫຼາຍຢູ່, ຜັກລາວກະແພງຫັ້ນແຫຼະ, ຄື ຫອມປ້ອມນີ້ ບາງທີກໍ່ແພງ ບາງທີກໍ່ຖືກ.”

ກ່ຽວກັບບັນຫາດັງກ່າວ, ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ຢູ່ແຂວງຫຼວງພຣະບາງ ກ່າວວ່າ ທາງພາກສ່ວນຂອງທ່ານ ກໍ່ໄດ້ລົງກວດກາ ລາຄາຂາຍຜັກ, ຊີ້ນ ແລະ ສິນຄ້າອື່ນໆ ຢູ່ຕລາດພາຍໃນເມືອງເປັນປະຈຳ, ເພື່ອປ້ອງກັນບໍ່ໃຫ້ພໍ່ຄ້າແມ່ຂາຍ ສວຍໂອກາດ ຂຶ້ນລາຄາຂາຍເຄື່ອງ ດັ່ງກ່າວ.

ດັ່ງທີ່ທ່ານ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

“ໂອ! ໂຕນີ້ປະຕິບັດປົກກະຕິໂຕນີ້ຫັ້ນນ່າ. ລົງກວດກາ ລົງຄວບຄຸມລາຄາ ປົກກະຕິໂຕນີ້ນ່າ. ທຸກໆ ອາທິດເລີຍໂຕນີ້ນ່າ.”

ເຖິງຢ່າງໃດກໍ່ຕາມ, ຊາວກະສິກອນ ນາງນຶ່ງ ຢູ່ແຂວງຊຽງຂວາງ ນາງນຶ່ງ ຊາວກະສິກອນທີ່ປູກຫອມປ້ອມ, ຫອມບົ່ວ ແລະ ໝາກເຜັດ ບໍ່ໄດ້ຮັບປໂຍດຫຼາຍປານໃດ ຈາກລາຄາຜັກ ທີ່ສູງຂຶ້ນນີ້, ຍ້ອນວ່າ ພໍ່ຄ້າຄົນກາງ ກໍ່ໄດ້ຮັບຊື້ຜັກ ໃນລາຄາຖືກກວ່າ ລາຄາຂາຍຕໍ່ ເຄິ່ງນຶ່ງ.

“ຢູ່ຊຽງຂວາງ ເຂົາເຈົ້າຊື້ແຕ່ໂລນຶ່ງ 40,000 ຊ່ວງນີ້, ແຕ່ເຂົາເຈົ້າໄປຂາຍຢູ່ວຽງກະໂລ 70,000-80,000 ຫຼື ວ່າ ໂລລະແສນຫັ້ນນ່າ, ແຕ່ຫອມບົ່ວ ເຂົາເຈົ້າຊື້ມື້ນີ້ລະແມ່ນໂລນຶ່ງນ່າ 20,000 ແຕ່ວ່າເຂົາເຈົ້າໄປສົ່ງຮອດວຽງ ລາຄາມັນກໍ່ຈະຂຶ້ນໆ ຕລອດ, ເຂົາເຈົ້າຢູ່ແຖວບ້ານມາຊື້ໄປສົ່ງ ສົ່ງໃຫ້ເຂົາເຈົ້າຢູ່ວຽງຫັ້ນນ່າ, ເຂົາເຈົ້າມາເອົາຢູ່ເຮືອນເລີຍ, ຢູ່ທາງພີ້ຫວາ, ເຂົາເຈົ້າປູກໝາກເຜັດ ສົ່ງອອກໄປວຽງ ໝື່ນນຶ່ງ 4-500,000 ນີ້ນ່ະ ປະມານນີ້ລ່ະ.”

ອີງຕາມ ບົດຣາຍງານ ສະພາບອັດຕຣາເງິນເຟີ້ ປະຈຳເດືອນເມສາ 2023 ຈາກສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະ ການລົງທຶນຂອງລາວ ຣະບຸວ່າ ສະພາບລາຄາສິນຄ້າ ເດືອນເມສາ 2023 ໝວດອາຫານ ແລະ ເຄື່ອງດື່ມ ບໍ່ມີທາຕເຫຼົ້າ ມີອັດຕຣາເພີ່ມຂຶ້ນ 2.6% ເມື່ອທຽບໃສ່ເດືອນຜ່ານມາ, ໃນນີ້ ລາຄາຜັກສົດ ແມ່ນມີອັດຕຣາເພີ່ມຂຶ້ນ ຫຼາຍກວ່າສິນຄ້າ ໝວດອາຫານອື່ນ​ ໆ ກໍ່ຄື 7.7%. ໃນບົດຣາຍງານ ດັ່ງກ່າວ ລະບຸວ່າ ສາເຫດທີ່ ລາຄາສິນຄ້າເພີ່ມຂຶ້ນ ຍ້ອນວ່າ ມີຄວາມຕ້ອງການສິນຄ້າ ໃນໄລຍະ ເທສະການບຸນປີໃໝ່ລາວ ແລະ ການອ່ອນຄ່າລົງ ຂອງເງິນກີບ ທີ່ພວມສືບຕໍ່ ຢ່າງລຽນຕິດ, ໂດຍອັດຕຣາ ແລກປ່ຽນເງິນກີບ ຂອງທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ ປະຈຳວັນທີ 9 ພຶສພາ 2023 ມີດັ່ງນີ້, ເງິນໂດລ້າຣ໌ ສະຫະຣັຖ 17,515 ກີບ, ເງິນບາທໄທຍ 525 ກີບ ແລະ ເງິນຢວນຈີນ 2,556 ກີບ ຕາມລຳດັບ.