ນັກສິດມະນຸສລາວ ຖືກຄຸກຄາມເຖິງຊີວິດ, ນັກຂ່າວ ຖືກຂັງຄຸກ
2023.05.13

ເຫດການຍິງ ທ້າວ ອານຸຊາ ຫຼວງສຸພົມ ຫຼື ແຈັກ ເຈົ້າຂອງເຟສບຸກ ທີ່ “ຂັບເຄື່ອນດ້ວຍຄີບອດ” ໃນວັນທີ 29 ເມສາ ທີ່ຜ່ານມາ ຍັງສ້າງຄວາມຄາໃຈ ແລະ ສົ່ງໄສ ແກ່ສັງຄົມ. ໃນເບື້ອງຕົ້ນ ຄົນກໍເຂົ້າໃຈວ່າ ທ້າວ ແຈັກເສັຽຊີວິດ ແຕ່ ຕໍ່ມາກໍມີການແຈ້ງຄວາມ ຄືບໜ້າວ່າ ລາວຍັງມີຊີວິດຢູ່. ມີຄົນວິຈານກັນວ່າ ຜູ້ທີ່ຍິງ ທ້າວ ແຈັກນັ້ນ ເປັນເຈົ້າໜ້າທີ່ຕໍຣວດນອກເຄື່ອງແບບ ແຕ່ວ່່າ ເຈົ້າໜ້າທີ່ຕໍາຣວດ ກໍຖແລງຂ່າວວ່າ ເຫດຈູງໃຈ ໃນການຍິງ ອາດຈະມາຈາກຂໍ້ຂັດແຍ່ງ ທາງດ້ານທຸຣະກິຈ ແລະ ບັນຫາຊູ້ສາວ.
ພັກເອກ ອຸບົນ ຈຸນລະມະນີ, ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ໄດ້ຖແລງຕອນນຶ່ງ ວ່າ:
“ຕໍ່ກັບເຫດການດັ່ງກ່າວ ເຈົ້າໜ້າທີ່ສັນນິຖານເບື້ອງຕົ້ນ ອາດເປັນຂໍ້ຂັດແຍ້ງດ້ານທຸຣະກິຈ ຫຼື ຂໍ້ຂັດແຍ້ງບັນຫາຊູ້ສາວ. ມາຮອດປັດຈຸບັນທາງເຈົ້າໜ້າທີ່ ໄດ້ສືບຕໍ່ດຳເນີນສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານຕາມຂັ້ນຕອນຂອງກົດໝາຍ.”
ເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:
“ກະຊວງປ້ອງກັນຄວາມສງົບ ໄດ້ຕິດຕັ້ງກ້ອງວົງຈອນປິດ ຢູ່ນະຄອນຫລວງວຽງຈັນ ທັງໝົດປະມານ 5,000 ຈຸດ ເຊິ່ງບໍ່ລວມທັງກອງວົງຈອນປິດ ທີ່ຢູ່ເຮືອນຂອງປະຊາຊົນ ແລະ ບໍຣິສັດຫ້າງຮ້າງຕ່າງໆ. ຖ້າວ່າ ເຈົ້າໜ້າທີ່ຈະຕິດຕາມມືປືນ ທີ່ຍິງ ທ້າວ ແຈັກ ນັ້ນ ກໍຄົງຈະເຮັດໄດ້ ຍ້ອນວ່າ ກ້ອງວົງຈອນປິດຢູ່ນະຄອນຫລວງວຽງຈັນ ມີຫຼາຍຈຸດ.”
ນອກຈາກນີ້, ທີ່ຜ່ານມາ ວິທຍຸ ເອເຊັຽເສຣີ ກໍໄດ້ຕິດຕໍ່ຫາ ພັກເອກ ອຸບົນ ຈຸນລະມະນີ, ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫລວງວຽງຈັນ ແຕ່ ທ່ານ ກໍບອກວ່າ ເຈົ້າໜ້າທີ່ກໍາລັງສືບສວນ ສອບສວນ ຢູ່, ແຕ່ ເມື່ອຖາມວ່າ ຜູ້ທີ່ຍິງ ທ້າວ ແຈັກ ເປັນຕໍາຣວດນອກເຄື່ອງແບບ ຫຼື ບໍ່ ພັນເອກ ອຸບົນ ກໍປິດສາຍໂທລະສັບ (ວາງໂທຣະສັບ).
ສຽງນັກຂ່າວໂທສໍາພາດ:
ນັກຂ່າວ: ຮາໂລ ທ່ານ.
ພັນເອກະ ອຸບົນ: ເອີ! ຂ້ອຍຄາປະຊຸມຢູ່ເດີ.
ນັກຂ່າວ: ເອີ! ໜ້ອຍນຶ່ງ ທ່ານ ການສືບສວນ ສອບສວນ ເປັນຈັ່ງໃດທ່ານ?
ພັນເອກ ອຸບົນ: ຄັນວ່າ ອັນນັ້ນ ເຂົ້າມາຫ້ອງການ ລົມໂທລະສັບ ມັນບໍ່ອັນນັ້ນ.
ນັກຂ່າວ: ອັນນີ້ ຢູ່ອາເມຣິກາ ພີ່ນ່າ ທ່ານ ຕົກລົງວ່າ ເປັນຈັ່ງໃດ?
ພັນເອກ ອຸບົນ: ບໍ່ຮູ້ຈັກຊິລົມແຫຼະເດີ.
ນັກຂ່າວ: ຄໍາຖາມດຽວ ທ່ານ ເປັນຈັ່ງໃດ ທ່ານ ອັນໄດ້ຍິນວ່າ ຕໍາຣວດ ນອກເຄື່ອງແບບຍິງຫັ້ນນ່າ ທ່ານ.
ພັນເອກ ອຸບົນ: ປິດສາຍ ທັນທີ.
ທ້າວ ອານຸຊາ ຫຼວງສຸພົມ ຫລື “ແຈັກ” ທີ່ຖືກຍິງເມື່ອວັນເສົາ ວັນທີ່ 29 ເມສາ 2023 ທີ່ນະຄອນຫຼວງວຽງຈັນນັ້ນ ປັດຈຸບັນ ຮູ້ສຶກໂຕແລ້ວ ແລະ ສາມາດສື່ສານ ດ້ວຍການພິມ ຂໍ້ຄວາມໃນໂທຣະສັບມືຖື ໄດ້ແລ້ວ ແຕ່ບໍ່ສາມາດເວົ້າໄດ້ເທື່ອ ເພາະລິ້ນຂາດແລະ ເສັ້ນປະສາດທາງໃນເສັຍຫາຍ ອີງຕາມ ການບອກເລົ່າ ຂອງຄົນ ທີ່ໃກ້ຊິດຄອບຄົວ ຂອງລາວ.
ວິທຍຸ ເອເຊັຽ ເສຣີ ໄດ້ໂທໄປຫາໂຮງໝໍ ມິດຕະພາບ 150 ຕຽງ ເພື່ອສອບຖາມ ກ່ຽວກັບອາການຂອງ ທ້າວ ແຈັກ ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງບໍ່ສະດວກ ໃຫ້ຂໍ້ມູນ.
ອີງຕາມການຖແລງການ ຂອງ ອົງການສິ້ງຊອມ ດ້ານສິດທິມະນຸສ (Human Rights Watch) ໃນວັນທີ 04 ພຶສພາ ທີ່ຜ່ານມາ, ຄອບຄົວຂອງ ທ້າວ ແຈັກ ແລະ ແຫຼ່ງຂ່າວອື່ນໆ ໄດ້ຢັ້ງຢືນດ້ວຍຄຳເວົ້າ ແລະ ຫຼັກຖານ ຈາກຮູບຖ່າຍວ່າ ທ້າວ ແຈັກ ຍັງມີຊີວິດຢູ່, ລອດຈາກການຖືກລອບຍິງ ແລະ ຢູ່ລະຫວ່າງການປິ່ນປົວ ຢູ່ໂຮງໝໍ.
ອົງການສິ້ງຊອມ ດ້ານສິດທິມະນຸສ ໄດ້ຮຽກຮ້ອງໃຫ້ທາງການລາວ ຄຸ້ມຄອງ ທ້າວແຈັກ ໃຫ້ມີຄວາມປອດໄພ ແລະ ເລັ່ງດຳເນີນການ ສືບສວນ-ສອບສວນ ຢ່າງລະອຽດ.
ທ່ານ ຟີລ ໂຣເບີດຊັນ (Phil Robertson) ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸສ ປະຈຳພາກພື້ນ ເອເຊັຽ-ແປຊີຟິກ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 04 ພຶສພາ 2023 ນີ້ວ່າ: “ຕໍາຣວດລາວ ກໍເລີຍເຂົ້າໄປຫາເຂົາທີ່ໂຮງໝໍ ຄອບຄົວກໍເຂົ້າໃຈວ່າ ຕ້ອງເວົ້າຄວາມຈິງ ແລ້ວ ເພາະວ່າຕຳຣວດຮູ້ແລ້ວ ເວົ້າໃຫ້ຈະແຈ້ງວ່າ ເຂົາຍັງມີຊີວິດຢູ່ ເພື່ອນ ແລະ ຄອບຄົວກໍເປັນຫ່ວງວ່າ ມືປືນຈະກັບມາ. ສະຖານທູດຕ່າງໆ ກໍກຳລັງຕິດຕາມ ຣັຖບານ ສປປ ລາວ ກໍຍັງຕ້ອງມີຄວາມຮັບຜິດຊອບ ທີ່ຈະຕ້ອງປົກປ້ອງ ສອບສວນເອົາຄວາມຈິງ ເປີດເຜີຍຂໍ້ມູນ ຕາມຫາຄົນທີ່ຍີງເຂົາແລ້ວກໍຈັບເຂົາ ແລ້ວກໍດຳເນີນຄະດີ.”
ສ່ວນທາງດ້ານອົງການ ນິຣະໂທດສະກັມ ສາກົລ (Amnesty International) ຍັງບໍ່ສາມາດກວດສອບໄດ້ ຢ່າງອິດສະຣະ ກ່ຽວກັບກໍຣະນີ ຂອງ ທ້າວ ແຈັກ ດັ່ງໂຄສົກ ຂອງອົງການນິຣະໂທດ ສະກັມ ສາກົລປະຈຳພາກພື້ນ ເອເຊັຍ-ແປຊີຟິກ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນວ່າ:
“ຕ້ອງຍອມຮັບວ່າ ຕອນນີ້ພວກເຮົາຍັງບໍ່ສາມາດ ກວດສອບ ດ້ວຍໂຕເອງໄດ້ ໃນຖານະອົງກອນ. Amnesty ສະນັ້ນຂໍ້ມູນທີ່ໄດ້ຮັບມາ ມັນກໍອາດເປັນ Second-hand information ຫຼືວ່າ ຂໍ້ມູນມືສອງຈະເຫັນວ່າ ແທ້ຈິງຕອນນີ້ ມີການເຜີຍແຜ່ນ ຮູບພາບ ຂອງທ້າວ ແຈັກ ທີ່ຢູ່ໃນໂຮງໝໍແລ້ວ ກໍເປັນພາບທີ່ສະແດງໃຫ້ເຫັນ ໃນລັກສະນະວ່າ ທ້າວ ແຈັກ ຍັງມີຊິວິດ ຢູ່ກໍຄືລອດຊີວິດ ຈາກເຫດການຍິງ ມີຂໍ້ຄວາມຈາກຫຼາຍຄົນ ຫຼືືວ່າ ຈາກຫຼາຍອົງກອນ ທີ່ອອກມາຢັ້ງຢືນວ່າ ຍັງມີຊິວິດ.”
ເຖິງວ່າວີດີໂອ ບຸກຍິງ ທ້າວ ແຈັກ ຢູ່ບາຣ໌ ບ້ານດົງໝ້ຽງ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ຈະຖືກເຜີຍແຜ່ ໂດຍໜັງສືພິມ ລາວພັທນາ ຊຶ່ງເປັນສື່ຂອງຣັຖບານລາວ ແຕ່ທາງການລາວ ກໍຍັງບໍ່ສາມາດຈັບ ຜູ້ກຳທຳຜິດໄດ້ເທື່ອ.
ກ່ອນໜ້ານີ້ ໃນປີ 2000 ທາງການລາວ ໄດ້ລົງນາມ ໃນອະນຸສົນທິສັນຍາ ລະຫວ່າງປະເທດ ວ່າດ້ວຍສິດທິພົລເມືອງ ແລະສິດທິທາງການເມືຶອງ ICCPR ຊຶ່ງຮັບປະກັນສິດໃນການມີຊີວິດ ພາຍໃຕ້ ມາຕຣາ 6 ແລະ ສິດທິເສຣີພາບ ໃນການສະແດງອອກ ພາຍໃຕ້ມາຕຣາ 19.
ຍານາງ ຄໍຣີເຍາະ ມານຸແຊ ນັກກົດໝາຍ ດ້ານສິດທິມະນຸສ ໃນໄທຍກ່າວວ່າ:
“ຮັບຮອງອະນຸສັນຍາ ICCPR ແລ້ວກໍເປັນໜ້າທີ່ ຂອງຣັຖບານທີ່ຈະຕ້ອງແກ້ໄຂ ກົດໝາຍພາຍໃນໃຫ້ມັນສອດຄ່ອງກັບ ICCPR ການທີ່ກົດໝາຍ ພາຍໃນຂັດແຍ່ງ ກັບກົດໝາຍລະຫວ່າງປະເທດ ຊຶ່ງປະເທດນັ້ນໄດ້ຮັບຮອງ ມັນກໍເປັນກົດໝາຍທີ່ບໍ່ຊອບທັມ ແຕ່ຢ່າງໃດກໍຕາມ ອະນຸສັນຍາ ລະຫວ່າງປະເທດ ມັນບໍ່ມີບົດລົງໂທດ ແຕ່ວ່າມັນກໍຈະມີຜົລ ໃນເຣື່ອງຂອງການທີ່ນາໆປະເທດ ອາດ Sanction ຄວ້ຳບາດ ບໍ່ ອາດຖືກປະນາມ ໃນເວທີໂລກບໍ່.”
ຣັຖທັມມະນູນ ແຫ່ງ ສປປ ລາວ ຮັບປະກັນສິດເສຣີພາບ ຂອງພົລເມືອງລາວ ແຕ່ປະມວນກົດໝາຍອາຍາ ມາຕຣາ 117 ພັດລົງໂທດ ບຸກຄົນທີ່ໂຄສະນາ ຕ້ານຣັຖບານລາວ.
ທ້າວ ອານຸຊາ ຫຼວງສຸພົມ ຫຼື ແຈັກ ນັກເຄື່ອນໄຫວ ເພື່ອປະຊາທິປະໄຕ ໃນລາວ ໄວ 25 ປີ ເປັນບຸກຄົນ ທີ່ມີຄວາມສົນໃຈ ກ່ຽວກັບການເມືອງ ປຽບທຽບ ແລະເປັນນຶ່ງໃນທີມງານ ຜູ້ດູແລ ກຸ່ມເຟສບຸກແບບປິດ ທີ່ໃຊ້ຊື່ວ່າ “ລາວດຣາມ່າ” ມີສະມາຊິກປະມານ 7,000 ຄົນ ທີ່ໄດ້ສ້າງຕັ້ງຂຶ້ນ ໃນເດືອນເມສາ 2020 ເພື່ອໃຊ້ເປັນພື້ນທີ່ ສຳລັບການເວົ້າຈາລົມກັນກ່ຽວກັບ ບັນຫາປະຊາທິປະໄຕ ແລະສິດທິມະນຸດໃນລາວ ຜ່ານ # ຖ້າການເມືອງລາວດີ.
ຈາກນັ້ນໃນເດືອນມີນາ 2022 ທ້າວແຈັກ ແລະ ໝູ່ເພື່ອນໄດ້ຮ່ວມກັນສ້າງຕັ້ງ ເພຈເຟສບຸກ ແບບສາທາຣະນະ ຊື່ວ່າ “ຂັບເຄື່ອນດ້ວຍຄີບອດ” ພ້ອມກັບເພຈອື່ນໆ ຢ່າງໜ້ອຍ 3 ເພຈ ເພື່ອບອກເລົ່າເຣື່ອງຕ່າງໆ ທີ່ເກີດຂຶ້ນພາຍໃນປະເທດລາວ ຜ່ານ # ສຽງຂອງພວກເຮົາ ແລະ # What’s Happening in Laos ຄວບຄູ່ໄປກັບ ຄວາມພະຍາຍາມ ໃນການກຳຈັດ ອິດທິພົນຈີນ ໃນລາວ ພາຍໃຕ້ຄຳຂັວນທີ່ວ່າ “ເພື່ອໃຫ້ລາວຢູ່ລອດ ບໍ່ແມ່ນຂ້າທາດຈີນ.”
ນອກຈາກນີ້, ບັນດານັກຂ່າວ ຢູ່ປະເທດເພື່ອນບ້ານ ທີ່ມີການຣາຍງານຄວາມຈິງ ແລະ ກວດສອບຣັຖບານ ກໍຖືກຈັບໄປຫຼາຍຄົນ.

ເພື່ອລຳລຶກ ໂອກາດຄົບຮອບ 30 ປີ ຂອງວັນສາກົລວ່າດ້ວຍເສຣີພາບ ສື່ມວນຊົນ ວັນທີ 3 ພຶສພາ ໂດຍແມ່ນອົງການ ຂ້າຫລວງໃຫຍ່ ແຫ່ງສະຫະປະຊາຊາຕ ເປັນຜູ້ປະກາດຮັບຮອງ ວັນດັ່ງກ່າວ, ວິທຍຸ ເອເຊັຽເສຣີ ໄດ້ເນັ້ນຢ້ຳ ເຖິງຜົລງານ ຂອງນັກຂ່າວ ແລະ ບລອກເກີ ຜູ້ທີ່ຖືກຄຸມຂັງ ຢູ່ໃນຫຼາຍປະເທດ ເຂດອາເຊັຽແປຊິຟິກ. ຫົວຂໍ້ຂອງ ວັນສາກົລວ່າດ້ວຍ ເສຣີພາບສື່ມວນຊົນ ປີນີ້ແມ່ນ: ເສຣີພາບການປາກເວົ້າ ເປັນສິ່ງຂັບເຄື່ອນສິດທິມະນຸສ, ໄດ້ເນັ້ນຢ້ຳເຖິງຄວາມສຳພັນ ລະຫວ່າງ ສິ່ງນາບຂູ່ຕໍ່ເສຣີພາບ ສື່ມວນຊົນ, ຄວາມປອດໄພຂອງນັກຂ່າວ, ແລະ ການຄຸກຄາມສິດທິ ຂອງຄົນຫຼາຍຂຶ້ນ.
ຄວາມກັງວົນຍັງບໍ່ໝົດໄປ, ຍັງມີການຈັບນັກຂ່າວວິທຍຸ ເອເຊັຽ ເສຣີ ແລະ ບລອກເກີ ຂັງຄຸກ, ເພື່ອນຮ່ວມງານ ທີ່ເປັນສຳນັກຂ່າວ ສຽງອາເມຣິກາ ແລະ BBC ເກີດຂຶ້ນ ຢູ່ປະເທດ ແລະ ເຂດແຄວ້ນ ທີ່ໄດ້ມີການຈຳກັດ ສິດເສຣີພາບ ຂອງສື່ມວນຊົນ.
ລາຍຊື່ນັກຂ່າວ ວິທຍຸ ເອເຊັຽເສຣີ ທີ່ຖືກຈັບ ລວມມີ:
- ທ່ານ ເອດມັນດ໌ ຫວັນ ຢູ-ຊິງ (Edmund Wan Yiu-sing) ເປັນທີີ່ຮູ້ຈັກກັນດີ ໃນນາມ ດີເຈ ຈິ ຖືກສານຮົງກົງ ຕັດສິນໃນເດືອນຕຸລາ 2022 ໃຫ້ຈຳຄຸກ 2 ປີ ກັບ 8 ເດືອນ ໃນຂໍ້ຫາປຸກລະດົມປະຊາຊົນ ແລະ ຟອກເງິນ ເຊິ່ງທ່ານກໍປະຕິເສດຂໍ້ກ່າວຫາດັ່ງກ່າວ. ກ່ອນທີ່ ທ່ານຈະຖືກຈັບໃນເດືອນກຸມພາ 2021, ທ່ານ ເຄີຍ ຈັດລາຍການ ແລະ ລາຍງານຂ່າວ ແລະ ວິພາກວິຈານຮົງກົງ, ທ່ານ ເຄີຍ ເຮັດສະຖານີ ວິທຍຸ ທາງອອນລາຍນ໌ ແບບອິດສະຫຼະ. ທ່ານ ເຄີຍຈັດລາຍການ ວິທຍຸ ເອເຊັຽ ເສຣີ ຜແນກພາສາຈີນ ນັບແຕ່ປີ 2017-2020.
- ຍານາງ ເທດເທດຂີນ (Htet Htet Khine), ອະດີດຜູ້ປະກາດຂ່າວ ໂທລະທັດ BBC ຖືກຕັດສິນຈຳຄຸກ ເປັນເວລາ 3 ປີ ໃນຂໍ້ຫາປຸກລະດົມ ແລະ ການຕັ້ງສະມາຄົມ ທີ່ຜິດກົດໝາຍ. ນາງ ເທດເທດ ຂີນ ຖືກຈັບ ຫຼັງຈາກທະຫານພະມ້າ ເຂົ້າມາຍຶດອຳນາດ ໄດ້ 6 ເດືອນ.
- ທ່ານ ຫງຽນ ເຕືອງ ທຸຍ (Nguyen Tuong Thuy) ເປັນບລອກເກີ ໃຫ້ແກ່ວິທຍຸ ເອເຊັຽ ເສຣີ ກ່ຽວກັບເຣື່ອງປະຊາທິປະໄຕ ແລະ ສິດທິມະນຸສ, ແລະ ບັນຫາສັງຄົມ ຖືກສານຕັດສິນຈໍາຄຸກ 11 ປີ ໃນຂໍ້ຫາ ໂຄສະນາຊວນເຊື່ອ ຕໍ່ຕ້ານຣັຖ.
- ທ່ານ ຫງຽນ ລານ ຖັງ (Nguyen Lan Thang), ເປັນຜູ້ປະກອບສ່ວນ ຂ່າວການເມືອງ ແລະ ສັງຄົມ ໃຫ້ແກ່ວິທຍຸ ເອເຊັຽເສຣີ ຜແນກພາສາວຽດນາມ ຖືກຕັດສິນຈຳຄຸກ ເປັນເວລາ 6 ປີ. ທ່ານຖືກຈັບໃນເດືອນ ກໍຣະກະດາ 2022 ໃນຂໍ້ຫາເຜີຍແຜ່ນວີດີໂອ ລົງທາງເຟສບຸກ ແລະ ຢູທູບ ທີ່ມີຂໍ້ຄວາມວ່າ ຕ້ານຣັຖບານຄອມມູນິສຕ໌ ວຽດນາມ, ແລະ ໃນເດືອນເມສາ 2023 ທີ່ຜ່ານມາ ທ່ານ ຖືກສານຕັດສິນ.
- ທ່ານ ຫງຽນ ວັນ ໂຮ (Nguyen Van Hoa), ຜູ້ທີ່ເປັນບລອກເກີ ແລະ ຜລິດວີດີໂອ ໃຫ້ແກ່ວິທຍຸ ເອເຊັຽເສຣີ ຜແນກພາສາ ວຽດນາມ ໄດ້ຖືກຈັບໃນເດືອນມົກກະຣາ ປີ 2017 ໃນຂໍ້ຫາລະເມີດ ເສຣີ ປະຊາທິປະໄຕ ເອົາຜົລປໂຍດຂອງຣັຖ ໃຊ້ໂດຣນບິນຖ່າຍວີດີໂອ ການປະທ້ວງຢູ່ນອກໂຮງງານ ເຫຼັກກ້າ ຂອງຊາວໄຕ້ຫວັນ ຢູ່ວຽດນາມ. ໂຮງງານເຫຼັກກ້າດັ່ງກ່າວ ໄດ້ປ່ອຍນໍ້າເສັຽລົງໃສ່ທະເລ ຢູ່ວຽດນາມ ເຮັດໃຫ້ປາຕາຍເປັນຈຳນວນຫຼາຍ.
- ທ່ານ ສີທູ ອອງ ມິນ (Sithu Aung Myint) ເປັນນັກຂ່າວຂອງພະມ້າ ຖືກສານພິເສດ ຂອງພະມ້າ ຕັດສິນຕິດຄຸກເປັນເວລາ 12 ປີ ໃນຂໍ້ຫາ ບຸກລະດົມ ໃຫ້ຕ້ານກັບກອງທັບພະມ້າ. ໄດ້ມີການຕັດຕັ້ງສານພິເສດ ຂອງພະມ້າ ຂຶ້ນມາ ຫຼັງຈາກທະຫານພະມ້າ ເຂົ້າມາຍຶດອຳນາດ ວັນທີ 1 ກຸມພາ 2021.
- ທ່ານ ເຕຣືອງ ດຸຍ ນາດ (Truong Duy Nhat) ເປັນຜູ້ປະກອບສ່ວນ ຂ່າວປະຈຳສັບປະດາ ໃຫ້ແກ່ວິທຍຸ ເອເຊັຽ ເສຣີ ຜແນກພາສາວຽດນາມ ກ່ອນທີ່ ເຈົ້າໜ້າທີ່ຕຳຣວດ ໃນປະເທດໄທຍ ຈະຈັບໂຕທ່ານໄປ ໃນເດືອນມົກກະຣາ 2019 ແລະ ຖືກສານວຽດນາມຕັດສິນ ໃນເດືອນ ມີນາ 2020 ໃຫ້ຈຳຄຸກເປັນເວລາ 10 ປີ ໃນຂໍ້ຫາ ສວຍໃຊ້ຕຳແໜ່ງ ແລະ ໜ້າທີ່ໃນການລັກໂລບ ເອົາທີ່ດິນ. ໃນປີ 2013-2015, ທ່ານ ໄດ້ຖືກຈັບຂັງຄຸກ ຍ້ອນວ່າ ຂຽນວິພາກວິຈານ ຣັຖບານພັກດຽວ ຂອງວຽດນາມ.
- ທ່ານ ອັນ ຈະຮິນ (Uon Chhin) ນັກຖ່າຍຮູບ ແລະ ວີດີໂອ ຂອງວິທຍຸ ເອເຊັຽ ເສຣີ ພ້ອມດ້ວຍ ຜູ້ປະກາດຂ່າວ ຖືກຈັບເຂົ້າຄຸກໃນເດືອນພືສຈິກາ 2017 ໂດຍ ເຈົ້າໜ້າທີ່ ທາງການກັມພູຊາ. ເຂົາເຈົ້າທັງສອງຖືກຈັບ ໃນຂໍ້ຫາ ເອົາຂໍ້ມູນໃຫ້ນັກຂ່າວ ຕ່າງປະເທດ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ.
- ທ່ານ ແຢງ ໂສເທັຽຣິນ (Yeang Sothearin), ອະດີດຜູ້ປະກາດຂ່າວ ວິທຍຸ ເອເຊັຽ ເສຣີ ຜແນກພາສາ ກັມພູຊາ ຖືກຈັບຂັງຄຸກ ໃນເດືອນພຶສຈິກາ 2017, ພ້ອມກັບ ທ່ານ ອັນ ຈະຮິນ ນັກຖ່າຍຮູບ ແລະ ວີດີໂອ ຂອງວິທຍຸ ເອເຊັຽ ເສຣີ. ເຂົາເຈົ້າທັງສອງ ຖືກຈັບໃນຂໍ້ຫາ ເອົາຂໍ້ມູນໃຫ້ນັກຂ່າວຕ່າງປະເທດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ຫຼັງຈາກ ທີ່ຫ້ອງການວິທະຍຸ ເອເຊັຽ ເສຣີ ຢູ່ນະຄອນຫລວງ ພະນົມເປນ ຖືກຣັຖບານ ກັມພູຊາ ສັ່ງປິດ.